ກຸ່ມຕໍ່ຕ້ານສ້າງເຂື່ອນ ໃສ່ນໍ້າຂອງ ຣະດົມຫາຜູ້ສນັບສນູນ

ກຸ່ມຕໍ່ຕ້ານ ໂຄງກາຣສ້າງເຂື່ອນ ໃສ່ແມ່ນໍ້າຂອງ ກໍາລັງຣະດົມ ເຄື່ອນໄຫວ ຫາຜູ້ໃຫ້ ຄວາມສນັບສນູນ ຢູ່ອອສເຕຣເລັຽ.
ຫວາດ ສີມູນ
2010.02.12

ນັກອະນຸຮັກ ສະພາບແວດລ້ອມ ຊາວໄທຽ ເດີນທາງໄປ ຮຽກຮ້ອງ ໃຫ້ປະຊາຊົນ ແລະອົງກາຣ ຈັດຕັ້ງສາກົລ ຕ່າງໆ ໃນອອສເຕຣເລັຽ ເພື່ອໃຫ້ຄວາມ ຮ່ວມມື ດຳເນີນ ກາຣຕໍ່ຕ້ານ ໂຄງກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຕື່ມອີກ ທີ່ມີບໍ່ຕໍ່າກວ່າ 11 ໂຄງກາຣດ້ວຍກັນ ເພາະເປັນຫ່ວງ ໃນດ້ານ ຜົລກະທົບ ຢ່າງຫລວງຫລາຍ ໃຫ້ແກ່ ວິຖີຊີວີຕ ກາຣເປັນຢູ່ ຂອງ ປະຊາຊົນ ປະມານ 60ລ້ານຄົນ ທີ່ອາສັຍຢູ່ ຕາມແຄມ ແມ່ນ້ຳຂອງໃນ ສປປລາວ ໄທຽ ກັມພູຊາ ແລະວຽຕນາມ.

ທ່ານ Michael Simon ຈາກອົງກາຣ ທີ່ບໍ່ຂຶ້ນກັບ ຣັຖບາລຫລື NGO ຂອງ ອອສເຕຣເລັຽ ທີ່ບໍ່ເຫັນພ້ອມ ນຳໂຄງກາຣ ສ້າງເຂື່ອນ ໃສ່ເຂຕລຸມ ແມ່ນ້ຳຂອງ ນີ້ກໍວ່າ ໂຄງກາຣ ສ້າງເຂື່ອນ ທັງໝົດດັ່ງກ່າວ ບໍ່ແມ່ນແຕ່ ຈະເປັນອຸປສັກ ກີດກັ້ນ ກາຣຂຶ້ນລ່ອງ ຂອງປານາໆຊນິດ ເທົ່ານັ້ນ ແຕ່ກໍຈະສ້າງ ຜົລກະທົບ ເຮັດໃຫ້ເກີດພັຍ ນ້ຳຖ້ວມ ໃຮ່ນາຕາກ້າ ແລະບ່ອນ ທຳມາຫາກິນ ຂອງປະຊາຊົນ ຢ່າງຫລວງຫລາຍ ນຳດ້ວຍ.

ໃນປັຈຈຸບັນນີ້ ທາງກາຣຈີນ ກໍໄດ້ສ້າງເຂື່ອນ ໃສ່ໃນແມ່ນ້ຳຂອງ ທີ່ຢູ່ໃນເຂຕ ຂອງຈີນແລ້ວ ບໍ່ຕໍ່າກວ່າ 4 ແຫ່ງ ແລະ ຍັງມີໂຄງກາຣ ທີ່ສ້າງຕື່ມ ອີກຫລາຍໆແຫ່ງ ໃນຂັ້ນຕໍ່ໆໄປ ຊຶ່ງທັງໝົດ ເປັນກາຣສ້າງ ຜົລກະທົບ ຕໍ່ຣະບົບນິເວດ ທາງດ້ານ ສະພາບແວດລ້ອມ ຢ່າງຫລວງຫລາຍ ຕໍ່ປະເທສ ໃນເຂຕ ລຸ່ມແມ່ນ້ຳຂອງ ຊຶ່ງກໍຮວມທັງ ພະມ້າ ໄທຽ ລາວ ກັມພູຊາ ແລະ ວຽຕນາມ.

ຢ່າງໃດກໍຕາມ ໃນຈຳນວນ ໂຄງກາຣ ສ້າງເຂື່ອນຫລາຍໆ ແຫ່ງນັ້ນມີ9 ໂຄງກາຣ ທີ່ຈະຖືກ ສ້າງຂຶ້ນ ໃນເຂຕຂອງ ປະເທສລາວ ຊຶ່ງກໍຮວມທັງ ເຂື່ອນປາກແບ່ງ ຫລວງພຣະບາງ ໄຊຍະບູຣີ ປາກລາຍ ສານະຄາມ ແລະປາກຊົມ. ນອກຈາກນັ້ນ ກໍຍັງມີ ໂຄງກາຣສ້າງເຂື່ອນ ຢູ່ເຂຕລາດເສືອ ດອນສະໂຫງ ແລະບ້ານກຸ່ມ ໃນເຂຕພາຄໃຕ້ ຂອງລາວ. ສະເພາະໃນເຂຕ ແມ່ນ້ຳຂອງ ໃນກັມພູຊາ ກໍຈະມີ ໂຄງກາຣສ້າງເຂື່ອນ Sambor ແລະ ຊຽງແຕງ ຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.