ເຣື້ອງທີ່ເກັບບັນທຶກໄວ້
2023-01-11
ນັກວິຊາການລາວ ແລະ ຕ່າງປະເທດ ຍັງບໍ່ແນ່ໃຈວ່າ ການປ່ຽນນາຍົກ ຂອງ ສປປ ລາວ ຈະສາມາດແກ້ໄຂບັນຫາ ເສຖກິຈ ແລະ ໄພເງິນເຟີ້ໄດ້ ເນື່ອງວ່າ ການປ່ຽນນາຍົກ ອາດເປັນພຽງ ການປັບປ່ຽນໜ້າທີ່ ແລະ ທີ່ຜ່ານມາກໍມີການປັບປ່ຽນ ຣັຖມົນຕຣີຫຼາຍຄົນ ແຕ່ບໍ່ສາມາດ ແກ້ໄຂບັນຫາເສຖກິຈໄດ້.
2023-01-11
ປະຊາຊົນ ຊາວນະຄອນຫຼວງວຽງຈັນ ຢາກໃຫ້ສະພາປະຊາຊົນ ນະຄອນຫລວງວຽງ ເປັນທີ່ເພີ່ງ ພິຈາຣະນາແກ້ໄຂ ບັນຫາ ຂອງຊາວບ້ານ ໂດຍສະເພາະ ການຊົດເຊີຍ ຄ່າທີ່ດິນ ພາຍໃນນະຄອນຫລວງວຽງຈັນ ຄ່າຊົດເຊີຍ ທີ່ຍັງເປັນຂໍ້ພິພາດ ລະຫວ່າງຊາວບ້ານ ແລະ ໂຄງການ.
2023-01-11
ເປັນໄລຍະເວລາ 4 ເດືອນປາຍແລ້ວ ແຕ່ຊາວບ້ານທີ່ໄດ້ຮັບຜົນກະທົບ ໂດຍຕຣົງຈຳນວນນຶ່ງ ຢູ່ແຂວງອຸດົມໄຊ ໄດ້ຮັບການຊ່ອຍເຫລືອ ຈາກທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນລັກສະນະຄ່ອຍເປັນ ຄ່ອຍໄປ ໂດຍສະເພາະ ການຈັດສັນທີ່ຢູ່ອາສັຍ ທີ່ດິນເພື່ອປຸກເຮືອນຖາວອນຢູ່.
2023-01-11
ໃນສັປດາທີ່ຜ່ານມາ ອົງການພັທນາສາກົລ ແຫ່ງປະເທດສະຫະຣັຖອາເມຣິກາ ໄດ້ມອບມຸ້ງຍ້ອມນໍ້າຢາປ້ອງກັນຍຸງ ຈໍານວນ 70,000 ດາງ ແລະອຸປະກອນຫ້ອງທົດລອງ ຈໍານວນນຶ່ງ ໃຫ້ແກ່ກະຊວງສາທາຣະນະສຸຂຂອງລາວ ເພື່ອປ້ອງກັນພຍາດໄຂ້ມາລາເຣັຽ ຮວມມູນຄ່າທັງໝົດ 160,486 ໂດລ້າຣ໌ສະຫະຣັຖ.
2023-01-11
ນັກລົງທຶນດ້ານການກະເສຕ ຈາກຈີນ ເຂົ້າມາເຊົ່າດິນປູກພືດຣະດູແລ້ງ ໃນຫຼາຍແຂວງຢູ່ເຂດພາກເໜືອ ເປັນເນື້ອທີ່ຫຼາຍເຮັກຕ້າຣ໌ ບາງສວນ ໃຊ້ສານເຄມີຫຼາຍເກີນໄປ ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະປະຊາຊົນທ້ອງຖິ່ນ.
2023-01-10
ແນວທາງສາມສ້າງ ຂອງຣັຖບານ ຄື ສ້າງແຂວງ ເປັນຫົວໜ່ວຍຍຸທສາຕ, ສ້າງເມືອງ ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງ ບ້ານເປັນເປັນໜ່ວຍພັທນາ ຍັງບໍ່ເຫັນຫຍັງອອກມາ ເປັນຮູບປະທັມ.
2023-01-10
ແຂວງໄຊຍະບູຣີ ຈະດຳເນີນການຈັດງານ ມະຫະກັມ ບຸນຊ້າງຄັ້ງທີ 16 ລະຫວ່າງວັນທີ 18-20 ກຸມພາ 2023 ໂດຍຈະມີຊ້າງເຂົ້າຮ່ວມໃນງານ ຈຳນວນ 75 ໂຕ, ສ່ວນງານວາງສະແດງສິນຄ້າ ຈະເຣີ່ມໃນວັນທີ 13 ກຸມພາ.
2023-01-10
ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ທີ່ເປັນເຈົ້າຂອງ ວິສາຫະກິຈ 454 ຫົວໜ່ວຍ ບໍ່ໄດ້ຈ່າຍພາສີອາກອນ ໃຫ້ແກ່ຣັຖ ເປັນເວລາດົນກວ່າ 1 ປີຂຶ້ນໄປ; ແລະມີ ວິສາຫະກິຈອີກ 192 ຫົວໜ່ວຍ ທີ່ຈົດທະບຽນແລ້ວ ແຕ່ບໍ່ມາສເນີໂຕ ກັບທາງການເທື່ອ.
2023-01-10
ແຜນບັນຈຸ ຣັຖກອນໃໝມ່ 800 ຄົນ ໂດຍການຈັດສັນຣັຖກອນໃໝ່ ຈຳນວນດັ່ງກ່າວ ແມ່ນຈະໃຫ້ບູຣິມະສິດ ແກ່ຄຣູອາສາສມັກ ແລະ ແພດອາສາສມັກ ທີ່ເຮັດວຽກຢູ່ເຂດຫ່າງໄກ ສອກຫລີກ ແລະທຸລະກັນດານ ແຕ່ຫຼາຍຄົນເຫັນວ່າ 800 ຄົນແມ່ນຈຳນວນໜ້ອຍທີ່ສຸດ ເມື່ອທຽບໃສ່ປີ 2022.
2023-01-10
ແມ່ຍິງລາວ ຈາກແຂວງສາຣະວັນ ທີ່ເຮັດເຂົ້າໄປເຮັດວຽກ ບໍ່ຖືກຕ້ອງຕາມກົດໝາຍ ຖືກນາຍຈ້າງໄທຍ ທຳຮ້າຍຮ່າງກາຍ, ບັງຄັບໃຊ້ແຮງງານ ແລະໄດ້ຮັບຄ່າຈ້າງ ສ່ວນໜ້ອຍ ຊຶ່ງປັດຈຸບັນ ຜູ້ກ່ຽວໄດ້ຮັບການຊ່ວຍເຫຼືອ ຈາກເຈົ້າໜ້າທີ່ໄທຍ.
2023-01-09
ຣັຖບານລາວ ເປີດຂາຍພັນທະບັດ ເທື່ອທີ 2 ຈໍານວນ 1,000 ຕື້ກີບ, ຂະນະທີ່ ຊາວລາວບາງສ່ວນ ທີ່ມີເງິນເກັບ ໃຫ້ຄວາມສົນໃຈຊື້ໄວ້ ເນື່ອງຈາກ ຄາດວ່າຈະໄດ້ ດອກເບັ້ຍສູງ, ແຕ່ອີກຈຳນວນນຶ່ງ ບໍ່ໃຫ້ຄວາມສົນໃຈ ເນື່ອງຈາກ ໄລຍະເວລາ 6 ເດືອນ ດົນເກີນໄປ ຫາກຈຳເປັນ ຕ້ອງການໃຊ້ເງິນ.
2023-01-09
ໃນປີ 2022 ທີ່ຜ່ານມາ ປະເທດລາວ ມີເຫດການ ທີ່ສຳຄັນເກີດຂຶ້ນຫຼາຍຢ່າງ ເຊັ່ນ ການຄາຕກັມ ແລະການລາອອກ ຢ່າງຫຼວງຫຼາຍ ຂອງຄຣູອາສາສມັກ ເຫດການເຫຼົ່ານີ້ ສະທ້ອນໃຫ້ເຫັນເຖິງ ປະຊາຊົນ ຍັງຖືກຄຸກຄາມຫຼາຍຮູບແບບ ແລະ ຄວາມບໍ່ໂປ່ງໃສ່ໃນພາກຣັຖ.
2023-01-09
ຊາວເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍສະເພາະແມ່ຍິງ ຜູ້ທີ່ສົນໃຈເດີນທາງ ໄປເຮັດວຽກ ຢູ່ປະເທດເກົ້າຫລີໃຕ້ ຊຶ່ງຫ້ອງການກະຊວງ ແຮງງານ ແລະ ສວັດດີການສັງຄົມ ປະກາດຮັບສະມັກ ແມ່ຍິງຈຳນວນ 100 ຄົນ ຂະນະທີ່ ຍັງມີຄວາມກັງວົນ ບຸກຄົນທີ່ສາມ ຈະເຂົ້າມາເປັນໜ້ານາຍ ໃນຄັ້ງນີ້.
2023-01-09
ຊາວຈີນ ເດີນທາງເຂົ້າມາທ່ຽວ ແລະ ຜ່ານປະເທດລາວ ຍັງມີຈຳນວນໜ້ອຍ, ໃນທາງຕຣົງກັນຂ້າມ ມີຊາວຈີນ ບໍ່ໜ້ອຍທີ່ອາສັຍຢູ່ໃນປະເທດລາວ ເດີນທາງກັບຄືນປະເທດ ໃນເທດສະການ ປີໃໝ່ຊາວຈີນນີ້ ແລະ ຊາວລາວ ເດີນທາງເຂົ້າໄປຈີນ ຫລາຍກວ່າ ເມື່ອທຽບໃສ່ ຊາວຈີນ ທີ່ເດີນທາງເຂົ້າລາວ.
2023-01-09
ຊາວບ້ານ ໃນຫຼາຍບ້ານ ທີ່ຢູ່ແຄມຫ້ວຍສັງ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ຮັບຜົລກະທົບ ຈາກ ແມ່ນ້ຳສາຍດັ່ງກ່າວ ທີ່ຊາວບ້ານ ໃຊ້ອຸປະໂພກ, ບໍຣິໂພກ ມີມີການປົນເປື້ອນ ຈົນບໍ່ສາມາດນຳໄປໃຊ້ໄດ້, ສ່ວນສາເຫດຄາດວ່າ ເກີດຈາກການຂຸດຄົ້ນແຮ່ຄຳ, ຂະນະທີ່ຍັງບໍ່ມີ ພາກສ່ວນໃດ ເຂົ້າໄປຊ່ວຍເຫຼືອຊາວບ້ານເທື່ອ.