ແມ່ຍິງລາວ ທີ່ຖືກບັງຄັບໃຊ້ແຮງງານ ໄດ້ຮັບການຊ່ວຍເຫຼືອ
2023.01.10

ເຈົ້າໜ້າທີ່ໄທຍ ຊົດຊ່ວຍແມ່ຍິງລາວຄົນນຶ່ງ ທີ່ຖືກນາຍຈ້າງຄົນໄທຍ ທຳຮ້າຍຮ່າງກາຍ ແລະ ບັງຄັບໃຊ້ແຮງງານ ເປັນເວລາ 5 ປີ ແຕ່ໄດ້ຮັບເງິນຄ່າຈ້າງ ລວມທັງໝົດພຽງແຕ່ 30,000 ບາທ (ທັງ 5 ປີ). ແມ່ຍິງລາວຜູ້ນີ້ ອາຍຸ 34 ປີ ເປັນຄົນແຂວງສາຣະວັນ ມາເຮັດວຽກບໍ່ຖືກຕ້ອງ ຕາມກົດໝາຍ ຢູ່ໄທຍເປັນເວລາ 10 ປີແລ້ວ ແລະໃນໄລຍະ 5 ປີທີ່ຜ່ານມາ ໄດ້ເຮັດວຽກຢູ່ຮ້ານອາຫານ ແຫ່ງນຶ່ງ ໃນແຂວງນະຄອນນາຍົກ ຂອງໄທຍ.
ເຈົ້າໜ້າທີ່ ຜແນກພັທນາສັງຄົມ ແລະ ຄວາມໝັ້ນຄົງ ຂອງມະນຸສ ແຂວງນະຄອນນາຍົກ ໄດ້ກ່າວເຖິງການທຳຮ້າຍຮ່າງກາຍ ແມ່ຍິງລາວ ຄົນນີ້ຕອນນຶ່ງວ່າ.
ເຈົ້າໜ້າທີ່ໄທຍ ທ່ານນີ້ກ່າວວ່າ:
“ນາຍຈ້າງໃຊ້ອຳນາດ ຢ່າງບໍ່ຖືກຕ້ອງ ຄືໄດ້ທຳຮ້າຍຮ່າງກາຍ ລວມເຖິງບັງຄັບໃຊ້ແຮງງານ ໃຫ້ເຮັດວຽກທຸກມື້ ບໍ່ມີມື້ພັກເລີຍ ແລະກໍເຮັດວຽກນັບແຕ່ 7 ໂມງເຊົ້າເຖິງ 8 ໂມງກາງຄືນ. ນັ້ນຄືຜົນຂອງການສືບສວນເບື້ອງຕົ້ນ.”
ນອກຈາກນັ້ນ ແມ່ຍິງລາວຄົນນີ້ ຍັງມີລູກນ້ອຍຄົນນຶ່ງ ອາຍຸພຽງນຶ່ງປີ ແລະ ນາຍຈ້າງກໍແຍກລູກຢູ່ຕ່າງຫາກ ເພື່ອບໍ່ໃຫ້ຜູ້ເປັນແມ່ ຫລົບໜີໄປທີ່ອື່ນກັບລູກ.
ນາງ ປະຕິມາ ຕັ້ງປຣັຊຍາກູລ ຜູ້ຈັດການມູນລະນິທິ Labor Protection Network (LPN) ໃຫ້ຣາຍລະອຽດ ກ່ຽວກັບເຣື່ອງນີ້ຕື່ມ ໃນວັນທີ່ 9 ມົກກະຣານີ້ວ່າ:
“ຕອນທຳອິດ ແຈ້ງມາວ່າ ເຂົາເຮັດວຽກຢູ່ທີ່ນີ້ ເປັນເວລາ 5 ປີແລ້ວ ແຕ່ບໍ່ທັນໄດ້ຮັບຄ່າຈ້າງເທື່ອ. ເຂົາມີລູກ ແລ້ວນາຍຈ້າງ ກໍບໍ່ໃຫ້ເຂົາລ້ຽງລູກ ແຕ່ລູກກໍຢູ່ໃນບໍຣິເວນດຽວກັນນັ້ນແຫຼະ. ແມ່ຍິງລາວຄົນນີ້ ເຂົາກໍບໍ່ສະບາຍໃຈ ເຂົາຢາກກັບບ້ານ ພ້ອມກັບລູກ ແຕ່ຍັງບໍ່ໄດ້ຄ່າຈ້າງ ຊ້ຳບໍ່ໜໍາ ຍັງຖືກທຳຮ້າຍຮ່າງກາຍ. ຖ້າເຮັດວຽກບໍ່ຖືກໃຈ ເຂົາກໍຈະຖືກນາຍຈ້າງທຸບຕີ.”
ໃນເບື້ອງຕົ້ນ ຜູ້ເປັນນາຍຈ້າງ ກໍປະຕິເສດທຸກຂໍ້ກ່າວຫາ.
ດັ່ງນາຍຈ້າງເວົ້າວ່າ:
“ແມ່ຍິງລາວຄົນນີ້ ເຮັດວຽກທຸກວັນ ກໍໄດ້ເງິນ ບໍ່ເຮັດກໍມີເຂົ້າກິນ, ເຂົ້າກໍມີຢູ່ໃນໝໍ້ ໃນຕູ້ເຢັນ ໝູບົດ ໝູຫັ່ນກໍມີ ໄກ່ເປັນໂຕກໍມີ. ທີ່ຕີເຂົາ ເພາະເຂົາເອົາລູກໄປອາບນໍ້າ ແລ້ວລູກກໍເກືອບຈົມນ້ຳ.”
ເຖິງຢ່າງໃດກໍຕາມ ຕຳຣວດ ກໍໄດ້ຕັ້ງຂໍ້ຫາຕໍ່ນາຍຈ້າງແລ້ວ ວ່າ ຮັບເອົາຄົນຕ່າງດ້າວ ມາເຮັດວຽກຢ່າງຜິດກົດໝາຍ; ສ່ວນແມ່ຍິງລາວ ກໍມີຄວາມຜິດ ທີ່ເຂົ້າມາເຮັດວຽກໃນໄທຍ ບໍ່ໄດ້ຮັບອະນຸຍາດ.
ນາງ ທະນະພອນ ສຸວັນໂນ ຫົວໜ້າ ຜແນກຈັດຫາງານ ແຂວງນະຄອນນາຍົກ ກ່າວວ່າ ການທີ່ນາຍຈ້າງທຳຮ້າຍຮ່າງກາຍ ແລະ ບັງຄັບໃຊ້ແຮງງານ ຄົນງານຕ່າງດ້າວນັ້ນ ອາດຈະເຂົ້າຂ່າຍ ການຄ້າມະນຸສນຳ.
ດັ່ງນາງກ່າວວ່າ:
“ຫຼັງຈາກທີ່ໄດ້ລົງໄປກວດກາເບິ່ງ ພວກເຮົາເຫັນວ່າ ນາຍຈ້າງຮັບເອົາຄົນງານ ຕ່າງດ້າວມາເຮັດວຽກ ໂດຍທີ່ບໍ່ໄດ້ຮັບອະນຸຍາດ ຊຶ່ງເຂົາກໍຖືກກ່າວຫາໄປແລ້ວ; ສ່ວນບັນຫາອື່ນໆ ເຊັ່ນ ການຄ້າມະນຸສ ເຣື່ອງເງິນຄ່າແຮງງານ ແລະສວັດດີການຕ່າງໆ, ພວກເຮົາຈະກວດສອບ ຣາຍລະອຽດເພີ່ມຕື່ມ.”
ສ່ວນພົນເອກ ສັກດິພົງ ໄພຣແກ້ວ ຜູ້ບັນຊາ ກອງອຳນວຍການ ຮັກສາຄວາມສງົບ ແຫ່ງຊາຕ ແຂວງນະຄອນນາຍົກ ກ່າວວ່າ:
“ພວກເຮົາຈະສອບສວນ ແລະ ຈະໃຫ້ຄວາມເປັນທັມ ແກ່ທຸກຝ່າຍ ທັງນາຍຈ້າງ ແລະ ລູກຈ້າງ ເພື່ອບໍ່ໃຫ້ເສັຽ ຄວາມສັມພັນລະຫວ່າງປະເທດ.”
ທາງຝ່າຍລາວ ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງສາຣະວັນ ກ່າວວ່າ:
“ຄັນໄປຜ່ານບໍຣິສັດຈັດຫາງານ ຖືກຕ້ອງຕາມກົດໝາຍ ມັນກໍຕ້ອງໄດ້ຄຸ້ມຄອງເຣື່ອງກົດໝາຍ ສ່ວນຫຼາຍກໍໄປເອງ ໂຕນັ້ນເຮົາກໍບໍ່ສາມາດຮັບຮູ້ໄດ້ ໂຕນັ້ນແມ່ນເຮົາບໍ່ສາມາດ ເກັບກຳຂໍ້ມູນໄດ້ ຄົນເມືອ-ມາ ເອງກໍຕ້ອງໄດ້ສເນີທາງສະຖານກົງສຸນ ສະຖານທູຕ ດຽວນີ້ພວກເຮົາ ກໍໄປລະດົມຜົນຮ້າຍ ກ່ຽວກັບການໄປດ້ວຍຕົນເອງ ໄປບໍ່ຖືກຕ້ອງອີ່ຫຍັງຫັ້ນນ່າ.”
ປັດຈຸບັນ ແມ່ຍິງລາວຜູ້ນີ້ ແລະລູກ ຍັງຢູ່ພາຍໃຕ້ການເບິ່ງແຍງ ຂອງຜແນກພັທນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸສ ແຂວງນະຄອນນາຍົກຂອງໄທຍຢູ່.
ຄົນງານລາວຢູ່ໄທຍ ມັກຖືກກົດຂີ່ຂົ່ມເຫັງ; ຕົວຢ່າງ ສາວລາວຜູ້ນຶ່ງ ອາຍຸປະມານຊາວປີ ກໍຖືກທຳຮ້າຍຮ່າງກາຍ ຂົ່ມຂູ່ ແລະ ກັກຂັງ ຢູ່ຮ້ານອາຫານ ແຫ່ງນຶ່ງໃນແຂວງນົນທະບຸຣີ ແລ້ວກໍຖືກຊົດຊ່ວຍອອກມາເມື່ອເດືອນກັນຍາປີກາຍ.