ຈີນຢາກລົງທຶນ ໃນເຂດຂົວຂ້າມ ບໍ່ແກ້ວ ຊຽງຣາຍ
2010.02.11
ນັກລົງທືນ ຈາກ ຕ່າງປະເທດ ໂດຍສະເພາະ ນັກລົງທືນ ຈາກປະເທດຈີນ ຈໍານວນນື່ງ ໄດ້ສະແດງ ຄວາມສົນໃຈ ທີ່ຢາກມາ ລົງທືນຢູ່ ໃນບໍຣິເວນ ຂົວຂ້າມ ແມ່ນໍ້າຂອງ ລາວ-ໄທ ບໍ່ແກ້ວ-ຊຽງຣາຍ ຫລັງຈາກມີ ກໍານົດທີ່ ແນ່ນອນວ່າ ຂົວຂ້າມນໍ້າຂອງ ແຫ່ງທີ 4 ນີ້ ຈະເລີ້ມລົງມື ສ້າງໃນທ້າຍ ເດືອນກຸມພາ ປີ 2010 ນີ້. ທ່ານວ່າ ອັນນີ້ ເຫັນໄດ້ຈາກ ການຂໍ ສັມປະທານ ທີ່ດິນຂອງ ນັກລົງທືນ ຈາກປະເທດຈີນ ຈາກໄທ ຈາກເກົາຫລີໃຕ້ ແລະນັກລົງທືນ ພາຍໃນປະເທດ ຈໍານວນ 50 ໂຄງການ ຕາມການເປີດເຜີຽ ຂອງເຈົ້າໜ້າທີ່ ອໍານາດການ ປົກຄອງ ແຂວງບໍ່ແກ້ວ:
"ຕອນນີ້ກໍ ກໍາລັງມີ ນັກລົງທືນ ສົນໃຈຫລາຍ ບໍຣິເວນຈາກ ສະພານຂ້າມຂອງ ທີ່ຈະສ້າງ ແຫ່ງໃໝ່ ທີ່ບໍ່ແກ້ວ. ລຽບຕາມເສັ້ນ ທາງ R3 ກໍມີຫລາຍ. ນັກລົງທືນຈາກ ຕ່າງຊາດ ແຕ່ວ່າ ຕອນນີ້ຄື ວ່າຫລາຍສຸດ ກໍແມ່ນນັກ ລົງທືນຈີນເນີ້".
ການລົງທືນ ຢູ່ໃນ ບໍຣິເວນ ຂົວຂ້າມແມ່ນໍ້າຂອງ ບໍ່ແກ້ວ-ຊຽງຣາຍ ທີ່ນັກລົງທືນ ສົນໃຈໂດຍມາກ ແມ່ນການລົງທືນ ປະເພດ ບໍຣິການ ເຊັ່ນວ່າ ການສ້າງ ຕືກຮ້ານຄ້າ ໃຫ້ຄົນເຊົ່າ ການສ້າງປໍ້າ ຂາຍນໍ້າມັນ ສະຖານທີ່ ພັກເຊົາ ສໍາລັບນັກ ທ່ອງທ່ຽວ ທຸຣະກິດ ຂົນສົ່ງ ແລະການ ບໍຣິການອື່ນໆ. ນັກສັງເກດການ ຄາດວ່າ ການຂະຫຍາຍ ຕົວຂອງການ ລົງທືນ ໃນບໍຣິເວນນີ້ ຈະວ່ອງໄວຂື້ນ ເນື່ອງຈາກວ່າ ມັນຕັ້ງຢູ່ ໃນຖນົນ R3 ຊື່ງເປັນເສັ້ນທາງ ເສຖກິດ ເໜືອ-ໃຕ້ ທີ່ອໍານວຍ ຄວາມສະດວກ ໃນດ້ານ ການຂົນສົ່ງ ສິນຄ້າ ລະຫ່ວາງ ພາກໃຕ້ ຂອງຈີນກັບ ປະເທດໄທ ຜ່ານ ແຂວງບໍ່ແກ້ວ ແລະ ແຂວງຫລວງນໍ້າທາ ຂອງລາວ.