ຍັງມີເຈົ້າໜ້າທີ່ຣັຖ ຮັບແລ່ນໜັງສືຜ່ານແດນ ໃນລາຄາແພງ

ສຸພັດຕາ
2022.05.24
ຍັງມີເຈົ້າໜ້າທີ່ຣັຖ ຮັບແລ່ນໜັງສືຜ່ານແດນ ໃນລາຄາແພງ ປື້ມຜ່ານແດນ (Passport) ຂອງຄົນລາວ ທີ່ໃຊ້ໃນການເດີນທາງ ໄປຕ່າງປະເທດ, ໂດຍສະເພາະມື້ທີ່ທາງການລາວ ໄດ້ເປີດປະເທດແບບເຕັມຮູບແບບ, ມີປະຊາຊົນຈຳນວນຫຼາຍ ໃຊ້ໜັງສືເດີນທາງເຂົ້າໄປປະເທດໄທຍ, ດ່ານມິຕພາບ ນະຄອນຫຼວງວຽງຈັນ-ໜອງຄາຍ ເດືອນພຶສພາ 2022.
RFA

ອີງຕາມການຣາຍງານ ຂອງກອງບັນຊາການ ປກສ ແຂວງບໍ່ແກ້ວ ໃນວັນທີ່ 20 ພຶສພາ 2022 ນີ້ ທີ່ແຈ້ງການວ່າ ຫ້າມບໍ່ໃຫ້ເຈົ້າໜ້າທີ່ ປກສ ຮັບແລ່ນເອກກະສານປື້ມຜ່ານແດນ (Passport) ໃຫ້ປະຊາຊົນ ແລ້ວເອົາຄ່າຈ້າງນັ້ນ ເຊິ່ງຊາວລາວຈໍານວນນຶ່ງ ຍັງເຫັນວ່າ ເປັນເຣື່ອງທີ່ເປັນໄປໄດ້ຍາກ ຍ້ອນໃນປັດຈຸບັນນີ້ ກໍຍັງມີເຈົ້າໜ້າທີ່ຣັຖຈໍານວນນຶ່ງ ສວຍໃຊ້ໜ້າທີ່ຕໍາແໜ່ງ ຮັບແລ່ນເອກກະສານ ປື້ມຜ່ານແດນ ໃຫ້ປະຊາຊາຊົນຢູ່ ໂດຍຈະເກັບເງິນໃນລາຄາສູງເກີນຄວາມເປັນຈິງ ເຊັ່ນ: ການເຮັດພາສປອຣ໌ດ 1 ຫົວ ຮວມລາຄາທັງໝົດ ຈະຕົກຢູ່ປະມານ 7-8 ແສນກີບ, ແຕ່ປະຊາຊົນບາງຄົນ ກໍບໍ່ໄດ້ຮູ້ຣາຍລະອຽດ ແລະຂັ້ນຕອນກ່ຽວກັບລາຄາທີ່ແຈ່ມແຈ້ງ ກໍຕ້ອງຍອມເສັຽເງິນໃຫ້ເຈົ້າໜ້າທີ່ຣັຖ ຄົນທີ່ແລ່ນເອກກະສານນັ້ນໃຫ້ ໃນລາຄາເປັນລ້ານກີບກໍມີ.

ກ່ຽວກັບເຣື່ອງນີ້ ປະຊາຊົນກໍຢາກໃຫ້ທາງການ ຕິດລາຄາໃນການປະກອບ ເອກກະສານຕ່າງໆ ເພື່ອເຮັດປື້ມຜ່ານແດນ ວ່ານຶ່ງຫົວ ຕ້ອງເສັຍຄ່າທໍານຽມຮວມທັງໝົດເທົ່າໃດ ເພື່ອປ້ອງກັນບໍ່ໃຫ້ເຈົ້າໜ້າທີ່ຣັຖບາງຄົນ ສວຍໂອກາດຮຽກເກັບເງິນນໍາປະຊາຊົນ ໃນລາຄາແພງ.

ດັ່ງຊາວລາວທ່ານນຶ່ງ ທີ່ເຄີຍເຮັດປື້ມຜ່ານແດນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 24 ພຶສພາ ນີ້ວ່າ:

“ໂຕນີ້ເປັນເຈົ້າໜ້າທີ່ເພິ່ນເຮັດໃຫ້ເລີຍ ບາງຄົນ ກະເຂົ້າໄປແບບບໍ່ຮູ້ຂັ້ນຕອນຫັ້ນນ່າ ກະເຮັດໃຫ້ຫຼົງເຊື່ອ ໃນສິ່ງທີ່ເຂົ້າເວົ້າເນາະ ກະເຮັດໄປຕາມຫັ້ນນ່າ ຄັນວ່າເປັນໄປໄດ້ເນາະ ຢາກໃຫ້ມີການກວດສອບ ຢາກໃຫ້ທຸກໆຂັ້ນຕອນ ໃນການເຮັດເອກກະສານ ປື້ມຜ່ານແດນນີ້ເນາະ ຕ້ອງເຜີຍແຜ່ກ່ຽວກັບລະບຽບ ລະບຸລາຄາລະອຽດເນາະ ທຸກຄົນຕ້ອງເຮັດໄດ້ ທີ່ວ່າບໍ່ເສັຽເງິນ ທີ່ວ່າມັນເກີນລາຄາໂພດຫັ້ນນ່າ.”

ທ່ານຍັງກ່າວຕື່ມອີກວ່າ ປັດຈຸບັນນີ້ິ ກັບກາຍມາເປັນປະເພນີໄປແລ້ວ ທີ່ເວລາໄປເຮັດເອກະສານປື້ມຜ່ານແດນ ຜູ້ໃດຢາກໄດ້ໄວ ກໍຕ້ອງຈ່າຍເງິນໃຫ້ເຈົ້າໜ້າທີ່ຣັຖ ທີ່ຮັບແລ່ນເອກກະສານໃນລາຄາສູງພໍສົມຄວນ ເພື່ອໃຫ້ໄດ້ປື້ມດັ່ງກ່າວ ບໍ່ເກີນ 2 ມື້, ແຕ່ຖ້າຫາກເຮັດຕາມລະບົບ ກໍຕ້ອງລໍຖ້າປະມານ 2 ອາທິດ ກໍຈະໄດ້ປື້ມຜ່ານແດນ.

“ໂຕນີ້ເນາະ ເປັນວັທນະທັມ ຄືລັກສະນະແບບວ່າ ຄັນເປັນປື້ມຜ່ານແດນ ຖ້າຫາກວ່າເຮັດຕາມລະບຽບແທ້ໆເນາະ ກະແມ່ນ 2 ອາທິດເນາະ ຖ້າຫາກວ່າ ບໍ່ເຮັດຕາມລະບຽບ ກະຄືປະມານ 2 ມື້ ຫຼືມື້ດຽວ ກັບມື້ເລີຍກະໄດ້ຫັ້ນນ່າ.”

ຂະນະທີ່ ຊາວລາວທ່ານນຶ່ງ ທີ່ເຄີຍໄປເຮັດປື້ມຜ່ານແດນ ກ່າວກ່ຽວກັບເຣື່ອງດັ່ງກ່າວນີ້ວ່າ ຫຼາຍຄົນກໍຮູ້ກັນດີວ່າ ຍັງມີເຈົ້າໜ້າທີ່ຈໍານວນນຶ່ງ ຮັບແລ່ນເອກກະສານປື້ມຜ່ານແດນ ແນ່ນອນກໍຕ້ອງໄດ້ເສັຽຄ່າເອກກະສານ ໃຫ້ເຂົາເຈົ້າໃນລາຄາສູງ ກໍໄດ້ປື້ມໄວ ເຊິ່ງຫຼາຍຄົນກໍຍອມຈ່າຍ ເພາະຖ້າໄປເຮັດຕາມລະບົບ ກໍຕ້ອງເປັນອາທິດຈຶ່ງໄດ້ ຂຶ້ນຢູ່ກັບແຕ່ລະເຂດນໍາ ແຕ່ສໍາລັບຕົນເອງແລ້ວ ແມ່ນຈ່າຍບໍ່ຕໍ່າກວ່າ 150,000 ກີບ.

“ປື້ມຜ່ານແດນ ແຕ່ລະເຂດບາງບ່ອນ ມັນກະຈະເສັຽຕໍ່າສຸດລະ 150,000 ເຈົ້າສາມາດຢູ່ໃນປະເທດໄທຍ ໄດ້ບໍ່ເກີນ 3 ມື້ ຈ່າຍໃຫ້ພະນັກງານເຂົາຢູ່ຫັ້ນເລີຍນ່າ ເຮົາໄປເຮັດຕາມລະບົບ ຕາມຂັ້ນຕອນ ມັນກໍຄືອາທິດນຶ່ງ.”

ກ່ຽວກັບບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ໃນແຂວງບໍ່ແກ້ວ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກໍກ່າວໃນມື້ດຽວກັນນີ້ວ່າ ການເຮັດປື້ມຜ່ານແດນນີ້ ເຈົ້າໜ້າທີ່ຣັຖ ຈະເກັບຄ່ານຽມ ໃນລາຄາປົກກະຕິ ຄື: 80,000 ກີບຕໍ່ຫົວ ເຊິ່ງເຣື່ອງການສວຍໃຊ້ຕໍາແໜ່ງໜ້າທີ່ ຮັບແລ່ນເອກກະສານປື້ມຜ່ານແດນ ໃຫ້ປະຊາຊົນ ແລ້ວເກັບເງິນໃນລາຄາສູງນີ້ ກໍຍັງມີເຈົ້າໜ້າທີ່ຈໍານວນນຶ່ງດໍາເນີນການກັນຢູ່ ສາເຫດຍ້ອນວ່າ ທາງການ ບໍ່ລະບຸ ຫຼືຕິດປ້າຍລາຄາ ໃນການເຮັດປື້ມຜ່ານແດນຢ່າງຈະແຈ້ງ ຈຶ່ງເປັນຊ່ອງຫວ່າງໃຫ້ເຈົ້າໜ້າທີ່ຣັຖຈໍານວນນຶ່ງ ສວຍໂອກາດນີ້ ຫາເງິນເຂົ້າຖົງໂຕເອງ.

“ເພິ່ນບໍ່ໄດ້ລະບຸລົງຢູ່ໃນແຈ້ງການເນາະ ເອີ່.ໂຕຢ່າງວ່າ ຖ້າໄປເຮັດໃບຜ່ານແດນນີ້ ເພິ່ນຕ້ອງເສັຽຄ່າທໍານຽມເທົ່ານີ້ພັນ ເຂົ້າກໍຖາມເນາະ ຄ່າທໍານຽມເທົ່າໃດ ບາງຄົນກໍເທົ່ານີ້ເທົ່ານັ້ນ ຜູ້ເອົາຫຼາຍກະມີ ມັນກະຊິມີບາງຈໍານວນ ມັນເປັນແບບນັ້ນແຫຼະ ສວຍໂອກາດ ເຫັນແກ່ເງິນແກ່ທອງ ເຫັນແກ່ເນື້ອແກ່ໂຕ ມັນບໍ່ແມ່ນໝົດທຸກຄົນດອກ ເຈົ້າໜ້າທີ່ ຜູ້ດີກະດີ.”

ພ້ອມດຽວກັນນີ້ ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍໄດ້ກ່າວວ່າ ທີ່ຜ່ານມາກໍຍັງບໍ່ພົບວ່າ ມີເຈົ້າໜ້າທີ່ ປກສ ສວຍໂອກາດຮັບແລ່ນເອກກະສານປື້ມຜ່ານແດນ ແລ້ວເອົາຄ່າຈ້າງກັບປະຊາຊົນ ແຕ່ທີ່ທາງ ປກສ ແຂວງ ໄດ້ແຈ້ງການອອກໄປວ່າ ຫ້າມເຈົ້າໜ້າທີ່ ປກສ ຮັບແລ່ນເອກະສານປື້ມຜ່ານແດນ ໃຫ້ພໍ່ແມ່ປະຊາຊົນ ເພື່ອປ້ອງກັນໄວ້ກ່ອນ ຍ້ອນມັນຜິດກົດລະບຽບ.

“ໂຕນີ້ ມັນສວຍໂອກາດໃຊ້ໜ້າທີ່ບໍ່ໄດ້ ມັນບໍ່ຖືກກັບລະບຽບຂອງກໍາລັງ ຜ່ານມາກະບໍ່ມີດອກ ແຕ່ວ່າບໍ່ໃຫ້ເກີດ ຖືວ່າທາງຄະນະພັກ ຄະນະບັນຊາປ້ອງກັນໄວ້ກ່ອນ ບໍ່ໃຫ້ມີຊ່ອງຫວ່າງ ຖ້າແມ່ນມັນມີ ກໍໄດ້ປະຕິບັດ ສຶກສາອົບຮົມ ກ່າວເຕືອນ ຕາມຂັ້ນຕອນມັນຫັ້ນແຫຼະ ຖ້າຫາກວ່າຫຼາຍເທື່ອ ກໍປະຕິບັດໜັກຂຶ້ນເລື້ອຍໆ.”

ອີງຕາມການຣາຍງານ ຂອງກອງບັນຊາການ ປກສ ແຂວງບໍ່ແກ້ວ ໃນວັນທີ່ 20 ພຶສພາ 2022 ໄດ້ແຈ້ງການໄປທົ່ວ 5 ເມືອງ ໃນແຂວງບໍ່ແກ້ວ ວ່າ ຫ້າມບໍ່ໃຫ້ເຈົ້າໜ້າທີ່ ປກສ ສວຍໃຊ້ຕໍາແໜ່ງໜ້າທີ່ ຮັບແລ່ນເອກກະສານປື້ມຜ່ານແດນ ໃຫ້ພໍ່ແມ່ປະຊາຊົນ ເພື່ອເອົາຄ່າຈ້າງ ຖ້າຫາກປະຊາຊົນບຸກຄົນໃດ ຕ້ອງເຮັດປື້ມຜ່ານແດນ ແມ່ນໃຫ້ຂຶ້ນໄປເຮັດຢູ່ຫ້ອງການທີ່ກ່ຽວຂ້ອງດ້ວຍຕົນເອງ ຕາມຂັ້ນຕອນຂອງການອອກປື້ມຜ່ານແດນ ແລະຖ້າຫາກເຈົ້າໜ້າທີ່ທ່ານໃດ ບໍ່ປະຕິບັດຕາມ ແມ່ນຈະໄປປະຕິບັດຕາມລະບຽບກົດໝາຍ ຂອງກອງກໍາລັງ ປ້ອງກັນຄວາມສະຫງົບແຫ່ງຊາດ.

ຢ່າງໃດກໍຕາມ ທາງການກໍບໍ່ໄດ້ແຈ້ງລາຄາ ຄ່າທໍານຽມ ໃນການເຮັດປື້ມຜ່ານແດນ ໃຫ້ປະຊາຊົນຮັບຮູ້ ຢ່າງເປັນທາງການ ເຊິ່ງກໍຖືວ່າ ຍັງເປັນຊ່ອງຫວ່າງໃຫ້ເຈົ້າໜ້າທີ່ຣັຖບາງຄົນ ໃນການສວຍໂອກາດ ເກັບຄ່າທໍານຽມ ໃນການແລ່ນເອກກະສານປື້ມຜ່ານແດນ ກັບປະຊາຊົນ ໃນລາຄາທີ່ສູງເກີນຄວາມເປັນຈິງ.

ເຫດການທີ່ມີຄົນຫຼັ່ງໄຫຼ ໄປເຮັດໜັງສືຜ່ານແດນ ກັນຢ່າງຫຼວງຫຼາຍນີ້ ເກີດຂຶ້ນພາຍຫຼັງ ທີ່ປະເທດລາວ ໄດ້ເປີດປະເທດຢ່າງເຕັມຮູບແບບ ເມື່ອວັນທີ່ 09 ພຶສພາ 2022 ນີ້ ໂດຍບຸກຄົນທົ່ວໄປ ແລະຄົນຕ່າງປະເທດ ສາມາດເຂົ້າ-ອອກ ປະເທດລາວ ໄດ້ເປັນປົກກະຕິ ໃນທຸກດ່ານສາກົລ ໂດຍບໍ່ມີການກັກໂຕ ຫຼືມີຂໍ້ຫ້າມ ທີ່ເຮັດໃຫ້ຫຍຸ້ງຍາກແຕ່ຢ່ງງໃດ, ແຕ່ຕ້ອງໄດ້ມີໃບຢັ້ງຢືນ ການສັກວັກຊິນປ້ອງການເຊື້ອໂຄວິດ-19 ຄົບໂດສ ຕາມຍີ່ຫໍ້ຂອງວັກຊິນນັ້ນໆ ກໍສາມາດເຂົ້າ-ອອກ ປະເທດລາວໄດ້. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.