ລາວ, ອາເມຣິກາ ຮ່ວມມື ດ້ານຊັພຍາກອນນ້ຳ
2022.07.14

ຄະນະກັມມາທິການ ແມ່ນ້ຳມິສຊິສຊີບປີ້ ຫຼື Mississippi River Commission ປະເທດສະຫະຣັຖອາເມຣິກາ ເດີນທາງມາຢ້ຽມຢາມ ປະເທດລຸ່ມແມ່ນ້ຳຂອງ ຄື ລາວ ແລະ ກັມພູຊາ ລະຫວ່າງ ວັນທີ 10-16 ກໍຣະກະດາ 2022 ເພື່ອເສີມສ້າງຄວາມຮ່ວມມື ໃນການພັທນາ ແລະ ຈັດການຊັພຍາກອນນ້ຳ, ປະສິດທິພາບ ແລະ ການເປັນມິດຕໍ່ສິ່ງແວດລ້ອມ ຫຼາຍຂຶ້ນ.
ການຮ່ວມມືຄັ້ງນີ້ ຈະຊ່ວຍຍົກລະດັບການບໍຣິຫານ ຈັດການແມ່ນ້ຳຂ້າມພົມແດນ, ການຫຼຸດຄວາມສ່ຽງ ຈາກພັຍພິບັດ ແລະ ການພັທນາທີ່ຍືນຍົງ ເພື່ອສ້າງຄວາມໝັ້ນຄົງ ແລະ ຄວາມຈະເຣີນຮຸ່ງເຮືອງ.
ພົນຕຣີ Diana M. Holland ປະທານຄະນະກັມມາທິການແມ່ນ້ຳ ແມ່ນ້ຳມິສຊິສຊີບປີ້ ກ່າວຜ່ານທາງເຟສບຸກຄ໌ໄລວ໌ ຂອງສະຖານທູນອາເມຣິກາ ປະຈຳລາວ ໃນວັນທີ 12 ກໍຣະກະດາ ວ່າ:
“ເຮົາບໍ່ໄດ້ກັງວົນກັບເຣື່ອງອື່ນ ແຕ່ເຮົາຄິດເຖິງ ສິ່ງສຳຄັນສຳລັບຊຸມຊົນ ທີ່ເຮັດວຽກ ແລະ ອາໄສຢູ່ຕາມແມ່ນ້ຳຂອງ ເພື່ອຮັບປະກັນວ່າ ຈະຊ່ວຍປົກປັກຮັກສາຄວາມປອດພັຍ ຂອງແມ່ນ້ຳໃຫ້ກັບທຸກຄົນໃນໂລກ ໂດຍສະເພາະຢ່າງຍິ່ງປະເທດຂອງເຮົາ, ມັນເປັນໂອກາດດີ ທີ່ພວກເຮົາຈະຮ່ວມມືກັນ ແລະ ເພື່ອໃຫ້ທຸກຄົນມີຄວາມເຂົ້າໃຈດີຂຶ້ນກວ່ານີ້.”
ສຳລັບການເດີນທາງມາ ຢ້ຽມຢາມ ປະເທດລຸ່ມແມ່ນ້ຳຂອງ ຄື ສປປ ລາວ ຄະນະກັມມາທິການແມ່ນ້ຳ ແມ່ນ້ຳມິສຊິສຊີບປີ້ ໄດ້ປະຊຸມກັບ 3 ໜ່ວຍງານ ທີ່ມີຄວາມສຳຄັນ ແລະ ກ່ຽວຂ້ອງກັບການບໍຣິຫານນ້ຳຂອງ ເພື່ອແລກປ່ຽນບົດຮຽນຮ່ວມກັນ ເຊິ່ງສະຖານທູດຕອາເມຣິກາ ປະຈຳລາວ ໃຫ້ການຕ້ອນຮັບ ແລະ ສນັບສນູນຂໍ້ມູນຕ່າງໆ.
ເຈົ້າໜ້າທີ່ສຖານທູດອາເມຣິກາ ປະຈຳລາວ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ກໍຣິກະດາ ວ່າ:
“ທາງຄະນະຜູ້ແທນ ເພິ່ນກະມາຢ້ຽມຢາມ 3 ບ່ອນຫັ້ນນ່າເຈົ້າ ໄປພົບຄະນະກັມມາທິການ ແມ່ນນ້ຳຂອງສາກົນ, ກະຊວງ ຊັພຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ, ແລ້ວກະຊວງພລັງງານ ແລະ ບໍ່ແຮ່ ເນາະ. ສຖານທູຕພວກເຮົາກະເປັນນຶ່ງໃນນັ້ນ ທີ່ໄດ້ຮັບຮອງ ແລ້ວກໍສນັບສນູນເຮື່ອງ Media ສື່ຕ່າງໆ.”
ຄະນະກັມມາທິການ ແມ່ນ້ຳມິສຊິສຊີບປີ້ ຍັງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມກັນ ກັບຄະນະກັມມາທິການແມ່ນ້ຳຂອງສາກົນ ໂດຍ ມີເປົ້າໝາຍ 11 ດ້ານ ປະກອບມີ ການປັບໂຕ ຕໍ່ການປ່ຽນແປງຂອງ ສະພາບດິນຟ້າອາກາດ, ການຈັດການຊັພຍາກອນນ້ຳ ແບບບູຣະນາການ, ການຈັດການພັຍແລ້ງ, ການພະຍາກອນ ອຸທຸກພັຍ, ການພັທນາໄຟຟ້າ ພລັງງານນ້ຳ ແລະ ການປະເມີນຜົລກະທົບ, ຄວາມຕ້ອງການ ແລະ ໃຊ້ການກະເສຕ ແລະ ຄວາມໝັ້ນຄົງ ດ້ານສະບຽງອາຫານ, ປັບປຸງການຳທາງ, ທາງຜາຜ່ານ, ຄຸນນະພາບນ້ຳ ແລະ ພື້ນທີ່ລຸ່ມນ້ຳ.
ແຕ່ລະຂົງເຂດ ມີຄວາມກ່ຽວຂ້ອງ ແລະ ຮີບດ່າວນສຳລັບແມ່ນ້ຳຂອງ ຍ້ອນວ່າ ຫຼາຍປີຜ່ານມາ ມີການໃຊ້ນ້ຳເພື່ອຜລິດໄຟຟ້າ, ພັຍນ້ຳຖ້ວມ ແລະ ພັຍແຫ້ງແລ້ງ ທີ່ຕິດພັນກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ສົ່ງຜົລກະທົບຕໍ່ລະດັບນ້ຳຂອງ, ການໄຫຼຂອງຕະກອນ ຫຼື ຝຸ່ນຕົມ, ການອົບພະຍົບຂອງປາ, ຄວາມເຄັມທີ່ເພີ່ມຂຶ້ນ ທີ່ສົ່ງຜົລຕໍ່ການດຳລົງຊີວິຕ ແລະ ຄວາມໝັ້ນຄົງ ດ້ານສະບຽງອາຫານ ຂອງຄອບຄົວຊາວປະມົງ ແລະ ຊາວກະເສຕກອນ ຫຼາຍລ້ານຄອບຄົວ ໃນພື້ນທີ່ຕອນລຸ່ມແມ່ນ້ຳຂອງ.
ໃນຄວາມຄິດເຫັນ ຂອງຊາວບ້ານແລ້ວ, ການຮ່ວມມີແບບນີ້ ກໍເປັນສິ່ງທີ່ມີປໂຍດ ເພື່ອຈະໄດ້ມາໃຊ້ໃຫ້ເກີດຜົລ.
ຊາວນະຄອນປາກເຊ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 14 ກໍຣະກະດາ ວ່າ:
“ແມ່ນແລ້ວ ເປັນເຣື່ອງທີ່ດີທີ່ສຸດ ເພິ່ນຊ່ວຍທຶນຊ່ວຍຮອນ ຊ່ວຍຄວາມຮູ້ ບົດຮຽນປະສົບການຂອງເພິ່ນ ກະດີລະບໍ່ຊ່ວຍກັນ ເຮົາກະເອົາຄວາມຮູ້ນຳເພິ່ນ ຄັນແມ່ນບໍ່ເໝາະສົມກັບບ້ານເຮົາ ກະພະຍາຍາມດັດແປງມັນ.”
ການສ້າງເຂື່ອນ ມີຜົລຕໍ່ລະບົບນິເວດ ແຕ່ ຊາວບ້ານຢູ່ປະເທດລາວ ກໍຄັດຄ້ານເຣື່ອງເຂື່ອນບໍ່ໄດ້.
ຊາວປະມົງ ຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ກໍຣະກະດາ ວ່າ:
“ອ້າຍກະເປັນປະມົງນີ້ແຫຼະ ຢູ່ນ້ຳຂອງຄືກັນ ຫາປາຄືກັນ ມີຜົລກະທົບເຣື່ອງລະບົບນິເວດ ເຂື່ອນນີ້ສຳຄັນທີ່ສຸດ ເຮົາກະເວົ້າບໍ່ໄດ້ເນາະ ເຮົາເວົ້າງ່າຍໆຄືສ່ຽງໜ້ອຍໆ.”
ແຕ່ອົງການຈັດຕັ້ງ ພາກປະຊາສັງຄົມກໍເຫັນວ່າ ຄະນະກັມມາທິການ ແມ່ນ້ຳມິສຊິສຊີບປີ້ ຄວນສົ່ງເສີມພາກປະຊາສັງຄົມ ໃຫ້ມີການແລກປ່ຽນຄຳຄິດ, ຄຳເຫັນ ໃນລະດັບອົງການພາກປະຊາສັງຄົມ ໃນປະເທດລຸ່ມແມ່ນ້ຳຂອງ ໃຫ້ມີບົດບາດ ໃນການບໍຣິຫານຊັພຍາກອນນ້ຳ.
ທ່ານ ຫານນະລົງ ເຍົາວະເລີດ ປະທານມູນນິທິ ຈັດການນ້ຳແບບບູຣະນາການ ປະເທດໄທຍ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ກໍຣະກະດາ ວ່າ:
“ຂ້ອຍຄິດວ່າ ມັນໜ້າຈະເປັນການແລກປ່ຽນ ຂອງພາກປະຊາຊົນ ຕໍ່ການຈັດການແມ່ນ້ຳຂອງ ເພື່ອໃຫ້ຮູ້ທັນກັບການກໍ່ສ້າງ ທີ່ມັນເກີດຂຶ້ນຕລອດເວລາ ໃນແມ່ນ້ຳຂອງ ບໍ່ວ່າຈະເປັນເຣື່ອງເຂື່ອນ, ເຣື່ອງກັນເຈື່ອນ ຖ້າເປັນການແລກປ່ຽນ ໃນປະເດັນແບບນີ້ ຂ້ອຍຄິດວ່າ ໜ້າຈະເປັນປໂຍດກັບການຈັດການ ແມ່ນ້ຳຂອງ, ກໍລະນີ MRC ໃນເຣື່ອງຂອງທາງເລືອກ ແລ້ວກະການຈັດການນ້ຳ ຄວນຈະດຶງເອົາພາກປະຊາສັງຄົມ ເຂົ້າມາມີສ່ວນຮ່ວມນຳດ້ວຍ.”
ສ່ວນວ່າ ດຣ. ອານຸລັກ ກິດຕິຄຸນ ຫົວໜ້າກອງເລຂາ ຄະນະກັມມາທິການ ແມ່ນ້ຳຂອງສາກົລ ກ່າວໃນວັນທີ 13 ກໍຣະກະດາ ວ່າ ຄວາມຮ່ວມມືແບບນີ້ ມີຄ່າສຳລັບເຮົາ ເມື່ອພິຈາຣະນາ ເຖິງຄວາມທ້າທາຍທີ່ເຮົາປະເຊີນ ໃນປັດຈຸບັນ, ພວກເຂົາເຈົ້າມີປະສົບການຫຼາຍດ້ານ ກ່ຽວກັບການຈັດການແມ່ນ້ຳ ແລະ ຊັພຍາກອນນ້ຳ ໂດຍສະເພາະຢ່າງຍິງ ວຽກງານຂອງການສ້າງເຂື່ອນ ແລະ ການອອບແບບທີ່ປັບປ່ຽນໄດ້ ເຊິ່ງປະເທດລຸ່ມແມ່ນໍ້ຂອງ ແລະ ປະຊາຊົນ ຈະໄດ້ຜົລປໂຍດ ຢ່າງແນ່ນອນ ຈາກການແລກປ່ຽນບົດຮຽນ ທີ່ໄດ້ຮັບຜ່ານການເຊັນບົດບັນທຶກ ຄວາມເຂົ້າໃຈ.
ກ່ອນໜ້ານີ້ ໃນປີ 2009, ຣັຖມົນຕຣີ ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ແລະ ຣັຖມົນຕຣີ ກະຊວງການຕ່າງປະເທດລາວ, ໄທຍ, ກັມພູຊາ ແລະ ວຽດນາມ ໄດ້ລິເຣີ່ມໂຄງການ Mekong-U.S Partnership ໂດຍໂຄງການດັ່ງກ່າວ ເນັ້ນການສົ່ງເສີມຄວາມໝັ້ນຄົງ, ສັນຕິພາບ, ຄວາມຈະເຣີນຮຸ່ງເຮື່ອງ ແລະ ການພັທນາແບບຍືນຍົງ ຂອງອະນຸພາກພື້ນ ແມ່ນ້ຳຂອງ ໂດຍຜ່ານການຮ່ວມມື ລະຫວ່າງ ບັດນດາປະເທດ ໃນພາກພື້ນແມ່ນ້ຳຂອງ ຫຼາຍຝ່າຍ ເຊັ່ນ ສະຫະຣັຖອາເມຣິກາ, ລາວ, ໄທຍ, ກັມພູຊາ, ພະມ້າ ແລະ ວຽດນາມ.
ໃນຖານະທີ່ເປັນສ່ວນນຶ່ງ ຂອງໂຄງການ Mekong-U.S Partnership ກະຊວງ ການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ສນອງທຶນຈຳນວນນຶ່ງ ໃຫ້ແກ່ການຮ່ວມມື ລະຫວ່າງ ຄະນະກັມມາທິການ ແມ່ນ້ຳຂອງສາກົນ ແລະ ຄະນະກັມມາທິການ ແມ່ນ້ຳມິສຊິສຊີບປີ້.