ປະຊາຊົນ ຢາກໃຫ້ເພີ່ມ ບ່ອນເຮັດໜັງສື ຜ່ານແດນ
2022.12.19

ອິງຕາມການຣາຍງານຂອງ ທ່ານ ດຣ. ຄໍາປະເສີດ ເທບວົງສາ ສມາຊິກສະພາແຫ່ງຊາຕ (ສສຊ) ຈາກເຂດເລືອກຕັ້ງທີ 16 ແຂວງເຊກອງ ໄດ້ສເນີໃນກອງປະຊຸມ ສະພາແຫ່ງຊາຕລາວ ສມັຍສາມັນເທື່ອ ທີ 4 ຂອງສະພາແຫ່ງຊາຕຊຸດທີ 9 ໃຫ້ຂຍາຍສະຖານທີ່ ເຮັດໜັງສືຜ່ານແດນ ແລະ ຄວນພິຈາຣະນາ ການອອກໜັງສືຜ່ານແດນ ໂດຍນໍາໃຊ້ເຄື່ອງມື ອິເລັກໂທຣນິກເຂົ້າມາຊ່ວຍ ເພື່ອຫລຸດຂັ້ນຕອນໃນການດໍາເນີນການ ແລະ ຫລຸດການແອອັດ ໃນການລຽນຄີວສັມພາດ ນອກຈາກນີ້ ຍັງສເນີ ໃຫ້ແກ້ໄຂກ່ຽວກັບ ກໍຣະນີ ໜັງສືຜ່ານແດນເສັຍ ຫລື ໜັງສືຜ່ານແດນໝົດອາຍຸ ແລ້ວຕ້ອງເຮັດໃໝ່ໜົດ ເປັນສິ່ງທີ່ຈໍາເປັນບໍ່ ທັງທີ່ຂໍ້ມູນມີໝົດທຸກຢ່າງ ໃຫ້ມີຄວາມສະດວກ ວ່ອງໄວ ທັນໄສ ແລະ ເປັນລະບົບຫລາຍຂຶ້ນ
ກ່ຽວກັບເຣຶ່ອງດັ່ງກ່າວນີ້ ຊາວລາວຫລາຍຄົນ ກໍເຫັນດີຫລາຍ ຖ້າຫາກຣັຖບານສາມາດເຮັດໄດ້ຕາມທີ່ ສສຊ ສເນີ ເນື່ອງຈາກທີ່ຜ່ານມາ ມີຄວາມຫຍຸ້ງຍາກຫລາຍ ໃນໄລຍະເວລາທີ່ເດີນທາງໄປເຮັດໜັງສືຜ່ານແດນ ໂດຍສະເພາະໃນນະຄອນຫລວງວຽງຈັນ ເນື່ອງຈາກເປັນບ່ອນດຽວທີ່ສາມາດອອກໜັງສືຜ່ານແດນໄດ້ ຖ້າຫາກໃນໄລຍະທີ່ມີຄົນຫລາຍ ປະຊາຊົນກໍຈະລໍຖ້າລຽນຄີວດົນ ຖ້າຫາກເປັນຄົນຕ່າງແຂວງ ກໍຕ້ອງໄດ້ຈອງໂຮງແຮມນອນ ເສັຍເງິນເພີ່ມ ຫລາຍຄົນກໍຢາກໃຫ້ມີ ການຈອງຄີວສັມພາດຜ່ານອອນລາຍນ໌ ກໍຈະດີຫລາຍ ແລະ ມີຄວາມສະດວກຫລາຍຂຶ້ນ
ດັ່ງ ຊາວລາວ ໃນແຂວງ ບໍຣິຄໍາໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ທັນວາ ນີ້ວ່າ:
“ເຮົາຈອງໂຮງແຮມຢູ່ເລີຍ ພຸ້ນລະ ເຮົາຕ້ອງຕື່ນແຕ່ເຊົ້າເດ້ ໄປຈັບບັດຄີວ ໃຫ້ໄດ້ຄີວ ເວລາຄົນຫລາຍເຮົາໄດ້ຄີວຫລາຍກໍຊິໄດ້ຖ້າດົນ ກໍຈະເປັນມື້ 2 ມື້ ພຸ້ນ ເຮົາຄ່ອຍໄດ້ລົງເຮັດ ຢາກໃຫ້ມັນ ລອງອອນລາຍນ໌ ແຕ່ມັນຊິມີບໍ່ລະ ຖ້າມັນມີ ມັນກໍ ສຳລັບຄົນຕ່າງແຂວງ.”
ຂະນະທີ່ຊາວລາວ ໃນນະຄອນຫລວງວຽງຈັນອີກທ່ານນຶ່ງ ກໍກ່າວວ່າ ການເຮັດໜັງສືຜ່ານແດນດ້ວຍຕົນເອງ ໂດຍບໍ່ຜ່ານນາຍໜ້າ ຖ້າຫາກມີຄົນຫລາຍ ກໍໄດ້ລໍຖ້າດົນ ບາງເທື່ອຕ້ອງ ໄດ້ນອນຄ້າງຄືນເພື່ອລໍຖ້າຢື່ນເອກສານຕາມຄີວ ເຊິ່ງກໍມີຄວາມຫຍຸ້ງຍາກຢູ່ ແຕ່ກໍຖືວ່າລາຄາຖືກກ່ວາການແຈ້ງນາຍໜ້າ
“ເຄີຍໄປເຮັດຢູ່ ເຮັດມາໄດ້ຫລາຍປີແລ້ວ ມານອນລໍຖ້າຄືນນຶ່ງ ຢື່ນເອກສານຫຍຸ້ງຍາກໜ້ອຍນຶ່ງຖ້າເຮົາເຮັດເອງ ປື້ມກໍໄດ້ໄປເອົາເອງ ຖ້າມີນາຍໜ້າແທ້ ມັນແພງ.”
ຂະນະດຽວກັນ ນາຍໜ້າຮັບແລ່ນເຮັດເອກສານ ໃນແຂວງສວັນນະເຂດ ທ່ານນຶ່ງກໍກ່າວວ່າ ການໄປເຮັດໜັງສືຜ່ານແດນ ກໍມີຄົນໄປເຮັດຫລາຍເປັນປົກຕິຢູ່ແລ້ວ ບາງຄົນໄປເຮັດເອງ ເສັຍຖ້ຽວກໍມີ ຖ້າຫາກໄລຍະໃດ ຄົນຫລາຍແຮງກໍຕ້ອງລໍຖ້າດົນ ເພາະເຖິງແມ່ນວ່າຢື່ນຄໍາຮ້ອງໃນແຂວງສວັນນະເຂດໄປແລ້ວ ກໍຕ້ອງລໍຖ້າ ທາງກະຊວງການຕ່າງປະເທດ ອອກໜັງສືຜ່ານແດນ ໃຫ້ພຽງບ່ອນດຽວເທົ່ານັ້ນ
“ມັນກໍຫລາຍ ຕາມປົກຕິຢູ່ແລ້ວ ຫລາຍຄົນເຂົາເຈົ້າກໍເສັຍຖ້ຽວຫລາຍ ເພາະວ່າ ມັນເຮັດ ອອນລາຍນ໌ ບໍ່ໄດ້ ສຳລັບ ພາສປອຕເນາະ ຈະມີສັມພາດເປັນຮອບມື້ ເຖິງເຈົ້າຈະຈ້າງຄົນອື່ນກໍຕາມ ເຈົ້າກໍຕ້ອງໄດ້ ໄປຖ່າຍຮູບໂຕຈິງ ແລ້ວກະສະແກນລາຍນີ້ວມື ກະຄືທັງໝົດ 10 ນີ້ວນີ້ແຫລະ.”
ພ້ອມດຽວກັນນີ້ ນາຍໜ້າທີ່ຮັບແລ່ນເຮັດເອກສານ ໃນນະຄອນຫລວງວຽງຈັນ ກໍກ່າວວ່າ ຖ້າຫາກໄປເຮັດໜັງສືຜ່ານແດນເອງ ກໍຈະມີຂັ້ນຕອນຢື່ນເອກສານຫລາຍຢ່າງ ເຊິ່ງກໍເຮັດໃຫ້ ເສັຍເວລາຫລາຍ ລວມໄລຍະເວລາກໍປະມານ 1-2 ເດືອນ.
“ຄັນມາເຮັດເອງເນາະ ນຶ່ງ ເຈົ້າຊິປະກອບຟອມຢູ່ບ້ານນັ້ນເອງກ່ອນເນາະ ຂຽນຟອມຈ້ໍາບ້ານອີ່ຫຍັງຫັ້ນນ່າ ແລ້ວກະສອງມາ ເຈົ້າກໍຊິໄດ້ມາເອົາຄີວກ່ອນ ຢື່ນວັນທີ 19 ນີ້ ກະປະມານເດືອນນຶ່ງ ເຂົາເຈົ້ານັດສັມພາດເນາະ ບາດຮອດມື້ມາສັມພາດຫັ້ນນ່າ ສັມພາດແລ້ວ ລະກໍກັບ ແລ້ວກໍຖ້າອີກ 21 ມື້ ກັບມາເອົາປື້ມອີກ.”
ສຳລັບຄ່າທໍານຽມ ໃນການເຮັດໜັງສືຜ່ານແດນປື້ມບາງ ໃນນະຄອນຫລວງວຽງຈັນ ຈະຢູ່ປະມານ450,000 ກີບ ຕ່າງແຂວງກໍຈະປະມານ 500,000 ກີບ ສ່ວນໜັງສືຜ່ານແດນປື້ມໜາ ໃນນະຄອນຫລວງວຽງຈັນ ລາຄາປະມານ 600,000 ກີບ ຕ່າງແຂວງປະມານ 700,000 ກີບ.
ນອກຈາກນີ້ ທ່ານ ດຣ ຄໍາມ່ວນ ຊົມສີຫາປັນຍາ ສສຊ ເຂດເລືອກຕັ້ງທີ່ 2 ແຂວງຜົ້ງສາລີ ຍັງໄດ້ ສເນີໃນກອງປະຊຸມ ສະພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາຕຊຸດທີ 9 ວ່າ ຖ້າຫາກ ແກ້ໄຂການເຮັດໜັງສືຜ່ານແດນ ທີ່ທັນສມັຍ ໃນຮູບແບບອອນລາຍນ໌ ມັນກໍຈະສະດວກຫລາຍ ຍ້ອນວ່າ ສັນຍານ 3 ຈີ ຂອງອິນເຕີ້ເນດ ກວມເອົາທົ່ວປະເທດ 98% ແລ້ວ ເຊິ່ງເຮັດໃຫ້ປະຊາຊົນ ສາມາດໃຊ້ມືຖື ຢື່ນຄໍາຮ້ອງໄດ້ ໂດຍບໍ່ຕ້ອງມາລໍຖ້າ ແອອັດ ຢູ່ໜ້າກົມກົງສຸນ ແລະ ກໍຈະເຮັດໃຫ້ປະຊາຊົນ ມີຄວາມສະດວກ ງ່າຍຂຶ້ນ.
ທີ່ຜ່ານມາ ໃນໄລຍະຕົ້ນເດືອນມີຖຸນາ 2022 ການຢື່ນເອກສານຄໍາຮ້ອງ ຂໍໃນການເຮັດພາສປອຕ ຫລື ໜັງສືຜ່ານແດນ ໃນນະຄອນຫລວງວຽງຈັນ ປະຊາຊົນກໍໄດ້ພົບກັບຄວາມຫຍຸ້ງຍາກ ແລະມີສະພາບແອອັດ ລໍຖ້າດົນຫລາຍ ບາງຄົນເດີນທາງມາຈາກຕ່າງແຂວງ ຕ້ອງໄປລໍຖ້າແຕ່ເຊົ້າ ເພື່ອໄປລຽນຄີວສັມພາດ ທາງການແກ້ໄຂ ໄດ້ພຽງສະເພາະໜ້າເທົ່ານັ້ນ ໂດຍການເປີດຮັບຈໍານວນ ຜູ້ຢື່ນຄໍາຮ້ອງຂໍເຮັດ ພາສປອດ ຈາກ ມື້ລະບໍ່ເກີນ 300 ຄົນ ເປັນ 500 ປາຍຄົນ ຕໍ່ມື້ ແຕ່ກໍຍັງມີບາງຄົນບໍ່ສາມາດຢື່ນເອກສານໄດ້ກໍມີ ຕ້ອງມາລໍຖ້າ ລຽນຄີວສັມພາດໃໝ່ ໃນມື້ຕໍ່ໄປ.