ນັກໂທສໃນລາວບໍ່ຖືກ ປະຕິບັດ ຕາມຫຼັກ ສິທທິມະນຸສ

ພູວົງສ໌
2019.08.05
F-DoneThad-jail ຄຸກດອນທາດ ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ ສ້າງຂຶ້ນເພື່ອໃຊ້ແທນ ຄຸກຊໍາເຄ້ (ຮູບຖ່າຍ ເດືອນ ເມສາ 2018)
RFA/PN

ປະຈຸບັນ, ການກັກຂັງນັກໂທສ ຄະດີຕ່າງໆຢູ່ຄຸກໂພນຕ້ອງ ແລະ ຄຸກອື່ນໆໃນລາວ ຍັງບໍ່ປະຕິບັດຕາມຫຼັກ ສິທທິມະນຸສສາກົນ ຍ້ອນຍັງມີ ການປະຕິບັດແນວບໍ່ດີຕໍ່ນັກໂທສ ເປັນຕົ້ນທໍຣະມານ, ຈັດຫາເຂົ້າປາອາຫານກໍບໍ່ດີ ແລະ ບໍ່ໃຫ້ນັກໂທສບາງຄົນ ຕິດຕໍ່ກັບ ທະນາຍຄວາມ ຫຼື ຍາຕພີ່ນ້ອງ ທີ່ມາຢ້ຽມຢາມ, ດັ່ງທ່ານ ຟິລ ໂຣເບີດສັນ, ຮອງຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິທທິມະນຸສ ປະຈຳຂົງເຂດ ເອເຊັຽ- ປາຊິຟິກ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 05 ສິງຫາ ນີ້ວ່າ:

"ສະຖານະການໃນຄຸກລາວບໍ່ດີ ຄືມີການໃຊ້ການທໍຣະມານ. ສະພາບທີ່ຄຸກມັນບໍ່ດີ, ອາຫານການກິນ ແລະ ນ້ຳກໍບໍ່ສະອາດ ແລະ ບໍ່ພຽງພໍ. ບາງເທື່ອກໍບໍ່ໃຫ້ນັກໂທສ ມີໂອກາດທີ່ຈະໂອ້ລົມ ກັບ ທະນາຍຄວາມ ຫຼືວ່າຍາຕພີ່ນ້ອງ. ກໍເປັນການຣະເມີດກົດ ສິທທິມະນຸສສາກົນ."

ທ່ານກ່າວຕື່ມວ່າ ຈາກຂໍ້ມູນທີ່ໄດ້ຮັບແລ້ວພົບວ່າ ນັກໂທສຕ່າງປະເທສ ທີ່ຖືກກັກຂັງໃນຄຸກລາວ ບໍ່ໄດ້ຮັບໂອກາດ ໃຫ້ພົບກັບເຈົ້າໜ້າທີ່ ສະຖານທູຕປະເທສເຂົາເຈົ້າ ທີ່ປະຈຳຢູ່ລາວ ເພື່ອຂໍຮຽກຮ້ອງສິທທິຕ່າງໆ, ເຊິ່ງສະແດງໃຫ້ເຫັນວ່າ ຣະບົບການ ບໍຣິຫານ ຈັດການຄຸກໃນ ລາວ ບໍ່ເປັນໄປຕາມມາຕຖານສາກົນ. ດັ່ງທ່ານກ່າວວ່າ:

"ບາງເທື່ອ ຄືເຂົາເປັນນັກໂທສຝຣັ່ງນ່າ ເຂົາມາຈາກປະເທສອື່ນໆນ່າ ທາງລາວ ກໍຈະບໍ່ໃຫ້ຂອງເຂົາມາຢ້ຽມຢາມເຂົານ່າ. ລາວ ຄວນຈະ ໃຫ້ໂອກາດ ນັກໂທສ ທີ່ຈະໂອ້ລົມກັບເຈົ້າໜ້າທີ່ ຂອງສະຖານທູຕເຂົານ່າ."

ໃນຂນະດຽວກັນ, ອະດີດນັກໂທສ ທີ່ເຄີຍກັກຂັງທີ່ຄຸກໂພນຕ້ອງ ຄົນນຶ່ງ ໄດ້ໃຫ້ຂໍ້ມູນແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີວ່າ ທີ່ຜ່ານມາ ເຄີຍມີ ນັກໂທສຊາວຕ່າງປະເທສ ຄົນນຶ່ງ ໃນຄຸກໂພນຕ້ອງ ພຍາຍາມແຫກຄຸກ, ໂດຍຕັດເຫຼັກທາງເຂົ້າຫ້ອງນ້ຳ ເພື່ອຫຼົບໜີ ແຕ່ຖືກເຈົ້າໜ້າທີ່ ຈັບໄດ້, ຜູ້ຄຸມຈຶ່ງລົງໂທສດ້ວຍການທໍຣະມາ ຮ່າງກາຍ ແລະ ນຳໂຕເຂົາໄປກັກຂັງໃນຫ້ອງມືດ. ຈາກນັ້ນ, ນັກໂທສກໍເປັນຕຸ່ມຕາມຕົນໂຕ, ແຕ່ບໍ່ໄດ້ຮັບຢາປິ່ນປົວ ຈຶ່ງຕ້ອງນອນແຊ່ນ້ຳເຫຼືອງ ຂອງໂຕເອງໄປເລື້ອຍໆ ຈົນກວ່າຈະເສັຽຄ່າ ປັບໃໝໃຫ້ເຈົ້າໜ້າທີ່ ແລ້ວຈຶ່ງຈະປ່ອຍອອກ ຈາກຫ້ອງມືດ.

ນອກຈາກນີ້, ຍັງມີຂໍ້ມູນອີກວ່າ ເຈົ້າໜ້າທີ່ຍາມຄຸກບາງຄົນ ກໍມີການຂູດຮີດນັກໂທສ ດ້ວຍວິທີການຕ່າງໆນາໆຫຼາຍແນວ. ຕໍ່ບັນຫານີ້, ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຄຸກໂພນຕ້ອງ ທີ່ນະຄອນຫຼວງວຽງຈັນ ເພື່ອຂໍຄວາມກະຈ່າງແຈ້ງ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ສຳພາດ ກ່ຽວກັບເຣື້ອງດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.