ສນາມກອຟ-ໂຮງແຮມ ຣາຄາພັນລ້ານໂດລາ ສະຫະຣັດ
2010.02.12
ສປປລາວ ມີຫລາຍໂຄງການ ລົງທຶນ ຂນາດໃຫຍ່ ຂອງຕ່າງປະເທດ ຮວມທັງໂຄງການ ເຂດເສຖກິດ ພິເສດ ໂຮງແຮມຫລຸຫລາ ຄາສິໂນ ຫລິ້ນການພະນັນ ຢູ່ບໍ່ແກ້ວ
ບໍ່ເຕັນ ພາກເໜືອ ທີ່ເກືອບວ່າ ປະຊາຊົນລາວ ບໍ່ໄດ້ຮັບ ຜົນປະໂຫຍດ ຫຍັງເລີຍ ຈາກນັກລົງທຶນ ຕ່າງປະເທດ ແລະ ໂຄງການກໍ່ສ້າງ ສນາມຕີກອຟ ແລະໂຮງແຮມ 1,000 ລ້ານໂດລາ ສະຫະຣັດ ຂອງວຽດນາມ ຢູ່ໄກ້້ໆກັບ ຂົວມິຕພາບ ລາວ-ໄທ ວຽງຈັນ-ໜອງຄາຍ ທີ່ກຳລັງ ສົ່ງຜົນກະທົບ ຢ່າງຮ້າຍແຮງ ໃສ່ປະຊາຊົນລາວ ຜູ້ທຸກຍາກ ຂາດເຂີນ ຢູ່ຂົງເຂດນັ້ນ ໃນຂນະທີ່ ທາງການລາວ ຂຸ້ນຂ້ຽວ ຊອກຫາລາຍໄດ້ ຈາກຕ່າງປະເທດ ເພື່ອເອົາເຂົ້າໃສ່ ຍອດຜລິດຕະພັນ ພາຍໃນ ທີ່ວ່າຮອດປີ 2010 ຕ້ອງຮັບປະກັນ ລາຍໄດ້ ສະເລັ່ຽຕໍ່ ຫົວຄົນ ຂອງພົລເມືອງລາວ ບໍ່ໃຫ້ຫລຸດ 800 ໂດລາ ຕໍ່ຄົນຕໍ່ປີ ຕາມມະຕິ ກອງປະຊຸມ ໃຫຍ່ຄັ້ງທີ VIII ຂອງພັກ ປະຊາຊົນ ປະຕິວັດລາວ ຜູ້ຜູກຂາດ ອຳນາດ. ນອກຈາກໂຄງການ ກໍ່ສ້າງ ສນາມຕີກອຟ ແລະໂຮງແຮມ ທີ່ກຳລັງ ເລີ່ມກໍ່ສ້າງ ນີ້ແລ້ວ ປະຊາຊົນ ໃນເຂດນັ້ນ ກໍວ່າ ຖັດກັນໄປນັ້ນ ຍັງຈະມີ ການສ້າງ ຕລາດອິນດູຈີນ ແລະໂຄງການ ຕ່າງໆຕື່ມອີກ:
ໃກ້ຂົວມິຕພາບ ມັນມີ 2 ໂຄງການໃດ໋ ມີສນາມກອຟ ແລ້ວ ຊິມີຕລາດ ອິນດູຈີນ ນຳນະຢູ່ ໃກ້ກັນນີ້ນະ.
ເວົ້າສະເພາະ ໂຄງການກໍ່ສ້າງ ສນາມຕີກອຟ ແລະໂຮງແຮມ ທີ່ກຸ່ມ ບໍຣິສັດ ລອງແຖ່ງກອຟ ການຄ້າ ແລະການລົງທຶນ ( Long Thanh Golf Trading and Investment ) ນີ້ ກວມເອົາ ເນື້ອທີ່ 557.4 ເຮັກຕາ ໃນເຂດ ການຄ້າໃໝ່ ຢູ່ໃກ້ ສະຖານີຣົດໄຟ ດົງໂພສີ ຕາແສງ ທ່ານາແລ້ງ ເມືອງຫາດຊາຍຟອງ ໄກຈາກ ນະຄອນຫລວງ ວຽງຈັນ ປະມານ 10 ກິໂລແມັດ ຈະສ້າງ ສນາມກອຟ ຂນາດ18ຫລຸມ ແລະ ໂຮງແຮມ 5ດາວ ບ້ານພັກແບບວິນລາ ໂຮງໝໍ ແລະໂຮງຮຽນ ນາໆຊາດ. ໂຄງການດັ່ງກ່າວ ຄາດວ່າ ຈະກໍ່ສ້າງ ໃຫ້ແລ້ວ ໃນກຳນົດ 12ປີ.
ການໃຊ້ພື້ນທີ່ ກໍ່ສ້າງກວ້າງເຖິງ 500 ກວ່າເຮັກຕາ ຄືແນວນັ້ນ ແຕະຕ້ອງທີ່ດິນ ໄຮ່ນາຮົ້ວສວນ ແລະບ້ານເຮືອນ ຂອງປະຊາຊົນ ເປັນຈຳນວນ ຫລວງຫລາຍ ຈົນເຮັດ ໃຫ້ປະຊາຊົນ ຕໍ່ວ່າຕໍ່ຂານ ກ່ຽວກັບ ຄ່າຊົດເຊີຍ ຄວາມເສັຍ ທີ່ບໍ່ເໝາະສົມ ຄືໃຫ້ຕ່ຳເກີນໄປ.
ເວົ້າເຖິງຄ່າ ຊົດເຊີຍ ຄວາມເສັຍຫາຍ ທີ່ເກີດຈາກ ຣັຖບານ ສປປລາວ ອະນຸມັດ ໃຫ້ຕ່າງປະເທດ ເຂົ້າມາລົງທຶນ ຮວມທັງ ໂຄງການກໍ່ສ້າງ ສນາມຕີກອຟ ແລະ ໂຮງແຮມ ຂອງວຽດນາມ ຫລືໂຄງການ ກໍ່ສ້າງ ຂອງຣັຖບານ ເອງນັ້ນ ເປັນໄປແບບ ບໍ່ມີຄວາມ ຍຸຕິທັມ ເຮັດໃຫ້ເກີດມີ ຄວາມຂັດແຍ່ງ ໃນສັງຄົມ.
ຖ້າເວົ້າເຖິງ ຕົວເລກຕົວຈິງ ກ່ຽວກັບການ ຈ່າຍຄ່າຊົດເຊີຍ ໃຫ້ເຈົ້າຂອງ ທີ່ດິນ ຊຶ່ງໂຄງການ ກໍ່ສ້າງ ເສັ້ນທາງ ຊຸບເປີຮາຍເວ 450ປີ ກວມເອົານັ້ນ ຣັຖບານ ສປປລາວ
ຈ່າຍໃຫ້ຕ່ຳກວ່າ ຣາຄາທີ່ ຣັຖບານ ສປປລາວ ປະກາດຂາຍ ຕໍ່ນັ້ນເຖິງ 14ເທົ່າຕົວ ຄືຈ່າຍຄ່າຊົດເຊີຍ ໃຫ້ເຈົ້າຂອງ ທີ່ດິນ ໃນອັດຕຣາ 20,000 ກີບຕໍ່ເຮັກຕາ ແຕ່ນຳໄປຂາຍຕໍ່ ໃນຣາຄາ ປະມານ 34ໂດລາ ສະຫະຣັດ ຫລືປະມານ 280,000 ກີບຕໍ່ເຮັກຕາ ອັນເຮັດໃຫ້ ປະຊາຊົນ ບໍ່ມີຄວາມພໍໃຈ ຍ້ອນວ່າ ທາງການລາວ ບົ່ງໃຫ້ຄ່າຊົດເຊີຍ ທີ່ດິນ ຂອງພວກເຂົາເຈົ້າ ຕ່ຳເກີນໄປ ໃນຂະນະ ທີ່ມີຂ່າວວ່າ ທາງການຈີນ ຮ່າງຄຳແນະນຳ ຊຶ່ງມີທັງ ການສເນີ ໃຫ້ຄ່າຊົດເຊີຍ ຄວາມເສັຍຫາຍ ຈາກການຍຶດ ຊັບສິນ ຮວມທັງທີ່ດິນ ແລະເຮືອນຊານ ສູງກວ່າຣາຄາ ໃນທ້ອງຕລາດ ເພື່ອພຍາຍາມ ເຮັດໃຫ້ ບໍ່ມີການ ປະທ້ວງ ຍ້ອນຊາວບ້ານ ໄດ້ຮັບຄ່າຊົດເຊີຍ ພຽງໜ້ອຍດຽວ ຫລື ບໍ່ໄດ້ຮັບຄ່າ ຊົດເຊີຍຫຍັງເລີຍ.
ຕາມບົດຄວາມ ຂອງທ່ານ Beaumont Smit ຜ່ານ Asia Times ເມື່ອທ້າຍເດືອນ ມົກກະຣາ ທີ່ຫາກໍ່ ຜ່ານມານີ້ ວ່າ ທາງເບື້ອງຫລັງ ຂອງຄວາມງາມຕາມ ທັມມະຊາດ ທິວທັດທີ່ ສງົບງຽບ ໃນຊົນນະບົດ ທີ່ມີທັງ ທົ່ງໄຮ່ທົ່ງນາ ສວນຜັກ ດິນດຳນ້ຳຊຸ່ມ ຂອງລາວ ອັນເປັນທີ່ ຈັບໃຈ ໄດ້ງ່າຍນັ້ນ ກໍມີຄວາມ ເຄັ່ງຕຶງ ແລະ ຄວາມແຄ້ນເຄືອງໃຈ ທີ່ກຳລັງ ຟົດເດືອດຂຶ້ນ ຢູ່ໃນຊຸມຊົນ ທ້ອງຖິ່ນ ຊຶ່ງຢູ່ໃກ້ກັບ ຂົວມິຕພາບ ລາວ-ໄທ ນອກເຂດຕົວເມືອງ ຂອງນະຄອນຫລວງ ວຽງຈັນ ຍ້ອນຄຳສັ່ງ ຂອງ ຣັຖບານລາວ.
ເຂດຊຸມຊົນ ທີ່ວ່ານັ້ນ ເປັນເຂດທີ່ ກຸ້ມຢູ່ກຸ້ມກິນ ມາເປັນເວລາ ດົນນານ ຊຶ່ງຂນະນີ້ ກຳລັງ ຈະກາຍເປັນ ສນາມກອຟ 18 ຫລຸມ ໂຮງແຮມຫລູຫລາ ແລະໂຄງການ ພັທນາ ບ້ານຈັດສັນ ແບບຄົບຊຸດ ຕາມຄຳສັ່ງ ຂອງຣັຖບານລາວ ໂດຍທີ່ມີການ ສເນີໃຫ້ຄ່າ ຊົດເຊີຍ ຕ່ຳກວ່າຣາຄາ ຕລາດທີ່ດິນ ນັ້ນຫລາຍ. ຊາວລາວ ຜູ້ທຸກຍາກ ຫລາຍກວ່າ 250ຄອບຄົວ ຈະຖືກບັງຄັບ ໃຫ້ປະຖິ້ມ ບ້ານເຮືອນ ແລະ ໄຮ່ນາອັນນ້ອຍໆ ຂອງ ພວກເຂົາເຈົ້າໄປ.
ປະຊາຊົນ ຫລາຍຄົນ ຢູ່ບ້ານນາໄຫ ແລະ ບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ບໍ່ມີຄວາມ ພໍໃຈ ນຳບັນຫາ ດັ່ງກ່າວ ນຳການຊົດເຊີຍ ຄ່າທີ່ດິນ ຂອງພວກເຂົາເຈົ້າ ດັ່ງປະຊາຊົນ ໃນເຂດນັ້ນເວົ້າ ເຖິງເລື່ອງນີ້ວ່າ:
ກະໄດ້ຍິນ ຢູ່ໜ້ອຍນຶ່ງ ເພາະວ່າດົງ ຄຳຊ້າງນີ້ ມັນກະ ມັນໄດ້ເປັນ ບ້ານຄົນນໍ ຖືກໝູ່ບ້ານ ກະໄດ້ຍິນຢູ່.
ທ່ານ Beaumont Smit ວ່າ ຊາວບ້ານ ຫລາຍຄົນເວົ້າວ່າ ທາງການບອກວ່າ ຖ້າບໍ່ຍອມ ອອກຈາກທີ່ດິນ ໃນເຂດຂອງ ໂຄງການນັ້ນ ພວກເຂົາເຈົ້າ ອາດຖືກຕັ້ງ ຂໍ້ຫາວ່າເປັນກະບົດ. ຢູ່ລາວ ການຄັດຄ້ານ ນະໂຍບາຍ ຂອງຣັຖບານ ແລະ ແຜນພັທນາ ຂອງຣັດ ຕ້ອງໂທດຈຳຄຸກ ເປັນເວລານານ. ປະຊາຊົນ ທີ່ອາໃສຢູ່ ບ້ານ ໜອງແຫ້ວ ແລະບ້ານຊຽງດາ ໄດ້ຕົກລົງ ຍອມເສັຍທີ່ດິນ ຂອງຕົນ ອັນເຮັດໃຫ້ ເກີດຄວາມແຕກແຍກ ກັນກັບ ຊາວບ້ານນາໄຫ ແລະບ້ານ ດົງຄຳຊ້າງ ທີ່ບໍ່ຍອມ ປະຖິ້ມ ທີ່ດິນ ຂອງຕົນໄປ. ພວກເຂົາເຈົ້າ ບໍ່ຮູ້ສິດທິ ຂອງຕົນເອງ ດັ່ງນັ້ນ ຈຶ່ງຍອມ ແບບງ່າຍໆ.
ແຕ່ເຖິງຢ່າງໃດ ກໍມີ ຈໍານວນນຶ່ງ ທີ່ກ້າຫານພໍ ໃນການຄັດຄ້ານ. ມີແມ່ຍິງ ສູງອາຍຸ ຄົນນຶ່ງ ຊຶ່ງຢູ່ບ້ານ ທີ່ຄັດຄ້ານນັ້ນ ເວົ້າວ່າ ຂ້ອຍໄດ້ເສັຍພາສີ ທີ່ດິນມາ ແຕ່ດຽວນີ້ ພວກເພີ່ນມາ ບອກວ່າ ຂ້ອຍບໍ່ມີ ໜັງສືທີ່ດິນ ບໍ່ມີສິດໄດ້ ຄ່າຊົດເຊີຍ ດັ່ງນັ້ນ ຂ້ອຍຈຶ່ງບໍ່ໄດ້ ເງິນຈັກກີບເລີຍ. ພວກເຂົາເວົ້າ ກັບໃຜ ຂ້ອຍກໍຈະ ຕໍ່ສູ້ ເຖິງຈະຕາຍ ກໍຕາມ.
ແລະທ່ານ ຄຳແພງ ອາດີດ ນາຍທະຫານ ເວົ້າວ່າ ເຂົາອອກກິນ ເບັ້ຍບຳນານແລ້ວ ແລະມາອາໃສ ຢູ່ທີ່ນີ້ ຕັ້ງແຕ່ກາງຊຸມ ປີ 1970 ເປັນຕົ້ນມາ ຖ້າຈະອາໃສ ແຕ່ເງິນ ບຳນານເຂົາ ແລະຄອບຄົວ ກໍບໍ່ກຸ້ມກິນ ຈຳເປັນຕ້ອງ ປູກຜັກ ແລະ ລ້ຽງເປັດລ້ຽງໄກ່ ສ່ວນທີ່ເຫລືອກິນ ໃຫ້ເມັຍເອົາໄປ ຂາຍຕລາດ. ອີກຢ່າງນຶ່ງ ຖ້າອາໃສ ເງິນຄ່າ ທົດແທນ ກໍໜ້ອຍເກີນໄປ ບໍ່ພໍທີ່ຈະໄປ ຊື້ດິນຂນາດນີ້ ແລະ ໃນບໍຣິເວນ ໃກ້ໆນີ້ໄດ້. ສະນັ້ນ ເຂົາຈຶ່ງຈະບໍ່ຍອມ ໂຍກຍ້າຍໜີ ອອກໄປຈາກ ດິນຕອນນີ້.
ທ່ານ ຄໍາແພງ ເວົ້າໂດຍມີ ນໍ້າຕາຜ່ານ່ວຍ ວ່າ ເຂົາໄດ້ຕໍ່ສູ້ ເພື່ອປະເທດຊາດ ເພື່ອດິນດອນ ຕອນຫຍ້າຂອງເຂົາ. ເຂົາເຫັນໝູ່ເພື່ອນ ລົ້ມຕາຍ ຍ້ອນການຕໍ່ສູ້ ປົກປ້ອງ ແຜ່ນດິນລາວ. ແຕ່ມາດຽວນີ້ ທາງຣັຖບານ ກໍາລັງ ບັງຄັບໃຫ້ ພວກເຂົາ ອອກໜີໄປ. ເຂົາໄດ້ຕໍ່ສູ້ ເພື່ອຫຍັງກັນແທ້. ເຂົາກໍາລັງ ຈະສູນເສັຽ ທີ່ດິນ ທີ່ເຂົາໄດ້ ອາໃສຢູ່ ມາຕັ້ງແຕ່ ສໄມສົງຄາມ ສີ້ນສຸດລົງ. ດຽວນີ້ ເຂົາເຖົ້າແກ່ຫລາຍ ເກີນກວ່າຈະ ເລີ່ມຊີວິດ ໃໝ່ໄດ້ອີກ. ນັ້ນຖືເປັນ ຄໍາເວົ້າ ຂອງທ່ານຄໍາແພງ ທີ່ກ້າຫານຫລາຍ ໃນລາວ ຊຶ່ງປົກຄອງ ດ້ວຍຣະບອບ ທີ່ບໍ່ຍອມ ໃຫ້ມີການ ຄັດຄ້ານ ຫລື ວິພາກວິຈານ ໃດໆ.
ມີຊາວບ້ານ ອີກຄົນນຶ່ງ ຢູ່ບ້ານນາໃຫ ເວົ້າວ່າ ເຂົາບໍ່ຢາກໜີ ປະທົ່ງໄຮ່ທົ່ງນາ ແລະທີ່ຢູ່ອາໃສ ຂອງເຂົາຄືກັນ. ແຕ່ນາຍບ້ານ ບອກວ່າ ຖ້າເຂົາບໍ່ຍອມ ຮັບເງິນທົດແທນ ຈາກຣັຖບານ ເຂົາຈະສູນເສັຽ ທີ່ດິນໄປລ້າໆ. ກ່ອນໜ້ານັ້ນ ເຂົາຫວັງວ່າ ເວລາຕາຍ ເຂົາຈະຍົກ ທີ່ດິນຕອນນີ້ ໃຫ້ລູກຫລານ ທໍາມາຫາກິນ ສືບຕໍ່ໄປ. ແຕ່ມາດຽວນີ້ ຖ້າຍອມໜີ ເຂົາຈະບໍ່ມີຫຍັງ ພໍເປັນມູນເປັນມັງ ປະໄວ້ໃຫ້ ພວກລູກຫລານ. ແຕ່ຫລາຍຄົນ ບອກເຂົາວ່າ ເຂົາສາມາດ ເຮັດວຽກ ຢູ່ເດີນກອຟໄດ້. ແຕ່ດຽວນີ້ ເຂົາແກ່ເກີນ ທີ່ຈະເຮັດວຽກ ເຮັດການແລ້ວ. ແລະຊາວບ້ານ ຜູ້ອາວຸໂສ ຄົນນຶ່ງອີກ ເວົ້າວ່າ ຜູ້ອື່ນ ອາດຍອມໜີປະ ທີ່ດິນຂອງຕົນ ໄປງ່າຍໆ ເພາະພວກເຂົາ ບໍ່ຮູ້ສິດທິ ຂອງຕົນເອງ. ແຕ່ສ່ວນຕົວເຂົາ ຈະສູ້ ຈະບໍ່ຍອມ ຖອຍງ່າຍໆ.
ທີ່ເວົ້າມານັ້ນ ຄືຜົນກະທົບ ຢ່າງຮ້າຍແຮງ ໃສ່ປະຊາຊົນ ລາວ ຜູ້ທຸກຍາກ ຂາດເຂີນ ທີ່ ຢູ່ຂົງເຂດ ໂຄງການກໍ່ສ້າງ ສນາມຕີກອຟ ແລະໂຮງແຮມ 1,000 ລ້ານໂດລາ ສະຫະຣັດ ຂອງວຽດນາມ ໃນຂະນະທີ່ ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ສປປລາວ ປະກາດໃຊ້ ມາຕການຕ່າງໆ ໃນການສົ່ງ ການພັທນາ ເຂດຊົນນະບົດ ຮວມທັງ ເອົາໃຈໃສ່ ໂຄງການລົງທຶນ ຢູ່ຂັ້ນບ້ານ ໃຫ້ຫລາຍຍິ່ງຂຶ້ນ ເຮັດໃຫ້ການ ສຶກສາ ແລະການບໍຣິການ ຮັກສາສຸຂພາບ ໃຫ້ດີຂຶ້ນ ແລະ ກໍ່ສ້າງໂຄງຮ່າງ ພື້ນຖານ ອັນຈໍາເປັນ ເພື່ອຊ່ວຍໃຫ້ການ ດໍາເນີນຊີວິດ ປະຈໍາວັນ ແລະ ການຜລິດຂອງ ປະຊາຊົນ ໃຫ້ດີຂຶ້ນ.