ປະຊາຊົນຖືກຂັງ ເກີນເວລາ ທີ່ກົດໝາຍກຳນົດ ຍັງມີ

ອຸ່ນແກ້ວ ສຸກສະຫວັນ
2020.08.05
F-Thidphay ທິດໄພ ທໍາມະວົງ ຖືກຈັບ ຢູ່ກອງບັນຊາການ ປກສ ເມືອງປາກກະດິງ ຍ້ອນບໍ່​ຍອມ​ ເຊັນ​ມອບ​ດິນ ໃຫ້​ໂຄງ​ການ​ ສ້າງ​ສ​ຸ​ຂ​ສາ​ລາ ຂອງ​ບໍ​ຣິ​ສັດ ຢ່າງ​ພາ​ຣາ​ວຽດ​ນາມ.
ພາບ​ຈາກ: ປະ​ຊາ​ຊົນ ບ້ານ​ເລົ່າ​ໃນ ຫຼື ວຽງ​ຄໍ​າ

ກໍ​ຣະນີ ເຈົ້າ​ໜ້າ​ທີ່ ສືບ​ສວນ-ສອບ​ສວນ ຫຼື ​ຕຳຣວດ ຈັບ​ໂຕ ແລະ ກັກ​ຂັງ ​ປະ​ຊາ​ຊົນ ຫຼື ຜູ້​ຕ້ອງ​ຫາ ເກີ​ນ​ກຳ​ນົດເວ​ລາ ​ທີ່​ກົດ​ໝາຍ​ກໍ​ນົດ​ໄວ້ ເກີດ​ຂຶ້ນ​ເປັນ​ປະ​ຈຳ ຢູ່​ປະ​ເທດ​ລາວ.

ໃນ​ກໍ​ຣະ​ນີ ການ​ກັກ​ໂຕ ຜູ້​ຕ້ອງ​ຫາ ທີ່​ສົ່ງ​ໄສວ່າ ກະ​ທຳຜິດ​ກົດ​ໝາຍ ຈະ​ຕ້ອງບໍ່​ເກີນ 48 ຊົ່ວ​ໂມງ ແລະ ຖ້າ​ເກີນ 48 ຊົ່ວ​ໂມງ​ໄປ​ແລ້ວ ພະ​ນັກ​ງານ ​ສືບ​ສວນ-ສອບ​ສວນ ຈະ​ຕ້ອງ​ຂໍຄຳ​ເຫັນ ຈາກອັຍ​ການ  ເພື່ອຂໍ​ຄຳ​ສັ່ງ ກັກຂັງ​ຊົ່ວ​ຄາວ ອີກ​ຕໍ່​ໄປ ຫຼື ກັກ​ຂັງພາງ ໃນ​ພາ​ສາ​ກົດ​ໝາຍ ຈົນ​ກວ່າຂະ​ບວນ​ການ ​ສືບ​ສວນ-​ສອບ​ສວນ ຈະ​ສຳ​ເຣັດ. ແຕ່ຖ້າພາຍ​ໃນ 48 ຊົ່ວ​ໂມງ, ຖ້າຜູ້​ຕ້ອງ​ຫາ ບໍ່​ມີ​ຄວາມ​ຜິດ ແລະ ບໍ່​ມີ​ພຶດ​ຕິ​ກັມ ​ທີ່​ເປັນ​ອັນ​ຕະ​ລາຍ ​ຕໍ່​ສັງ​ຄົມ, ເຈົ້າ​ໜ້າ​ທີ່ ​ສື​ບ​ສວນ​ສອບ​ສວນ ຈະ​ຕ້ອງ​ປ່ອຍ​ໂຕ ຜູ້​ຕ້ອງ​ຫາທັນ​ທີ. ສິ່ງ​ດັ່ງ​ກ່າວນີ້, ເປັນ​ຫຼັກ​ກົດ​ໝາຍ ​ທີ່ເຈົ້າ​ໜ້າ​ທີ່​ ສືບ​ສວນ-ສອບ​ສວນ ຈະ​ຕ້ອງ​ປະ​ຕິ​ບັດ.

ແຕ່​ໃນ​ໂຕ​ຈິງ, ໃນ​ບາງ​ກໍ​ຣະ​ນີ ເຈົ້າ​ໜ້າທີ່ ສືບ​ສວນ-ສອບ​ສວນ ກັກ​ຂັງຜູ້​ຕ້ອງ​ຫາ ເກີນ​ກຳ​ນົດ ທີ່​ກົດ​ໝາຍ ກຳ​ນົດ​ເອົາ​ໄວ້ ແລະ ບາງ​ກໍ​ຣະ​ນີ ກໍ​ມີ​ການ​ບັງ​ຄັບ ​ໃຫ້​ຜູ້​ຕ້ອງ​ຫາ ​ຮັບສາ​ຣະ​ພາບ.

ກໍ​ຣະນີ ຊາວ​ບ້ານ ແຂວງ​ຫຼວງ​ພ​ຣະ​ບາງ ຄົນນຶ່ງ ​ທີ່​ຖືກ​ ເຈົ້າ​ໜ້າ​ທີ່​ຕຳ​ຣວດ ຈັບ​ຂັງ​ຄຸກ ເປັນ​ເວ​ລາ 2 ເດືອນ ​ໃນ​ກາງ​ປີ 2017 ຍ້ອນ​ເຈົ້າ​ໜ້າ​ທີ່​ ສົງ​ໄສວ່າ ລາວ​ມີ​ສ່ວນ​ຮູ້​ເຫັນ ເຣື່ອງ​ການ​ຫາຍ​ສາບ​ສູນ ຂອງ​ນັກ​ທ່ອງ​ທ່ຽວ​ ຊາວ​ເກົາ​ຫຼີ​ໃຕ້ ຢູ່​ເຂດ​ ຕາດກວາງ​ຊີ ແຂວງ​ຫຼວງ​ພ​ຣະ​ບາງ. ເຈົ້າໜ້າ​ທີ່​ຕຳ​ຣວດ ​ຂູ່​ວ່າ ​ຊິ​ເອົາ​ປືນ​ຍິງ ແລະ ບັງ​ຄັບ​ ໃຫ້ລາວ​​ຮັບ​ສາ​ຣະ​ພາບ ​ວ່າ​ກະ​ທຳ​ຜິດ, ແຕ່​ລາວບໍ່​ຍອມ​ເຊັນ. ດັ່ງ​ຊາວ​ແຂ​ວງ​ຫຼວງ​ພ​ຣະ​ບາງ ທ່ານນີ້ ເຄີຍ​ກ່າວ​ ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

“ຊິເອົາປືນ ຍິງຫົວຂ້ອຍຖິ້ມ ເອົາບິກເອົາເຈັ້ຽ ໂຍນໃສ່ຂ້ອຍ ໃຫ້ຂ້ອຍຂຽນວ່າ ຂ້ອຍໄດ້ເຮັດ ຂ້ອຍໄດ້ທຳ ຂ້ອຍບໍ່ຍອມຂຽນ ເດັດຂາດ".

ນອກ​ຈາກນີ້, ຍາຕິ​ພີ່ນ້ອງ ຂອງ​ຜູ້ທີ່​ຖືກ​ ເຈົ້າ​ໜ້າ​ທີ່ຕຳ​ຣວດ​ ຈັບ​ຂັງ​ ເກີນ​ກຳ​ນົດເວ​ລາ ທີ່​ກົດ​ໝາຍ​ ກຳ​ນົດ​ໄວ້ ກ່າວ​ວ່າ ມັນ​ບໍ່​ຖືກ ແລະ ບໍ່​ເປັນ​ໄປ ​ຕາມ​ກົ​ດ​ໝາຍ.

"ແຕ່​ໃນ​ແງ່​ກົດ​ໝາຍ​ແລ້ວ ຖາມ​ວ່າ ມັນ​ເໝາະ​ສົມບໍ່? ມັນ​ກະ​ບໍ່​ເໝາະ​ສົມ ​ຕາມ​ກົດ​ໝາຍ ຕາມ​ແງ່​ກົດ​ໝາຍ."

ຍາຕິ​ພີ່​ນ້ອງ​ ຂອງ​ຜູ້ຕ້ອງ​ຫາ ​ອີກ​ຄົນ​ນຶ່ງ​ ກ່າວ​ວ່າ ໃນ​ແງ່​ຣະ​ບຽບ ​ກົດ​ໝາຍ​ແລ້ວ ມັນ​ກະ​ບໍ່​ຖືກ​ຕ້ອງ.

"ບໍ່​ແຫຼວ ມັນ​ກະ​ອັນ​ນັ້ນ​ແຫຼວ ເພາະ​ວ່າ ຄັນ​ເວົ້າ​ເຣື່ອງຣະ​ບຽບ ​ມັນ​ກະ​ບໍ່​ຖືກ ​ຫັ້ນ​ແຫຼະ​ເວີຍ. ມັນ​ເປັນ​ການ ​ຈັບ​ລົງ​ໂທສ ​ເກີນ​ຂອບ​ເຂດ."

ປະ​ຊາ​ຊົນ ​ຊາວ​ນະ​ຄອນ​ຫຼວງວຽງ​ຈັນ ກໍ​ໃຫ້​ສັມ​ພາດວ່າ ​ເກີດ​ມີ​ກໍ​ລະ​ນີ​ດັ່ງ​ກ່າວແທ້.

ນັກ​ຂ່າວ: "ກ່ຽວ​ກັບ​ ພະ​ນັກ​ງານ ​ສືບ​ສວນ-ສອບ​ສວນ ກັກ​ໂຕ​ປະ​ຊາ​ຊົນ ເກີນ​ກຳ​ນົດ​ເວວາ ຢູ່​ບ້ານ​ເຮົາ ມັນ​ເກີດ​ຂຶ້ນ​ເລື້ອຍບໍ່?"

ຊາວ​ນະ​ຄອນ​ຫຼວງ: "ໂອ ອັນ​ນີ້​ນິ ມີ​ຢູ່​ເດີ ມີແຕ່​ວ່າ​ ເຮົາ​ກະ​ງົງ ຣະບຽບ​ຢູ່​ບ້ານ​ເຮົາ, ໂດຍ​ສະ​ເພາະ ​ເຈົ້າ​ໜ້າ​ທີ່ນີ້​ນະ ເຈົ້າ​ໜ້າ​ທີ່ ​ທີ່​ປະ​ຕິ​ບັດ​ ຂັ້ນ​ທ້ອງ​ຖິ່ນ​ ກະ​ວ່າ​ໄດ້​ເນາະ ບໍ່​ທັນ​ວ່າ​ ສືບ​ສວນ ຫຼື​ວ່າ ສານ​ຫັ້ນ ​ບໍ່​ທັນ​ຕັດ​ສິນ​ວ່າ ຜູ້​ກ່ຽວ​ຫັ້ນ​ຜິດ. ນຶ່ງ​ມາບໍ່​ມີ​ໝາຍ​ສານ, ສອງ​ມາ​ຫັ້ນ ສານບໍ່​ທັນ​ຊີ້​ແນະ​ວ່າ ຜູ້​ກ່ຽວ​ນີ້ ​ຈະ​ລັກ​ໂລນໂຕນ​ໜີບໍ່ ຫຼື​ວ່າ ຜູ້​ກ່ຽວນີ້​ຜິດ, ແຕ່​ວ່າ​ເຈົ້າ​ໜ້າ​ທີ່​ ທີ່​ປະ​ຕິ​ບັດ​ງານ​ຫັ້ນ ​ໄປ​ກັກ​ໂຕ​ໄວ້​ກ່ອນ ຫຼື ​ເວົ້າ​ງ່າຍໆ ກະເອົາ​ເຂົ້າ​ ຫ້ອງ​ຂັງ​ເລີຍຫັ້ນແລ້ວ, ​ວ່າ​ຊັ້ນສາ​ເນາະ."

ນັກ​ຂ່າວ: "ເກີດ​ຂຶ້ນ ​ເປັນ​ປະ​ຈຳ​ບໍ່ ​ຢູ່​ບ້ານ​ເຮົາ​ນິ?"

ຊາວ​ນະ​ຄອນ​ຫຼວງ: "ແມ່ນ​. ອັ​ນນີ້ ເກີດເປັນ​ປະ​ຈຳ. ອັນ​ນີ້ ຮັບ​ປະ​ກັນ​ວ່າ ເກີດ​ເປັນ​ປະ​ຈຳ​ອີ່​ຫຼີ."

ນັກ​ຂ່າວ: "ການ​ຈັບ​ປະ​ຊາ​ຊົນ ​ທີ່ບໍ່​ເປັນ​ໄປ​ຕາມ​ກົດ​ໝາຍ ທີ່​ວ່າບໍ່​ມີ​ໝາຍ​ສານ ແລ້ວ​ກັກ​ຂັງ ​ເກີນ​ກໍ​າ​ນົດ​ນີ້​ນະ, ມັນ​ເປັນ​ຍ້ອນ​ວ່າ ເຈົ້າ​ໜ້າ​ທີ່ ບໍ່​ຮູ້​ກົດ​ໝາຍ​ເບາະ ຫຼື​ວ່າ ເຈົ້າ​ໜ້າ​ທີ່ ​ຕັ້ງ​ກະ​ທຳ ​ເກີນ​ກ່​ວາ​ເຫດ?"

ຊາວ​ນະ​ຄອນ​ຫຼວງ: "ເຮົາ​ວ່າ​ເຈົ້າ​ໜ້າ​ທີ່ ​​ເຮັດ​ເກີນ​ກ່​ວາ​ເຫດ ໂຕນີ້​ນ່າ, ມັນ​ບໍ່​ແມ່ນ ບໍ່​ຮູ້​ກົດ​ໝາຍ. ​ຮູ້!, ແຕ່​ມັນ​ທຳເກີນ​ເຫດ​ ເພາະ​ວ່າ​ຫຍັງ ເພາະ​ວ່າ ບາງ​ທີ​ມັນ​ຢາກ​ໄດ້ ​ເອີ, ສິ່ງ​ຊື້​ຈ້າງ​ຈອບ​ອອຍ ​ກໍ​ເປັນ​ໄດ້ ໂຕນີ້​ນະ."

ຊາວ​ນະ​ຄອນ​ຫຼວງວຽງຈັນ ​ອີກ​ທ່ານ​ນຶ່ງ ກໍ​ໃຫ້​ສັມພາດ​ວ່າ ເຈົ້າ​ໜ້າ​ທີ່ ສືບ​ສວນ-ສອບ​ສວນ ​ເຮັດ​ເກີນ​ຂອບ​ເຂດ ບໍ່​ເຮັດ​ຕ​າມ​ກົດ​ໝາຍ.

ຊາວ​ນະ​ຄອນ​ຫຼວງວຽງ​ຈັນ: "ໂອຍ​ອັນ​ນີ້ ບໍ່​ຊ່າງ​ຊິ​ເວົ້າ​ລະ ເຣື່ອງນີ້ ນີ້ນ່າ. ເວົ້າ​ແລ້ວ​ກົດ​ໝາຍ ​ມັນ​ເປັນ​ບັນ​ທັດ​ຖານ, ແຕ່​ວ່າ ຜູ້​ປະ​ຕິ​ບັດຫັ້ນ​ນ່າ ມັນ​ບໍ່​ໄປ​ຕາມ​ ຕົວ​ບົດ​ກົດ​ໝາຍ. ກົດ​ໝາຍ​ວາງ​ໄວ້​ຢູ່ ມັນ​ກະ​ບໍ່​ເຮັດ​. ເວົ້າ​ເຣື່ອງນີ້ນ່າ, ມັນ​ກົດ​ໝາຍນີ້ ​ວາງ​ໄວ້​ຢູ່, ແຕ່​ຜູ້​ປະ​ຕິ​ບັດ​ຫັ້​ນນ່າ ແລະ ຜູ້​ຢູ່​ເທິງ​ຫັ້ນ​ນ່າ ບໍ່​ຕິດ​ຕາມ​ອີກວ່າ ເຂົາ​ປະ​ຕິ​ບັດ​ຖືກ​ຕ້ອງ​ ຕາມ​ກົດ​ໝາຍບໍ່? ທີ່​ຕົນ​ເອງ​ໄດ້​ວາ​ງ​ອອກ​ຫັ້​ນນ່າ. ມັນ​ລະ​ເອົາ​ ແລ້ວ​ແຕ່​ສິດ​ອຳ​ນາດ ຜູ້​ປະ​ຕິ​ບັດ. ມັນ​ລະ​ບໍ່​ຮູ້​ຈັກ​ວ່າ ຕົວ​ບົດ​ກົດ​ໝາຍ ກຳ​ນົດ​ແນວ​ນັ້ນ ມັນ​ເວົ້າ​ບໍ່​ໄດ້​ອັນ​ນີ້ນ່າ."

ນັກ​ຂ່າວ: "ສ່ວນ​ໃຫຍ່ ​ເຈົ້າ​ໜ້າ​ທີ່​ຕຳ​ຣວດນີ້ ເພິ່ນ​ກັກຂັງ​ເຮົາ ສົມ​ມຸດ ເພິ່ນກັກ​ຂັງ​ພາງ ​ເຮົາ​ຕາມ​ເວ​ວາ​ແລ້ວ, ຮອດ​ເວ​ລາ​ແລ້ວ ເພິ່ນ​ກະ​ປ່ອຍ​ຢູ່​ເບາະ ຫຼື​ວ່າ ເພິ່ນບໍ່​ຄ່ອຍ​ປ່ອຍ?"

ຊາວ​ນະ​ຄອນ​ຫຼວງວຽງ​ຈັນ: "ອັນ​ນີ້ ມັນກະ​ມີ​ແຕ່​ບາງ​ບ່ອນດອກ, ສ່ວນ​ຫຼາຍ ​ລະ​ມັນ​ກາຍ​ກຳ​ນົດ, ມັນ​ບໍ່​ຖື ​ກົດ​ໝາຍ​ຫັ້ນ​ນ່າ, ຫຼາຍໆ​ບ່ອນ ສູ່ມື​ນີ້​ນ່າ. ລາງ​ເທື່ອ ຮອດບໍ່​ຜ່ານ​ສານ ອັນ​ຈັບ​ຄົນ​ຫັ້​ນ​ນ່າ. ຄັນຖ້າບໍ່​ຜ່ານ​ສານແລ້ວເດ, ເຈົ້າ​ກໍ​ຕ້ອງ​ຮີບ​ປ່ອຍ ອັນ​ນີ້ມັນ​ບໍ່​ປ່ອຍ, ຊັ້ນ​ໄດ໋. ແລ້ວບາດນີ້ ອັຍ​ການ​ນ່າ​ ມັນ​ກະ​ບໍ່​ເຮັດ​ວຽກ ​ຊັ້ນນ່າ, ​ດຽວນີ້ນ່າ. ເວົ້າ​ແນວ​ໃດ ກະບໍ່​ຊ່າງ​ຊິ​ເວົ້າ ມັນ​ເປື່ອຍ​ເຍື່ອຍ. ທັມມະ​ດານີ້, ຄື​ສະ​ພາ​ແຫ່ງ​ຊາດ ເປັນ​ບ່ອນ​ວາງ ​ນິ​ຕິ​ບັນ​ຍັດອອກ, ເຈົ້າ​ກະ​ຄວນ​ມີ ​ຜູ້​ຕິດ​ຕາມ, ມີ​ຜູ້ກວດ​ກາ ວ່າການ​ປະ​ຕິ​ບັດ​ກົດ​ໝາຍ ​ທີ່​ເຈົ້າ​ລົງ​ມະ​ຕິ ຢູ່ກອງ​ປະ​ຊຸມຫັ້ນ ​ນຳໃຊ້ທົ່ວ​ປະ​ເທດ, ​ຫັ້ນ​ນ່າ ມັນ​ຖືກ​ຕ້ອງ ​ຫຼືບໍ່? ມັນ​ໄປ​ຕາມ​ຕົວ​ບົດ​ກົດ​ໝາຍ ຫຼືບໍ່? ແລະ ແມ່ນ​ໃຜ​ ເປັນ​ຜູ້​ລ່ວງລະ​ເມີດ ​ໃຊ້​ສິດນີ້ ​ເໜືອ​ກົດ​ໝາຍ? ມັນ​ບໍ່​ມີ ​ຜູ້ກວດ​ກາ​ກັນ​ນ່າ ສູ່ມື້ນີ້​ນ່າ, ​ແລ້ວແຕ່​ສິດ ຂອງ​ໃຜ​ຂອງ​ມັນນ່າ. ມັນ​ລະ​ເອົາ​ແຕ່​ເງິນ​ແນວນັ້ນ, ເວົ້າ​ແຈ້ງຊັ້ນ​ເທາະ ດຽວນີ້ນ່າ. ເງິນ​ມັນ​ສູງ​ກ່​ວາ​ກົດ​ໝາຍ ຄັນ​ເວົ້າ​ມາ​ເນາະ, ຜູ້ໃດ​ມີ​ເງິນ ​ລະ​ບໍ່​ໄດ້​ຖືກ​ຄຸກ ບໍ່​ໄດ້​ເຂົ້າ​ຄຸກ."

ກ່ຽວ​ກັບ​ເຣື່ອງນີ້, ເຈົ້າ​ໜ້າ​ທີ່​ອັຍການ ກໍ​ຍອມ​ຮັບ​ວ່າ ຍັງ​ມີ​ບັນ​ຫາ​ ການ​ກັກ​ຂັງ ຜູ້​ຕ້ອງ​ຫາ ​ເກີນ​ກຳ​ນົດ​ເວ​ລາ​ ທີ່​ກົດ​ໝາຍ​ກຳ​ນົດ​ໄວ້. ເຈົ້າ​ໜ້າ​ທີ່ຂັ້ນ​ສູງ ​ຈາກ​ຫ້ອງ​ການ​ອັຍ​ການ ແຂວງ​ສວັນ​ນະ​ເຂດ ໄດ້​ກ່າວ ຢູ່​ໃນທ້າຍ​ເດືອນ​ກໍ​ຣະ​ກະ​ດາ ຢູ່​ໃນ​ກອງ​ປະ​ຊຸມ ສະ​ພາ​ປະ​ຊາ​ຊົນ​ ແຂວງ​ສວັນ​ນະ​ເຂດ ຕອນ​ນຶ່ງວ່າ:

"ການ​ກັກ​ໂຕ ຜູ້​ຖືກ​ສົງ​ໄສ ຫຼື ຜູ້​ຖືກ​ຫາ ຫຼື ບາງ​ຄ​ດີ ຍັງຂາດ​ຂໍ້​ມູນ​ ຫຼັກ​ຖານບໍ່​ໜັກ​ແໜ້ນ ​ພຽງ​ພໍ. ໃນ​ເມື່ອ​ກັກ​ມາ​ແລ້ວ, ບາງ​ກໍ​ຣະ​ນີ ກໍ​ບໍ່​ໄດ້​ແຈ້ງ ​ໃຫ້​ຄອບ​ຄົວ ແຈ້ງ​ໃຫ້​ຜູ້​ປົກ​ຄອງ ຫຼືແຈ້ງ​ຜູ້ຖືກກ່າວ​ຫາ ທີ່​ກົດ​ໝາຍ​ ກຳ​ນົດ, ເປັນ​ຕົ້ນ ຢູ່​ໃນ​ກົດ​ໝາຍ​ ກຳ​ນົດ​ວ່າ ພາຍ​ຫຼັງ​ການ​ກັກ​ໂຕ ພາຍ​ໃນກຳ​ນົດ 48 ຊົ່ວ​ໂມງຫັ້ນ, ເຈົ້າ​ໜ້າ​ທີ່ ​ຖ້າ​ມີ​ຄວາມ​ຈຳ​ເປັນ ກໍຕ້ອງໄດ້ເຮັດ​ ບົດ​ຣາຍ​ງານ​ ຂໍ​ຄຳ​ສັ່ງ ກັກ​ຂັງ​ພາງ​ ຈາກ​ອົງ​ການ​ອັຍ​ການ, ແຕ່​ຜ່ານ​ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ຜ່ານ​ມາ ເຫັນວ່າ ບາງ​ຄ​ດີ ​ກະ​ຍັງ​ມີ​ ການ​ແກ່​ຍາວເປັນ 4 ວັນ 5 ວັນ, ຫຼື​ວ່າເປັນ 10 ກ່​ວາ​ວັນ ກະຍັງ​ມີ. ອັນ​ນີ້ ​ກະ​ຖື​ວ່າ ຍັງມີ​ການ​ລະ​ເມີດ ​ໃນການຂໍ ຄຳສັ່ງ ການກັກ​ພາງ, ໂດຍ​ສະ​ເພາະ ​ບັນ​ຫານີ້ ແມ່ນຢູ່​ຂັ້ນ​ຮາກ​ຖານ."

ນອກ​ຈາກນີ້, ຍັງມີອີກ​ຫຼາຍ​ກໍ​ຣະ​ນີ ທີ່ເຈົ້າ​ໜ້າ​ທີ່​ຕຳ​ຣວດ ​ຈັບປະ​ຊາ​ຊົນ ທີ່ບໍ່​ມີ​ຄວາມ​ຜິດ, ທີ່​ໄດ້ປະ​ກົດ​ເປັນ​ຂ່າວ ເຊັ່ນ:

- ການ​ຈັບ​ໂຕ ຊາວ​ບ້ານ​ຢຶບ ​ເມືອງ​ທ່າ​ແຕງ ແຂວງ​ເຊກອງ 15 ຄົນ​ ໃນ​ປີ 2017 ຍ້ອນ​ເຂົາ​ເຈົ້າ ​ຮຽກ​ຮ້ອງ​ທີ່​ດິນ ຂອງ​ເຂົາ​ເຈົ້າ​ຄືນ ຫຼັງ​ຈາກເຈົ້າ​ແຂວງ ແຂວງ​ເຊກອງ ໃນ​ເວ​ລາ​ນັ້ນ ເຊັນ​ຂາຍດິນເຂົາເຈົ້າ ​ໃຫ້​ບໍ​ຣິ​ສັດ ຢາງ​ພາ​ຣາ​ວຽດ​ນາມ. ຈົ​ນ​ມາ​ຮອດ ​ປັດ​ຈຸ​ບັນ, ຍັງ​ເຫຼືອ​ຊາວ​ບ້ານອີກ 6 ຄົນ ​ທີ່​ຍັງ​ຖືກຂັງ​ຄຸກ​ຢູ່.

- ການ​ຈັບໂຕທ້າວ ຄຳສອນ ຫຼື (ອ້າຍ) ອາຍຸ 32 ປີ, ປະຊາຊົນ ບ້ານນ້ຳມວກ ເມືອງ ແລະ ແຂວງ ຫຼວງພຣະບາງ ໃນວັນທີ 10 ທັນວາ 2018 ໃນຂໍ້ຫາ ລັກເງິນແຂກ ທີ່ມາພັກ ຢູ່ຣີສອດ ທີ່ຊື່ວ່າ ວິວຊາຍ.

- ​ການ​ຈັບ​ໂຕລຸງ​ ທິດ​ໄພ, ຢູ່​ເມືອງ​ປາກ​ກະ​ດິງ ແຂວງ​ບໍ​ຣິ​ຄຳ​ໄຊ ​ໃນ​ເດືອນ​ກັນ​ຍາ 2019 ຍ້ອນບໍ່​ຍອມ ​ເຊັນທີ່​ດິນ ບໍ​ຣິສັດ​ ຢາງ​ພາ​ຣາວຽດ​ນາມ.

ທັງ​ 4 ​ກໍ​ຣະ​ນີ ເປັນ​ກໍ​ຣະ​ນີ​ໂຕ​ຢ່າງ ທີ່ຜູ້​ຕ້ອງ​ຫາ ​ຖືກເຈົ້າ​ໜ້າ​ທີ່​ຕຳ​ຣວດ ຈັບ​ໂຕ ແລະ ກັກ​ຂັງເກີນ 48 ຊົ່ວ​ໂມງ, ໂດຍບໍ່​ມີຄຳ​ສັ່ງ​ ຈາກ​ອັຍ​ການ. ໃນ​ຂະ​ນະ​ທີ່,​ ເຈົ້າ​ໜ້າທີ່ ບໍ່​ມີ​ຫຼັກ​ຖານ ​ທີ່​ພິ​ສູດ​​ວ່າ ຜູ້ຕ້ອງ​ຫາ​ເຫຼົ່າ​ນັ້ນ​ ກະ​ທຳ​ຜິດ ແລະ ​ມີ​ພຶດ​ຕິກັມ ​ທີ່​ເປັນ​ອັນ​ຕະ​ລາຍ ​ຕໍ່​ສັງ​ຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.