ເຣື້ອງທີ່ເກັບບັນທຶກໄວ້
2022-07-15
ຄະນະສະເພາະກິຈ ສເນີເຮັດບົດບັນທຶກ ສິ່ງປຸກສ້າງ ທີ່ຖືກໂຄງການ ພາກຂຍາຍ ເຂດໂລຈິສຕິກ ພາຣ໌ກ ແຕ່ວ່າ ຊາວບ້ານບໍ່ຍອມ ເນື່ອງຈາກເຫັນວ່າ ເປັນການບໍ່ຢຸຕິທັມສຳລັບຊາວບ້ານ ແລະຊາວບ້ານ ຢ້ານວ່າ ຖ້າເຂົາເຈົ້າ ເຊັນບົດບັນທຶກແລ້ວ ຈະບໍ່ໄດ້ຄ່າຊົດເຊີຍຫຍັງເລີຍ.
2022-07-15
ການເຮັດໜັງສືຜ່ານແດນ ຍັງເປັນບັນຫາ ສຳລັບປະຊາຊົນ ທີ່ພາກຣັຖ ຍັງບໍ່ສາມາດແກ້ໄຂ ໃຫ້ເປັນລະບຽບໄດ້ເທື່ອ ເຊິ່ງຫ້ອງການກົມກົງສຸນ ໃນນະຄອນຫຼວງວຽງຈັນ ກໍຍັງມີຄົນ ໄປຕໍ່ຄິວກັນ ຢ່າງໜາແໜ້ນຢູ່ຄືເກົ່າ ຮວມທັງ ຍັງມີຄົນເຂົ້າແຖວຕໍ່ຄິວ ເພື່ອຂາຍຄິວ ໃຫ້ປະຊາຊົນ ທີ່ມາລໍຖ້າ ແລ່ນໜັງສືຜ່ານແດນ.
2022-07-15
ຄົນງານພາຍໃນປະເທດ ແລະຕ່າງປະເທດ ທີ່ເຮັດວຽກຢູ່ໃນເຂດ ເສຖກິຈສະເພາະບໍ່ເຕັນ ແຂວງຫຼວງນໍ້າທາ ຍັງບໍ່ມີການຂຶ້ນ ທະບຽນແຮງງານ ເພື່ອເກັບກຳຂໍ້ມູນ, ແຕ່ທາງກະຊວງແຮງງານ ແລະສວັດດີການສັງຄົມ ກຳລັງຈະແກ້ໄຂບັນຫານີ້ ເພື່ອໃຫ້ຖືກຕ້ອງຕາມກົດໝາຍ, ເພື່ອຜົລປໂຍດຂອງຄົນງານ ແລະ ເພື່ອປ້ອງກັນ ອາຊຍາກັມ ທີ່ອາດເກີດຂຶ້ນໄດ້ທຸກເມື່ອ.
2022-07-14
ຣັຖວິສາຫະກິຈ ໄຟຟ້າລາວ ເປັນນຶ່ງໃນບັນດາ ວິສາຫະກິຈ ຂອງຣັຖ ທີ່ຕ້ອງເລັ່ງ ປະຕິຮູບ ຍ້ອນຜ່ານມາ ມີການຂາດທຶນ ຈົນກາຍ ເປັນໜີ້ສິນ ທີ່ເພີ່ມໃຫ້ກັບ ປະເທດຊາຕ 30% ແລະມີແນວໂນ້ມວ່າ ຈະເພີ່ມຂຶ້ນເລື້ອຍໆ.
2022-07-14
ຊາວລາວຫຼາຍຄົນຮູ້ສຶກດີໃຈ ທີ່ນັກເຕະບານທີມຊາດລາວ ຣຸ້ນອາຍຸບໍ່ເກີນ 19 ປີ ສາມາດເຂົ້າຮອບຊີງຊະນະເລີດ ການແຂ່ງຂັນເຕະບານ ຣາຍການຊີງແຊ້ມອາຊ້ຽນ ຣຸ້ນອາຍຸບໍ່ເກີນ 19 ປີ ທີ່ປະເທດອິນໂດເນເຊັຍ ເປັນເຈົ້າພາບ ເຊິ່ງທີມຊາດລາວ ຈະເຂົ້າໄປແຂ່ງຂັນກັບທີມຊາດມາເລເຊັຍ ໃນວັນທີ່ 15 ກໍຣະກະດາ ນີ້.
2022-07-14
ຄະນະກັມມາທິການ ແມ່ນ້ຳມິສຊິສຊີບປີ້ ຫຼື Mississippi River Commission ປະເທດ ສະຫະຣັຖອາເມຣິກາ ແລະ ລາວ ມີການຮ່ວມມືກັນ ເພື່ອຍົກລະດັບ ການບໍຣິຫານ ຈັດການແມ່ນ້ຳຂ້າມພົມແດນ, ການຫຼຸດຄວາມສ່ຽງ ຈາກພັຍພິບັດ ແລະ ການພັທນາ ທີ່ຍືນຍົງ ເພື່ອສ້າງຄວາມໝັ້ນຄົງ ແລະ ຄວາມຈະເຣີນຮຸ່ງເຮືອງ.
2022-07-14
ປັດຈຸບັນໂຮງຮຽນ ກິນນອນຊົນເຜົ່າ ສວນຫຼວງ ຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ ເຊິ່ງມີນັກຮຽນ 600 ປາຍຄົນ ຕ້ອງການຄວາມຊ່ອຍເຫຼືອ ຈາກຜູ້ໃຈບຸນ ຍ້ອນໂຮງຮຽນດັ່ງກ່າວ ຍັງຂາດເຂີນອາຫານການກິນ, ເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນ ແລະ ທຶນການສຶກສາຕ່າງໆ ຈໍານວນຫຼາຍ.
2022-07-14
ບັນດາອົງການຈັດຕັ້ງສາກົນ ທີ່ເຮັດວຽກເຣື່ອງສິທທິມະນຸສ ຍັງສະແດງຄວາມເປັນຫ່ວງ ເຣື່ອງການເຄົາຣົບສິທທິມະນຸສ ໃນລາວ ທີ່ບໍ່ມີຄວາມຄືບໜ້າ ສ່ວນວ່າ ສະຫະພາບຢູ່ໂຣບ ມີການປະຊຸມ ຮ່ວມກັບ ທາງການລາວ ເຣື່ອງສິທທິມະນຸສ ຄັ້ງທີ 11 ໃນວັນທີ 13 ກໍຣະກະດາ ຢູ່ ນະຄອນຫຼວງ ບຣັສເຊລສ໌ ປະເທດ ເບລຢ້ຽມ.
2022-07-13
ມີການລັກລອບນຳຊີ້ນໝູ ແຊ່ແຂງ ນຳເຂົ້າມາຈາກ ປະເທດວຽດນາມ ຖືກເຈົ້າໜ້າທີ່ ດ່ານສາກົລ ແດນສວັນ-ລາວບາວ ຢູ່ແຂວງສວັນນະເຂດ ກວດຍຶດໄດ້ ໃນຣົຖບັນທຸກ ທີ່ລັກນໍາເຂົ້າ ມາຈາກວຽດນາມ ເກືອບ 10 ຕັນ ໃນມື້ວັນທີ 7 ກໍຣະກະດານີ້ ແລະ ເພື່ອປ້ອງພະຍາດ ຈຶ່ງໄດ້ທໍາລາຍຖິ້ມ ທັງໝົດ.
2022-07-13
ປະຊາຊົນ ບໍ່ພໍໃຈກັບການ ໃຫ້ບໍຣິການ ຂອງທາງຣົຖໄຟ ລາວ-ຈີນ ຊຶ່ງບໍ່ເປີດອາຄານ ສະຖານີ ໃຫ້ຜູ້ໂດຍສານ ທີ່ມາລໍຖ້າຊື້ປີ້ຣົຖໄຟ ຫຼື ລໍຖ້າ ຂຶ້ນຣົຖໄຟ ຈໍານວນຫຼາຍຮ້ອຍຄົນ ເຂົ້າໄປຫຼົບລົມ-ຝົນ ຢູ່ພາຍໃນສະຖານີໄດ້.
2022-07-13
ຣັຖບານລາວ ກໍາລັງປະຕິຮູບ ຣັຖວິສາຫະກິຈ ໄຟຟ້າລາວ ເພື່ອແກ້ໄຂບັນຫາ ການຂາດທຶນ ມາຫລາຍປີ ແລະໜີ້ສິນ ທີ່ເພີ່ມຂຶ້ນ ຊຶ່ງປັດຈຸບັນມີໜີ້ປະມານ 4.350 ຕື້ໂດລ້າຣ໌ສະຫະຣັຖ ໃນຈໍານວນໜີ້ ທັງໝົດຂອງລາວ 14.5 ຕື້ໂດລ້າຣ໌ ຫລືເທົ່າກັບ 30% ຂອງໜີ້ທັງໝົດນັ້ນ ຂະນະທີ່ປະຊາຊົນ ເຫັນວ່າ ຣັຖບານຕ້ອງຈິງໃຈ ໃນການແກ້ໄຂບັນຫາ ແລະມີຄວາມໂປ່ງໃສ.
2022-07-13
ແມ່ຍິງລາວນາງນຶ່ງ ຢູ່ເມືອງຊໍາໃຕ້ ແຂວງຫົວພັນ ພ້ອມກັບລູກສາວ ອາຍຸ 5 ປີ ທີ່ຖືກຕົວະ ໃຫ້ໄປຢູ່ກິນ ກັບຊາຍຊາວຈີນ ຢູ່ທີ່ປະເທດຈີນ ໄດ້ 4-5 ປີແລ້ວ, ປັດຈຸບັນ ຜູ້ກ່ຽວ ຕ້ອງການ ຄວາມເຫຼືອ ເພື່ອກັບຄືນປະເທດລາວ ແລະ ຍັງລໍຖ້າການຊ່ອຍເຫຼືອ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່.
2022-07-12
ນາຍົກຣັຖມົນຕຣີ ຍອມຮັບວ່າ ອຳນາດການປົກຄອງຂັ້ນບ້ານ ມີການທຸຈຣິດ ລັກຂາຍດິນຂອງຣັຖ ຫຼືດິນປະຊາຊົນ ທີ່ບໍ່ມີໃບຕາດິນ ຂອບທອງ ໃຫ້ບໍຣິສັດ ຊຶ່ງທາງຣັຖບານ ຍັງບໍ່ມີແນວທາງ ໃນການແກ້ໄຂບັນຫາດັ່ງກ່າວ ຢ່າງຈະແຈ້ງ ເຖິງແມ່ນວ່າ ປະຊາຊົນ ຜູ້ເສັຍຫາຍ ຈະຮ້ອງຮຽນແລ້ວກໍຕາມ.
2022-07-12
ອັຕຣາເງິນເຟີ້ ໃນລາວ ທີ່ເພີ່ມຂຶ້ນຕລອດ ແຕ່ປີ 2021 ຮອດ ເດືອນມິຖຸນາ ປີ 2022 ເພີ່ມຂຶ້ນເປັນ 23.6% ສົ່ງຜົລກະທົບຢ່າງໜັກ ຕໍ່ຊີວິດການເປັນຢູ່ ຂອງຊາວລາວ ຜູ້ຫາເຊົ້າກິນຄໍ່າ, ພະນັກງານຣັຖກອນ ຮວມທັງຊາວຄ້າຂາຍນໍາ.
2022-07-12
ປະຊາຊົນລາວຫລາຍກວ່າ 5,000 ຄົນ ທີ່ຢາກໄດ້ດອກເບັ້ຍສູງ ຖືກນາງ ພອນທິບ ໄຊປັນຍາ ຫລື ເຈ້ທິບ ຕົວະຕົ້ມໄດ້ເງິນກີບ 20 ຕື້ກີບ, ເງິນໄທຍ 400 ລ້ານບາດ ແລະ ໂດລ້າຣ໌ 4 ລ້ານໂດລ້າຣ໌ສະຫະຣັຖ ແລ້ວຫອບເງິນເຂົ້າໄປຕ່າງປະເທດ ຂະນະທີ່ ຜູ້ເສັຍຫາຍ ຢາກໃຫ້ຕຳຣວດ ຈັບນາງມາດຳເນີນ ຄະດີໂດຍໄວ.