ໂຮງຮຽນ ຊົນເຜົ່າສວນຫຼວງ ຂໍບໍຣິຈາກ ຊ່ອຍນັກຮຽນ
2022.07.14
ປັດຈຸບັນ ໂຮງຮຽນກິນນອນຊົນເຜົ່າສວນຫຼວງ ຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ ເຊິ່ງມີນັກຮຽນ 600 ປາຍຄົນ ຕ້ອງການຄວາມຊ່ອຍເຫຼືອ ຈາກຜູ້ໃຈບຸນ ຍ້ອນໂຮງຮຽນດັ່ງກ່າວ ຍັງຂາດເຂີນອາຫານການກິນ, ເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນ ແລະ ທຶນການສຶກສາຕ່າງໆ ຈໍານວນຫຼາຍ ສໍາລັບນັກຮຽນເຫຼົ່ານີ້ ອີກທັງ ສະພາບຫໍພັກນັກຮຽນ ແພດານກໍຜຸພັງ ເປ່ເພໜັກແລ້ວ ເຊິ່ງທາງໂຮງຮຽນ ບໍ່ມີງົບປະມານພຽງພໍທີ່ຈະສ້ອມແປງ ເພາະໃນແຕ່ລະເດືອນ ທາງໂຮງຮຽນ ຕ້ອງເບິ່ງແຍງຮັບຜິດຊອບ ຄ່າໃຊ້ຈ່າຍຕ່າງໆ ໃຫ້ເດັກນ້ອຍນັກຮຽນຊົນເຜົ່າ ທີ່ສ່ວນໃຫຍ່ ຄອບຄົວຂອງພວກຂະເຈົ້າທຸກຍາກ ພໍ່ແມ່ຂອງຂະເຈົ້າ ບໍ່ມີຕົ້ນທຶນ ທີ່ຈະສົ່ງລູກຮຽນ ທາງໂຮງຮຽນຈຶ່ງບໍ່ສາມາດເກັບຄ່າຮຽນ, ຄ່າບໍາລຸງຮັກສາຕ່າງໆຫຍັງຈາກເຂົາເຈົ້າໄດ້ ແລະທາງໂຮງຮຽນ ກໍຕ້ອງຮັບຜິດຊອບທຸກຢ່າງເອງໝົດ ຈຶ່ງເຮັດໃຫ້ຂາດເຂີນ ງົບປະມານມາຫຼາຍປີ.
ດັ່ງນາຍຄຣູ ໃນໂຮງຮຽນຊົນເຜົ່າສວນຫຼວງ ເມືອງຊຽງເງິນທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວໃນວັນທີ່ 14 ກໍຣະກະດາ ນີ້ວ່າ:
“ຕ້ອງການຫຼາຍຢ່າງ ດຽວນີ້ຂາດເຂີນຢູ່ ກະເຣື່ອງເຄື່ອງນຸ່ງຫົ່ມ ເຂົາເຈົ້ານີ້ມາແຕ່ບ້ານເຂົາເຈົ້ານີ່ ບາງທີ່ກະເສື້ອຊຸດດຽວຊິ ເພາະວ່າໂຮງຮຽນຊົນເຜົ່ານີ້ ມັນນັກຮຽນທຸກຈົນ ມັນກະຂາດເຂີນອຸປກອນການຮຽນ ເຄື່ອງໃຊ້ປະຈໍາວັນເຂົາເຈົ້ານີ້ແຫຼະ ກະດົນແລ້ວໂອ້ ຕັ້ງແຕ່ຫຼາຍປີມາແລ້ວ ອາຄານນີ້ ກະຈໍານວນນຶ່ງກະຊຸດໂຊມຫຼາຍ ແລະກະມີແພດານຫໍພັກ ດຽວນີ້ຫຼຸໝົດແລ້ວດຽວນີ້ນ່າ ເກັບເບັ້ຍເກັບເງິນກະບໍ່ໄດ້ ເພາະນັກຮຽນທຸກຈົນ.”
ທ່ານກ່າວຕື່ມວ່າ ໂຮງຮຽນຊົນເຜົ່າສວນຫຼວງນີ້ ມີນັກຮຽນມາຮຽນເຣີ່ມແຕ່ຊັ້ນ ມ.1 ຫາ ມ.7 ເຊິ່ງທີ່ຜ່ານມາ ແມ່ນອາສັຍທາງວັດ, ນາຍຄຣູ ແລະຊາວບ້ານອື່ນໆ ຜູ້ໃດທີ່ເຂົາເຈົ້າພໍມີ ກໍນໍາສິ່ງຂອງ ເຄື່ອງນຸ່ງຫົ່ມ ແລະປັດຈັຍອື່ນໆ ເຂົ້າມາບໍຣິຈາກໃຫ້ແກ່ ທາງໂຮງຮຽນ ແຕ່ກໍມີພຽງເລັກໜ້ອຍເທົ່ານັ້ນ.
ຢ່າງໃດກໍຕາມ ເຖິງແມ່ນວ່າປັດຈຸບັນ ທາງຣັຖບານຈະມີການຊ່ອຍເຫຼືອຢູ່, ແຕ່ກໍບໍ່ໄດ້ພຽງພໍ ໂດຍຣັຖບານ ໃຫ້ເງິນເບັ້ຍລ້ຽງ ເປັນຄ່າອາຫານແກ່ ເດັກນ້ອຍນັກຮຽນ ຄົນລະ 2 ແສນກີບຕໍ່ເດືອນ ແຕ່ວ່າປັດຈຸບັນນີ້ ຄ່າຄອງຊີບແຮ່ງແພງຂຶ້ນ ເຮັດໃຫ້ຄ່າໃຊ້ຈ່າຍ ໃນທຸກມື້ນີ້ສູງຂຶ້ນກວ່າທີ່ຜ່ານມາ ຈຶ່ງບໍ່ພຽງພໍຕໍ່ຄວາມຕ້ອງການ:
“ຣັຖບານແຫຼະ ເພິ່ນກະຕັ້ງເງິນເບັ້ຍລ້ຽງໃຫ້ເນາະ ອັດຕາກິນນີ້ນ່າ ເດືອນນຶ່ງລະ 2 ແສນຕໍ່ຄົນ ຕໍ່ເດືອນ ອາຫານການກິນ ເຂົາເຈົ້ານີ້ແຫຼະຫຍຸ້ງຍາກ ເພາະວ່າເງິນ 2 ແສນນັ້ນມາຫານໃສ່ເດືອນນຶ່ງນີ້ ມັນກະບໍ່ໄດ້ຮອດໃສຫັ້ນນ່າ ເຮົາກະໂອ້ຕິດລົບຫຼາຍ ກິນນອນກັບນີ້ເລີຍ ໂຮງຮຽນຟຣີ ບໍ່ພໍແຫຼ້ວມາໄລ່ເບິ່ງຄ່າຄອງຊີບເຮົາທຸກມື້ນີ້ ກໍແຮງໄປບັກໃຫຍ່ໆເລີຍ.”
ຂະນະດຽວກັນ ນາຍຄຣູອີກທ່ານນຶ່ງ ກໍກ່າວວ່າ ປັດຈຸບັນນີ້ ໂຮງຮຽນຊົນເຜົ່າສວນຫຼວງ ຢູ່ເມືອງຊຽງເງິນ ຍັງຂາດເຂີນເຄື່ອງນຸ່ງຫົ່ມ ແລະອຸປະກອນການຮຽນ ຕ່າງໆ ຍ້ອນນັກຮຽນມີຈໍານວນຫຼາຍຮ້ອຍຄົນ ເຮັດໃຫ້ບໍ່ພຽງພໍ ເພາະທາງໂຮງຮຽນ ເປັນຜູ້ຊ່ອຍເຫຼືອທຸກຢ່າງ.
“ໂຕນີ້ ຄືອຸປະກອນການຮຽນ ຄືວ່າແຫຼະ ບໍ່ມີເຄື່ອງນຸ່ງ ເຄື່ອງຊຸດຽວຊິນ່າ ສ້ອມແປງກໍຍາກໆໜ້ອຍນຶ່ງ ສ່ວນໃຫຍ່ລະກະທຸກຍາກຫັ້ນແຫຼະ ບໍ່ ບໍ່ພໍກັນ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວບ້ານໃນເມືອງຊຽງເງິນ ທ່ານນຶ່ງ ກໍກ່າວເຖິງເດັກນ້ອຍນັກຮຽນ ໃນໂຮງຮຽນຊົນເຜົ່າສວນຫຼວງ ນີ້ວ່າ ສ່ວນໃຫຍ່ ເດັກນ້ອຍທີ່ມາຮຽນ ໃນໂຮງຮຽນດັ່ງກ່າວ ເປັນເດັກນ້ອຍຊົນເຜົ່າ ທີ່ຖານະຄອບຄົວທຸກຍາກ ພໍ່ແມ່ບໍ່ມີເງິນ ກໍໄດ້ຮັບບູຣິມາສິທ ສາມາດໃຫ້ລູກເຂົ້າໄປຮຽນໄດ້ ໂດຍທາງໂຮງຮຽນ ຈະໃຫ້ເດັກນ້ອຍນັກຮຽນຟຣີ, ຢູ່ຟຣີ, ກິນຟຣີ ບໍ່ໄດ້ເສັຍຄ່າໃຊ້ຈ່າຍຫຍັງ ເຊິ່ງພໍ່ແມ່ຂອງເດັກນ້ອຍນັກຮຽນຫຼາຍຄົນ ຕ່າງກໍຮູ້ສຶກດີໃຈ ທີ່ລູກຂອງພວກເຂົາເຈົ້າໄດ້ຮໍ່າໄດ້ຮຽນຕໍ່ ເຖິງແມ່ນວ່າທາງຄອບຄົວ ຈະບໍ່ເງິນສົ່ງເສັຍກໍຕາມ, ແຕ່ກໍຍັງມີພໍ່ແມ່ບາງຄົນ ທີ່ບໍ່ໃຫ້ລູກຮຽນຕໍ່ ໂດຍພາລູກໄປເຮັດໄຮ່, ເຮັດສວນ, ອອກແຮງງານນໍາ.
ດັ່ງຊາວບ້ານ ໃນເມືອງຊຽງເງິນ ກ່າວວ່າ:
“ໂຮງຮຽນໂຕນີ້ ຈະເປັນຊົນເຜົ່າເນາະ ເຂົາເອົາແຕ່ເງື່ອນໄຂ ທີ່ວ່າຄອບທີ່ວ່າທຸກຍາກ ບໍ່ມີເງິນສົ່ງເສີມລູກເຕົ້າ ມັນກະດິໂຕນີ້ນ່າ ແຕ່ກີ້ເນາະ ຄອບຄົວທີ່ວ່າ ບໍ່ມີເງິນມີຄໍາສົ່ງເສີມ ໃຫ້ລູກໃຫ້ເຕົ້າເຂົ້າໂຮງຮຽນ ກະໄດ້ໄປຮໍ່າໄປຮຽນ.”
ພ້ອມດຽວກັນນີ້ ຊາວບ້ານໃນເມືອງຊຽງເງິນ ອີກທ່ານນຶ່ງ ກໍກ່າວວ່າ ສ່ວນໃຫຍ່ແລ້ວ ພໍ່ແມ່ຂອງເດັກນ້ອຍນັກຮຽນ ຢູ່ໂຮງຮຽນຊົນເຜົ່າສວນຫຼວງນີ້ ມີຖານະທຸກຍາກຫຼາຍ ຫາກິນກໍບໍ່ກຸ້ມກິນ ຈຶ່ງເຮັດໃຫ້ບໍ່ມີເງິນຈ່າຍຄ່າອຸປະກອນການຮຽນ ແລະຄ່າອື່ນໆໃຫ້ລູກໄດ້.
“ທຸກຍາກຫັ້ນແຫຼະ ຫາເຊົ້າກິນແລງ ຂາດໆເຂີນໆນ່າ ບາງເທື່ອກໍເຮັດໄຮ່ເຮັດນາເນາະ ກະບໍ່ໄດ້ເຂົ້າໄດ້ນໍ້າ ມັນບໍ່ກຸ້ມນ່າ ຂາດໆເຂີນໆໄປ ບໍ່ມີເງິນຈ່າຍໃຫ້ລູກແດ່ ເຄື່ອງນຸ່ງການຮໍ່າການຮຽນຫັ້ນນ່າ.”
ຢ່າງໃດກໍຕາມ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ກະຊວງສຶກສາທິການ ແລະກິລາ ທ່ານນຶ່ງ ທີ່ຂໍສງວນຊື່ແລະສຽງ ກ່າວໃນມື້ດຽວກັນນີ້ວ່າ ສໍາລັບໂຮງຮຽນຊົນເຜົ່າ ສວນຫຼວງ ຢູ່ເມືອງຊຽງເງິນ ແຂວງຫຼວງພຣະບາງ ທີ່ຜ່ານມາ ທາງຣັຖບານ ກໍມີການຊ່ອຍເຫຼືອ ຄ່າອາຫານ ໃຫ້ເດັກນ້ອຍນັກຮຽນໃນໂຮງຮຽນແຫ່ງນີ້ ຄົນລະ 2 ແສນກີບຕໍ່ເດືອນ ມາໂດຍຕລອດ, ແຕ່ປັດຈຸບັນນີ້ ຄ່າຄອງຊີບສູງຂຶ້ນ ກໍເຮັດໃຫ້ບໍ່ພຽງພໍ ຕໍ່ກັບຄວາມຕ້ອງການ ເພາະງົບປະມານຂອງຣັຖບານ ກໍມີຈໍາກັດ ແລະຍັງຕ້ອງແຈກຢາຍງົບປະມານ ໄປຍັງໂຮງຮຽນຊົນເຜົ່າກິນນອນ ບ່ອນອື່ນໆຫຼາຍແຫ່ງໃນລາວອີກດ້ວຍ ເຊິ່ງກໍເຮັດໃຫ້ບໍ່ທົ່ວເຖິງເທົ່າທີ່ຄວນ ແຕ່ທາງການ ກໍມີໜ່ວຍງານທີ່ກ່ຽວຂ້ອງ ຊ່ອຍປະຊາສັມພັນ ແລະຣະດົມທຶນເພີ່ມຕື່ມ ເພື່ອຊ່ອຍເຫຼືອ ເດັກນ້ອຍນັກຮຽນ ໃນໂຮງຮຽນຊົນເຜົ່າຕ່າງໆຢູ່.
ຫຼ້າສຸດນີ້ ກໍມີໂຄງການ Sharing Caring ເຊິ່ງເປັນເດັກນ້ອຍ ນັກຮຽນລາວ ທີ່ຈົບການສຶກສາ ຈາກປະເທດເກົາຫລີ ຮ່ວມມອບເຄື່ອງນຸ່ງ ເປັນເສື້ອຜ້າ 10 ແກັດ, ມູນຄ່າ 14 ລ້ານກີບ ແລະເງິນສົດອີກເກືອບ 3 ລ້ານກີບ ໃຫ້ໂຮງຮຽນຊົນເຜົ່າສວນຫຼວງ ເພື່ອຊ່ອຍເຫຼືອຄ່າອາຫານ ຮວມເຖິງໃຫ້ນັກຮຽນ ປູກຜັກເພື່ອແຕ່ງກິນ ຢູ່ພາຍໃນໂຮງຮຽນ ນອກຈາກນີ້ ທາງໂຄງການດັ່ງກ່າວ ຍັງມີແຜນຈະສ້າງ ຫ້ອງຮຽນ ແລະຊື້ຄອມພິວເຕີ້ຣ໌ ໃຫ້ແກ່ເດັກນ້ອຍ ນັກຮຽນນໍາດ້ວຍ.