ໄຊຍະບູຣີ ຕຣຽມຈັດງານບຸນຊ້າງ ໃນເດືອນກຸມພານີ້
2023.01.10
ເມື່ອວັນທີ 03 ມົກຣາ 2023 ຜ່ານມາ ທ່ານ ເພັດພິໄຊ ສູນວິໄຊ ຮອງເຈົ້າແຂວງໄຊຍະບູຣີ ໄດ້ຖແລງຂ່າວຕໍ່ສື່ມວນຊົນວ່າ ແຂວງໄຊຍະບູຣີ ຈະດຳເນີນການຈັດງານ ມະຫະກັມ ບຸນຊ້າງຄັ້ງທີ 16 ລະຫວ່າງວັນທີ 18-20 ກຸມພາ 2023 ຢູ່ສນາມຊ້າງ ບ້ານນາໄຊ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ໂດຍຈະມີຊ້າງເຂົ້າຮ່ວມໃນງານ ຈຳນວນ 75 ໂຕ. ສ່ວນງານວາງສະແດງສິນຄ້າ ຈະເຣີ່ມໃນວັນທີ 13 ກຸມພາ. ສຳລັບບຸນຊ້າງປະຈຳປີນີ້ ຈະຈັດຂຶ້ນ ເປັນບຸນໃຫຍ່ໃນຮອບ 3 ປີ ຫລື ພາຍຫລັງທີ່ມີການແຜ່ຣະບາດ ຂອງໂຄວິດ-19 ໃນຮອບ 2 ປີທີ່ຜ່ານມາ ຈົນບໍ່ໄດ້ຈັດເປັນບຸນໃຫຍ່.
ດັ່ງທ່ານຮອງເຈົ້າແຂວງ ແຂວງໄຊຍະບູຣີ ໄດ້ຖແລງຕອນນຶ່ງວ່າ:
“ສ່ວນກິຈກັມຫລັກ ຂອງການຈັດງານແມ່ນຈະເໜັ້ນ ກິຈກັມທີ່ຫລາກຫລາຍ ຕິດພັນກັບຊ້າງ ແລະ ການອະນຸຮັກຊ້າງ ສຳລັບແຕ່ລະຄືນ ຈະມີການຄົບງັນ ການສະແດງຄອນເສີດ ແລະ ສີລປະ ວັນນະຄະດີ ຈາກພາກສ່ວນຕ່າງໆ ແລະ ການບັນເທີງອື່ນໆ.”
ກ່ຽວກັບເຣື່ອງນີ້ ຜູ້ປະກອບການ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງໄຊຍະບູຣີ ກໍໄດ້ຕຣຽມຄວາມພ້ອມ ມາຕັ້ງແຕ່ເດືອນທັນວາ 2022 ທີ່ຜ່ານມາແລ້ວ.
ດັ່ງເຈົ້າໜ້າທີ່ ຂແນງການທ່ອງທ່ຽວ ແຂວງໄຊຍະບູຣີ ຜູ້ບໍ່ປະສົງອອກຊື່ ແລະ ສຽງ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 06 ມົກກະຣາ 2023 ນີ້ວ່າ:
“ງານເພິ່ນຈະຈັດໃນລະຫວ່າງວັນທີ 18-20 ກຸມພາ 2023 ສ່ວນຣາຍລະອຽດ ຕາຕະລາງເຄື່ອນໄຫວແມ່ນຍັງບໍ່ທັນແຈ້ງອອກມາເທື່ອ. ນັກທ່ອງທ່ຽວ ສ່ວນຫລາຍແມ່ ນັກທ່ອງທ່ຽວ ພາຍໃນ ຄາດວ່ານັກທ່ອງທ່ຽວ ໃນປີນີ້ອາດມີຫລາຍກວ່າປີກ່ອນ ແຕ່ຍັງບໍ່ທັນຮູ້ຈຳນວນ.”
ທາງດ້ານຜູ້ປະກອບການ ເຮືອນພັກແຫ່ງນຶ່ງ ຢູ່ເມືອງ ແລະ ແຂວງໄຊຍະບູຣີ ນາງນຶ່ງລະບຸວ່າ ຍັງບໍ່ຮູ້ຈະມີນັກທ່ອງທ່ຽວ ເຂົ້າມາຫລາຍຊໍ່າໃດ ແຕ່ວ່າໃນປີກ່ອນໆ ກໍມີແຂກຂອງເຮືອນພັກ ເຂົ້າຮ່ວມທ່ຽວບຸນຊ້າງຈຳນວນຫລາຍ ໂດຍທາງເຮືອນພັກ ໄດ້ມີການກະຕຣຽມ ຕ້ອນຮັບນັກທ່ອງທ່ຽວຢູ່ແລ້ວ.
ດັ່ງຍານາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ອັນບໍ່ຮູ້ເດີ້ເຈົ້າ. ມີໆ ຫລາຍຢູ່ ສ່ວນຫລາຍເປັນຄົນລາວ ຕ່າງແຂວງ ກໍມີເຈົ້າ.”
ຍານາງໄດ້ລະບຸຕື່ມວ່າ ນັກທ່ອງທ່ຽວສ່ວນຫລາຍ ເປັນນັກທ່ອງທ່ຽວ ພາຍໃນປະເທດ ກໍຄືຄົນຕ່າງແຂວງທີ່ຢູ່ໃຫ້ຄຽງ ສ່ວນນັກທ່ອງທ່ຽວຕ່າງປະເທດ ແມ່ນມີຈຳນວນໜ້ອຍ.
ທາງດ້ານຜູ້ປະກອບການ ຣົຖໂດຍສານທ່ອງທ່ຽວ ທ່ານນຶ່ງເວົ້າວ່າ ໃນປີນີ້ ທ່ານບໍ່ມີແຜນພານັກທ່ອງທ່ຽວໄປບຸນຊ້າງ ໄຊຍະບູຣີ ຍ້ອນມີລູກຄ້າຈອງຣົຖ ໄປບ່ອນອື່ນ. ຜ່ານມາ ທ່ານເຄີຍພານັກທ່ອງທ່ຽວ ໄປບຸຸນຊ້າງ ໃນປີກ່ອນຈະມີການແຜ່ຣະບາດ ຂອງໂຄວິດ-19 ໂດຍເປັນນັກທ່ອງທ່ຽວ ຊາວລາວທີ່ມາຈາກຕ່າງແຂວງ.
ດັ່ງທ່ານກ່າວວ່າ:
“ຍັງບໍ່ໄດ້ໄປດອກເພາະມັນມີບຸກຄີ້ງ ມີວຽກການຈອງຣົຖຢູ່ ໂຕເມືອງແຕ່ກ່ອນເຄີຍໄປໂອ ຕະກ່ອນ ຕະກີ້ຄົນໄປຫລາຍໄດ໋. ຜ່ານມາສ່ວນຫລາຍ ກໍແມ່ນຄົນພາຍໃນ ຜ່ານມາມັນແຂວງໃກ້ຄຽງເນາະ.”
ຜູ້ປະກອບການ ຣົຖໂດຍສານກ່າວຕື່ມວ່າ ການເດີນທາງໄປບຸນຊ້າງ ແຂວງໄຊຍະບູຣີປີນີ້ ຈະສະດວກຫລາຍຂຶ້ນກ່ວາປີກ່ອນ ຍ້ອນວ່ານັກທ່ອງທ່ຽວ ສາມາດເດີນທາງດ້ວຍຣົຖໄຟ ລາວ-ຈີນ ຈາກນະຄອນຫລວງວຽງຈັນ ມາທີ່ນະຄອນຫລວງພຣະບາງ ໃຊ້ເວລາບໍ່ຮອດ 2 ຊົ່ວໂມງ ແລ້ວຕໍ່ຣົຖໄປຫາ ແຂວງໄຊຍະບູຣີອີກ 1 ຊົ່ວໂມງເຄິ່ງ ລວມ 3 ຊົ່ວໂມງເຄິ່ງ ຫາ 4 ຊົ່ວໂມງ. ຫາກຂີ່ຣົຖຈາກນະຄອນຫລວງວຽງຈັນ ໄປແຂວງໄຊຍະບູຣີ ໃນໄລຍະທີ່ຖນົນມີສະພາບດີ ຈະໃຊ້ເວລາເຖີງ 7-8 ຊົ່ວໂມງ.
ດັ່ງທ່ານໄດ້ກ່າວວ່າ:
“ແຕ່ດຽວນີ້ ເຮົາກໍບໍ່ແນ່ໃຈເພາະວ່າ ທາງຣົຖໄຟມັນຮອດຫລວງພຣະບາງ ລະຮອດຈາກຫລວງພຣະບາງມາຫາໄຊຍະບູຣີ ມັນກໍສະດວກ. ຈາກນະຄອນຫລວງ ໄປມັນກາທາງມັນດີລະມັນກໍ ປະມານ 7-8 ຊົ່ວໂມງກາຮອດ. ແຕ່ວ່າດຽວນີ້ມັນຂະເຈົ້າ ອາດໄປທາງຣົຖໄຟ ໄປຫລວງພຣະບາງ ແບບຂີ່ຣົຖມາມັນຈະໃຊ້ເວລາ ສະດວກກ່ວາປະມານ 1 ຊົ່ວໂມງເຄິ່ງຫັ້ນນ່າ.”
ສຳລັບການຈັດງານ ມະຫະກັມບຸນຊ້າງຄັ້ງທີ 16 ທີ່ກຳລັງຈະຈັດຂຶ້ນນີ້ ທາງການແຂວງໄຊຍະບູຣີ ຈະນຳຊ້າງມາເຂົ້າຮ່ວມເປັນຈຳນວນ 75 ໂຕ ໂດຍມາຈາກບັນດາ ເມືອງຕ່າງໆ ພາຍໃນແຂວງ ເປັນຕົ້ນເມືອງທ່າມີໄຊ, ເມືອງປາກລາຍ, ເມືອງຫົງສາ ແລະ ເມືອງໄຊຍະບູຣີ. ພ້ອມດຽວກັນນີ້ ທາງຂແນງການທີ່ກ່ຽວຂ້ອງ ກໍໄດ້ມີການກະຕຣຽມ ຕ້ອນຮັບແຂກທີ່ຖືກເຊີນ ໃນພິທີການແລະນັກທ່ອງທ່ຽວ ງານມະຫະກັມບຸນຊ້າງ ດັ່ງກ່າວໂດຍສະເພາະ ຈຳນວນໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ຮ້ານບັນເທີງ ທົ່ວເມືອງໄຊຍະບູຣີ. ອີງຄາມຄຳຖແລງ ຂອງທ່ານຮອງເຈົ້າແຂວງ ແຂວງໄຊຍະບູຣີ ເມື່ອວັນທີ 03 ມົກກະຣາ 2023 ທີ່ຜ່ານມາ.
ງານມະຫະກັມບຸນຊ້າງ ຫລື ບຸນຊ້າງ ແຂວງໄຊຍະບູຣີ ຈັດຂຶ້ນເປັນຄັ້ງທຳອິດໃນປີ 2007 ຍ້ອນວ່າ ແຂວງໄຊຍະບູຣີ ເປັນແຂວງທີ່ມີຈຳນວນ ປະຊາກອນຊ້າງ ຫລາຍກ່ວາແຂວງອື່ນໆ ໃນປະເທດລາວ ໂດຍໃນໄລຍະການແຜ່ຣະບາດ ຂອງໂຄວິດ-19 ນັ້ນທາງການແຂວງໄຊຍະບູຣີ ໄດ້ຈັດບຸນຊ້າງປະຈຳປີ 2021 ໃນວັນທີ 13 ກຸມພາ 2021 ພຽງມື້ດຽວໂດຍຈັດໃຫ້ ມີແຕ່ພິທີທາງສາສນາ ແລະໃນປີ 2022 ທີ່ຜ່ານມາ ທາງການແຂວງ ໄດ້ມີແຜນຈັດບຸນຊ້າງ ແຕ່ກໍຖືກໂຈະ ໂດຍໃຫ້ມີແຕ່ພິທີຄອບເລົ່າ ພຽງຢ່າງດຽວ.