ເສັຍເງິນເພີ່ມ ໃຫ້ນາຍໜ້າ ຫວັງໄດ້ ປື້ມຜ່ານແດນ ໄວຂຶ້ນ
2022.07.15

ການເຮັດໜັງສືປື້ມຜ່ານແດນ ຫຼື Passport ຂອງເຈົ້າໜ້າທີ່ກົງສຸນ ຍັງເປັນບັນຫາໃນສັງຄົມ ໃນຕອນນີ້ ຍັງບໍ່ສາມາດແກ້ໄຂລະບົບ ໃຫ້ເປັນລະບຽບໄດ້ເທື່ອ ເຊິ່ງໃນນະຄອນຫຼວງວຽງຈັນ ກໍຍັງມີຄົນໄປຕໍ່ຄິວກັນຢ່າງໜາແໜ້ນຢູ່ຄືເກົ່າ ແລະດ້ວຍເຫດນີ້ ຈຶ່ງເປີດໂອກາດໃຫ້ມີພະນັກງານ ຣັຖຈໍານວນນຶ່ງ ຮ່ວມມືກັບນາຍໜ້າສວຍໂອກາດ ຮັບເຮັດໜັງສືຜ່ານແດນ ໃຫ້ປະຊາຊົນ ເພື່ອຫວັງເອົາເງິນເຂົ້າຖົງໂຕເອງ ໂດຍກ່ຽວກັບເຣື່ອງດັ່ງກ່າວນີ້ ປະຊາຊົນທີ່ຮູ້ເທົ່າບໍ່ເຖິງການ ກໍຫຼົງເຊື່ອ ເພາະຫວັງວ່າຈະໄດ້ປື້ມຜ່ານແດນໄວ ແຕ່ຄວາມເປັນຈິງແລ້ວ ກໍຍັງໄດ້ໜັງສືຜ່ານແດນຊັກຊ້າຄືເກົ່າ ເຊິ່ງທາງການຄວນກວດກາ ແລະລົງໂທດຢ່າງຈິງຈັງ ກັບບຸກຄົນທີ່ສວຍໂອກາດເປັນນາຍໜ້າ ເພາະເປັນການຕົວະເອົາເງິນປະຊາຊົນ.
ດັ່ງຊາວບ້ານ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ກໍຣະກະດາ ນີ້ວ່າ:
“ເພິ່ນເປັນພະນັກງານຢູ່ຫັ້ນແຫຼະ ຮູ້ຈັກເຂົາ ເຂົາກໍວ່າຢາກໄດ້ໄວຫັ້ນນ່າ ກະຕ້ອງໃຫ້ເຂົາກິນນໍ້າກິນໃນເນາະ ກໍເລີຍໃຫ້ເຂົາ 2 ລ້ານປາຍເດ້ ຕອນນັ້ນນ່າ ຖ້າຈົນວ່າເປັນເດືອນພຸ້ນຈັ່ງໄດ້ ກະບໍ່ມີເງິນ ກະຖືກເສັຍເງິນໄປ ໂຕນີ້ຫັ້ນມັນບໍ່ເປັນເຣື່ອງດີເລີຍເນາະ ເພາະວ່າພະນັກງານຢູ່ຫັ້ນແທ້ໆເນາະ ເຂົາກໍຍັງໂກງເອົາເງິນເຮົາໄດ້ ບຸກຄົນທີ່ຕົວະແບບນີ້ ຢາກໃຫ້ເຂົາໃສ່ລະບຽບຫັ້ນນ່າ.”
ໃນຂະນະດຽວກັນ ຊາວລາວ ໃນແຂວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ການທີ່ມີນາຍໜ້າ ຮັບເຮັດປື້ມຜ່ານແດນໃຫ້ໄດ້ໄວນີ້ ແນ່ນອນວ່າ ກໍມີການເຮັດເປັນຂບວນການກັນຢູ່ແລ້ວ ຖ້ານາຍໜ້າ ບໍ່ຮູ້ຈັກກັບເຈົ້າໜ້າທີ່ທີ່ຢູ່ພາຍໃນກົງສຸນ ກໍຈະບໍ່ສາມາດເຮັດໄດ້ ເຊິ່ງເຣື່ອງນີ້ ເປັນມາດົນແລ້ວ ຮວມເຖິງຄວາມຫຼ້າຊ້າ ໃນການອອກປື້ມຜ່ານແດນ ທາງການກໍບໍ່ເຫັນຈະແກ້ໄຂໄດ້ເທື່ອ ຈຶ່ງເປັນຊ່ອງຫວ່າງ ເປີດໂອກາດໃຫ້ເຈົ້າໜ້າທີ່ຣັຖ ຫາເງິນເຂົ້າຖົງໂຕເອງ ໂດຍໃຊ້ຂໍ້ອ້າງວ່າ ຖ້າຄົນທີ່ຢາກໄດ້ໄວ ກໍຕ້ອງຍອມເສັຍເງິນຫຼາຍກວ່າເກົ່າ 1 ເທົ່າ:
“ມັນກໍມີຢູ່ ເຂົາກໍເກັບໄປໃຫ້ເຈົ້າທີ່ຫັ້ນແຫຼະ ແຕ່ເກັບໄປ ບາດນີ້ຫຼັກການກໍບໍ່ມີເນາະ ອີກຢ່າງນຶ່ງກະຄືວ່າ ພະນັກງານນັ້ນເມື່ອຍເບາະ ຫຼືວ່າເຮັດກາຍໂມງເບາະເກັບເງິນໄປໃຫ້ ຜູ້ກວດກາຂັ້ນສູງກະບໍ່ຣໍ່າໄຣນ່າ ໝາຍວ່າ ລູກນ້ອງຫາເງິນໄປໃຫ້ນາຍ ນາຍກະບໍ່ວ່າ ແລ້ວມັນເປັນມາແຕ່ກີ້ ມັນກະບໍ່ແກ້ ຍາກເດ້ດຽວນີ້ ກິນນໍາກັນຫັ້ນແຫຼະ.”
ຕໍ່ກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ກົມກົງສຸນ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກໍໄດ້ກ່າວວ່າ ຫວ່າງ 2-3 ມື້ມານີ້ ກໍມີຄົນໂພສຕ໌ລົງໃນເຟສບຸກຄ໌ວ່າ ມີຄົນຂອງເຈົ້າໜ້າທີ່ຣັຖ ສວຍໂອກາດ ໄປຮຽກເກັບເງິນຄ່າຫົວໃນການລຽນຄິວ 1 ແສນກີບຕໍ່ຄົນ ເພື່ອເຮັດໜັງສືຜ່ານແດນໃຫ້ໄດ້ໄວນັ້ນ ທາງເຈົ້າໜ້າທີ່ກໍຮັບຮູ້ແລ້ວ ແລະກໍໄດ້ສົ່ງເຣື່ອງດັ່ງກ່າວ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກວດສອບ ດໍາເນີນການຮຽບຮ້ອຍແລ້ວ ແລະຢາກແຈ້ງໄປຍັງປະຊາຊົນ ທຸກຄົນນໍາດ້ວຍ ວ່າທາງກົມກົງສູນ ບໍ່ມີການຮຽກເກັບເງິນເພີ່ມ ຈາກປະຊາຊົນເດັດຂາດ ຮວມເຖິງບໍ່ໄດ້ຮຽກເກັບເງິນ ໃນການມາລຽນຄິວເຮັດໜັງສືຜ່ານແດນ ສໍາລັບຄ່າເຮັດປື້ມຜ່ານແດນ ການເກັບຄ່າມາຕໍ່ຄິວ ໃນການມາເຮັດໜັງສືຜ່ານແດນ ສໍາລັບຄ່າເຮັດປື້ມຜ່ານແດນ ແມ່ນຫົວນຶ່ງ 6 ແສນກີບ ຫາກຜູ້ໃດເກັບເກີນນີ້ ກໍໃຫ້ແຈ້ງຕໍ່ເຈົ້າໜ້າທີ່ກົງສູນໄດ້ເລີຍ:
“ກວດຢູ່ໃດ໋ລະ ອັນນີ້ເຮົາສົ່ງເຣື່ອງໃຫ້ເຈົ້າໜ້າທີ່ແລ້ວເນາະ ເຈົ້າໜ້າທີ່ ເພິ່ນຈະດໍາເນີນການເອງ ເຈົ້າມາຕໍ່ເຈົ້າບໍ່ຕ້ອງເສັຍນໍາເຂົາເດີ້ ທາງເຮົາບໍ່ໄດ້ໃຫ້ເກັບເດ້ ຄັນເຈົ້າຮູ້ວ່າມີໃຜເກັບຫົວຄິວແນວນັ້ນ ເຈົ້າແຈ້ງເຈົ້າໜ້າທີ່ເຮົາໂລດ.”
ທ່ານກ່າວຕື່ມວ່າ ສ່ວນການແກ້ໄຂບັນຫາ ຄົນມາຕໍ່ຄິວຢ່າງໜາແໜ້ນ ເພື່ອເຮັດໜັງສືຜ່ານແດນ ຢູ່ນະຄອນຫຼວງວຽງຈັນນີ້ ກໍໄດ້ແຈ້ງການໄປແລ້ວວ່າ ເພີ່ມການຍື່ນຄໍາຮ້ອງ ເຮັດໜັງສືຜ່ານແດນອີກຕື່ມ 6 ແຂວງ ຄື:
- ແຂວງ ອຸດົມໄຊ
- ແຂວງຊຽງຂວາງ
- ແຂວງໄຊຍະບູຣີ
- ແຂວງຄໍາມ່ວນ
- ແຂວງສວັນນະເຂດ ແລະ
- ແຂວງຈໍາປາສັກ.
ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍໄດ້ກ່າວວ່າ ປັດຈຸບັນ ການເຮັດໜັງສືຜ່ານແດນ ໄປຕ່າງປະເທດນີ້ ຍັງມີຄວາມຫຍຸ້ງຍາກ ແລະຫຼ້າຊ້າຢູ່ ຄົນກໍຍັງມາຫຼາຍຢູ່ຄືເກົ່າ ເຊິ່ງກໍບໍ່ຮູ້ສາເຫດທີ່ແທ້ຈິງຄືກັນ ແລະດ້ວຍເຫດນີ້ ຈຶ່ງເຮັດໃຫ້ມີນາຍໜ້າ ຮັບເຮັດໜັງສືຜ່ານແດນ.
“ດຽວນີ້ຫັ້ນ ຣະບົບເຮັດພາສປອດເພິ່ນຫັ້ນ ຢາກຍາກໜ້ອຍນຶ່ງ ບໍ່ຮູ້ວ່າເປັນຫຍັງຄືກັນເນາະ ຂ້ອຍກະບໍ່ຮູ້ຄືກັນ ຣະບົບຂະເຈົ້າເຮັດກັນຈັ່ງໃດທາງຣັຖບານເພິ່ນ ຄົນກະຍັງຫຼາຍຄືເກົ່າ ປັດຈຸບັນ ຖ້າເຮົາຕ້ອງການດ່ວນເນາະ ອາຈມີ ຊິບປີ້ງເນາະ ຢູ່ແຖວນັ້ນ ເພິ່ນກໍອາຈມີຄົນທາງໃນຮູ້ຈັກເນາະ ຈ້າງເພິ່ນຫັ້ນ ກໍຄືຈ້າງໃຫ້ເຮົາໄດ້ສັມພາດໄວເນາະ.”
ເຖິງຢ່າງໃດກໍຕາມ ກ່ຽວກັບເຣື່ອງ ການເຮັດປື້ມຜ່ານແດນ ຫຼື Passport ຫຼ້າຊ້າ ແລະມີຄົນມາຕໍ່ຄິວຍາວນີ້ ຊາວລາວ ໃນນະຄອນຫຼວງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຖ້າຫາກທາງກົມກົງສຸນ ມີລະບົບອອນລາຍນ໌ ໃຫ້ຜູ້ທີ່ຢາກເຮັດໜັງສືປື້ມຜ່ານແດນ ປະກອບຟອມທາງອອນລາຍນ໌ ລ່ວງໜ້າ, ນັດມື້, ນັດໂມງ ສໍາພາດລະອຽດ ກໍຈະເປັນການດີ ເພື່ອຄວາມສະດວກ ແລະວ່ອງໄວ ແລະບໍ່ຕ້ອງມາຕໍ່ຄິວຍາວແບບນີ້ ຮວມທັງບັນຫາ ທີ່ມີພະນັກງານຣັຖ ຮ່ວມມືກັບນາຍໜ້າ ສວຍໂອກາດຮັບເຮັດໜັງສືຜ່ານແດນໃຫ້ປະຊາຊົນ ກໍຈະໝົດໄປ.
ຢ່າງໃດກໍຕາມ ກົມກົງສຸນ ໃນນະຄອນຫຼວງວຽງຈັນ ໄດ້ຈໍາກັດຈໍານວນ ໃນການເປີດຮັບການຍື່ນຄໍາຮ້ອງເຮັດໜັງສື ປື້ມຜ່ານແດນ ມື້ລະ 500 ຄົນ ເຊິ່ງໃນແຕ່ລະມື້ ກໍມີຄົນມາໜາແໜ້ນຢູ່ຄືເກົ່າ ຫຼາຍຄົນທີ່ບໍ່ໄດ້ຍື່ນເອກກສານໃນມື້ນີ້ ກໍຕ້ອງລໍຖ້າຍື່ນໃນມື້ຖັດໄປ ແລະການລໍຖ້າປື້ມຜ່ານແດນນັ້ນ ກໍຈະຫຼ້າຊ້າເກີນກໍານົດ 2 ອາທິດ. ບາງຄົນ ກວ່າຈະໄດ້ປື້ມຜ່ານແດນ ກໍຕົກຢູ່ປະມານ 3-4 ອາທິດ ເນື່ອງຈາກມີແຂວງອື່ນໆນໍາດ້ວຍ ທີ່ສົ່ງເອກສານ ເຂົ້າມາເຮັດປື້ມຜ່ານແດນ ຢູ່ນະຄອນຫຼວງວຽງຈັນ ຊຶ່ງມີພຽງແຕ່ບ່ອນດຽວ ທີ່ສາມາດອອກປື້ມຜ່ານແດນໃຫ້ໄດ້.
ຫຼ້າສຸດ ໃນວັນທີ 14 ກໍຣະກະດາ 2022 ນີ້ ທ່ານ ສີສຸພັນ ມະນີວັນ, ຮອງຫົວໜ້າ ກົມກົງສຸນ ກະຊວງການຕ່າງປະເທດ ໄດ້ອອກມາຊີ້ແຈງ ຕໍ່ເຫດການມີນາຍໜ້າ ມາຢືນລຽນແຖວ ແລະຮຽກເກັບເງິນປະຊາຊົນ ທີ່ມາເຮັດໜັງສືຜ່ານແດນ ໃນຄັ້ງວັນທີ 14 ມິຖຸນາ 2022 ຜ່ານມາວ່າ: ມາເຖິງປັດຈຸບັນ ແມ່ນຍັງສັງເກດເຫັນວ່າ ປະຊາຊົນລາວເຮົາ ຍັງສືບຕໍ່ມີຈໍານວນຫຼວງຫຼາຍ ມາຍື່ນຄໍາຮ້ອງຂໍໜັງສືຜ່ານແດນ ຊຶ່ງມີປະຣິມານເກີນຂີດຄວາມສາມາດ ໃນການຮອງຮັບໂຕຈິງ ຂອງລະບົບໃນແຕ່ລະມື້ ຊຶ່ງຕົວເລຂທີ່ສັມພາດໄດ້ຕົວຈິງ ຈາກບັນດາສູນຮັບຄຳຮ້ອງ ທີ່ຕ່າງແຂວງ ແລະ ຢູ່ກົມກົງສຸນ ມີສູງເຖິງປະມານ 2,000 ສບັບຕໍ່ມື້ ແລະ ສົ່ງຜົນເຮັດໃຫ້ ການອອກໜັງສືຜ່ານແດນ ມີຄວາມຊັກຊ້າ, ອີງຕາມການຣາຍງານ ຂອງໜັງສືພິມ ລາວພັດທະນາ.