ຫ້ວຍນ້ຳສັງ ເມືອງສັງທອງ ປົນເປື້ອນ ຈາກການຂຸດຄົ້ນແຮ່ຄຳ
2023.01.09

ນັບແຕ່ເດືອນຕຸລາປີ 2022 ມາຮອດປັດຈຸບັນ ນໍ້າສັງ ຢູ່ເມືອງສັງທອງ ນະຄອນຫລວງວຽງຈັນ ມີສະພາບຂຸ່ນຫລາຍ ຍ້ອນໄດ້ຮັບຜົນກະທົບ ຈາກການຂຸດຄົ້ນຄຳ ຢູ່ບໍຣິເວນໃກ້ກັບແມ່ນໍ້າສັງ ຊຶ່ງເຮັດໃຫ້ຊາວບ້ານຈຳນວນ 5 ບ້ານ ປະກອບດ້ວຍ ບ້ານນາສາ, ບ້ານໃໝ່ປາກສັງ, ບ້ານຫ້ວຍຕົມ, ບ້ານກ້ວຍ ແລະ ບ້ານຊໍ້ ໄດ້ຮັບຄວາມເດືອດຮ້ອນ ເນື່ອງຈາກບໍ່ສາມາດເອົານໍ້າ ຈາກນໍ້າຫ້ວຍສັງ ມາໃຊ້ໃນຄົວເຮືອນໄດ້ອີກເປັນເວລາດົນແລ້ວ. ອີງຕາມການຣາຍງານ ຂອງສື່ສັງຄົມອ໋ອນລາຍນ໌ ຂອງຊາວບ້ານຜູ້ໄດ້ຮັບຄວາມເດືອດຮ້ອນ ແລະເຟສບຸກຄ໌ ຂອງ ທ່ານ ໂຈເຊຟ ອັກຄະຣະວົງ.
ກ່ຽວກັບເຣື່ອງນີ້ ຊາວບ້ານຢູ່ເມືອງສັງທອງນາງນຶ່ງກ່າວວ່າ ປັດຈຸບັນນໍ້າສັງ ຍັງມີສະພາບຂຸ່ນຫລາຍຢູ່ເນື່ອງຈາກຍັງມີການຂຸດຄົ້ນຄຳ ຢູ່ເລື້ອຍໆ ເຮັດໃຫ້ຊາວບ້ານຫລາຍຄອບຄົວ ຍັງໄດ້ຮັບຄວາມເດືອດຮ້ອນເພາະວ່າ ບໍ່ສາມາດເອົານໍ້າ ຈາກນໍ້າສັງມາໃຊ້ໄດ້ ແລະຢູ່ໃນຫລາຍເຂດ ບ້ານກໍບໍ່ມີນໍ້າປະປາໃຊ້ເທື່ອ.
ດັ່ງຍານາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 09 ມົກຣານີ້ວ່າ:
“ປັດຈຸບັນນີ້ເນາະ ຄືແຖວບ້ານພວກຂ້ອຍເນາະ ເຈາະບາດານບໍ່ມີນໍ້າ, ນໍ້າສ້າງ ກາແຫ້ງ ໄປໃຊ້ນໍ້າສັງທີ່ເຄີຍໃຊ້ປັດຈຸບັນ ກາໃຊ້ບໍ່ໄດ້ເພາະວ່າ ນໍ້າມັນຂຸ່ນເປັນສັນຍາ ທີ່ວ່າບໍ່ດີເພາະວ່າ ຢູ່ໃດກາບໍ່ຢາກໃຊ້ນໍ້າຂຸ່ນເນາະ.”
ສ່ວນຊາວບ້ານ ຢູ່ເມືອງສັງທອງ ອີກນາງນຶ່ງ ຢືນຢັນວ່າ ສະພາບຂຸ່ນແຮງ ຢູ່ສາຍນໍ້າສັງ ແມ່ນເກີດຈາກການຂຸດຄົ້ນ ຄຳໃກ້ກັບເຂດດັ່ງກ່າວ ເຮັດໃຫ້ສານເຄມີ ຮົ່ວໄຫລ ລົງນໍ້າສັງຊຶ່ງຍານາງເອງ ກໍບໍ່ກ້າເອົານໍ້າສັງມາຕົ້ມໃຊ້ ປໂຍດຢ່າງອື່ນ ເພາະຢ້ານເກີດບັນຫາ ຕໍ່ສຸຂພາບດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການລົງພື້ນທີ່ແກ້ໄຂບັນຫາດັ່ງກ່າວ ກ່ອນທີ່ຈະເປັນອັນຕຣາຍ ແກ່ຊາວບ້ານ.
ດັ່ງຍານາງກ່າວວ່າ:
“ເພາະວ່າເຂົາເຈົ້າມາຂຸດບໍ່ແຮ່ຫັ້ນນ່າ ແລ້ວມັນເຮັດໃຫ້ນໍ້າຫັ້ນນ່າ ຂຸ່ນໝົດເລີຍນໍ້າສັງຫັ້ນນ່າ ເພາະວ່າເຂົາເຈົ້າບໍ່ໄດ້ເຮັດ ແຕ່ບ່ອນດຽວເຂົາເຈົ້າ ເຮັດທັງສາຍນໍ້າທີ່ແບບ ພໍ່ແມ່ປະຊາຊົນ ໃຊ້ແນ່ຢາກໃຫ້ທາງຂັ້ນເທິງຫັ້ນແຫລະ ລົງມາກວດກາເບິ່ງ.”
ສ່ວນຊາວບ້ານ ຢູ່ເມືອງສັງທອງອີກນາງນຶ່ງກ່າວວ່າ ພາຍຫລັງຈາກບໍ່ສາມາດ ເອົານໍ້າຈາກນໍ້າສັງ ມາຕົ້ມດື່ມໄດ້ ເປັນເວລາດົນແລ້ວ ກໍເຮັດໃຫ້ຕ້ອງໄດ້ຊື້ນໍ້າດື່ມ ເພື່ອເອົາໄວ້ດື່ມ ແລະປະກອບອາຫານ ໃນຄອບຄົວ ເນື່ອງຈາກວ້າເຂດບ້ານ ຂອງຍານາງ ກໍຍັງບໍ່ມີນໍ້າປະປາໃຊ້ເທື່ອ ຊຶ່ງຢູ່ລະຫວ່າງການຕິດຕັ້ງລະບົບນໍ້າປະປາ.
ດັ່ງຍານາງກ່າວວ່າ:
“ໃຊ້ບໍ່ໄດ້ເລີຍ ມີແຕ່ໃຊ້ນໍ້າດື່ມ ນໍ້ານີ້ຂຸ່ນແທ້ຂຸ່ນວ່າ ເຮັດຈັ່ງໃດເປັນແນວນີ້ນ່າ ໄດ້ໃຊ້ນໍ້າດື່ມນ່າ ຊ່ວງນີ້ມັນຂຸ່ນຫລາຍນ່າ ເຂົາເຈົ້າກາມາຂຸດຢູ່ ນໍ້າປະປາ ແຕ່ວ່າຍັງບໍ່ໄດ້ໃຊ້.”
ທາງດ້ານຊາວບ້ານ ທີ່ຢູ່ໃນເຂດບ້ານທີ່ມີນໍ້າປະປາໃຊ້ ກໍປະສົບບັນຫາ ໃນການໃຊ້ນໍ້າປະປາ ເຊັ່ນດຽວກັນເນື່ອງຈາກ ນໍ້າປະປາ ຊຶ່ງເປັນນໍ້າທີ່ຖືກດູດຂຶ້ນມາຈາກນໍ້າສັງ ກໍເຣີ່ມມີສະພາບຂຸ່ນ ເຖິງແມ່ນວ່າ ຈະຜ່ານຂັ້ນຕອນການຜລິດ ຢູ່ໃນໂຮງງານຜລິດນໍ້າປະປາ ແລ້ວກໍຕາມ.
ດັ່ງຊາວບ້ານ ອີກນາງນຶ່ງກ່າວວ່າ:
“ຫາກາຂຸ່ນນີ້ແຫລະ ຂຸ່ນມາດົນໄດ້ເປັນເດືອນແລ້ວແຫລະ ສ່ວນຫລາຍຢູ່ນີ້ເຂົາເຈົ້າ ໃຊ້ນໍ້າປະປາ ນໍ້າປະປາກາເອົານໍ້າສັງຫັ້ນແຫລະ ມາເຮັດຫັ້ນນ່າ ກາຂຸ່ນຄືກັນຫັ້ນແຫລະນໍ້ ປະປາກາພໍໃຊ້ໄດ້ຢູ່.”
ນອກຈາກນັ້ນແລ້ວ ຊາວບ້ານອີກຈຳນວນຫລາຍ ທີ່ໄດ້ຮັບຮູ້ຂ່າວເຫດການນໍ້າຂຸ່ນ ຢູ່ສາຍນໍ້າສັງ ອັນເກີດຈາກການຂຸດຄົ້ນແຮ່ຄຳນັ້ນ ລ້ວນແຕ່ຮູ້ສຶກບໍ່ສະບາຍໃຈ ຕໍ່ເຫດການທີ່ເກີດຂຶ້ນ ແລະຢ້ານວ່າຈະເຮັດໃຫ້ເກີດອັນຕຣາຍ ແກ່ຊາວບ້ານທີ່ໃຊ້ນໍ້າສັງ ໃນການດຳຣົງຊີວິຕ ໃນປັດຈຸບັນ ຈຶ່ງໄດ້ພາກັນຮຽກຮ້ອງໃຫ້ ພາກສ່ວນທີ່ກ່ຽວຂ້ອງ ເລັ່ງຫາແນວທາງ ແກ້ໄຂຢ່າງຮີບດ່ວນ.
ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາ ຫ້ອງການຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ເມືອງສັງທອງ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ລວມທັງແນວທາງ ໃນການແກ້ໄຂບັນຫາ ດັ່ງກ່າວ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ສັມພາດ.
ທາງດ້ານເຈົ້າໜ້າທີ່ ເມືອງສັງທອງ ທ່ານນຶ່ງທີ່ຂໍສງວນຊື່ ແລະ ຕຳແໜ່ງ ໜ່ວຽງານກ່າວວ່າ ກ່ຽວກັບສະພາບທີ່ເກີດຂຶ້ນດັ່ງກ່າວ ທາງໜ່ວຽງານ ຂອງທ່ານ ແລະພາກສ່ວນທີ່ກ່ຽວຂ້ອງ ກໍຍັງບໍ່ທັນໄດ້ລົງພື້ນທີ່ ກວດຢ່າງລະອຽດເທື່ອ ແລະທາງເຈົ້າໜ້າທີ່ ຂັ້ນບ້ານເອງ ຍັງບໍ່ທັນຣາຍງານ ໃຫ້ຮັບຊາບ ແຕ່ຢ່າງໃດ ແຕ່ກໍຈະມີການກວດກາຄືນ ໃນໝໍ່ໆນີ້.
ດັ່ງທ່ານກ່າວວ່າ:
“ໂອ. ອັນນີ້ເຮົາຍັງບໍໄດ້ຮັບຣາຍງານ ມີແຕ່ຊິເອົາຂໍ້ມູນເບິ່ງກ່ອນ ໂທຊັກ ໂທຫາ ເພິ່ນກ່ອນ.”
ສຳລັບເຫດການ ນໍ້າສັງມີສະພາບຂຸ່ນ ຜິດປົກກະຕິ ເປັນເວລາເດືອນປາຍນີ້ ຍັງບໍ່ມີຂໍ້ມູນ ທີ່ຈະແຈ້ງເທື່ອວ່າ ເປັນຍ້ອນການຂຸດຄົ້ນ ແຮ່ທາດ ຂອງບໍຣິສັດໃດ ເນື່ອງຈາກບໍ່ໄດ້ມີການຕິດປ້າຍ ໃກ້ກັບເຂດທີ່ມີການຂຸດຄົ້ນ ແລະ ຊາວບ້ານ ກໍຍັງບໍ່ສາມາດລະບຸໄດ້.
ໄລຍະ 1 ປີ ມານີ້ ຢູ່ເຂດເມືອງສັງທອງ ກໍເປັນອີກເມືອງນຶ່ງ ໃນນະຄອນຫລວງວຽງຈັນ ທີ່ມີການດຳເນີນໂຄງການ ຂຸດຄົ້ນແຮ່ທາດ ຈຳນວນຫລາຍໂຄງການ ເປັນຕົ້ນໂຄງການຂຸດຄົ້ນແຮ່ຄຳ ຂອງບໍຣິສັດ ໂຊກໄຊ ຈະເຣີນ ແຮ່ຄຳ-ເງິນ ຈຳກັດ ຜູ້ດຽວ ຢູ່ເຂດບ້ານໂຄກເພີງ ທີ່ໄດ້ເຊັນສັນຍາ ກັບຣັຖບານລາວ ເມື່ອເດືອນກໍຣະກະດາປີ 2022, ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຂອງ ບໍຣິສັດ ແສງຍົກ ບໍ່ແຮ່ຈຳກັດ ຢູ່ບ້ານຫ້ວຍຄຳ ແລະ ໂຄງການຂຸດຄົ້ນ ແຮ່ອື່ນໆ.