ຣັຖບານ ຈະແກ້ໄຂບັນຫາ ນາຍບ້ານ ລັກຂາຍດິນ ຂອງຣັຖ

ໄຊຍາ
2022.07.12
ຣັຖບານ ຈະແກ້ໄຂບັນຫາ ນາຍບ້ານ ລັກຂາຍດິນ ຂອງຣັຖ ຕໍ່ໜ້າສຳນັກງານ ນາຍົກຣັຖມົນຕຣີ, ສປປ ລາວ.
ນັກຂ່າວ ພົລເມືອງ

ໃນກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ທີ່ຜ່ານມານີ້ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວຣາຍງານໃນທີ່ປະຊຸມວ່າ ໃນໄລຍະຜ່ານມາ ຣັຖບານໄດ້ກວດພົບນາຍບ້ານຈຳນວນບໍ່ໜ້ອຍທີ່ໄດ້ລັກຂາຍທີ່ດິນ ຂອງຣັຖໃຫ້ແກ່ບໍຣິສັດເອກຊົນ ເພື່ອນຳໄປເຮັດໂຄງການຕ່າງໆ ແບບບໍ່ໄດ້ຜ່ານການຂໍອະນຸຍາດ ຈາກຣັຖບານແຕ່ພັດໄດ້ຮັບຜົລປໂຍດ ເຂົ້າສູ່ໂຕເອງແລະບ້ານ ໂດຍຣັຖບານຈະເລັ່ງແກ້ໄຂບັນຫາດັ່ງກ່າວ.

ດັ່ງ ທ່ານ ພັນຄຳ ວິພາວັນ ໄດ້ກ່າວບາງຕອນຣະບຸວ່າ:

ຜ່ານມານາຍບ້ານຂາຍດິນຣັຖ ກາບໍ່ໜ້ອຍໃດ໋. ນັກທຸຣະກິຈວ່າ. ເອີພໍມີບໍ່ດິນຣັຖຫວ່າງ ມີໆມາເຮົາສິເຮັດທາງເຂົ້າບ້ານໃຫ້ ເຊັນໃຫ້ແລ້ວເດ້. ບາງເທື່ອໄທເຮົາຊິດຶງສາຍໄຟ ມາໃຫ້ບ້ານເດີ້ ເອົາໃຫ້ເດີ້ດິນ. ໃຫ້ແລ້ວເດ້ ກໍເຫັນໃຈວ່າ ຍ້ອນຢາກໄດ້ ແຕ່ວ່າມັນບໍ່ຖືກກົດໝາຽເດ້ ມັນສ້າງບັນຫາເດ້.

ແຕ່ຢ່າງໃດກໍຕາມ ໃນໂອກາດດັ່ງກ່າວ ທ່ານ ນາຍົກຣັຖມົນຕຣີ ກໍບໍ່ໄດ້ຊີ້ແຈງຂໍ້ມູນແບບ ລະອຽດເປັນຕົ້ນວ່າ ໃນໄລຍະທີ່ຜ່ານມາ ມີນາຍບ້ານຈັກຄົນທີ່ລັກຂາຍດິນຣັຖ, ຂາຍດິນທັງໝົດ ຈັກເຮັກຕ້າຣ໌, ຂາຍໃຫ້ບໍຣິສັດໃດແດ່ ແລະສ້າງຄວາມເສັຽຫາຍ ໃຫ້ແກ່ຣັຖບານຈຳນວນເທົ່າໃດ.

ໃນຂະນະດຽວກັນ ກໍມີຊາວບ້ານຈຳນວນນຶ່ງ ທີ່ໄດ້ຮັບຜົລກະທົບ ດ້ານທີ່ດິນກໍຢາກໃຫ້ຣັຖບານ ແກ້ໄຂບັນຫາ ອຳນາດການປົກຄອງຂັ້ນບ້ານ ລັກຂາຍດິນຊາວບ້ານ ໃຫ້ແກ່ບໍຣິສັດເອກຊົນ ຫຼື ອຳນວຍຄວາມສະດວກໃຫ້ ບໍຣິສັດເອກຊົນເອົາດິນ ຂອງພວກເຂົາເຈົ້າ ເພື່ອເອົາເງິນເຂົ້າໂຕເອງ ໂດຍບໍ່ໃຫ້ຄ່າຊົດເຊີຍແກ່ເຈົ້າຂອງດິນ.

ດັ່ງຊາວບ້ານນາງນຶ່ງ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົລກະທົບດ້ານທີ່ດິນ ຈາກໂຄງການກໍ່ສ້າງ ສາຍສົ່ງໄຟຟ້າຈາກ ເຂື່ອນນໍ້າເທີນ 1 ຂນາດ 500 ກິໂລໂວນ. ໂຄງການກໍ່ສ້າງສາຍສົ່ງໄຟຟ້າ ຈາກເຂື່ອນນໍ້າງຽບ 2 ຂນາດ 230 ກິໂລໂວນ ແລະໂຄງການລວງຫ້ວຍຍາງ ຍ້ອນຖືກອຳນາດ ການປົກຄອງຂັ້ນບ້ານ ລັກຂາຍທີ່ດິນໃຫ້ແກ່ເອກຊົນນັ້ນ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 12 ກໍຣະກະດານີ້ວ່າ:

ກະໂຕການຫັ້ນລະ. ນາຍບ້ານຂາຍດິນປະຊາຊົນ ໄປຈີ້ນາຍບ້ານຫັ້ນ ເພາະວ່າມັນຂາຍດິນບ້ານ, ດິນເມືອງ ຂອງປະຊາຊົນຫຼາຍ. ຖືກໂຄງການນຶ່ງ 230 ຫັ້ນ ປະຊາຊົນກາບໍ່ໄດ້ ປະຊາຊົນກາບໍ່ໄດ້ ບາດນີ້ຖືກຫຼັກໄຟຟ້ານ່າ ຫຼັກໄຟຟ້າໄປຕັ້ງຄືເຮົາເຮັດຫຍັງບໍ່ໄດ້ແມ່ນບໍ່.

ຍານາງກ່າວຕື່ມວ່າ ເຖິງແມ່ນວ່າລາວເອັງ ແລະຊາວບ້ານຫຼາຍຄົນ ໄດ້ໂຮມໂຕກັນສົ່ງໜັງສື ຫາສຳນັກງານນາຍົກຣັຖມົນຕຣີ ເພື່ອໃຫ້ແກ້ບັນຫານີ້ ແລະຊຸກຍູ້ໃຫ້ທາງໂຄງການ ໃຫ້ຄ່າຊົດເຊີຍທີ່ເໝາະສົມກໍຕາມ ແຕ່ມາຮອດປັດຈຸບັນກໍບໍ່ມີຫຍັງຄືບໜ້າ ແລະຍັງມີຊາວບ້ານຈຳນວນ 34 ຄອບຄົວທີ່ຍັງລໍຖ້າຄ່າຊົດເຊີຍນັ້ນຢູ່, ສ່ວນອຳນາດການປົກຄອງຂັ້ນບ້ານ ທີ່ເປັນຜູ້ຂາຍດິນຊາວບ້ານ ໃຫ້ແກ່ບໍຣິສັດເອກຊົນທີ່ເປັນເຈົ້າຂອງ ໂຄງການດັ່ງກ່າວ ກໍຍັງບໍ່ໄດ້ຖືກກວດສອບ ຫຼື ປະຕິບັດວິນັຍແນວໃດເທື່ອ.

ໃນຂະນະທີ່ຊາວບ້ານ ປາກງື່ມອີກນາງນຶ່ງ ໄດ້ຖືກອຳນາຕການປົກຄອງຂັ້ນບ້ານ ລັກຂາຍດິນໃຫ້ແກ່ 3 ໂຄງການດັ່ງກ່າວ ເຊັ່ນດຽວກັນນັ້ນກໍວ່າ ມາຮອດປັດຈຸບັນຍັງບໍ່ມີພາກສ່ວນໃດ ມາແກ້ໄຂແລະເລັ່ງ ຈ່າຍຄ່າຊົດເຊີຍໃຫ້ເທື່ອ.

ດັ່ງຍານາງກ່າວ ໃນມື້ດຽວກັນນນີ້ວ່າ:

ບໍ່ໄດ້ແລ້ວ. ບໍ່ມີຜູ້ຕິດຕໍ່ມາເລີຍ ຫຼັກໄຟຕັ້ງຢູ່ນາຫັ້ນນ່າ ເຮົາບໍ່ໄດ້ຈ່າຍຄ່າຊົດເຊີຍ. ເອີ ຢາກໃຫ້ມາເບິ່ງຫັ້ນແຫຼະ ຢາກໃຫ້ມາເບິ່ງໃຫ້ແຫຼະເນາະ ເຮົາມາກ່ອນລະບໍ່ໄດ້ເນາະ.

ນອກຈາກນັ້ນແລ້ວ ກໍຍັງມີອຳນາດການປົກຄອງຂັ້ນບ້ານ ອີກຈຳນວນນຶ່ງທີ່ອຳນວຍຄວາມສະດວກ ໃຫ້ແກ່ໂຄງການ ຂອງບໍຣິສັດເອກຊົນ ໃນການຢຶດເອົາທີ່ດິນ ຂອງຊາວບ້ານ ທີ່ບໍ່ມີໃບຕາດິນຂອບທອງ ເປັນຕົ້ນວ່າຊ່ອຍເຊັນເອກສານ ດ້ານທີ່ດິນໃຫ້ແກ່ທາງບໍຣິສັດ ໂດຍບໍ່ໄດ້ຂໍອະນຸຍາດ ຈາກຊາວບ້ານທີ່ນຳໃຊ້ ທີ່ດິນດັ່ງກ່າວ ແລະບໍ່ໃຫ້ຄ່າຊົດເຊີຍ ຊຶ່ງຊາວບ້ານກໍເຫັນວ່າ ເຂົ້າຂ່າຍການລັກດິນຂອງຊາວບ້ານ ເພື່ອມອບໃຫ້ເອກຊົນ.

ດັ່ງຊາວບ້ານນາງນຶ່ງ ຢູ່ບ້ານຊຽງດາ ເມືອງໄຊເສດຖາ ທີ່ກຳລັງຖືກຜົລກະທົບ ຈາກໂຄງການເຂດພັທນາທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ພາຣ໌ກ ກ່າວວ່າ:

ປົກກະຕິເນາະ ນາຍບ້ານເຈົ້າຮັບຮູ້ໝົດແລ້ວ ນີ້ວ່າປະຊາຊົນແບບໃດ ຖ້າເຈົ້າບໍ່ມີການຮ່ວມກ່ຽວກັບໂຄງການ ເຈົ້າກາຕ້ອງເວົ້າວ່າ ເອີແຖວນີ້ມັນມີປະຊາຊົນຢູ່ ເຈົ້າກາບໍ່ເຊັນໂຄງການ ກາເອົາບໍ່ໄດ້ເດ້ລະ ກາຖືວ່າແມ່ນເຈົ້າ ເຂົ້າຂ່າຍໄປທາງໂຄງການ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີໄດ້ຕິດຕໍ່ຫາ ຫ້ອງວ່າການສຳນັກງານນາຍົກ ຣັຖມົນຕຣີ ພ້ອມດ້ວຍເຈົ້າໜ້າທີ່ ຂັ້ນບ້ານໃນຂອບເຂດບ້ານ ທີ່ຖືກຊາວບ້ານກ່າວເຖິງນັ້ນ ແຕ່ກໍບໍ່ມີຜູ້ໃດສະດວກ ໃຫ້ຣາຍລະອຽດຕື່ມໄດ້.

ທາງດ້ານນັກກົດໝາຽທ່ານນຶ່ງ ກ່າວວ່າສຳລັບກໍຣະນີນາຍບ້ານ ຫຼືອຳນາດການປົກຄອງຂັ້ນບ້ານ ຂາຍດິນຂອງຣັຖ ໃຫ້ແກ່ເອກຊົນນັ້ນ ກໍຕ້ອງເບິ່ງວ່າໄດ້ຂໍອະນຸຍາດ ຈາກຂັ້ນເທິງ ຫຼືບໍ່ ແລະ ມີເງື່ອນງຳ ຫຼືບໍ່ ຊຶ່ງຖ້າລັກຂາຍທີ່ດິນ ແລ້ວເອົາເງິນມາແບ່ງກັນເອງ ໂດຍບໍ່ແຈ້ງຂັ້ນເທິງ ກໍຖືວ່າມີຄວາມຜິດທາງກົດໝາຽອາຍາ.

ດັ່ງທ່ານກ່າວວ່າ:

ຖ້າມັນຢູ່ໃນການຄຸ້ມຄອງ ຂອງບ້ານເນາະທາງບ້ານເພິ່ນ ມີສິດອຳນາດແຕ່ວ່າທັງນີ້ ທັງນັ້ນ ຕ້ອງໄດ້ຮັບການຕົກລົງເວົ້າເຖິງຈຸດປະສົງ ໃນການຂາຍເພື່ອຈະໄປເຮັດຫຍັງເນາະ ຄັນວ່າເຮັດແບບບໍຣິສຸດໃຈ ສະແດງເຈດຈຳນົງຖືວ່າ ມັນກາບໍ່ຜິດແຕ່ວ່າກາເຮັດຣາຍງານ ຫາຂັ້ນເທິງ.

ສ່ວນກໍຣະນີ ທີ່ນາຍບ້ານ ຫຼືອຳນາດການປົກຄອງຂັ້ນບ້ານ ອຳນວຍຄວາມສະດວກ ຫຼືເຊັນເອກສານໃຫ້ບໍຣິສັດ ເອກຊົນມາຢຶດເອົາທີ່ດິນ ຂອງຊາວບ້ານທີ່ບໍ່ມີໃບຕາດິນ ຂອບທອງນັ້ນ ກໍຕ້ອງເບິ່ງວ່າ ຊາວບ້ານຜູ້ນັ້ນໄດ້ເສັຽພາສີອາກອນ ການນຳໃຊ້ທີ່ດິນ ຫຼືບໍ່. ຄັນມີແຕ່ນໍາໃຊ້ທີ່ດິນໄປລ້າໆ ແຕ່ບໍ່ໄດ້ເສັຽພາສີທີ່ດິນທາງບ້ານ ກໍສາມາດຢຶດທີ່ດິນບ່ອນດັ່ງກ່າວ ໃຫ້ທາງບໍຣິສັດເອກຊົນ ຫຼືໂຄງການຕ່າງໆໄດ້ ໂດຍບໍ່ຈຳເປັນຕ້ອງໃຫ້ຄ່າຊົດເຊີຍ ແຕ່ຫາກຊາວບ້ານ ທີ່ນຳໃຊ້ທີ່ດິນນັ້ນ ໄດ້ມີການເສັຽພາສີທີ່ດິນຢູ່ທຸກປີ ຕາມກົດໝາຽແລ້ວຖືວ່າ ເຂົາເຈົ້າມີສິທຮຽກຮ້ອງຄ່າຊົດເຊີຍ ຫຼືຄ່າສິ່ງປຸກສ້າງ ຈາກພາກສ່ວນທີ່ຈະຢຶດເອົາດິນນັ້ນໄປ, ອີງຕາມຂໍ້ມູນ ຈາກນັກກົດໝາຽ ທ່ານດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.