ສປປ ລາວ ຍັງບໍ່ປະຕິບັດ ເຣື່ອງສິທທິ ມະນຸສ

ອຸ່ນແກ້ວ
2022.07.18
ສປປ ລາວ ຍັງບໍ່ປະຕິບັດ ເຣື່ອງສິທທິ ມະນຸສ ນາງໝວຍ ຖືກສານຊັ້ນຕົ້ນ ແຂວງຈຳປາສັກ ຕັດສິນຈຳຄຸກ 5 ປີ ແລະ ປັບໄໝ 20 ລ້ານກີບ ໃນວັນທີ 22 ພຶສຈິກາ 2019 ພາຍຫຼັງ ທີ່ຖືກຈັບ ເມື່ອວັນທີ 12 ກັນຍາ.
ນັກຂ່າວ ພົລເມືອງ

ໃນ​ອງປະຊຸມດ້ານສິທທິມະນຸສ ລະຫວ່າງ ສະຫະພາບຢູໂຣບ ແລະ ເຈົ້າໜ້າທີ່ລາວ ໃນວັນທີ 13 ກໍຣະກະດາ ຢູ່ ນະຄອນຣັສເຊລສ໌ ປະເທດ ເບລຢ້ຽມ, ສະຫະພາບຢູໂຣບ ໄດ້ເນັ້ນເນັ້ນໜັກການປົກປ້ອງສິທທິມະນຸສ ແລະ ສິທເສຣີພາບຂັ້ນພື້ນຖານໃນລາວ. ສະຫະພາບ ຢູໂຣບ ໄດ້ອອກບົດແລງຂ່າວ ໃນວັນທີ 13 ກໍຣະກະດາ 2022 ຕອນນຶ່ງວ່າ: “ສະຫະພາບຢູໂຣບ ຍັງຮຽກຮ້ອງໃຫ້ທາງການລາວ ອັບເດດຂໍ້ມູນ ກ່ຽວກັບມາການ ທີ່ຖືກຮອງເອົາ ເພື່ອປົກປ້ອງສິທທິຂອງປະຊາຊົນ ອີ​​ງຕາມຂໍ້ກຳນົດທີ່ລະບຸຢູ່ໃນ ສົນທິສັນຍາສາກົນ ທີ່ປ ລາວ ໃຫ້ສັຍາບັນ.”

ບົດ​ແລງຂ່າວ ຍັງລະບຸອີກວ່າ: “ລາວ ກໍຕ້ອງສນອງ ຂໍ້ມູນ ກ່ຽວແຜນວຽກທາງດ້ານນະໂຍບາຍ ແລະ ກົດໝາຍຂອງຕົນ, ແລະ ມາການກ່ຽວກັບການປົກປ້ອງສິທທິມະນຸສ ແລະ ເສຣີພາບຂັ້ນພື້ນຖານ ໃຫ້ໝົດທຸກຄົນ ໂດຍບໍ່ມີການຈຳແນກໃດໆທັງໝົດ ຕາມທີ່ໄດ້ໃຫ້ສັຍາບັນເອົາໄວ້.”

ນອກ​ຈາກນີ້ ສະຫະພາບ ຢູໂຣບສນັບນູນ ຣັບານລາວ ໃຫ້ເພີ່ມທະວີການຮ່ວມມື ເຈົ້າໜ້າທີ່ສະຫະປະຊາຊາດ ໂດຍ ໃຫ້ທາງການລາວພິຈາຣະນາ ເຊີນເຈົ້າໜ້າທີ່ຂອງສະຫະປະຊາຊາຕ ໄປຢ້ຽມຢາມ ປະເທດລາວ ກ່ອນກອງປະຊຸມ ການທົບທວນການປະຕິບັດ ສິທດທິມະນຸສ ຮອບທີ 4.

ສ່ວນປະເດັນທົ່ວໄປ ກອງປະຊຸມ ໄດ້ປຶກສາຫາລື ກັນກ່ຽວກັບບັນຫາ ພາກປະຊາສັງຄົມ, ການເມືອງ, ເສກິ, ສິທທິທາງດ້ານວັນາທັມ ແລະ ສັງຄົມ, ເສຣີພາບຂັ້ນພື້ນຖານ, ສິທທິແມ່ຍິງ, ເດັກນ້ອຍ, ສິທທິຂອງບຸກຄົນທີ່ດ້ອຍໂອກາດ, ເສຣີພາບການປາກເວົ້າ ແລະ ການໂຮມຊຸມນຸມ, ການເຂົ້າເຖິງຂບວນການຍຸຕິທັມ, ໂທດປະຫານຊີວິ.

ກອງ​ປະຊຸມດັ່ງກ່າວ ໄດ້ເນັ້ນຢ້ຳ ການປະຕິບັດ ຂໍ້ນະນຳຈາກກອງປະຊຸມ ການທົບທວນການປະຕິບັດດ້ານສິທິມະນຸສ ຫຼື UPR ຮອບທີ 3 ແລະ ແຜການວຽກ ຂອງການປະຕິບັດເຣື່ອງ ສິທທິມະນຸສທີ່ ສປ ລາວ ຮັບຮອງເອົາ.

ກ​ອງປະຊຸມດ້ານສິທທິມະນຸສ ຄັ້ງນີ້ ເປັນຄັ້ງທີ 11 ສ່ວນວ່າ ກອງປະຊຸມຄັ້ງທີ 12 ຈະຈັດຂຶ້ນຢູ່ ນະຄອນຫລວງວຽງຈັນ ໃນປີ 2023.

ແຕ່​ວ່າ ນັກເຄື່ອນໄຫວ ດ້ານສິທທິມະນຸສ ກໍເຫັນວ່າ ທາງການລາວ ຍັງບໍ່ມີຄວາມຈິງໃຈໃນການແກ້ໄຂບັນຫາສິທທິມະນຸສ ຢ່າງຈິງຈັງ. ດ​ຣ. ບຸນ​ທອນ ຈັນ​ທະ​ລາ​ວົງ-ວີ​ເຊີ, ປະ​ທານ ອົງການ ​ພັນ​ທະ​ມິຕ ​ເພື່ອ​ປະ​ຊາທິ​ປະ​ໄຕ ​ໃນ​ລາວ  ໄດ້ໃຫ້ສັມພາດຕໍ່ວິທຍຸເອເຊັຽເສຣີ ວ່າ:

ນັກ​ຂ່າວ: ກອງປະຊຸມ ລະຫວ່າງ ສະຫະພາບຢູໂຣບ ແລະ ທາງການລາວ ທີ່ມີຂຶ້ນຢູ່ປະເທດເບຢ້ຽມ ກ່ຽວກັບສິທທິມະນຸສ ດຣ. ບຸນທອນ ເຫັນວ່າ ຈັ່ງໃດໂຕນີ້ນະ?

ດ​ຣ ບຸນທອນ: “ຄັ້ງນີ້ ປະກົດວ່າ ເພິ່ນໄດ້ກ່າວເຣື່ອງບັນຫາສິທທິມະນຸສ ເລິກຫຼາຍກວ່າຊຸດກ່ອນ ໂດຍສະເພາະ ແມ່ນເພິ່ນເນັ້ນໜັກໃສ່ເຣື່ອງການ ອັນໜ້າສິທເສຣີພາບ ເຣື່ອງການສະແດງຄວາມຄິດເຫັນ ແລະ ເພິ່ນຢ້ຳໄປເຖິງອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັບານ ແລະ ໂດຍສະເພາະເພິ່ນກະໄດ້ຢ້ຳອີກ ອາຄັ້ງໃໝ່ວ່າ ສະຫະພາບຢູໂຣບ ຮຽກຮ້ອງໃຫ້ທາງການ ສລາວ ໃຫ້ກັບຮ່ວມມືກັບ ກັມມະການພິເສດ ຂອງສະຫະປະຊາຊາຕ ເພື່ອກຽມໃສ່ ກອງປະຊຸມ UPR ຄັ້ງທີ 4 ແລະ ຊຸດຕໍ່ໄປ. ສິ່ງສຳຄັນທີ່ສຸດແມ່ນວ່າ ທາງ ສະຫະພາບຢູໂຣບນີ້ ເພິ່ພະຍາຍາມ ຣຽກຮ້ອງໃຫ້ທາງການລາວ ເອົາໃຈໃສ່ບັນຫາເຣື່ອງການລຣະເມີດ ສິທທິມະນຸສນີ້ ອັນນ້າ ໃຫ້ຫຼາຍຂຶ້ນກວ່າເກົ່າ.”

ນັກ​ຂ່າວ: ແຕ່ວ່າ ໃນແງ່ການປະຕິບັດເດ້ ເຫັນວ່າ ເປັນຈັ່ງໃດ ຕາມທີ່ວ່າເຮົາໄດ້ຕິດຕາມ ໃກ້ຊິດເຣື່ອງການປະຕິບັດ ສິທທິມະນຸສນີ້?

ດ​ຣ ບຸນທອນ: “ຂ້າພະເຈົ້າເຫັນວ່າ ທາງການ ສລາວ ຍັງບໍ່ປະຕິບັດຫຍັງເລີຍ ເຖິງວ່າ ທາງສາກົນຈະຜັກດັນມາ ຫຼາຍຄັ້ງຫຼາຍຫົນຕັ້ງແຕ່ກອງປະຊຸມສະຫະປະຊາຊາຕ ຫຼືວ່າ ການພົບປະ ໄກ່ເກັ່ຽບັນຫາສິທທິມະນຸສ ສະຫະພາບຢູໂຣບ ຈັດກັນມາຫຼາຍຄັ້ງ. ແຕ່ວ່າ ທາງການລາວ ບໍ່ໄດ້ເອົາໃຈໃສ່ໃນການແກ້ໄຂ ຍ້ອນຈັ່ງຊັ້ນ ພວກເຮົາຈຶ່ງ ມີການຮຽກຮ້ອງທາງສາກົນ ໂດຍສະເພາະທາງ ສະຫະພາບຢູໂຣບ ກໍຄືສະຫະປະຊາຊາດ ເພິ່ນຈະຕ້ອງມີມາການກັບ ສລາວ ຫາກບໍ່ປະຕິບັດ ກໍຕ້ອງມີການ ໃຊ້ຂໍ້ຜັກດັນເຊັ່ນວ່າ ຢຸຕິການຊ່ວຍເຫຼືອ ຫຼືວ່າ ມີຂໍ້ຜັກດັນອັນໃດທີ່ ຈະຕ້ອງໃຫ້ທາງການ ສລາວ ແກ້ໄຂບັນຫາ ການລະເມີດສິທທິ ມະນຸສໃນລາວ.”

ນັກ​ຂ່າວ: ຕ້ອງຂໍອະນຸຍາດເນາະ ດ. ບຸນທອນ ຈະມີຄຳແຍ້ງ ອັນນີ້ບໍ່ ແມ່ນເຫັນດີກັບທາງການລາວເນາະ ທາງການລາວ ອາມີທາງແຍ້ງໄປວ່າ ພວກເຮົາກະໄດ້ມີການປະຕິບັດ ສິທທິມະນຸສ ໄປແລ້ວຫຼາຍໆ ຂໍ້ ເຊັ່ນໂຕຢ່າງ ການໃຫ້ສິທແມ່ຍິງ ແລະ ເດັກນ້ອຍ ທຳນອງນີ້ ເດ້ ເຮົາຈະວ່າຈັ່ງໃດນີ້?

ດ​ຣ ບຸນທອນ: “ຂ້າພະເຈົ້າຄຶດວ່າ ເພິ່ນກ່າວເຣື່ອງສິທທິແມ່ຍິງ ແລະ ເດັກນ້ອຍ ແມ່ນການມາກ່າວແບບແກ້ໜ້າເພາະວ່າ ສິທທິຂອງແມ່ຍິງຢູ່ໃນລາວ ມັນມີຫຼາຍຢ່າງ ແຕ່ວ່າ ບັນຫາທີ່ອັນຣາຍກໍຄື ບັນຫາສິທທິແມ່ຍິ່ງທີ່ຖືກ ມີການຄ້າມະນຸສ ຢ່າງຮ້າຍແຮງ ເພິ່ນບໍ່ໄດ້ມີການແກ້ໄຂ ແຕ່ກົງກັນຂ້າມເນາະ ແຮ່ງຮ້າຍແຮງກວ່າເກົ່າ.”

ນັກ​ຂ່າວ: ຍົກໂຕຢ່າງ ມີຢູ່ໃສ?

ດ​. ບຸນທອນ: “ບັນຫາການຄ້າມະນຸສ ຢູ່ສາມຫລ່ຽມທອງຄຳເນາະ ກະຢູ່ໃນບ້ານເຮົາເອງ ຢູ່ລາວເອງເນາະ ແຕ່ຜູ້ນຳພັກ-ຣັຖ ເພິ່ນກະບໍ່ສາມາດແກ້ໄຂໄດ້ ຢ່າງຈິງຈັງ ເພາະວ່າ ເພິ່ນເປີດໂອກາດໃຫ້ນາຍທຶນຈີນ ມາໃຊ້ແຜ່ນດິນລາວ ເປັນເຂດພັນາ ຫຼືວ່າ ເປັນເຂດຂອງຈີນ ເຂົາເຈົ້າບໍຣິຫານກັນເອງ ເຈົ້າໜ້າທີ່ຂອງຈີນຄວບຄຸມເອງ. ເຈົ້າໜ້າທີ່ຂອງລາວ ເອງເຈົ້າໄປໄກ່ເກັ່ຽ ຫຼືວ່າ ເຂົ້າໄປແກ້ໄຂຫຍັງບໍ່ໄດ້. ມັນກະເປັນບັນຫາໃຫຍ່ ອັນນີ້ ໂຕຢ່າງອັນນ້ອຍໆ ທີ່ວ່າ ບັນຫາລະເມີດສິທທິມະນຸຢູ່ລາວ ຊ່ຳນີ້ ກະຍັງແກ້ໄຂບໍ່ໄດ້ ຍັງບໍ່ທັນນັບບັນຫາອື່ນໆ ເນາະ. ຫຼືວ່າ ສິທທິຂອງເດັກນ້ອຍ ຈັ່ງຊີ້ເນາະ ເດັກນ້ອຍນະ ບໍ່ໄດ້ຮັບການຮໍ່ຮຽນ ຖືກຖິ້ມປ່ອຍປະລະເລີຍ ບໍ່ໄດ້ຮ່ຳບໍ່ໄດ້ຮຽນ. ລະຮຽນມາ ກະບໍ່ໄດ້ມີວຽກເຮັດງານທຳ ບັນຫາຕິດຢາເສບຕິດບໍ່ ຫຼືວ່າ ມຶນເມົາຕ່າງໆ ລະແມ່ນບັນຫາ ເດັກນ້ອຍບໍ່ໄດ້ຮັບການດູແລ. ເວາເດັກນ້ອຍ ຫຼືວ່າ ຊາວໜຸ່ມຢາກສະແດງຄວາມຄິດເຫັນຕ່າງໆ ຢູ່ໃນສື່ສັງຄົມອອນລາຍນ໌ ຫຼືວ່າ ອື່ນໆ ເພິ່ນກະຜັກດັນເຂົາເຈົ້າ ປາບປາມເຂົາເຈົ້າ ເຂົາເຈົ້າບໍ່ມີທາງອອກ.”

ນັກ​ຂ່າວ: ອັນນີ້ ຂະພະເຈົ້າ ກະໄດ້ຍິນທາງເຈົ້າໜ້າທີ່ ທາງການລາວ ບາງທ່ານ ທີ່ເພິ່ນກະເວົ້າວ່າ ໂອບັນຫາສິທທິມະນຸສນີ້ ປະເທດລາວ ໄດ້ມີມາຫຼາຍ 100 ແລ້ວ ເພິ່ນວ່າ ຈັ່ງຊີ້ ຜູ້ທີ່ກ່າວໂຈມຕີຫັ້ນ ກະແມ່ນພວກກຸ່ມຄົນບໍ່ຫວັງດີ ເພິ່ນລະວ່າຈັ່ງຊີ້ ແລະ ເຮົາເປັນກຸ່ມຄົນທີ່ບໍ່ຫວັງດີຄືເພິ່ນເວົ້າຫັ້ນບໍ່?

ດ​. ບຸນທອນ: “ໂຕນີ້ ຂ້າພະເຈົ້າຂໍຕອບທ່ານເລີຍວ່າ ພວກເຮົາເນາະ ທີ່ເຄື່ອນໄຫວເຣື່ອງສິທທິມະນຸສ ລ້ວນແລ້ວແຕ່ ພວກທີ່ຫວັງດີຕໍ່ມະນຸສ ຕໍ່ຄົນລາວ ຕໍ່ສິທທິຂອງຄົນລາວ ນັບທັງອົງການຈັດຕັ້ງຂອງສະຫະປະຊາຊາຕ ສະພາທິທມິມະນຸເນາະລ້ວນແລ້ວແຕ່ມີການຕໍ່ສູ້ ເພື່ອໃຫ້ນັບຖືສິທທິມະນຸສ ຢູ່ໃນໂລກ ຢູ່ໃນປະເທດຕ່າງໆ ແລະພວກເຮົາກະເຄື່ອນໄຫວ ກັບພວກເພິ່ນຢ່າງໃກ້ຊິດ ສະນັ້ນການທີ່ເພິ່ນມາໂຍນຄວາມຜິດ ໃຫ້ພວກເຮົາວ່າ ເປັນຄົນທີ່ບໍ່ຫວັງດີນີ້ ສະນັ້ນ ເພິ່ນໂຍນຄວາມຜິດ ອັນຜິດພາດແລ້ວ ບໍ່ຖືກຕ້ອງເນາະ ແລະ ບັນຫາທີ່ເພິ່ນອ້າງວ່າ ເພິ່ນນັບຖືສິທທິມະນຸສ ມາຫຼາຍປີນັ້ນ ມັນເປັນການແກ້ໂຕຫຼາຍກວ່າເນາະ ເພາະວ່າ ຫຼັກການສິທທິມະນຸສ ທີ່ຈະແຈ້ງ ເພິ່ນກະໄດ້ບົ່ງໄວ້ຢູ່ ສົທິສັນຍາ ສະຫະປະຊາຊາຕ 30 ມາຣາເນາະ ມັນກະແຈ້ງຢູ່ແລ້ວ ໂດຍສະເພາະ ສິທເສຣີພາບ ໃນານສະແດງອອກ ໃນການສະແດງຄວາມຄິດເຫັນ ໃນການຊຸມນຸມຄົນ. ພວກທີ່ເຂື່ອນໄຫວ ຮຽກຮ້ອງເອົາຄວາມເປັນທັມ ສັນຕິວິທີ ບໍ່ໄດ້ໃຊ້ອາວຸດ ປາບປາມຂ້າຟັນລັນແທງຜູ້ໃດ ຄວນຖືກອະນຸຍາດໃຫ້ເຄື່ອນໄຫວ ໄດ້ຢ່າງແທ້ຈິງ ແຕ່ກົງກັນຂ້າມຢູ່ລາວ ຄັນຜູ້ໃດມາຮ້ອງຂໍຄວາເປັນທັມ ຖືກຈັບ-ຖືກກຸມ ແຕ່ວ່າ ຜູ້ທີ່ສ້າງບັນຫາໃກ້ຢູ່ໃນປະເທດຊາດຕເນາະ ພວກສໍ້ໂກງ ໃຊ້ອຳນາດກົດຂີປະຊາຊົນ ພັດບໍ່ຖືກລົງໂທດ.”

ນັກ​ຂ່າວ: ຄາດຫວັງແນວໃດ ຕໍ່ກອງປະຊຸມຄັ້ງນີ້ ແລະ ມັນຈະສາມາດນຳໄປຕິບັດໄດ້ນາດໃດ?

ດ​. ບຸນທອນ: “ຂ້າພະເຈົ້າຕີລາຄາວ່າ ຜ່ານມານີ້ ທາງການລາວ ພະຍາຍາມ ປົກປິດຄວາມເປັນຈິງ ແລະ ພະຍາຍາມແກ້ໂຕໃນເວທີ່ສາກົນມາລອດ ແຕ່ວ່າ ໃນຂັ້ນຕໍ່ໄປ ເຣື່ອງທີ່ເພິ່ນຈະແກ້ໂຕຫຼາຍ ນີ້ກະເປັນໄປບໍ່ໄດ້ແລ້ວ ເພາະວ່າ ທາງສາກົນ ນີ້ກໍຄື ທາງສະຫະພາບຢູໂຣບ ນັບມື້ນັບເຫັນ ບັນຫາທີ່ທາງການ ສລາວ ບໍ່ຈິງໃຈ ໃນການແກ້ໄຂບັນຫາສິທທິມະນຸ.”    

ນອກ​ຈາກນີ້ ທ່ານ Phil Robertson ຮອງຜູ້ອໍານວຍການອົງການ ຊິ່ງຊອມສິທທິມະນຸສ Human Rights Watch ປະຈໍາຂົງເຂດເອເຊັຽ ໄດ້ແລງວ່າ:

“ຄອບ​ຄົວ ແລະ ຄົນທີ່ຮັກຂອງຜູ້ທີ່ຖືກລະເມີດສິທທິມະນຸສ  ຍັງລໍຖ້າຄຳຕອບ ເຊິ່ງບໍ່ພຽງແຕ່ເປັນຄວາມທໍຣະມານ ຂອງຜູ້ທີ່ຖືກເຈົ້າໜ້າທີ່ຣັຖ ບັງຄັບໃຫ້ຫາຍສາບສູນເທົ່ານັ້ນ. ສິທທິຂັ້ນພື້ນຖານ ແລະ ສິທທິທາງການເມືອງ ຄື ເສຣີພາບການປາກເວົ້າ, ສະມາຄົມ ແລະ ການໂຮມຊຸມທາງສາທາຣະນະ ແບບສັນຕິ ແລະ ການປະທ້ວງ ຍັງຖືກຫ້າມ ຢູ່ໃນປະເທດລາວ, ເຊິ່ງປະຊາຊົນ ທີ່ກະທຳການແບບນັ້ນ ຈະຖືກລົງໂທດຢ່າງໜັກ. ບັນຫາດັ່ງກ່າວ ຈະຕ້ອງຢຸດໄປ.”

ວິທຍຸເອ​ເຊັຽເສຣີ ພະຍາຍາມຕິດຕໍ່ຫາເຈົ້າໜ້າທີ່ ການທູຕລາວ ປະຈຳນະຄອນຣັສເຊລສ໌ ປະເທດເບຢ້ຽມ ເພື່ອຖາມຄໍເຫັນກ່ຽວກັບເຣື່ອງນີ້, ແຕ່ ເຈົ້າໜ້າທີ່ທ່ານນີ້ ບໍ່ໃຫ້ຄຳເຫັນ.

ກໍ​ຣະນີເຫດການ ລະເມີດສິທທິມະນຸໃນລາວ ທີ່ຜ່ານມາ ມີຄື:

  • ເມື່ອວັນທີ 22 ພຶສຈິກາ 2019 ຜ່ານມາ, ສານຊັ້ນຕົ້ນແຂວງຈຳປາສັກ ຕັດສິນລົງໂທສ ຈຳຄຸກ ນາງຮວາຍເຮືອງ ໄຊຍະບູລີ ຫຼື ນາງໝວຍ ເປັນເວລາ 5 ປີ ພ້ອມທັງປັບໄໝເງິນ 20 ລ້ານກີບ ໃນຄວາມຜິດຖານຂໍ້ຫາຕໍ່ຕ້ານ ສປປ ລາວ ແລະ ການໂຄສະນາ ໃສ່ຮ້າຍປ້າຍສີ ຣັຖບານລາວ.
  • ເມື່ອປີ 2017 ສານປະຊາຊົນ ນະຄອນຫລວງວຽງຈັນ ຕັດສິນຈຳຄຸກຊາວລາວ ສາມຄົນ ຄື ນາງ ຫລອດຄຳ ທັມມະວົງ, ທ້າວສຸການ ໃຈທັດ, ແລະ ທ້າວ ສົມພອນ ພິມມະສອນ ເປັນເວລາ 12 ປີ, 16 ປີ, ແລະ 20 ປີ ຕາມລຳດັບ.
  • ປີ 2017, ຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 15 ຄົນ ຖືກຈັບ ແລະ ສານແຂວງເຊກອງ ໄດ້ຕັດສິນຈຳຄຸກເຂົາເຈົ້າແຕ່ 2-6 ປີ ຍ້ອນວ່າເຂົາເຈົ້າມີຂໍ້ຂັດແຍ່ງທີ່ດິນ ໂດຍທີ່ທາງການແຂວງ ເອົາທີ່ດິນເຂົາເຈົ້າໄປໃຫ້ບໍຣິສັດຢາງພາຣາ ວຽດນາມ ສຳປະທານ. ປັດຈຸຈັນ ຍັງເຫຼືອຊາວບ້ານອີກ ຈຳນວນນຶ່ງ ຍັງຖືກກັກຂັງຢູ່ໃນຄຸກ.
  • ປີ 2012, ທ່ານສົມບັດ ສົມພອນ ນັກພັນາອາວຸໂສ ດີເດັ່ນຂອງລາວ ຖືກ ລັກພາໂຕໄປ ຢູ່ຕໍ່ໜ້າປ້ອມຍາມຕໍຣວດ ຢູ່ນະຄອນຫລວງວຽງຈັນ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.