ຍື່ນຄຳຮ້ອງເຮັດພາສປອດ ຄົນຍັງແໜ້ນ, ຕໍ່ແຖວຍາວ
2022.06.16

ປັດຈຸບັນ, ການຍື່ນຄຳຮ້ອງ ໃນການເຮັດພາສປອດ ໃນນະຄອນຫຼວງວຽງຈັນ ຍັງມີຄວາມຫຍຸ້ງຍາກ, ແອອັດ, ແລະ ຍັງຕ້ອງຖ້າດົນຢູ່ຄືເກົ່າ, ເຊິ່ງເປັນມາຕັ້ງແຕ່ຕົ້ນເດືອນມິຖຸນາ ນີ້, ສາເຫດຍ້ອນວ່າ ບ່ອນເຮັດພາສປອດ ໃນນະຄອນຫຼວງວຽງຈັນ ມີພຽງບ່ອນດຽວເທົ່ານັ້ນ ທີ່ສາມາດອອກໜັງສືໄດ້ ຈຶ່ງເຮັດໃຫ້ ຊາວລາວຈຳນວນຫຼາຍຄົນ ທີ່ຕ້ອງການເຮັດພາສປອດ ຍັງມີຄວາມລຳບາກ. ບາງຄົນເດີນທາງມາຈາກຕ່າງແຂວງ ຕ້ອງໄປລໍຖ້າ ແຕ່ເຊົ້າ ຫຼືຕອນເດິກ ເພື່ອໄປລຽນຄິວ, ເຊິ່ງມື້ນຶ່ງ ເກີນ 500 ປາຍຄົນ ແລະ ທາງການ ກໍໄດ້ແກ້ໄຂບັນຫານີ້ ດ້ວຍການເປີດຮັບ ຈຳນວນຜູ້ຍື່ນຄຳຮ້ອງ ຂໍເຮັດພາສປອດ ເປັນ 500 ຄົນຕໍ່ມື້, ແຕ່ກໍຍັງມີບາງຄົນ ບໍ່ສາມາດຍື່ນເອກສານໄດ້ ກໍຈຳເປັນຕ້ອງມາລຽນຄິວໃໝ່ ໃນມື້ຖັດໄປ.
ດັ່ງຊາວລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ມິຖຸນາ ນີ້ວ່າ:
“ແມ່ນແລ້ວ ແອອັດຫຼາຍ ຄົນໄປເຮັດຫັ້ນ ມັນເພີ່ມຂຶ້ນເລື້ອຍໆ ເພາະວ່າ ເສຖກິຈດຽວນີ້ ເປັນຈັ່ງຊີ້ເນາະ. ໄປເອງນີ້, ໄດ້ລຽນຄິວຕັ້ງແຕ່ເດິກໆພຸ້ນແຫຼະ, ແຕ່ຫາກໃຊ້ເວລາອົດທົນໜ້ອຍນຶ່ງ. ຖ້າເຮັດເອງ ໃນລະດັບ 10 ມື້, ກາຍຊ້ຳ ເພາະດຽວນີ້ ຄົນທີ່ໄປເຮັດກ່ອນ ເອກສານເກົ່າ ເພິ່ນຍັງບໍ່ອະນຸມັດ ອອກມາປານນີ້ຊ້ຳຫັ້ນ. ກະຍັງເຮັດບໍ່ທັນ 500 ເທື່ອຄົນ, ບາງທີກໍໄດ້ແຕ່ 200 ນຶ່ງ.”
ຂະນະທີ່ຊາວລາວ ໃນແຂວງສວັນນະເຂດ ອີກທ່ານນຶ່ງ ກໍໄດ້ກ່າວວ່າ ປັດຈຸບັນນີ້ ຄົນລາວ ພາກັນຫຼັ່ງໄຫຼ ໄປເຮັດພາສປອດກັນຫຼາຍ ແລະ ຍັງໄປລໍຖ້າລຽນຄິວ ຕອນເດິກໆກໍມີ ເພາະຢູ່ປະເທດລາວ ຍັງບໍ່ມີການລົງທະບຽນ ຍື່ນຄຳຮ້ອງ ຂໍເຮັດພາສປອດ ແບບອອນລາຍນ໌ເທື່ອ ແລະ ຫຼາຍຄົນ ຈະເດີນທາງໄປເຮັດ ຢູ່ໃນນະຄອນຫຼວງວຽງຈັນ ຍ້ອນວ່າ ຈະໄດ້ໄວກວ່າຕ່າງແຂວງ.
“ອໍຫຼາຍ ປັດຈຸບັນນີ້ ມາແຕ່ຕ່າງແຂວງຫຼາຍແຂວງ ບາງຄົນໄປ 12 ໂມງ ບາງມື້ບໍ່ໄດ້ສັມພາດກໍມີ. ຢູ່ລາວຍັງບໍ່ມີລະບົບອອນລາຍ ຕ້ອງໄປສັມພາດດ້ວຍຕົນເອງ ຍື່ນເອກສານດ້ວຍຕົນເອງ. ນະຄອນຫຼວງ ຈະແມ່ນບ່ອນຫຼັກໆ ທີ່ອອກພາສປອດໃຫ້ ຈະໄວກ່ອນໝູ່ເນາະ. ສວັນກະໄດ້, ເຮັດຢູ່ສວັນກະໄດ້, ແຕ່ມັນດົນ 14 ມື້ຂຶ້ນໄປ.”
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ໄດ້ກ່າວໃນມື້ດຽວກັນນີ້ວ່າ ນັບແຕ່ວັນທີ 14 ມິຖຸນາ 2022 ທາງກົມກົງສຸນ, ກະຊວງການຕ່າງປະເທດ ໄດ້ແກ້ໄຂສະເພາະໜ້າ, ໂດຍເພີ່ມຈຳນວນ ການຮັບເອກສານ ຍື່ນຄຳຮ້ອງ ຂໍເຮັດໜັງສືຜ່ານແດນ ຫຼືພາສປອດ ຈາກທີ່ຮັບ 300 ຄົນຕໍ່ມື້ ເພີ່ມເປັນ 500 ຄົນຕໍ່ມື້ ແລະ ຍັງເພີ່ມ ການຍື່ນຄຳຮ້ອງ ອີກຕື່ມ 6 ແຂວງ ຄືແຂວງອຸດົມໄຊ, ແຂວງຊຽງຂວາງ, ແຂວງໄຊຍະບູຣີ, ແຂວງຄຳມ່ວນ, ແຂວງສວັນນະເຂດ ແລະ ແຂວງຈຳປາສັກ ຍ້ອນວ່າ ມີຄົນເດີນທາງ ເຂົ້າມາເຮັດໜັງສືຜ່ານແດນ ໃນນະຄອນຫຼວງວຽງຈັນ ຈຳນວນຫຼາຍ.
ດັ່ງທ່ານກ່າວວ່າ:
“ເພິ່ນຫາກໍ່ປະກາດອອກມາ ຄັນແມ່ນວ່າແຂວງໃດ ທີ່ມີກົງສຸນ ເຮັດພາສປອດ ແມ່ນໃຫ້ຄົນໃນແຂວງນັ້ນ ລົງໄປເຮັດຕາມກົງສຸນ ຂອງແຕ່ລະແຂວງ ເພາະວ່າ ຄົນຢູ່ນະຄອນຫຼວງ ມັນແອອັດເກີນໄປ. ຫຼາຍແຂວງມັນກໍບໍ່ໄດ້ມີກົງສຸນເນາະ ເຂົາເຈົ້າກໍໄດ້ມາເຮັດຢູ່ນະຄອນຫຼວງ ມັນຫຼາຍຢູ່ໄລຍະນີ້ຫັ້ນ. ບາງຄົນເຂົາກໍໄປນອນກາງມຸ້ງ ກາງອີ່ຫຍັງຖ້າຫັ້ນແຫຼະ, ຫຼາຍ.”
ສຳລັບຄ່າທຳນຽມ ໃນການເຮັດໜັງສືຜ່ານແດນ ປຶ້ມບາງ ໃນນະຄອນຫຼວງວຽງຈັນ ຈະຢູ່ປະມານ 450,000 ກີບ, ຕ່າງແຂວງກໍຈະປະມານ 500,000 ກີບ. ສ່ວນໜັງສືຜ່ານແດນ ປຶ້ມໜາ ໃນນະຄອນຫຼວງວຽງຈັນ ລາຄາປະມານ 600,000 ກີບ, ຕ່າງແຂວງປະມານ 700,000 ກີບ.
ພ້ອມດຽວກັນນີ້, ເຈົ້າໜ້າທີ່ ຫ້ອງການ ການຕ່າງປະເທດ ໃນແຂວງໄຊຍະບູຣີ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກໍໄດ້ກ່າວວ່າ ໃນແຂວງໄຊຍະບູຣີ ກໍເປີດໃຫ້ປະຊາຊົນ ທີ່ຕ້ອງການເຮັດພາສປອດ ສາມາດເຂົ້າມາເຮັດໄດ້ແລ້ວ ດ້ວຍຄ່າທຳນຽມ ລາຄາ 700,000 ກີບ ຕໍ່ຫົວ, ເຊິ່ງກໍມີຄົນເຂົ້າມາ ຍື່ນຄຳຮ້ອງຫຼາຍຢູ່ ຕົກມື້ລະປະມານ 100 ຫາ 200 ຄົນ ແລະ ເຈົ້າໜ້າທີ່ ຈະສົ່ງຄຳຮ້ອງ ໄປຍັງນະຄອນຫຼວງວຽງຈັນ ເພື່ອໃຫ້ອອກປຶ້ມໃຫ້, ເຊິ່ງກໍລໍຖ້າ ບໍ່ຕ່ຳກວ່າ 10 ມື້.
“ບາງມື້ຄົນຫຼາຍເກີນ ກະຮອດ 100 ປາຍ 200 ຮັບບໍ່ໄຫວ, ປ່ຽນເປັນມື້ອື່ນເຊົ້າຊີ້. ຖ້າຄົນມັນບໍ່ຫຼາຍເນາະ, ມາຍື່ນຄຳຮ້ອງມື້ນີ້ ກະໄດ້ເຮັດມື້ນີ້. ຄ່າທຳນຽມປຶ້ມລະແມ່ນ ຫົວນຶ່ງ 7 ແສນ. ບໍ່ໄດ້ອອກປຶ້ມຢູ່ນີ້ເດ ມີແຕ່ອອກຢູ່ນະຄອນຫຼວງ, ອອກຢູ່ກະຊວງເລີຍ ລໍຖ້າເອົາ 10 ມື້ຣັຖການເນາະ.”
ອີງຕາມການຣາຍງານ ຂອງທ່ານ ສີສຸພັນ ມະນີວັນ, ຮອງຫົວໜ້າກົມກົງສຸນ, ກະຊວງການຕ່າງປະເທດ ຣາຍງານໃນວັນທີ 14 ມິຖຸນາ 2022 ທີ່ຜ່ານມາວ່າ ພາຍຫຼັງຣັຖບານ ໄດ້ເປີດປະເທດ ຕັ້ງແຕ່ວັນທີ 9 ພຶສພາ 2022, ມີປະຊາຊົນ ເດີນທາງມາເຮັດໜັງສືຜ່ານແດນ ຈຳນວນສູງຂຶ້ນຕໍ່ເນື່ອງ. ດັ່ງນັ້ນ, ທາງກົມກົງສຸນ ຈຶ່ງຫາວິທີແກ້ໄຂ, ໂດຍໃຫ້ພະນັກງານ ສະຣະເວລາ ຂອງຕົນ ເພື່ອໃຫ້ບໍຣິການ ຮັບໃຊ້ປະຊາຊົນ, ເຊິ່ງໄດ້ຈັດຕັ້ງພະນັກງານ ຈຳນວນນຶ່ງ ມາຈັດຄວາມເປັນລະບຽບ ແລະ ກວດກາເອກສານ ໃຫ້ປະຊາຊົນ ຢູ່ພາຍໃນກົມກົງສຸນ ກ່ອນໂມງຣັຖການ ເພື່ອເພີ່ມຈຳນວນ ການຮັບເອກສານ ໃນແຕ່ລະມື້ ໃຫ້ຫຼາຍຂຶ້ນ ແລະ ດຳເນີນການສັມພາດ ຜູ້ທີ່ມາຍື່ນຄຳຮ້ອງ ໃຫ້ຄົບທຸກຄົນ, ເຖິງແມ່ນວ່າ ຈະກາຍໂມງເຮັດວຽກກໍຕາມ. ທັງຍັງມີແຜນ ຈະສົ່ງພະນັກງານ ໄປສັມພາດເພີ່ມຕື່ມ ແລະ ໄປປະຈຳຢູ່ແຕ່ລະສູນ ຮັບຄຳຮ້ອງ ເຮັດໜັງສືຜ່ານແດນ ທີ່ຕ່າງແຂວງນຳດ້ວຍ.
ນອກຈາກນີ້, ຈະເພີ່ມການເຜີຍແຜ່ຂໍ້ມູນ ກ່ຽວກັບການປະກອບເອກສານ ແລະ ຂັ້ນຕອນການຍື່ນຄຳຮ້ອງ ດ້ວຍຕົນເອງ ໃຫ້ປະຊາຊົນຮັບຮູ້ ແລະ ບໍ່ຫຼົງເຊື່ອ ບັນດາກຸ່ມນາຍໜ້າ ທີ່ອ້າງວ່າ ສາມາດຊ່ອຍແລ່ນເອກສານໃຫ້ໄດ້. ສ່ວນມາຕການແກ້ໄຂ ໃນໄລຍະຍາວນັ້ນ, ທາງກົມກົງສຸນ ກຳລັງຄົ້ນຄວ້າ ແລະ ອອກແບບລະບົບ ແຈກບັດຄິວນັດສັມພາດ, ໂດຍຜ່ານລະບົບອອນລາຍນ໌.