ແມ່ຍິງ ຢູ່ຊຳໃຕ້ ຖືກຄ້າມະນຸສ ໄປຈີນ ຍັງລໍຖ້າ ການຊ່ອຍເຫຼືອ
2022.07.13

ແມ່ຍິງລາວນາງນຶ່ງ ຢູ່ເມືອງຊໍາໃຕ້ ແຂວງຫົວພັນ ພ້ອມກັບລູກສາວອາຍຸ 5 ປີ 1 ຄົນ ລໍຖ້າການຊ່ອຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງ ພາຍຫຼັງຖືກນາຍໜ້າ ເປັນຄົນນະຄອນຫຼວງວຽງຈັນ ໃຫ້ເງິນເປັນຂອງຂວັນໃນຊ່ວງບຸນກິນຈຽງ ເຊິ່ງ (ບໍ່ສາມາດຣະບຸຈໍານວນໄດ້) ແລ້ວນາຍໜ້າ ກໍພານາງກັບລູກສາວ ສົ່ງໃຫ້ ໄປເປັນເມັຍຂອງຜູ້ຊາຍຈີນ ທີ່ປະເທດຈີນ ໄດ້ 4-5 ປີແລ້ວ.
ແມ່ຍິງຜູ້ນີ້ ແລະລູກສາວ ບໍ່ໄດ້ຖືກທໍາຮ້າຍຮ່າງກາຍ ຫຼືຖືກໃຊ້ແຮງງານໜັກ ຈາກຜູ້ຊາຍຈີນທີ່ເປັນຜົວ ແລະຄອບຄົວ ຂອງຜົວຈີນນັ້ນແຕ່ຢ່າງໃດ ແຕ່ນາງ ແລະລູກສາວ ກໍພາກັນຢູ່ແຕ່ໃນຫ້ອງເຊົ່າ ແລະແຕ່ລະມື້ ກໍບໍ່ຄ່ອຍອອກໄປໃສ ຍ້ອນບໍ່ຮູ້ພາສາຈີນ ແລະກໍບໍ່ຮູ້ບ່ອນທີ່ຕົນຢູ່ຢ່າງຄັກແນ່ ຈຶ່ງຢາກກັບລາວ ຍ້ອນລູກສາວບໍ່ໄດ້ຮຽນໜັງສື ຮວມທັງນາງເອງ ກໍທໍຣະມານຈິດໃຈ ທີ່ບໍ່ໄດ້ຮັບຄວາມຮັກຈາກຜູ້ເປັນຜົວ ແລະເວລາຜົວມາຫາ ກໍມີແຕ່ມານອນນໍາແລ້ວກໍໄປ ແລະປະເງິນໄວ້ນາງ ກັບລູກສາວ ເພື່ອໃຊ້ຈ່າຍກໍພຽງເລັກໜ້ອຍ ບໍ່ກຸ້ມຢູ່-ກຸ້ມກິນ ຕໍ່ກັບເຫດການນີ້ ເຈົ້າໜ້າທີ່ສະຫະພັນແມ່ຍິງ ແຂວງຫົວພັນ ປະເມີນວ່າ ກໍຣະນີດັ່ງກ່າວ ເຂົ້າຂ່າຍການຄ້າມະນຸສ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຫົວພັນ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 13 ກໍຣະກະດາ ນີ້ວ່າ:
“ແຕ່ກໍຍັງຕິດຕໍ່ພົວພັນໄດ້ ແຕ່ວ່າ ລາວກໍແມ່ນອຶດຢາກຂາດເຂີນເນາະ ຄັນຜົວເອົາເງິນໃຫ້ພັນໃດຈັ່ງໄດ້ຈ່າຍ ແລ້ວກໍບໍ່ມີຄວາມຮັກ ລາວກໍທຸກໃຈແຮງ ລາວກໍຢາກມາເຮືອນ ຢາກມາຫາພໍ່ຫາແມ່ ແຕ່ວ່າລາວກໍມາບໍ່ໄດ້ ລາວວ່າ ຄັນແຕ່ໂຕລາວຜູ້ດຽວນ່າ ອັນນ້ອງຄິດວ່າຊິໄປໄດ້ ຈ້າງຕໍາຣວດອະເລີມາ ລາວວ່າຊິເຮັດຮູບການນັ້ນ ແຕ່ວ່າມີລູກແດ່ ລາວກໍພົບຄວາມຫຍຸ້ງຍາກ ແຕ່ວ່າໃຫ້ຜູ້ບ່າວລາວຕີ ລາວກໍບໍ່ຕີ ລາວວ່ານ່າ.”
ທ່ານກ່າວຕື່ມວ່າ ລູກສາວຂອງແມ່ຍິງລາວຄົນນີ້ ແມ່ນເປັນລູກຕິດ ຈາກຜົວເກົ່າຂອງລາວ ປັດຈຸບັນ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ຂຽນຄໍາຮ້ອງຂໍຄວາມຊ່ອຍເຫຼືອ ໄປຍັງຜແນກສະກັດກັ້ນ ແລະຕ້ານການຄ້າມະນຸສ ແຂວງຫົວພັນແລ້ວ ແລະລໍຖ້າເຈົ້າໜ້າທີ່ຕໍາຣວດ ຣາຍງານຄວາມຄືບໜ້າຢູ່.
ນອກຈາກນີ້ ທາງພາກສ່ວນທີ່ກ່ຽວຂ້ອງ ໃນຂແນງການແມ່ຍິງ ມີແຜນຈະໃຫ້ອໍານາດການປົກຄອງຂັ້ນບ້ານ ຂຽນຄໍາຮ້ອງສເນີຫາຜແນກສະກັດກັ້ນ ແລະຕ້ານການຄ້າມະນຸສ ແຂວງຫົວພັນຕື່ມ ເພື່ອເລັ່ງຊ່ອຍເຫຼືອແມ່ຍິງລາວຜູ້ນີ້ ແລະລູກສາວ ໃຫ້ໄດ້ກັບຄືນປະເທດລາວ.
ປັດຈຸບັນ ທາງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຫົວພັນ ກໍໄດ້ລົມກັບແມ່ຍິງລາວຜູ້ນີ້ແລ້ວ ແລະຮູ້ແລ້ວວ່າ ລາວຍັງຢູ່ດີມີແຮງ ແລະສາມາດຕິດຕໍ່ຫາພໍ່ແມ່ ແລະຕິດຕໍ່ຫາເຈົ້າໜ້າທີ່ ສະຫະພັນແມ່ຍິງແຂວງໄດ້ຢູ່.
ນອກຈາກນັ້ນ ໃນໄລຍະ 2-3 ປີ ທີ່ຜ່ານມາ ສູນການສະຫະພັນແມ່ຍິງ ແລະກະຊວງປ້ອງກັນຄວາມສະຫງົບ ໄດ້ຊ່ອຍແມ່ຍິງລາວ ຜູ້ເຄາະຮ້າຍຈາກການຖືກຄ້າມະນຸສ ອາຍຸກາຍ 18 ປີ ຢູ່ເມືອງຊໍາໃຕ້ ຈໍານວນທັງໝົດ 2 ຄົນ ກັບມາຖິ່ນກໍາເນີດ ພາຍຫຼັງທີ່ທັງ 2 ຄົນ ຖືກນາຍໜ້າ ທີ່ເປັນຄົນລາວ ຕົວະໃຫ້ແຕ່ງດອງກັບຜູ້ຊາຍຈີນ ພ້ອມໃຫ້ເງິນຄ່າດອງຂອງໝັ້ນ ແຕ່ພໍໄປຮອດຈີນແລ້ວ ແມ່ຍິງລາວທັງສອງຄົນດັ່ງກ່າວ ຕ້ອງຜະເຊີນກັບສິ່ງບໍ່ດີ ເປັນຕົ້ນ: ຖືກບັງຄັບໃຫ້ມີເພດສັມພັນ ກັບຜູ້ຊາຍຈີນຜູ້ອື່ນ ທີ່ບໍ່ແມ່ນຜົວ ຈົນເຮັດໃຫ້ແມ່ຍິງລາວ 1 ໃນ 2 ຄົນນັ້ນ ກາຍເປັນຄົນບໍ່ສູ້ໜ້າຄົນ ເປັນຄົນບໍ່ປາກບໍ່ເວົ້ານໍາໃຜ ຍ້ອນໄດ້ຮັບຄວາມຮຸນແຮງ ຈາກການຖືກຕົວະໄປເປັນເມັຍຂອງຄົນຈີນ ຢູ່ປະເທດຈີນ.
ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຫົວພັນ ອີກທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ຊ່ອຍມາໄດ້ນ່າ ແລ້ວເຂົາເຈົ້າກໍເຮັດໄຮ່ເຮັດນາ ຊ່ວຍພໍ່ຊ່ວຍແມ່ ແລ້ວນາງນຶ່ງ ຄືຄົນຜີບ້ານິ່ນ້ອງ ຄືຊິແມ່ນເຂົາເອົາໄປອັນນັ້ນ ຂົ່ມຂືນກະທໍາຊໍາເລົາ ເອື້ອຍຄິດເບິ່ງຫັ້ນນ່າ ເບິ່ງໜ້າຕາລາວ ເບິ່ງພຶດຕິກັມລາວຢູ່ນັ້ນນ່າ ເປັນຊຶມໆຢູ່ບໍ່ຄືເຮົາເນາະ ຄືຢ້ານຄົນຫັ້ນນ່ານ້ອງ ກໍບໍ່ເຖິງຂັ້ນເປັນບ້າເສັຍຈິດ ແຕ່ວ່າ ຢູ່ແບບຢ້ານຄົນ ແລ້ວບໍ່ກ້າສູ້ໜ້າຜູ້ຄົນເຮົາປານໃດ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ແມ່ຍິງລາວ ຜູ້ທີ່ມີສະຕິດີ ກໍເຮັດໄຮ່ເຮັດນາຊ່ອຍພໍ່ແມ່ ສ່ວນແມ່ຍິງ ຜູ້ທີ່ບໍ່ປາກບໍ່ເວົ້ານໍາໃຜນັ້ນ ກໍຢູ່ແຕ່ເຮືອນລ້າໆ ແລະທາງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ໝັ່ນຕິດຕາມຄວາມເຄື່ອນໄຫວ ຂອງພວກເຂົາເຈົ້າ ຜ່ານອໍານາດການປົກຄອງຂັ້ນບ້ານ ຢ່າງສມໍ່າສເມີ.
ຂະນະດຽວກັນ ໃນໄລຍະ 2-3 ປີ ທີ່ຜ່ານມາ ເຈົ້າໜ້າທີ່ຜແນກສະກັດກັ້ນ ແລະຕ້ານການຄ້າມະນຸສແຂວງຫົວພັນ ໄດ້ຊ່ອຍເຫຼືອເດັກນ້ອຍແມ່ຍິງ ອາຍຸ 15-16 ປີ ຈໍານວນທັງໝົດ 6 ຄົນ ທີ່ເປັນກຸ່ມສ່ຽງຈະຖືກຄ້າມະນຸສໄດ້ ພາຍຫຼັງພວກເຂົາເຈົ້າກໍາລັງຂີ່ຣົຖ ຈະໄປເຮັດວຽກເປັນພະນັກງານເສີບອາຫານ ຢູ່ນະຄອນຫຼວງວຽງຈັນ ແລ້ວເຈົ້າໜ້າທີ່ ປະເມີນວ່າ ອາຈຖືກຕົວະໄປຂາຍບໍຣິການ ຍ້ອນມີຜູ້ຊັກຊວນໄປເຮັດວຽກ ຈາກສື່ສັງຄົມອອນລາຍນ໌ ຈຶ່ງກັກໂຕແລະສຶກສາອົບຮົມ ໃຫ້ພວກເຂົາເຈົ້າ ກັບຄືນໄປຮຽນໜັງສື ພ້ອມທັງ ສົ່ງເຂົາເຈົ້າກັບຄືນຄອບຄົວ.
ດັ່ງເຈົ້າໜ້າທີ່ ສະຫະພັນເມືອງວຽງໄຊ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:
“ເຂົາວ່າຂະເຈົ້າມີພີ່ນ້ອງຢູ່ວຽງຈັນ ຊິໄປເຮັດວຽກຢູ່ວຽງວ່າຊິເນາະ ເຂົາເຈົ້າວ່າ ຊິເຮັດວຽກຢູ່ວຽງຈັນ ຢູ່ຮ້ານອາຫານເນາະ ມີພີ່ນ້ອງຕິດຕໍ່ມາເນາະ ແລ້ວກໍຂະເຈົ້າ ເຈົ້າໜ້າທີ່ຕໍາຣວດເຂົາເຈົ້າວ່າ ຕົກຢູ່ໃນກຸ່ມສ່ຽງຕ້ານການຄ້າມະນຸດ ອັນຕ້ານການຄ້າມະນຸສມີຂໍ້ມູນ ເຂົາເຈົ້າພົວພັນຫາທາງເຮົາ ລະເຮົາເຂົ້າໄປ ຂະເຈົ້າຊ່ວຍມາ ແລ້ວໃຫ້ເຮົາສົ່ງຕໍ່.”
ເຖິງແນວໃດກໍຕາມ ຫວ່າງວັນທີ່ 21-23 ມິຖຸນາ 2022 ທີ່ຜ່ານມາ ທ່ານ ແອນອຸ່ນ ອານົງນຸດ ຮອງປະທານຄະນະກັມມະການ ຕ້ານການຄ້າມະນຸສ ຂັ້ນແຂວງ, ແຂວງຫົວພັນ ກໍໄດ້ເນັ້ນໜັກໃຫ້ຄະນະກັມມະການ ຕ້້ານການຄ້າມະນຸສ ຂັ້ນເມືອງ 3 ເມືອງ ຄື: ເມືອງວຽງໄຊ, ເມືອງຊໍາໃຕ້ ແລະເມືອງກວັນ ໃຫ້ເອົາໃຈໃສ່ວຽກງານ ສະກັດກັ້ນ ຕ້ານການຄ້າມະນຸສ ເນື່ອງຈາກ 3 ເມືອງດັ່ງກ່າວ ແມ່ນມີຊາຍແດນຕິດຈອດກັບປະເທດວຽດນາມ ເຊິ່ງເປັນເງື່ອນໄຂສະດວກ ໃນການເດີນທາງເຂົ້າ-ອອກ ທີ່ຈະເຮັດໃຫ້ແມ່ຍິງແລະຊາວໜຸ່ມລາວ ຖືກຕົວະຍົວະໄປຄ້າມະນຸສໄດ້ງ່າຍ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຫົວພັນ ກ່າວວ່າ ທາງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ຈັດຕັ້ງ ແລະເຄື່ອນໄຫວລົງໂຄສະນາ ຕິດໂປສເຕີ້ ຜົລຮ້າຍຂອງການຄ້າມະນຸສ ໃນບ່ອນທີ່ແອອັດ ຕາມເຂດຫ່າງໄກສອກຫຼີກ ຕາມດໍາຣັດເລຂທີ່ 245/ນຍ ເພື່ອເຮັດໃຫ້ປະຊາຊົນເຂົ້າໃຈ ແລະຮ່ວມກັນເປັນເຈົ້າການ ໃນຕິດຕາມເບິ່ງກຸ່ມຄົນບໍ່ດີ ທີ່ຈະມາຕົວະຍົວະເອົາລູກ-ຫຼານໄປຄ້າມະນຸສ.
ດັ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:
“ກະມີທິດຊີ້ນໍາຈາກເພິ່ນຫັ້ນນ່າ ລະກະເໝິດທົ່ວປວງຊົນນີ້ເນາະ ຮ່ວມກັນເປັນເຈົ້າກີ້ເຈົ້າການ ຕິດຕາມພວກທີ່ບໍ່ຫວັງດີຫັ້ນແຫຼະເນາະ ສ່ວນຫຼາຍກໍມີຄົນ ຖືກຫຼອກລວງໄປເຮັດສິ່ງບໍ່ດີຫັ້ນນ່າ ເຮົາຕ້ອງໄດ້ເຮັດວຽກງານໂຄສະນາ ລົງພື້ນຖານເນາະ ໂຄສະນາໃຫ້ປະຊາຊົນ ຮັບຮູ້ເຂົ້າໃຈ ຕິດໂປສເຕີ້ ຢູ່ຕາມບ່ອນຊຸມຊົນ ໂຕນີ້ແຫຼະ ໂຄສະນາ ຜົລຮ້າຍຂອງການຄ້າມະນຸດ ບ່ອນແອອັດ ບ່ອນຄົນຫຼາຍ ເພິ່ນໄດ້ອ່ານ ເພິ່ນກໍຈະເຂົ້າໃຈເນາະ.”
ເຖິງຢ່າງໃດກໍຕາມ ກໍບໍ່ມີພຽງແຕ່ ເມືອງວຽງໄຊ ແລະເມືອງຊໍາໃຕ້ ເທົ່ານັ້ນ ທີ່ທ່ານ ແອນອຸ່ນ ອານົງນຸດ ເນັ້ນໃຫ້ຄະນະກັມມະການ ຕ້ານການຄ້າມະນຸສ ຂັ້ນເມືອງ ເອົາໃຈໃສ່ວຽກງານ ຕ້ານການຄ້າມະນຸສ ແຕ່ຍັງຮວມໄປເຖິງ ເມືອງຫົວເມືອງ, ເມືອງຮ້ຽມ ແລະເມືອງຊ່ອນນໍາດ້ວຍ.