ນາຊາຍທອງ ໄດ້ໂຄຕ້າ ຄົນງານແມ່ຍິງ ໄປເຮັດວຽກ ຢູ່ເກົາຫລີໃຕ້
2023.01.09

ໃນວັນທີ 03 ມົກກະຣາ ທີ່ຜ່ານມາ ຫ້ອງການກະຊວງ ແຮງງານ ແລະ ສວັດດີການສັງຄົມ ໄດ້ອອກແຈ້ງການ ໃຫ້ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ປະກາດຮັບສະມັກ ແມ່ຍິງລາວຈຳນວນ 100 ຄົນທີ່ສົນໃຈ ເດີນທາງໄປເຮັດວຽກ ຕາມຣະດູການ ຢູ່ເມືອງ ເມຍຢ່າງ ປະເທດເກົາຫລີໃຕ້ ຊຶ່ງຄົນງານໃນເຂດເມືອງດັ່ງກ່າວ ຕ່າງກໍຍິນດີ ແລະມີຄວາມຫວັງ ທ່າມກາງສະພາບເສຖກິຈລາວ ທີ່ຊອກວຽກເຮັດຍາກ ແລະຄ່າຄອງຊີພສູງ.
ດັ່ງຊາວບ້ານ ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ນາງນຶ່ງກ່າວຕໍ່ວິທຍຸ ເອເຊຽ ເສຣີ ໃນວັນທີ 09 ມົກຣານີ້ວ່າ:
“ໂດຍຢູ່ແຖວບ້ານເຮົາມີ 3-4 ຄົນ ມັນມີອາຍຸ 24 ແລ້ວກໍມີ 30 ປາຍ 40 ຫັ້ນແຫລະ ມັນບໍ່ມີເງິນວ່າຊັ້ນມັນທຸກ ເພິ່ນກໍເລີຍໄປລອງເບິ່ງ ຢູ່ພຸ້ນໂດຍ ມັນບໍ່ມີວຽກເຮັດ ເພິ່ນອອກໃຫ້ກ່ອນ ແລ້ວໄປຫາເອົາຢູ່ພຸ້ນວ່າຊັ້ນ ໄດ້ຍິນເພິ່ນວ່າ ໂດຍ ໄປສມັກແລ້ວ ມີແຕ່ລໍຖ້າສັມພາດ.”
ການເດີນທາງໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ກຳລັງເປັນກະແສ ຢ່າງຫລວງຫລາຍ ພາຍໃນປະເທດລາວ ແລະຖືເປັນຄວາມຄາດຫວັງ ຂອງຊາວໜຸ່ມລາວ ທີ່ຢູ່ລະຫວ່າງການຊອກວຽກເຮັດງານທຳ ແລະຕ້ອງການໄດ້ຮັບຄ່າຈ້າງ ແຮງງານທີ່ເໝາະສົມ.
ດັ່ງຊາວນະຄອນຫລວງວຽງຈັນ ທີ່ຕ້ອງການເດີນທາງ ໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ອີກນາງນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ແມ່ນແຫລະ ສ່ວນຫລາຍມີແຕ່ຊາວໜຸ່ມ ແລ້ວກະແມ່ຍ້າວ ແມ່ເຮືອນ ຂະເຈົ້າໄປຫລາຍຢູ່ ແຖວໃກ້ກໍໄປສມັກ ໄປຫລາຍໂຕນີ້ ເບິ່ງຄ່າແຮງງານມັນກໍສູງເນາະ ສ່ວນຫລາຍມັນແພງຫລາຍເກົາຫລີ ຫລາຍກ່ວາແລ້ວກໍໄທຍ ກໍມີຢູ່ບາງຄົນກໍເລືອກໄປໄທຍ ເພາະວ່າກັບມາບ້ານແມ່ນຫຍັງ ມັນມາສະດວກ ເກົາຫລີມັນໄປ 3 ປີ ຫລືວ່າໄປ 3 ເດືອນ, 6 ເດືອນ ແລ້ວຄ່ອຍກັບມາເທື່ອນຶ່ງເນາະ ຫັ້ນນ່າ.”
ສຳລັບສາເຫດ ທີ່ເຮັດໃຫ້ຄົນງານລາວ ຈຳນວນຫລາຍສົນໃຈ ເດີນທາງໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ໃນໄລຍະນີ້ ເປັນຍ້ອນໄດ້ຮັບຄ່າຈ້າງ ແຮງງານສູງກ່ວາ ການເຮັດວຽກພາຍໃນປະເທດ ປະມານ 25 ເທົ່າເມື່ອທຽບໃສ່ຄ່າຈ້າງ ແຮງງານຂັ້ນຕໍ່າ ຂອງປະເທດລາວ ທີ່ຕົກຢູ່ເດືອນລະປະມານ 1,200,000 ກີບ.
ດັ່ງຊາວນະຄອນຫລວງວຽງຈັນ ນາງນຶ່ງກ່າວວ່າ:
“ເກົາຫລີໃຕ້ກັບຢີ່ປຸ່ນ ຍ້ອນວ່າຄ່າອັຕຣາເງິນເຟີ້ ຢູ່ລາວ ມັນສູງ ກໍມີຫລາຍຢູ່ວຽກຫັ້ນ ແຕ່ວ່າເງິນເດືອນມັນຕໍ່າ ຖ້າວ່າເຮົາໄປຢີ່ປຸ່ນ ໄປເກົາຫລີ ມັນກໍເງິນເດືອນ ມັນຈະສູງຫັ້ນນ່າ ຄ່າແຮງງານມັນກໍຈະສູງກ່ວາ ມັນຂຶ້ນກັບຄວາມຮູ້ ຖ້າຫາກວ່າ ຄົນທົ່ວໄປ ບໍ່ມີວຸດທິການສຶກສາ ກໍຕົກຢູ່ປະມານລ້ານປາຍກີບ.”
ອີກສາເຫດນຶ່ງ ທີ່ເຮັດໃຫ້ຄົນງານລາວ ຈຳນວນຫລາຍ ບໍ່ສົນໃຈເຮັດວຽກ ຢູ່ພາຍໃນປະເທດ ເປັນຕົ້ນວຽກກັມມະກອນ ທີ່ປະກາດຮັບ ຄົນງານຢ່າງຕໍ່ເນື່ອງ ເປັນຍ້ອນຜູ້ຮັບເໝົາ ໃນໂຄງການກໍ່ສ້າງ ສ່ວນຫລາຍມັກບໍ່ຈ່າຍເງິນ ຄ່າຈ້າງໃຫ້ແກ່ຄົນງານ ຕາມຈຳນວນເງິນ ແລະໄລຍະເວລາ ທີ່ຕົກລົງກັນ.
ດັ່ງຜູ້ຮັບເໝົາໂຄງການ ກໍ່ສ້າງຂນາດນ້ອຍ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ:
“ວຽກກໍ່ສ້າງນີ້ ເພິ່ນມາຊອກກັມມະກອນຢູ່ທຸກມື້ນ່າ ວ່າຊັ້ນສາ ຈະເອົາກັມມະກອນ ມາເຮັດວຽກ ເປັນຫຍັງກັມມະກອນ ບໍ່ມາເຮັດນຳ ເພາະສ່ວນໃຫຍ່ແລ້ວ ເວລາເຮັດວຽກໄປຫັ້ນນ່າ ເຣື່ອງເງິນຫັ້ນນ່າ ມັນເບີກບໍ່ໄດ້ ໜ້າວຽກນີ້ ເຂົາໄດ້ຢູ່ 20 ລ້ານ ແຕ່ພັດໃຫ້ເຂົາ 10 ລ້ານ ບາດນີ້ໃຫ້ເຄິ່ງນຶ່ງວ່າຊັ້ນສາເນາະ ແລ້ວບາດນີ້ເພິ່ນຊື້ຢູ່ ຊື້ກີນເດ້ ບາດນີ້ຄ່າແຮງງານ ກັມມະກອນ ມັນພັດບໍ່ມີ ບໍ່ໄດ້ ເຂົາກໍບໍ່ຢາກເຮັດເດ້ ແມ່ນບໍ່ລະ.”
ສຳລັບໂຄຕ້າ ໃນການສົ່ງຄົນງານລາວ ອອກໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ທີ່ກຳນົດ ແລະກະຈາຍໄປໃນເມືອງ ແລະແຂວງຕ່າງໆ ທົ່ວປະເທດນັ້ນ ຫ້ອງການກະຊວງແຮງງານ ແລະ ສວັດດີການສັງຄົມ ຍັງບໍ່ສາມາດລະບຸ ຈຳນວນທີ່ຄັກແນ່ໄດ້ ຍ້ອນວ່ານາຍຈ້າງ ໃນແຕ່ລະເມືອງ ແລະແຂວງຂອງປະເທດເກົາຫລີໃຕ້ ຢູ່ລະຫວ່າງການທະຍອຍແຈ້ງ ຈຳນວນຄົນງານທີ່ຕ້ອງການ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວ ກັບການສົ່ງຄົນງານລາວ ໄປເຮັດວຽກຢູ່ປະເທດເກົາຫລີໃຕ້ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:
“ມັນແລ້ວແຕ່ເມືອງນ່າ ມັນກໍດຽວນີ້ເຮົາກໍເຊັນ 31 ເມືອງແລ້ວ ມັນກໍຫລາຍສົມຄວນຢູ່ ແຕ່ລະເມືອງເຂົາຈະແຈ້ງໂຕເລຂມາ ບໍ່ແມ່ນວ່າແຈ້ງມາພ້ອມກັນ ມັນກໍແຈ້ງແຕ່ລະໄລຍະ ເຮົາກໍບໍ່ສາມາດກຳນົດໄດ້ໝົດ ກໍເປີດເຕັມຮູບແບບໄວໆນີ້ ທົ່ວປະເທດນັ້ນ ແມ່ນແລ້ວກໍເກືອບໝົດທຸກແຂວງຫັ້ນແຫລະ ທີ່ເຮົາເຮັດແຕ່ຍັງບໍ່ໄດ້ມາເອົາເທື່ອ.”
ອີງຕາມການແຈ້ງການ ຂອງຫ້ອງການ ກະຊວງແຮງງານ ແລະສວັດດີການສັງຄົມ ສະບັບເລຂທີ 0003/ຫກ ລົງວັນທີ 03 ມົກກະຣາ 2023 ລະບຸວ່າ ຢູ່ເມືອງເມຍຢ່າງ ປະເທດເກົາຫລີໃຕ້ ມີຄວາມຕ້ອງການນຳໃຊ້ ຄົນງານລາວ ເພດຍິງຈຳນວນ 100 ຄົນເພື່ອເດີນທາງໄປເຮັດວຽກ ຕາມຣະດູການ ຢູ່ເມືອງດັ່ງກ່າວ ໂດຍຈະອອກເດີນທາງ ໃນໄລຍະທ້າຍເດືອນມົກກະຣາ ຫາ ຕົ້ນເດືອນກຸມພານີ້ ໂດຍກົມຈັດຫາງານ ພ້ອມດ້ວຍຄະນະ ຈະດຳເນີນການຮັບສມັກ ແລະ ຄັດເລືອກເອົາຄົນງານ ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ລະຫວ່າງວັນທີ 6-7 ມົກກະຣາ 2023 ພ້ອມກັບ ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງຮ່ວມກັນ ສະກັດກັ້ນ ບໍ່ໃຫ້ມີນາຍໜ້າ ເຂົ້າມາມີສ່ວນຮ່ວມ ໃນຂະບວນການຄັດເລືອກ ຄົນງານຄັ້ງນີ້ຢ່າງເດັດຂາດ ແລະສຳລັບຄ່າລົງທະບຽນສະມັກ ແລະ ຄັດເລືອກແມ່ນຈະບໍ່ໄດ້ເສັຽຄ່າໃຊ້ຈ່າຍໃດໆ.
ສຳລັບເງື່ອນໄຂ ໃນການສະມັກໄປເຮັດວຽກ ຕາມແຈ້ງການສະບັບດັ່ງກ່າວນີ້ ຈະຕ້ອງເປັນພົລເມືອງລາວແລະອາສັຍຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຢ່າງໜ້ອຍ 1 ປີ, ເພດຍິງ, ອາຍຸ 25-30 ປີ ບໍ່ຢູ່ໃນໄລຍະຖືພາ ແລະ ມີລູກນ້ອຍ ຕໍ່າກ່ວາ 1 ປີ. ມີສຸຂພາບແຂງແຮງ ບໍ່ເປັນໂຣກ ທີ່ຕ້ອງຫ້າມເປັນຕົ້ນ ໄວຣັສຕັບບີ, ວັນນະໂຣກ ແລະ ພະຍາດຕິດ ຕໍ່ທາງເພດສັມພັນ, ບໍ່ມີຄະດີ ແລະ ບໍ່ມີປວັດເຂົ້າອອກປະເທດເກົາຫລີໃຕ້ ຫລື ບໍ່ຖືກຈຳກັດ ການເດີນທາງອອກນອກ ປະເທດ, ຈົບການສຶກສາ ຊັ້ນປະຖົມສຶກສາຂຶ້ນໄປ ແລະ ສາມາດຊຳລະ ຄ່າໃຊ້ຈ່າຍຕ່າງໆ ໄດ້ດ້ວຍຕົນເອງ.