ລາວ, ຢູໂຣບ ຫາລື ເຣື້ອງສິທທິມະນຸສ

ມະນີຈັນ
2018.03.19
F-EU ກອງປະຊຸມ ປະຈໍາປີ ຣະຫວ່າງ ສະຫະພາບຢູໂຣບ ແລະ ຣັຖບານລາວ ໃນບັນຫາ ສິທທິມະນຸສ ຄັ້ງທີ 8 ຢູ່ Brussels ປະເທດ Belgium ເມື່ອ ວັນທີ 15 ມີ​ນາ 201​8
EU

ສປປລາວ ແລະ ສະຫະພາບຢູໂຣບ ປະຊຸມຫາລື ກ່ຽວກັບ ບັນຫາ ສິທທິມະນຸສ ໃນລາວ ຄັ້ງທີ 8 ເມື່ອວັນທີ 15 ມີນາ 2018 ນີ້ ທີ່ກຸງ Brussels ປະເທດ Belgium ແລະ ໄດ້ອອກຖແລງການຮ່ວມ ວ່າທັງ 2 ຝ່າຍ ໄດ້ມີໂອກາດ ເວົ້າເຖິງ ບັນຫາຕ່າງໆ ນັບຕັ້ງແຕ່ ເຣື່ອງ ການໃຫ້ສັຕຍາບັນ ສົນທິສັນຍາສາກົລຕ່າງໆ ວ່າດ້ວຍ ສິທທິມະນຸສ ໄປຈົນເຖິງ ສິທທິ ຂອງກຸ່ມຄົນ ທີ່ສ່ຽງ, ສິທທິ ຂອງແມ່ຍິງ ແລະ ເດັກນ້ອຍ ໄປຈົນເຖິງ ສິທທິ ຂອງຄົນພິການ ແລະ ຮວມເຖິງ ເຣື່ອງການຄ້າມະນຸສ, ເສຣີພາບ ໃນການໂຮມຊຸມນຸມ ແລະ ຈັດຕັ້ງ ສະມາຄົມ ແລະ ການສະແດງຄວາມຄິດເຫັນ.

ກ່ຽວກັບ ບັນຫາ ທີ່ຍົກຂຶ້ນ ມາເວົ້າກັນນັ້ນ ຍານາງ ວະ​ນິດາ ເທພສຸວັນ, ປະທານຂະບວນການລາວ ເພື່ອສິທທິມະນຸສ, ໄດ້ກ່າວຕໍ່ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ (RFA) ໃນມື້ວັນທີ 19 ມີນານີ້ ຈາກປະເທດຝຣັ່ງເສດ ວ່າ:

"ດີແລ້ວ ທີ່ປີນີ້ ສະຫະພາບເອີໂຣບ ໄດ້ຍົກເອົາຂໍ້ຕ່າງໆນີ້ ຂຶ້ນມາເວົ້າ ມັນຮອດເວລາແລ້ວ ທີ່ສະຫະພາບເອີໂຣບ ຄວນເຊົາສະແດງ ທ່າທີອ່ອນແອ ຫລື ແບບສົມຮູ້ຮ່ວມຄິດ ກັບຣັຖບານລາວ ທີ່ບໍ່ເຄີຍ ນັບຖືສົນທິສັນຍາ ສາກົລສິທທິມະນຸດ ຊຶ່ງຕົນເອງໄດ້ເຊັນ."

ເວົ້າສະເພາະ ຖານະການໃຫ້ສັຕຍາບັນ ສົນທິສັນຍາສາກົລ ວ່າດ້ວຍ ສິທທິມະນຸດ ແລະ ສົນທິສັນຍາສາກົລ ເພື່ອການປົກປ້ອງທຸກຄົນ ຈາກການບັງຄັບ ໃຫ້ຫາຍສາບສູນນັ້ນ ດຣ. ບຸນທອນ ຈັນທະລາວົງ ວີເຊີ, ປະທານອົງການພັນທະມິດ ເພື່ອປະຊາທິປະຕັຍ ໃນລາວ ກໍກ່າວຕໍ່ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ (RFA) ຈາກປະເທດ ອອສເຕຣເລັຽ ໃນມື້ດຽວກັນນີ້ ວ່າ:

"ຕາມທີ່ ພວກເຮົາເຂົ້າໃຈ ທາງການສປປລາວ ພະຍາຍາມຫລີກ ເພື່ອບໍ່ຢາກໃຫ້ ທາງສາກົລນີ້ ຜັກດັນໃຫ້ເພິ່ນແກ້ໄຂ ບັນຫາລະເມີດ ສິທທິມະນຸດ ພວກເພິ່ນຄວນ ຈະຕ້ອງໃຫ້ ສັຕຍາບັນ ໂຕນີ້ ຄວນຮັບເອົາ ໄປແກ້ໄຂ ຖ້າຫາກ ຕ້ອງການຮ່ວມມື ກັບສາກົລ ໃນການ ພັທນາປະເທດລາວ ໃຫ້ຈະເຣີນ ມັນຕ້ອງມີການນັບຖືສິທທິມະນຸດ ຢູ່ໃນລາວ."

ແລະ ເມື່ອເວົ້າເຖິງ ການໄປຢ້ຽມຢາມ ສປປລາວ ຂອງຜູ້ຣາຍງານພິເສດ ສະຫະປະຊາຊາດ ທຸກທ່ານ ຊຶ່ງ ທາງສະຫະພາບຢູໂຣບ ຊຸກຍູ້ ໃຫ້ສປປລາວ ເຊື້ອເຊີນ ແບບບໍ່ກໍານົດເວລານັ້ນ ສປປລາວ ເວົ້າວ່າ ຈະສືບຕໍ່ເຊື້ອເຊີນ ເປັນກໍຣະນີຣະນີໄປ. ໃນການເຈຣະຈາກັນ ຣະຫວ່າງ ສະຫະພາບຢູໂຣບ ແລະ ສປປລາວ ຄັ້ງທີ 8 ນີ້ ຍັງໄດ້ເວົ້າກັນເຖິງ ກໍຣະນີ ຄົນທີ່ຖືກກັກຂັງ ຫລື ຖືກໃຫ້ຫາຍສາບສູນ ຢູ່ລາວ, ສະຫະພາບຢູໂຣບ ໄດ້ສນັບສນູນໃຫ້ລາວ ປັບປຸງ ການປະຕິບັດກົດໝາຍ ເພື່ອໃຫ້ລາວ ກາຍເປັນຣັຖແຫ່ງກົດໝາຍ ໃນປີ 2020 ແລະ ໃຫ້ລາວ ປະຕິບັດ ສິທທິມະນຸສ ເພື່ອໃຫ້ວາຣະ ປີ 2030 ເພື່ອການພັທນາ ແບບຍືນຍົງ ປາກົດຜົລ. ພ້ອມກັນນັ້ນ ທັງ 2 ຝ່າຍ ໄດ້ຕົກລົງ ກັນວ່າ ຈະເສີມຂຍາຍການຮ່ວມມື ໃນການສົ່ງເສີມ ແລະປົກປ້ອງສິທທິ ມະນຸດພາຍໃຕ້ ກົລໄກ ສິທທິມະນຸດ ຂອງສະຫະປະຊາຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.