ຢ່າງໜ້ອຍ 454 ຫົວໜ່ວຍ ວິສາຫະກິຈ ຢູ່ສວັນນະເຂດ ບໍ່ເສັຽພາສີ

ອາວະຣີ
2023.01.10
ຢ່າງໜ້ອຍ 454 ຫົວໜ່ວຍ ວິສາຫະກິຈ ຢູ່ສວັນນະເຂດ ບໍ່ເສັຽພາສີ ກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9, ນະຄອນຫຼວງວຽງຈັນ, ວັນທີ 5 ທັນວາ ປີ 2022.
ຮູບພາບ: ປກສ

ຜແນກອຸດສາຫະກັມ ແລະ ການຄ້າ ແຂວງສວັນນະເຂດ ອອກແຈ້ງການເມື່ອວັນທີ່ 28 ທັນວາ 2022 ທີ່ຜ່ານມາວ່າ ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ທີ່ເປັນເຈົ້າຂອງ ວິສາຫະກິຈ 454 ຫົວໜ່ວຍ ບໍ່ໄດ້ຈ່າຍພາສີອາກອນ ໃຫ້ແກ່ຣັຖເປັນເວລາດົນກວ່າ 1 ປີຂຶ້ນໄປ; ແລະມີ ວິສາຫະກິຈອີກ 192 ຫົວໜ່ວຍ ທີ່ຈົດທະບຽນແລ້ວ ແຕ່ບໍ່ມາສເນີໂຕ ກັບທາງການເທື່ອ. ວິສາຫະກິຈທັງ 2 ປະເພດນີ້ ຊຶ່ງມີລວມທັງໝົດ 646 ຫົວໜ່ວຍ ຖືກສັ່ງໂຈະການເຮັດທຸຣະກິຈ ທຸກຢ່າງ ຈົນກວ່າຈະມາເສັຽພາສີອາກອນ ໃຫ້ແກ່ຣັຖ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະຕຳແໜ່ງ ໄດ້ອະທິບາຍ ຄວາມແຕກຕ່າງລະຫວ່າງ2 ວິສາຫະກິຈ ໃຫ້ກັບວິທະຍຸ ເອເຊັຽ ເສຣີ ໃນວັນທີ່ 10 ມົກກະຣາ 2023 ນີ້ວ່າ:

ໂຕ 454 ຫົວໜ່ວຍ ແມ່ນຫົວໜ່ວຍທີ່ຢູ່ໃນຂັ້ນຄຸ້ມຄອງ ຂອງອາກອນແລ້ວ ແຕ່ວ່າບໍ່ແຈ້ງ 12 ເດືອນ ແລະ 192 ຫົວໜ່ວຍ ແມ່ນອອກໃບທະບຽນວິສາຫະກິຈແລ້ວ ແຕ່ບໍ່ເຂົ້າມາຫາອາກອນ ບໍ່ແຈ້ງອາກອນ ກໍບໍ່ແຈ້ງອາກອນຄືກັນຫັ້ນແຫຼະ. ສ່ວນໃຫຍ່ກໍພວກຂາເຂົ້າ-ຂາອອກຫັ້ນແຫຼະ; ຄົນວ່າຫຼາຍກໍຂອງຄົນລາວຫັ້ນ ຊິຫຼາຍໆກ່ອນໝູ່ຫັ້ນນ່າ.

ວິສາຫະກິຈສ່ວນຫຼາຍ ທີ່ບໍ່ເສັຍພາສີອາກອນ ໃຫ້ແກ່ຣັຖ ເປັນບໍຣິສັດຂອງຄົນລາວ, ຂອງຄົນຈີນ, ວຽດນາມ ແລະໄທຍ ທີ່ລົງທະບຽນເຮັດທຸຣະກິຈ ຢູ່ໃນເຂດ ນະຄອນໄກສອນພົມວິຫານ.

ດັ່ງເຈົ້າໜ້າທີ່ ການຄ້າ ແຂວງສວັນນະເຂດ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະ ຕຳແໜ່ງ ໄດ້ຊື້ແຈງວ່າ:

ຂອງຈີນ ຂອງວຽດ ຂອງໄທຍ ກໍມີຄືກັນ ຕິດຕາມເບິ່ງໃນໂຕນັ້ນແຫຼະ ການຄ້າຂາອອກ-ຂາເຂົ້າ ກໍຄືວ່າທຸຣະກິຈນຳເຂົ້າ ເອົາເຄື່ອງມາແຕ່ໄທຍເນາະ ໄປວຽດ ວຽດໄປໄທຫຼີວ່ານຳເຂົ້າມາ ຂາຍຈຳໜ່າຍພາຍໃນລະຫວ່າງປະເທດຫັ້ນນ່າ ທັງທົ່ວແຂວງເລີຍ ສ່ວນຫຼາຍກໍແມ່ນ ຢູ່ນະຄອນໄກສອນ.”

ນັກຊ່ຽວຊານ ທາງດ້ານກົດໝາຍ ວິສາຫະກິຈ ໃຫ້ທັດສະນາວ່າ ຖ້າວິສາຫະກິຈໃດ ບໍ່ຈ່າຍພາສີອາກອນ ກໍຕ້ອງຖືກໂຈະ ການເຮັດທຸຣະກິຈ.

ໂຈະ ເພາະວ່າຜ່ານມາຫັ້ນ ທະບຽນວິສາຫະກິຈ ເຮົາບໍ່ໄດ້ມີການເຄື່ອນໄຫວ ອີຫຍັງບໍ່ ບໍ່ໄດ້ມີການໄປແຈ້ງອາກອນ ອີຫຍັງ ຖືກຕ້ອງບໍ່ ເພາະວ່າມັນຕ້ອງໄດ້ມີການແຈ້ງ ອາກອນ ລາຍໄດ້ເນາະ ແລ້ວກໍ່ອາກອນເງິນເດືອນເນາະ ອາກອນມູນຄ່າເພີ່ມໂຕນີ້ ໄດ້ໄປແຈ້ງບໍ່ ຄັນບໍ່ໄດ້ແຈ້ງນີ້ ຄັນເຮົາບໍ່ໄດ້ໄປພົວພັນນີ້ ເພິ່ນກໍມີສິດທີ່ວ່າ ເພິ່ນຊິຍົກເລີກກິຈຈະການເຮົາເນາະ ບໍ່ໃຫ້ເຮົາເຄື່ອນໄຫວຫັ້ນນ່າ ແລ້ວກໍມີການປັບໃໝ.”

ຊາວນະຄອນໄກສອນພົມວິຫານ ຜູ້ນຶ່ງ ກໍສັງເກດເຫັນຫຼາຍບໍຣິສັດ ທີ່ມາເຊົ່າຕຶກອາຄານ ເພື່ອເຮັດທຸຣະກິຈ ແຕ່ບໍ່ມີການເຄື່ອນໄຫວຫຍັງ.

ໂອ່ ໂຕນີ້ມັນມີຫຼາຍເດ່ ຂາເຂົ້າ-ຂາອອກ ມາເຊົ່າອາຄານຊື່ໆເນາະ ກໍເຫັນຂະເຈົ້າມາເຊົ່າໄວ້ ແຕ່ບໍ່ໄດ້ເຄື່ອນໄຫວ ອາຄານບໍ່ ກໍເປັນເຂດເສຖກິຈ ກໍດີແທ້ເພິ່ນຢູ່ ແຖວນີ້ແຫຼະ ເສັ້ນຖນົນໄກສອນເຂົາວ່າ ຄົນມາເຊົ່າບໍ່ ໂຕນີ້ຕ້ອງຖາມການຄ້າພຸ້ນເດີ ພວກການຄ້າ ພວກອາກອນ ຂະເຈົ້າຮູ້ຈັກ.”

ກ່ຽວກັບບັນຫາເຫຼ່ານີ້, ທ່ານ ສຸກສວັນ ໄຊສົມບັດ ສະມາຊິກສະພາແຫ່ງຊາຕ ຈາກແຂວງສວັນນະເຂດ ໄດ້ສເນີໃນກອງປະຊຸມ ສະພາເມື່ອເດືອນທີ່ແລ້ວວ່າ ຣັຖບານ ຄວນກຳນົດ ໃຫ້ນັກທຸຣະກິຈຂຽນບົດວິພາກຢ່າງຄັກແນ່ ກ່ອນຈະຂໍຈົດທະບຽນ ເຮັດທຸຣະກິຈໃນລາວ.

ສ່ວນ ທ່ານ ສີເຮັ່ງ ຫອມສົມບັດ ສະມາຊິກສະພາແຫ່ງຊາຕ ຈາກແຂວງສາຣະວັນ ສເນີວ່າ ນັກທຸຣະກິຈ ທີ່ຈະຈົດທະບຽນ ຕ້ອງມີ 3 ຄົນຂຶ້ນໄປ ຈຶ່ງສາມາດຈົດທະບຽນໄດ້; ຖ້າມີພຽງຄົນນຶ່ງ ຫຼື 2 ຄົນ ບໍ່ພຽງພໍ ເພາະໃນໄລຍະຜ່ານມາ ຫຼາຍບໍຣິສັດ ທີ່ດຳເນີນການດ້ວຍຄົນດຽວ ບໍ່ຈ່າຍພາສີອາກອນໃຫ້ແກ່ຣັຖ.

ໃນຂະນະດຽວກັນ ສະພາແຫ່ງຊາຕ ກໍໄດ້ຮັບຣາຍງານວ່າ ວິສາຫະກິຈເຖິງ 1,432 ຫົວໜ່ວຍ ໃນເຂດນະຄອນຫຼວງວຽງຈັນ ກໍບໍ່ຈ່າຍພາສີອາກອນ ໃຫ້ແກ່ຣັຖເຊັ່ນດຽວກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.