ສິທທິມະນຸສ ໃນລາວ ຍັງບໍ່ມີການ ປັບປຸງ ໃຫ້ດີຂຶ້ນ

ອຸ່ນແກ້ວ
2022.07.14
ສິທທິມະນຸສ ໃນລາວ ຍັງບໍ່ມີການ ປັບປຸງ ໃຫ້ດີຂຶ້ນ ຄອບຮອບ 9 ປີ ທ່ານສົມບັດ ສົມພອນ ທີ່ຫາຍສາບສູນ, ເດືອນທັນວາ ປີ 2021.
RFA

ບັນ​ດາອົງການຈັດຕັ້ງສາກົນ ທີ່ເຮັດວຽກເຣື່ອງສິທທິມະນຸສ ຍັງສະແດງຄວາມເປັນຫ່ວງ ເຣື່ອງການເຄົາຣົບສິທທິມະນຸສ ໃນລາວ ທີ່ບໍ່ມີຄວາມຄືບໜ້າສ່ວນວ່າສະຫະພາບຢູ່ໂຣບ ມີການປະຊຸມຮ່ວມກັບ ທາງການລາວ ເຣື່ອງສິດທິມະນຸສ ຄັ້ທີ 11 ໃນວັນທີ 13 ກໍຣະກະດາ ຢູ່ນະຄອນບຣັສເຊລສ໌ ປະເທດເບລຢ້ຽມ

ທ່ານ Phil Robertson ຮອງຜູ້ອໍານວຍການອົງການ ສິທທິມະນຸສ Human Rights Watch ປະຈໍາຂົງເຂດເອເຊັຽ ໄດ້ແລງວ່າ:

ມື້ດຽວບໍ່ພຽງພໍ ທີ່ເກັບກຳບັນຫາ ສິທທິມະນຸສທັງໝົດໃນລາວ ແຕ່ວ່າຢ່າງໜ້ອຍ ສະຫະພາບຢູ່ໂຣບ ກໍພະຍາຍາມເຮັດເຣື່ອງນີ້ ການລະເມີດສິດທທິມະນຸເກີດຂຶ້ນໃນຊີວິດຕປະຈຳວັນຢູ່ລາວ.”

ທ່ານ ສົມ​ບັດ ສົມພອນ ນັກພັນາ ອາວຸໂສດີເດັ່ນຂອລາວ ທີ່ຖືກລັກພາໂຕໄປ ເປັນເວລາເກືອບ 10, ແຕ່ເຈົ້າໜ້າທີ່ ກໍຍັງບໍ່ມີຄວາມຄືບໜ້າໃນການຊອກຫາ.

ທ່ານ ທ່ານ Phil Robertson ໄດ້ກ່າວວ່າ:

“ຄວາມ​ຈິງກໍຄື ຈະຕ້ອງມີການແກ້ໄຂເຣື່ອງສິທິມະນຸສຫຼາຍເຣື່ອງໃນລາວ, ກ່ອນອື່ໝົດ ຣັບານລາວ ຢູ່ນະຄອນຫລວງວຽງຈັນ ຈະຕ້ອງເຂົ້າມາແກ້ໄຂ ສິ່ງທີ່ເກີດຂຶ້ນກັບທ່ານ ສົມບັດ ສົມພອນ ແລະ ນັກເຂື່ອນໄຫວຄົນອື່ນໆ ທີ່ຖືກບັບຄັບໃຫ້ຫາຍສາບສູນ ໂດຍ ບໍ່ມີຮ່ອງຮອຍ.”

ຍາ​ນາງ ຊຸຍເມັງ ພັຍາຂອງ ທ່ານສົມບັດ ສົມພອນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:

ຈາກແນວຄວາມຄິດ ຂອງຜູ້ຕົກເປັນເຫຍື່ອ, ມັນເປັນສິ່ງທີ່ທໍ້ໃຈ ທີ່ຣັບານລາວ ຍັງເມີນເສີຍ ຕໍ່ຂໍ້ຮຽກຮ້ອງ ໃຫ້ປະຕິບັດພັນທະ ສິທທິມະນຸສ, ແລະບໍ່ດຳເນີນການແກ້ໄຂ ການລະເມີດສິດທທິມະນຸສ ທີ່ຍັງຄົງຄ້າງ ເຊັ່ນ ການຫາຍສາບສູນ ແບບຖືກບັງຄັບຂອງ ທ່ານ ສົມບັດ ສົມພອນ ເຊິ່ງໃກ້ຈະຄົບຮອບ 10 ປີແລ້ວ ໃນເດືອນທັນວາ ທີ່ຈະມາເຖິງນີ້.”

ຍາງ ນາງ ຊຸຍ ​ເມັງ ຍັງກ່າວຕື່ມວ່າ:

ໃນຖານະ ຜູ້ເປັນເຫຍື່ອ ພວກເຮົາບໍ່ມີທາງເລືອກ ແຕ່ວ່າ ກໍຮຽກຮ້ອງ ປະຊາຄົມໂລກ ຄື ສະຫະພາບຢູໂຣບ ໃຫ້ສືບຕໍ່ ໃຫ້ຣັບານຮັບຜິດຊອບ ສືບຕໍ່ປະຕິບັດສິດທທິມະນຸສ ແລະ ແກ້ໄຂບັນຫາອາຍາກຳທັງອະດີດ ແລະ ປັດຈຸບັນ, ແລະ ເພື່ອນຳໃຊ້ການບັທຶກ ດ້ານສິທທິມະນຸສ ຂອງປະເທດ ເປັນຖານຂອງການຮ່ວມມື ການພັແບບ 2 ຝ່າຍ ແລະ ຫຼາຍຝ່າຍ.”

ປະ​ຊາຊົນຢູ່ປະເທດລາວ ຍັງບໍ່ມີສິທໃນການໂຮມຊຸມນຸມ ແລະ ການສະແດງຄວາມຄິດເຫັນ ທາງດ້ານການເມືອງ.

ທ່ານ Phil Robertson ກ່າວ​ວ່າ:

ຄອບຄົວ ແລະ ຄົນທີ່ຮັກຂອງເຂົາເຈົ້າ ຍັງລໍຖ້າຄຳຕອບ ເຊິ່ງບໍ່ພຽງແຕ່ເປັນຄວາມທໍຣະມານຂອງຜູ້ທີ່ຖືກເຈົ້າໜ້າທີ່ຣັຖ ບັງຄັບໃຫ້ຫາຍສາບສູນເທົ່ານັ້ນ. ສິທທິຂັ້ນພື້ນຖານ ແລະ ສິດທທິທາງການເມືອງ ຄື ເສຣີພາບ ການປາກເວົ້າ, ສະມາຄົມ ແລະ ການໂຮມຊຸມ ທາງສາທາຣະນະແບບສັນຕິ ແລະ ການປະທ້ວງ ຍັງຖືກຫ້າມ ຢູ່ໃນປະເທດລາວ, ເຊິ່ງປະຊາຊົນ ທີ່ກະທຳການແບບນັ້ນ ຈະຖືກລົງໂທດຢ່າງໜັກ. ບັນຫາດັ່ງກ່າວ ຈະຕ້ອງຢຸດໄປ.”

ປະ​ຊາຊົນ ຖືກຍາດແຍ່ງທີ່ດິນ ແລະ ຖືກຍົກຍ້າຍຈາກບ້ານຂອງຕົນເອງ ແຕ່ໄດ້ຄ່າຊົດເຊີຍບໍ່ເໝາະສົມ ກໍຍັງເປັນບັນຫາ ທີ່ແກ້ໄຂໄດ້ຍາກ.

ທ່ານ ທ່ານ Phil Robertson ຍັງ​ກ່າວຕື່ມວ່າ:

ການແບ່ງແຍກ ແລະ ກີດກັນ ທາງດ້ານສານາ ໂດຍເຈົ້າໜ້າທີ່ທ້ອງຖິ່ນຂອງລາວ ຍັງຄົງເປັນບັນຫາໃຫຍ່ ທີ່ຈະຕ້ອງແກ້ໄຂ ໃນຫຼາຍເຂດທົ່ວປະເທດ​. ຖ້າປະເທດລາວ ເປັນຂອຄົນລາວທັງໝົດ ເຊັ່ນການກະທຳແບບແບ່ງແຍກ ຈະຕ້ອງຢຸດຕິ. ປະຊາຊົນລາວ ຕ້ອງສູນເສັຽທີ່ດິນ ແລະ ວິຖີຊີວິຕຂອງຕົນເອງ ຍ້ອນວ່າ ເຂົາເຈົ້າຖືກຍົກຍ້າຍ ຈາກໂຄງການ ໂດຍໄດ້ຮັບຄ່າຊົດເຊີຍໜ້ອຍດຽວ ຫຼື ບໍ່ໄດ້ເລີຍ.”

ທ່ານ Phil Robertson ຍັງ​ກ່າວວ່າ:  

ບັນຫາໃຫຍ່ ໃນລາວ ກໍຄື ຄົນຊັ້ນສູງ ບໍ່ຈຳເປັນຕ້ອງຮັບຜິດຊອບ ຕໍ່ການລະເມີດສິທທິມະນຸສ ໃຊ້ອຳນາດໂຕເອງເຮັດາມອຳເຟີໃຈ ແລະ ສ້າງຄວາມຮັ່ງມີໃຫ້ໂຕເອງ. ອັນນີ້ ເປັນສິ່ງທີ່ ສະຫະພາບຢູໂຣບ ຈຳເປັນຕ້ອງຍົກຂຶ້ນມາເວົ້າ ບໍ່ສະເພາະແຕ່ຢູ່ໃນກອງປະຊຸມເທົ່ານັ້ນ ແຕ່ຈະຕ້ອງມີການຮ່ວມກັນຫຼາຍຝ່າຍ ຢູ່ນະຄອນຫລວງວຽງຈັນ ລະຫວ່າງສະຫະພາບຢູໂຣບ ແລະ ຣັບານລາວ.”  

ນອກ​ຈາກນີ້ ສະຫະພັນສາກົນ ເພື່ອສິທທິມະນຸສ ຫຼື FIDH ທີ່ມີຫ້ອງການຢູ່ ປາຣີ ປະເທດຝຣັ່ງ ໄດ້ອອກບົດແຖງຂ່າວ ໃນວັນທີ 12 ກໍຣະກະດາ ວ່າ:

ສະຫະພາບຢູ່ໂຣບ ຈະຕ້ອງສະແດງຄວາມເປັນຫ່ວງ ກັບຣັບານລາວ ກ່ຽວກັບ ການຂາດຄວາມຄືບໜ້າ ໃນການແກ້ໄຂບັນຫາການລະເມີດສິທທິມະນຸສໃນລາວ ແລະ ຮຽກຮ້ອງໃຫ້ເຈົ້າໜ້າທີ່ລາວ ປະຕິບັດຕາມພັນທະດ້ານສິທທິມະນຸ.”

ທ່ານ Andrea Giorgetta ຜູ້ອໍານວຍການ ຫ້ອງການ ສະຫະພັນສາກົນ ເພື່ອ ສິດທິມະນຸສປະຈໍາຂົງເຂດເອເຊັຍຕາເວັນອອກສ່ຽງໃຕ້ຫລື FIDH  ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 13 ກໍຣະກະດາ ວ່າ:

ພວກເຮົາບໍ່ໄດ້ຄາດຫວັງຫຍັງຫຼາຍ ຈາກການປະຊຸມຄັ້ງນີ້, ແຕ່ ມັນຈະແຈ້ງແລ້ວວ່າ ມັນບໍ່ມີຄວາມຄືບໜ້າຫຍັງ. ຣັບານລາວ ຈະຕ້ອງຮັບຜິດຊອບ ຕໍ່ການລະເມີດສິທທິມະນຸສ ແລະ ຈະຕ້ອງບໍ່ເມີນເສັຽຕໍ່ບັນຫານີ້.”

ເພື່ອ​ຖາມຄວາມຄືບໜ້າ ໃນການເຣື່ອງບັນຫາ ການລະເມີດສິທທິມະນຸສຢູ່ລາວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ກະຊວງການຕ່າງປະເທດລາວ ແຕ່ບໍ່ມີ ເຈົ້າໜ້າທີ່ຄົນໃດຮັບໂທລະສັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.