ສະຫະຣັຖ ມອບມຸ້ງເຄືອບຢາ 70,000 ດາງ ໃຫ້ສປປ ລາວ
2023.01.11

ໃນສັປດາທີ່ຜ່ານມາ ອົງການພັທນາສາກົລ ແຫ່ງປະເທດສະຫະຣັຖອາເມຣິກາ ຫຼື (USAID) ໄດ້ມອບມຸ້ງຍ້ອມນໍ້າຢາປ້ອງກັນຍຸງ ຈໍານວນ 70,000 ດາງ ແລະອຸປະກອນຫ້ອງທົດລອງ ຈໍານວນນຶ່ງ ໃຫ້ແກ່ກະຊວງສາທາຣະນະສຸຂຂອງລາວ ເພື່ອສນັບສນູນ ໃຫ້ຣັຖບານລາວ ປ້ອງກັນພຍາດໄຂ້ມາລາເຣັຽ ຮວມມູນຄ່າທັງໝົດ 160,486 ໂດລ້າຣ໌ສະຫະຣັຖ.
ສໍາລັບມຸ້ງຍ້ອມນໍ້າຢາຈໍານວນດັ່ງກ່າວ ທາງກະຊວງສາທາຣະນະສຸຂ ຍັງຢູ່ລະຫວ່າງການຄົ້ນຄວ້າ ເພື່ອຈະແຈກຢາຍໄປຍັງ 6 ແຂວງພາກໃຕ້ຂອງລາວ ເຊິ່ງຄອບຄົວ ທີ່ຢູ່ໃນພື້ນທີ່ເຂດຊົນນະບົດ ສ່ວນໃຫຍ່ຈະໄດ້ຮັບມຸ້ງດັ່ງກ່າວ ເພາະຕາມຊົນນະບົດ ຊາວບ້ານຍັງມີຄວາມສ່ຽງ ທີ່ຈະຕິດເຊື້ອພຍາດໄຂ້ມາລາເຣັຽຢູ່ ເນື່ອງຈາກສ່ວນໃຫຍ່ ຊາວບ້ານມັກໄປອາສັຍຢູ່ໄຮ່ຢູ່ນາເປັນເວລາຫຼາຍມື້ ທີ່ມີແຕ່ຕົ້ນໄມ້ ແລະປ່າດົງ ແຕ່ຊາວບ້ານ ກໍຮູ້ວິທີປ້ອງກັນໂຕເອງຫຼາຍຂຶ້ນແລ້ວ ແລະຄາດວ່າ ຊາວບ້ານຈະໄດ້ຮັບມຸ້ງຍ້ອມນໍ້າຢາ ກ່ອນຣະດູຝົນ ແລະທາງກະຊວງສາທາຣະນະສຸຂ ໜ້າຈະແຈກຢາຍໄປຍັງແຕ່ລະເມືອງ ໂດຍບໍ່ຜ່ານແຂວງ, ດັ່ງເຈົ້າໜ້າທີ່ສາທາຣະນະສຸຂ ໃນແຂວງສວັນນະເຂດ ທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກ່າວໃນວັນທີ 11 ມົກກະຣາ ນີ້ວ່າ:
“ການສົ່ງ ເພິ່ນຊິບໍ່ສົ່ງໄປແຂວງ ເພິ່ນສົ່ງໄປຫາເມືອງໂດຍຕຣົງ ເມືອງແຈກລົງໄປຫາໂຮງໝໍນ້ອຍ ໂຮງໝໍນ້ອຍ ກໍສົ່ງໃຫ້ບ້ານ ປະຊາຊົນ ຜ່ານມາມັນກໍມີກໍຣະນີຣາຍງານຢູ່ ແຕ່ກໍບໍ່ຫຼາຍ ໄຂ້ຍຸງນີ້ ເຫັນວ່າ ສວັນນະເຂດ ຫຼຸດລົງຫຼາຍແລ້ວເນາະ.”
ເຈົ້າໜ້າທີ່ທ່ານນີ້ ຍັງກ່າວຕື່ມວ່າ ພຍາດໄຂ້ມາລາເຣັຽ ຮວມເຖິງພຍາດໄຂ້ເລືອດອອກ ພາຍໃນແຂວງສວັນນະເຂດໃນປັດຈຸບັນນີ້ ກໍຍັງບໍ່ໄດ້ໝົດໄປເທື່ອ ແຕ່ກໍຖືວ່າ ຜູ້ຕິດເຊື້ອຫຼຸດລົງຫຼາຍກວ່າແຕ່ກ່ອນ.
ຂະນະທີ່ ເຈົ້າໜ້າທີ່ສາທາຣະນະສຸຂ ໃນແຂວງຈໍາປາສັກ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ໃນປີ 2023 ນີ້ ກໍເຫັນວ່າ ທາງກະຊວງສາທາຣະນະສຸຂ ໄດ້ຮັບມຸ້ງຈາກ ອົງການ USAID ແລ້ວ ແຕ່ຍັງບໍ່ທັນຮູ້ວ່າ ຈະແຈກຢາຍໃນໄລຍະໃດ ທີ່ຜ່ານມາທາງຂັ້ນສູນກາງ ຈະແຈກໄປຍັງແຕ່ລະເມືອງ ເພື່ອໃຫ້ເມືອງສົ່ງຕໍ່ໄປຍັງສຸຂສາຣາ ເພື່ອແຈກຢາຍໃຫ້ຊາວບ້ານແຕ່ລະຄອບຄົວ ເປັນຕົ້ນ ຄອບຄົວນຶ່ງ ມີພໍ່ແມ່ ກໍໄດ້ມຸ້ງ 1 ດາງ:
“ປົກກະຕິເອົາມາແຕ່ກະຊວງ ກະເອົາໄປເມືອງເລີຍ ກະໃຫ້ເອົາເມືອງລົງສຸຂສາຣາເລີຍ ແຈກຢາຍຕາມການແບ່ງປັນ ອາສາສມັກເອົາລົງໄປຢາຍໃຫ້ແຕ່ລະເຮືອນ ຈໍາປາສັກພວກເຮົາ ປີນີ້ກະ ມັນກະມີຢູ່ ໄຂ້ມາລາເຣັຽ ມີຢູ່ປະມານ 100 ປາຍເດ້.”
ພ້ອມດຽວກັນນີ້ ເຈົ້າໜ້າທີ່ສາທາຣະນະສຸຂ ໃນແຂວງອັດຕະປື ທ່ານນຶ່ງ ກໍກ່າວວ່າ ກໍເຫັນຂ່າວແລ້ວວ່າ ຣັຖບານລາວ ໄດ້ຮັບມຸ້ງຍ້ອມນໍ້າຢາປ້ອງກັນຍຸງ ເພື່ອແຈກຢາກໃຫ້ປະຊາຊົນ 6 ແຂວງພາກໃຕ້ ແຕ່ຂັ້ນເທິງ ຍັງບໍ່ໄດ້ແຈກຢາຍມາໃຫ້ ເຊິ່ງກໍຕ້ອງລໍຖ້າກ່ອນ ແຕ່ປີທີ່ຜ່ານມາ ກໍຖືວ່າພຍາດໄຂ້ມາລາເຣັຽ ມີອັດຕຣາຫຼຸດລົງຫຼາຍແລ້ວ ບໍ່ໄດ້ຣະບາດຄືແຕ່ກ່ອນ:
“ຍັງບໍ່ທັນຮູ້ ວ່າຈໍານວນມຸ້ງທີ່ເພິ່ນຈະໃຫ້ນິ່ ໄດ້ຫຼາຍປານໃດ ຍັງບໍ່ທັນໄດ້ຮັບເດີ້ ຄັນປີ 2023 ນີ້ ຖືວ່າໄຂ້ມາລາເຣັຽໃນທ້າຍປີ 2022 ນີ້ ກໍຮູ້ສຶກວ່າ ມີທ່າອ່ຽງຫຼຸດລົງແລ້ວ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວບ້ານໃນແຂວງສວັນນະເຂດ ທ່ານນຶ່ງກໍກ່າວວ່າ ການທີ່ຣັຖບານ ສະຫະຣັຖອາເມຣິກາ ຊ່ອຍເຫຼືອລາວ ໃນການມອບມຸ້ງຍ້ອມນໍ້າຢາ ໃຫ້ຄົນລາວນີ້ ເພື່ອປ້ອງກັນພຍາດໄຂ້ມາລາເຣັຽ ເປັນເຣື່ອງທີ່ດີກັບຄົນລາວຫຼາຍ ແຕ່ປີນີ້ ຍັງບໍ່ທັນໄດ້ຮັບມຸ້ງຍ້ອມນໍ້າຢາເທື່ອ ທີ່ຜ່ານມາ ພຍາດໄຂ້ມາລາເຣັຽ ແລະໄຂ້ເລືອດອອກ ກໍບໍ່ໄດ້ຣະບາດແລ້ວ ແຕ່ກໍຍັງມີຊາວບ້ານທີ່ອາສັຍຢູ່ໄຮ່ຢູ່ນາເປັນເດືອນ ກໍອາຈມີການຕິດເຊື້ອພຍາດໄຂ້ມາລາເຣັຽຢູ່ ເພາະສ່ວນໃຫຍ່ ເຂົາເຈົ້າບໍ່ຄ່ອຍນອນກາງມຸ້ງ ມັກດັງໄຟເພື່ອໄລ່ຍຸງ:
“ດີຫັ້ນແຫຼະເນາະ ແນວເພິ່ນຊ່ອຍເຫຼືອເນາະ ກໍແບບວ່າ ເພິ່ນໄລ່ໃສ່ 2-3 ຄົນ ຕໍ່ດາງ ໄຂ້ຍຸງນີ້ ມັນກໍບໍ່ຢາກມີເດ້ດຽວນີ້ ມັນບໍ່ຄື 4-5 ປີ ຄືນຫຼັງນ່າມີ ດຽວນີ້ ໂຕໄປປ່ານີ້ ເຂົາຊິບໍ່ໄດ້ກາງມຸ້ງເດ້ຈຸນີ້ ເຂົາມີແຕ່ດັງໄຟ ກະມັນຊິກັດຄືກັນຫັ້ນແຫຼະ.”
ສ່ວນຊາວບ້ານ ໃນແຂວງຈໍາປາສັກ ທ່ານນຶ່ງ ກໍກ່າວວ່າ ປີນີ້ ກໍຍັງບໍ່ທັນໄດ້ຮັບມຸ້ງຍ້ອມນໍ້າຢາເທື່ອ ເຊິ່ງທີ່ຜ່ານມາ ກໍເຫັນເພິ່ນມາແຈກຢາຍໃຫ້ປະຊາຊົນຢູ່ ມີຢາສໍາລັບໃສ່ຟຸ້ຍນໍ້າປ້ອງກັນຍຸງລາຍນໍາດ້ວຍ ແຕ່ພຍາດໄຂ້ມາລາເຣັຽ ແລະພຍາດໄຂ້ເລືອດອອກ ກໍຍັງບໍ່ໄດ້ໝົດໄປເທື່ອ ເຊິ່ງຫຼາຍຄົນກໍຮູ້ຈັກວິທີປ້ອງກັນແລ້ວ:
“ແຈກມຸ້ງຍ້ອມຢາ ແລະກະຢາໃສ່ໂອ່ງນໍ້າຫັ້ນ ບໍ່ທັນມີປີນີ້ ຢູ່ນໍາປ່າຍັງມີຢູ່ແລ້ວຍຸງທັມມະຊາດ ມັນເກີດເອງຫັ້ນ ກໍສ່ຽງຢູ່ຫັ້ນແຫຼ້ວ ກໍມີແຕ່ນອນກາງມຸຸ້ງແລ້ວສ່ວນຫຼາຍ.”
ໃນຂະນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງສູນໄຂ້ຍຸງ ກະຊວງສາທາຣະນະສຸຂໃນລາວ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ກ່ຽວກັບພຍາດໄຂ້ມາລາເຣັຽ ແລະພຍາດໄຂ້ເລືອດອອກ ແຕ່ເຈົ້າໜ້າທີ່ກໍບໍ່ສະດວກຈະໃຫ້ຂໍ້ມູນ.
ອີງຕາມການຣາຍງານ ຂອງກະຊວງສາທາຣະນະສຸຂ ໃນໄລຍະ 1 ປີ ທີ່ຜ່ານມານີ້ ທົ່ວປະເທດລາວ ຕັ້ງແຕ່ວັນທີ 1 ເດືອນ ມົກກະຣາ ຮອດວັນທີ 31 ເດືອນທັນວາ ປີ 2022 ມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມ 32,364 ຄົນ ແລະເສັຽຊີວິດ 24 ຄົນ ໃນນັ້ນ ແຂວງທີ່ມີຜູ້ຕິດເຊື້ອຫຼາຍກວ່າໝູ່ ແມ່ນນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ, ແຂວງຫຼວງພຣະບາງ, ແຂວງອັດຕະປື ແລະແຂວງອື່ນໆ ຕາມລໍາດັບ.
ແຕ່ຖ້າຫາກທຽບໃສ່ປີ 2021 ຜູ້ຕິດເຊື້ອພຍາດໄຂ້ເລືອດອອກ ໃນປີ 2022 ເພີ່ມຂຶ້ນຫຼາຍກວ່າເກົ່າ ອີງຕາມການຣາຍງານ ຂອງກະຊວງສາທາຣະນະສຸຂ ໄດ້ຣາຍງານວ່າ ຕັ້ງແຕ່ຕົ້ນປີ 2020 ຫາວັນທີ 3 ເດືອນ ມົກກະຣາ ປີ 2021 ໃນທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍທັງໝົດ 8,248 ຄົນ ມີຜູ້ເສັຽຊີວິດ 13 ຄົນ ໃນນັ້ນ ຍັງເປັນນະຄອນຫຼວງວຽງຈັນ ທີ່ມີຜູ້ຕິດເຊື້ອສູງກວ່າໝູ່ ຮອງລົງມາແມ່ນແຂວງບໍຣິຄໍາໄຊ, ແຂວງຄໍາມ່ວນ, ແຂວງໄຊຍະບູຣີ, ແຂວງຊຽງຂວາງ, ແຂວງສວັນນະເຂດ ແລະແຂວງອື່ນໆ ຕາມລໍາດັບ.
ນອກຈາກນີ້ ໃນໄລຍະເດືອນກຸມພາ 2022 ອົງການ USAID ກໍໄດ້ມອບມຸ້ງຍ້ອມນໍ້າຢາປ້ອງກັນຍຸງ ຈໍານວນ 220,314 ດາງ ມູນຄ່າ 416,393 ໂດລ້າຣ໌ສະຫະຣັຖ ໃຫ້ແກ່ກະຊວງສາທາຣະນະສຸຂເຊັ່ນກັນ ໂດຍສະເພາະ ແຂວງສວັນນະເຂດ ເປັນແຂວງທີ່ຈະໄດ້ຮັບມຸ້ງໃນອັດຕຣາສ່ວນຫຼາຍກວ່າໝູ່ ເນື່ອງຈາກເປັນແຂວງ ທີ່ຍັງພົບວ່າ ຍັງມີການຣະບາດຂອງພຍາດໄຂ້ມາລາເຣັງສູງ.