ໄຂ້ຍຸງ ຢູ່ແຂວງບໍ່ແກ້ວ ລົດລົງ

ແຂວງບໍ່ແກ້ວ ບໍ່ມີຜູ້ເສັຽ ຊີວິດ ຍ້ອນພຍາດໄຂ້ຍຸງ ໃນລະຍະປີ 2009 ຜ່ານມາ ຍ້ອນວ່າ ປະຊາຊົນ ໃຊ້ມຸ້ງ ຍ້ອມນໍ້າຢາ ຫລາຍຂຶ້ນ.
ມະນີຈັນ
2010.02.11

ຜແນກ ສາທາຣະນະສຸຂ ແຂວງບໍ່ແກ້ວ ເປີດເຜີຍຂໍ້ມູນ ການສໍາຣວດ ຄົນເຈັບ ເປັນພຍາດໄຂ້ຍຸງ ໃນທົ່ວແຂວງ ໃນລະຍະປີ 2009 ຜ່ານມາ ວ່າມີ ປະຊາຊົນ ຈໍານວນ ບໍ່ຫລາຍ ທີ່ເຈັບໄຂ້ ເປັນພຍາດດັ່ງກ່າວ. 

ພ້ອມດຽວກັນ ກໍບໍ່ເຫັນວ່າ ມີຜູ້ເສັຽຊີວິດ ຍ້ອນພຍາດໄຂ້ຍຸງ ເພາະປະຊາຊົນ ຫັນມາໃຊ້ມຸ້ງ ທີ່ທາງການ ແຈກຢາຍໃຫ້ນັ້ນ ຫລາຍຂຶ້ນ.  ເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ແຂວງບໍ່ແກ້ວ ກ່າວກ່ຽວກັບ ເຣື້ອງນີ້ວ່າ:

"ມາເຖິງ ປັຈຈຸບັນນີ້ ພວກເຮົາ ໄດ້ມີບ້ານ ທີ່ມີມຸ້ງ ຍ້ອມຢາຢູ່ 292 ບ້ານ ຖືວ່າເທົ່າກັບ 100% ການຊົມໃຊ້ມຸ້ງ ພວກເຮົາໄດ້ຢູ່ 96% ອັຕຣາການ ເປັນໄຂ້ຍຸງ ເທົ່າກັບ 0.3% ອັຕຣາການ ເຈັບເປັນ 0.2 ຄົນ ອັຕຣາການຕາຍ ຖືວ່າ ພວກເຮົາບໍ່ມີ".

ທ່ານເວົ້າວ່າ ການທີ່ ເຈົ້າໜ້າທີ່ ຜແນກໄຂ້ຍຸງ ໄດ້ລົງໄປ ແຈກຢາຍ ມຸ້ງຍ້ອມຢາກັນຍຸງ ໃຫ້ແກ່ ປະຊາຊົນ ພ້ອມທັງໃຫ້ ຄວາມຮູ້ ກ່ຽວກັບ ພັຍອັນຕະຣາຍ ຂອງພຍາດ ໄຂ້ຍຸງ ນັ້ນ ຊ່ວຍໃຫ້ອັຕຣາ ການເຈັບປ່ວຍ ຍ້ອນພຍາດໄຂ້ຍຸງ ພາຍໃນແຂວງ ບໍ່ແກ້ວ ຫລຸດລົງຫລາຍ  ແລະວ່າ ທາງຜແນກ ສາທາຣະນະສຸຂ ແຂວງບໍ່ແກ້ວ ຍັງຈະ ຕິດຕາມ ເຝົ້າຣະວັງ ສະພາບພຍາດ ໄຂ້ຍຸງ ແລະພຍາດຕິດຕໍ່ ທີ່ສໍາຄັນອື່ນໆ ເປັນຕົ້ນ ພຍາດຖອກທ້ອງ ໄຂ້ຫວັດໃຫຍ່ ຢູ່ຕໍ່ໄປ.

ແຂວງບໍ່ແກ້ວ ໄດ້ຈັດຕັ້ງ ໜ່ວຍງານ ເຝົ້າຣະວັງນັ້ນ ໃນ5ເມືອງ ແລະ ສຸກສາລາ 60ແຫ່ງ ໃນທົ່ວແຂວງ ຊຶ່ງຕິດຕາມ ປີ່ນປົວ ແລະຣາຍງານ ສະພາບ ຂອງພຍາດ ຕ່າງໆ ທີ່ເກີດຂຶ້ນ ພາຍໃນແຂວງ. ພ້ອມດຽວກັນ ກໍເປັນໜ່ວຍງານ ໃຫ້ຄວາມຮູ້ ແກ່ປະຊາຊົນ ໃນການປ້ອງກັນ ຕົນເອງ ຈາກພຍາດຕິດຕໍ່ ຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.