ຣັຖບານ ເປີດຂາຍພັນທະບັດ ອີກ 1,000 ຕື້ກີບ
2023.01.09
ໃນວັນທີ 9 ມົກກະຣາ 2023 ນີ້ເປັນຕົ້ນໄປ ທະນາຄານແຫ່ງ ສປປ ລາວ ໄດ້ມີການສືບຕໍ່ ຈໍາຫນ່າຍພັນທະບັດ ທະນາຄານ ແຫ່ງ ສປປ ລາວ (ທຫລ) ສກຸນເງິນກີບ ເທຶ່ອທີ 2 ຈໍານວນເງິນ 1,000 ຕື້ກີບ ໂດຍຈໍາຫນ່າຍ ຜ່ານທະນາຄານທຸຣກິຈ 7 ແຫ່ງ ຄື ທະນາຄານ ການຄ້າຕ່າງປະເທດລາວ ມຫາຊົນ 2, ທະນາຄານ ພັທະນາລາວ ຈໍາກັດ, ທະນາຄານສົ່ງເສີມກະສິກັມ ຈໍາກັດ, ທະນາຄານຮ່ວມທຸຣກິຈ ລາວ-ວຽດ ຈໍາກັດ, ທະນາຄານ ຮ່ວມພັທະນາ, ທະນາຄານອຸດສາຫະກັມ ແລະ ການຄ້າຈີນ ຈໍາກັດ ສາຂານະຄອນຫລວງວຽງຈັນ (ໄອຊີບີຊີ) ແລະ ທະນາຄານ ບີໄອຊີ ລາວ ຈໍາກັດ. ເຊິ່ງໃນມື້ນີ້ ທະນາຄານທີ່ເປີດຈໍາຫນ່າຍ ພັນທະບັດ ໄດ້ເປີດເປັນມື້ທໍາອິດ ສ່ວນໃຫຍ່ເປັນປະເພດບຸກຄົນ ທີ່ບໍ່ເດືອດຮ້ອນເຣື່ອງເງິນ ໄດ້ໃຫ້ຄວາມສົນໃຈ ກັນຫລາຍ ເຊິ່ງທາງທະນາຄານ ຈະເປີດຂາຍຈົນກ່ວາ ພັນທະບັດຣອບທີ່ 2 ຈະໝົດ.
ດັ່ງເຈົ້າໜ້າທີ່ ທະນາຄານແຫ່ງນຶ່ງ ກ່າວໃນວັນທີ 9 ມົກຣາ ນີ້ວ່າ:
“ຕອນນີ້ພວກເຮົາກໍາລັງເປີດຂາຍຢູ່ເດີ້ ປັດຈຸບັນນີ້ແມ່ນລູກຄ້າເຂົ້າມາຫລາຍເລີຍ ເຂົາເຈົ້າມາຊື້ພັນທະບັດ ບໍ່ໜັ້ນໃຈວ່າຈະປິດມື້ໃດ ເພາະວ່າ ຖ້າໝົດ ກໍຄືໜົດເລີຍ.”
ຂະນະທີ່ເຈົ້າໜ້າທີ່ ທະນາຄານອີກແຫ່ງນຶ່ງ ກໍໄດ້ກ່າວວ່າ ການເປີດຂາຍພັນທະບັດ ເທຶ່ອທີ 2 ນີ້ ກໍມີທັງນິຕິບຸກຄົນ ແລະ ປະເພດບຸກຄົນ ໃຫ້ຄວາມສົນໃຈລະດັບນຶ່ງ ໂດຍອາຍຸພັນທະບັດ ຈະຢູ່ໃນໄລຍະ 6 ເດືອນ ຜູ້ຊື້ແລ້ວ ຈະບໍ່ສາມາດປ່ຽນໄດ້ ຫລື ໄຖ່ຖອນພັນທະບັດໄດ້ ແຕ່ເມື່ອຄົບ 6 ເດືອນ, ທາງທະນາຄານ ຈະຊໍາລະຕົ້ນທຶນ ແລະ ດອກເບັ້ຍຄັ້ງດຽວ ເຊິ່ງມີອັຕຣາດອກເບັ້ຍ 20% ຕໍ່ປີ.
“ມື້ນີ້ເພິ່ນເຣິ່ມຂາຍເປັນງວດທີ່ 2 ມື້ທໍາອິດ ຊ່ວງນີ້ບຸກຄົນ ເພິ່ນກໍສົນໃຈ ກ່ຽວກັບການຊື້ພັນທະບັດ ກໍພໍມີຢູ່ ເຮົາຈະໃຫ້ກໍານົດ 6 ເດືອນ ແລ້ວຫລັງຈາກຄົບ 6 ເດືອນເນາະ ເຮົາຈະໂອນໃຫ້ລູກຄ້າ ທັງຕົ້ນທັງດອກ ພ້ອມກັນ ຈະຂາຍເປັນງວດ ຄື ສົມມຸດວ່າ ງວດນີ້ 6 ເດືອນ ເພິ່ນຈະຢຸດໄປໜ່ອຍນຶ່ງ ແລ້ວເພິ່ນອາຈເປີດໃໝ່ ແລະເພິ່ນຈະແຈ້ງການໃໝ່.”
ຂະນະທີ່ນັກທຸຣກິຈ ທ່ານນຶ່ງ ກໍໄດ້ໃຫ້ຄວາມເຫັນວ່າ ການທີ່ຣັຖບານລາວ ເປີດຂາຍພັນທະບັດ ເທຶ່ອທີ່ 2 ນີ້ ສໍາລັບຜູ້ທີ່ມີເງິນເກັບ ບໍ່ໄດ້ເດືອດຮ້ອນ ກໍໜ້າລົງທຶນໄວ້ ແລະ ທ່ານເອງກໍສົນໃຈ ທີ່ຈະລົງທຶນໄປຊື້ ພັນທະບັດໄວ້ເຊັ່ນກັນ ເພາະພຽງໄລຍະ 6 ເດືອນ ກໍຖືວ່າໄດ້ດອກເບັ້ຍສູງ.
“ໄດ້ດອກເບັ້ຍຫັ້ນແຫລະ ໄດ້ດອກເບັ້ຍສູງກໍສົນໃຈຢູ່ ໂຕໃດດອກເບັ້ຍມັນສູງ ກໍຢາກໄດ້ໂຕນັ້ນຫັ້ນແຫລະ ຄໍາມັນຍັງມີຂຶ້ນມີລົງ ຄໍາກໍຊື້ ມີແຕ່ເອົາມາເກັບທ້ອນ ມີແຕ່ແບບເອົາໄວ້ໃຊ້ໄປບຸນໄປງານຊື່ໆ.”
ທາງດ້ານຊາວລາວ ທ່ານນຶ່ງ ກໍກ່າວກ່ຽວກັບເຣື່ອງນີ້ວ່າ ທີ່ຣັຖບານລາວ ເປີດຂາຍພັນທະບັດເທຶ່ອທີ່ 2 ນີ້ ຄົນລາວທີ່ມີບັນຫາເຣື່ອງເງິນ ໃນແຕ່ລະເດືອນ ຈະບໍ່ສາມາດຊື້ພັນທະບັດໄດ້ ເພາະຕ້ອງລໍຖ້າ 6 ເດືອນ ຈຶ່ງຈະໄດ້ຕົ້ນທຶນ ພ້ອມດອກເບັ້ຍຄືນ ຖ້າຫາກ ໃຫ້ເລືອກຊື້ພັນທະບັດ ແລະຄໍາ ລາວເອງຈະເລືອກຊື້ຄໍາ ມາເກັບໄວ້ດີກວ່າ ເພາະເວລາບໍ່ມີເງິນ ສາມາດນໍາເອົາຄໍາອອກໄປຂາຍ ຫລືຈໍານໍາ ເອົາເງິນມາໝູນໃຊ້ໄດ້ທັນທີ.
“ມັນກໍບໍ່ໄດ້ຫລາຍເນາະ ສົມມຸດວ່າຊື້ 200 ລ້ານ ກໍາໄລຢູ່ທີ່ 10 ລ້ານ ມີບັນຫາມາ ເງິນໃນບັນຊີບໍ່ມີແລ້ວ ກໍເອົາພັນທະບັດບໍ່ໄດ້ ບໍ່ຮອດກໍານົດແລ້ວ ມັນເອົາອອກບໍ່ໄດ້ ຊື້ຄໍາດີກວ່າ ສາມາດຂາຍຄືນ ແລ້ວເອົາເງິນມາໝູນອັນອື່ນໄດ້ເດ້.”
ພ້ອມດຽວກັນນີ້ ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ການທີ່ຣັຖບານເປີດຂາຍພັນທະບັດ ກໍຍ້ອນ ຢາກຮັກສາ ສະຖຽນລະພາບເງິນຕຣາ ພາຍໃນປະເທດ ແຕ່ຖ້າໃນຄວາມເປັນຈິງແລ້ວ ຜູ້ທີ່ມີເງິນນ້ອຍ ບໍ່ຄວນໄປຊື້ພັນທະບັດ ຖ້າຫາກມີເງິນ ຄວນຈະຊື້ຄໍາໄວ້ດີກວ່າ ເມື່ອຈໍາເປັນ ກໍສາມາດນໍາໄປຂາຍໄດ້ ລາຄາກໍບໍ່ໄດ້ຕົກຫລາຍ.
“ຣັຖບານເຂົາເຈົ້າ ເປີດຂາຍພັນທະບັດ ເພື່ອ ບໍ່ໃຫ້ລາຄາເງິນຕຣາມັນສູງຂຶ້ນ ບາງເທຶ່ອຜູ້ມີໜ້ອຍຫວັງຢາກໄດ້ຈັງຊີ້ ເຂົາໄປຊື້ມັນບໍ່ໄດ້ຫລາຍເດ້ ເຈົ້າຊື້ຄໍາໄປຂາຍມື້ນີ້ກໍໄດ້ ບໍອຶດບ່ອນຂາຍຊີ້ນ່າ ກໍາໄລໜ້ອຍນຶ່ງເຂົາກໍຂາຍແລ້ວ.”
ກ່ອນໜ້ານີ້ ວັນທີ 15 ມີຖຸນາ 2022 ທະນາຄານແຫ່ງ ສປປ ລາວ ກໍໄດ້ເປີດຈໍາໜ່າຍພັນທະບັດສະກຸນເງິນກີບ ເທື່ອທີ່ 1 ເປັນຈໍານວນເງິນ 5,000 ຕື້ກີບ ເພື່ອປະກອບສ່ວນ ເຂົ້າໃນການຮັກສາ ສະຖຽນລະພາບ ທາງດ້ານການເງິນ ແລະ ແກ້ໄຂບັນຫາ ການຂາດແຄນເງິນຕຣາ ລະຫວ່າງປະເທດ. ເຊິ່ງຣັຖບານໄດ້ເປີດຂາຍພັນທະບັດ ໃນໄລຍະ 45 ວັນ ຈໍາໜ່າຍໄດ້ 4,004 ຕື້ກີບ ປະມານ 80%, ໃນນັ້ນມີປະເພດບຸກຄົນ ຊື້ພັນທະບັດປະມານ 42%, ນິຕິບຸກຄົນ 38%, ແມ່ນພາກກາງ ມີຍອດຈໍາໜ່າຍທັງໝົດ 2,445 ຕື້ປາຍກີບ, ພາກເໜືອ ຈໍາໜ່າຍທັງໝົດ 1,096 ຕື້ປາຍກີບ ແລະພາກໃຕ້ ມີຍອດຈໍາໜ່າຍ 483 ຕື້ປາຍກີບ.