ກົດໝາຍ,ສິທທິມະນຸສ ຢູ່ລາວ ຍັງອ່ອນແອ
2019.09.11

ອົງການນິຣະໂທສກັມສາກົນ ຣາຍງານວ່າປະເທສລາວ ຍັງບໍ່ມີການນັບຖື ສິທທິມະນຸສ ການນັບຖືສິທທິມະນຸສ ຢູ່ລາວ ຍັງອ່ອນແອ ທາງ ດ້ານກົດໝາຍ ແລະ ທາງດ້ານການປະຕິບັດໂຕຈິງ. ຜ່ານມາ, ເຈົ້າໜ້າທີ່ທາງການລາວ ກໍໄດ້ປະຕິຮູບກົດໝາຍບາງຢ່າງ ລວມທັງກົດໝາຍ ອາຍາ, ແຕ່ກໍຍັງບໍ່ປະຕິບັດ ຕາມກົດໝາຍເຫຼົ່ານັ້ນ ເລີຍ.
ນັ້ນແມ່ນເນື້ອໃນຂອງບົດຣາຍງານ ຂອງອົງການນິຣະໂທສກັມສາກົນ ຫຼື Amnesty International ທີ່ໄດ້ສົ່ງໄປຫາ ອົງການ ສະຫະ ປະຊາຊາຕ ໃນວັນທີ່ 11 ເດືອນກັນຍາ ປີ 2019 ນີ້, ກ່ອນອົງການ ສະຫະປະຊາຊາຕ ຈະທົບທວນຄືນ ການນັບຖືສິທທິມະນຸສຢູ່ລາວ ໃນເດືອນມົກກະຣາ ປີໜ້າ.
ບົດຣາຍງານນັ້ນແຈ້ງອີກວ່າ ນັບແຕ່ກອງປະຊຸມທົບທວນຄືນ ການນັບຖືສິທທິມະນຸສ ຢູ່ລາວ ເມື່ອປີ 2015 ເປັນຕົ້ນມາ, ຣັຖບານລາວ ຍັງຈຳກັດສິທເສຣີພາບ ໃນການປາກເວົ້າ, ອອກຂ່າວ, ໂຮມຊຸມນຸມ, ຍັງກັກຂັງ ແລະ ທໍຣະມານປະຊາຊົນລາວ ທີ່ຕຳນິຕິຕຽນຣັຖບານ. ບໍ່ເທົ່ານັ້ນ, ຣັຖບານລາວ ຍັງບັງຄັບຫາຍສາບສູນ ຄົນລາວຫຼາຍຄົນ.
ກົດໝາຍກໍອະນຸຍາດ ໃຫ້ຣັຖບານລ່ວງລໍ້າສິທທິ ຂອງປະຊາຊົນ; ຕຳຣວດກໍຈັບແລະກັກຂັງປະຊາຊົນ ໂດຍທີ່ອ້າງວ່າພວກເຂົາມີເຈຕະນາ ໂຄ່ນລົ້ມຣັຖບານ ແລະ ຣັຖບານຈັບກຸມພວກນີ້ ກໍເພື່ອຄວາມ ໝັ້ນຄົງຂອງຊາຕ.
ນອກຈາກນັ້ນ, ດຳຣັຖວ່າດ້ວຍສະມາຄົມ ທີ່ປະກາດໃຊ້ໃນວັນທີ່ 15 ເດືອນພຶສຈິກາ ປີ 2017 ນັ້ນ, ກໍໃຫ້ສິທ ແລະ ອຳນາດແກ່ຣັຖບານ ສາມາດຄວບຄຸມການຈັດຕັ້ງ ແລະ ການດຳເນີນງານ ຂອງສະມາຄົມ ແລະ ອົງການຕ່າງໆ ໃນປະເທສລາວ. ຣັຖບານມີສິທ ຕິດຕາມ ການເຄື່ອນໄຫວ ທັງທາງດ້ານການເງິນ ແລະ ວຽກງານ ຂອງສະມາຄົມ ແລະ ອົງການຢ່າງໃກ້ຊິດ. ມີສິທປະຕິບັດວິນັຍ ແລະ ລົງໂທສ ອົງການ ທີ່ບໍ່ປະຕິບັດຕາມດຳຣັຖດັ່ງກ່າວ.
ອີກດຳຣັຖນຶ່ງ ດຳຣັຖ 327 ກໍໃຫ້ສິທແກ່ຣັຖບານ ມີສິທປັບໃໝ, ລົງໂທສ ແລະ ສຶກສາອົບຮົມ ປະຊາຊົນລາວ ຜູ້ໃຊ້ອິນເຕີແນັຕ, ຜູ້ລົງ ຂ່າວ, ຮູບ, ວີດີໂອ ແລະ ອອກຄວາມຄິດຄວາມເຫັນໃນສື່ສັງຄົມອອນລາຍ ແລະ ອື່ນໆ.
ກົດໝາຍອາຍາມາດຕຣາ 65 ກໍບົ່ງໄວ້ວ່າ ຜູ້ໂຄສະນາ ຕໍ່ຕ້ານສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ຈະຖືກປັບໃໝ ໃນຣະຫວ່າງ 5 ແສນກີບ ແລະ 10 ລ້ານກີບ ແລະ ຈະຖືກລົງໂທສ ຈຳຄຸກ ໃນຣະຫວ່າງນຶ່ງປີ ເຖິງ 5 ປີ.
ໃນດ້ານການບັງຄັບຫາຍສາບສູນ, ອົງການນິຣະໂທສກັມສາກົນ ກໍຣາຍງານວ່າ ຣັຖບານຮັບປາກວ່າ ຈະສືບສວນສອບສວນ ການ ຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ ແລະ ກໍຣະນີຫາຍສາບສູນອື່ນໆ, ແຕ່ໃນສະພາບຄວາມເປັນຈິງ ການສືບສວນນັ້ນ ບໍ່ມີຄວາມກ້າວໜ້າເລີຍ.
ວິທຍຸເອເຊັຽເສຣີ ພວກເຮົາ ໄດ້ອີເມລ ແລະ ໂທຣະສັບ ຫາສຳນັກງານໃຫຍ່ ຂອງອົງການນິຣະໂທສກັມສາກົນ ຢູ່ນະຄອນຫຼວງ ລອນດອນ, ປະເທສອັງກິດ ໃນວັນທີ່ 11 ກັນຍາ 2019 ນີ້ວ່າ ອົງການນິຣະໂທສກັມສາກົນ ຮູ້ກ່ຽວກັບການ ຫາຍໂຕໄປ ຂອງ ທ້າວ ອ໊ອຕ ໄຊຍະວົງ, ຄົນງານລາວຢູ່ບາງກອກ, ປະເທສໄທບໍ່? ເຈົ້າໜ້າທີ່ສຳນັກງານໃຫຍ່ ຕອບວ່າ ບັນຫານີ້ ແລະບັນຫາອື່ນໆ ກ່ຽວກັບ ປະເທສລາວ ໃຫ້ ພວກເຮົາຕິດຕໍ່ ໄປຫາເຈົ້າໜ້າທີ່ ຂອງອົງການນິຣະໂທສກັມສາກົນ ຢູ່ບາງກອກ.