ເລັ່ງເຄື່ອງ ປະຕິຮູບ ຣັຖວິສາຫະກິຈ ໄຟຟ້າລາວ

ໄຊຍາ
2022.07.14
ເລັ່ງເຄື່ອງ ປະຕິຮູບ ຣັຖວິສາຫະກິຈ ໄຟຟ້າລາວ ອາຄານ ສຳນັກງານ (ຫ້ອງການ) ຣັຖວິສາຫະກິຈ ໄຟຟ້າລາວ, ນະຄອນຫຼວງວຽງຈັນ, ວັນທີ 14 ກໍຣະກະດາ 2022.
ນັກຂ່າວ ພົລເມືອງ

ຣັຖວິສາຫະກິຈໄຟຟ້າລາວ ແມ່ນນຶ່ງໃນວິສາຫະກິຈ ຂອງຣັຖ ທີ່ມີບັນຫາໜີ້ສິນຄຸນເຄືອ ມາຫຼາຍປີແລ້ວແຕ່ບໍ່ໄດ້ຖືກເປີດເຜີຍ. ຕລອດໄລຍະ 5 ປີ ຜ່ານມາຣັຖວິສາຫະກິຈໄຟຟ້າລາວ ໄດ້ກູ້ຢືມເງິນທຶນຈາກຕ່າງປະເທດ ເພື່ອນຳໃຊ້ເຂົ້າໃນການພັທນາ ແຫຼ່ງຜລິດພລັງງານ ແລະຂຍາຍ ຕາໜ່າງສາຍສົ່ງກະແສໄຟຟ້າ ພາຍໃນປະເທດ. ອີກດ້ານນຶ່ງການຈັດເກັບຄ່າ ຊົມໃຊ້ໄຟຟ້າ ບໍ່ໄດ້ຕາມເປົ້າໝາຽ ໂດຍສະເພາະແມ່ນຄ່າຊົມໃຊ້ ໄຟຟ້າໃນພາກຣັຖບານນັ້ນ ຖືວ່າເປັນພາກສ່ວນ ທີ່ຈັດເກັບຄ່າຊົມໃຊ້ໄຟຟ້າ ບໍ່ໄດ້ຫຼາຍທີ່ສຸດ ຈຶ່ງສົ່ງຜົລໃຫ້ຣັຖວິສາຫະກິຈໄຟຟ້າລາວ ມີໜີ້ສິນເພີ່ມຂຶ້ນເລື້ອຍໆ.

ດັ່ງເຈົ້າໜ້າທີ່ ທາງດ້ານການເງິນ ທີ່ບໍ່ປະສົງອອກຊື່ ແລະສຽງໄດ້ໃຫ້ຄຳເຫັນ ກ່ຽວກັບໜີ້ສິນເພີ່ມສູງຂຶ້ນຂອງ ຣັຖວິສາຫະກິຈໄຟຟ້າລາວ ເມື່ອຕົ້ນເດືອນກໍຣະກະດານີ້ວ່າ:

ຖ້າວ່າເບິ່ງລະດັບທຽບກັບຫຼາຍໆ ໂຕຊີ້ວັດທາງພາຍໃນ ໂຕຢ່າງວ່າທຽບກັບ GDP ເນາະ ກາຖືວ່າມັນຢູ່ໃນລະດັບສູງ ຢູ່ເພິ່ນອາຈມີການກູ້ຢືມເພີ່ມຕື່ມ ດ້ວຍອັດຕຣາຕລາດເນາະ ແຕ່ວ່າໂດຍລວມແລ້ວຫັ້ນ ການເພີ່ມຂຶ້ນ ກາເພີ່ມຂຶ້ນໄວເນາະ ຫຼືວ່າຄວາມຕ້ອງຊື້ໄຟ ແລະສົ່ງອອກໄຟ ບໍ່ສາມາດເພີ່ມຂຶ້ນໄວ ມັນອາຈພາໃຫ້ຄວາມສ່ຽງ ລົງທຶນຫຼາຍ ແຕ່ຫາຕລາດຍັງຮອງຮັບບໍ່ໄດ້ ແລະກາເປັນໜີ້ ໃຫ້ທາງພາກຣັຖ ກາຕ້ອງແບກຫາບ ເປັນຈັ່ງຊີ້.

ຕາມການຣາຍງານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີ ກະຊວງການເງິນ ຕໍ່ກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ທີ່ຜ່ານມາວ່າ ປະເທດລາວ ມີໜີ້ສິນທັງໝົດ 14,500 ລ້ານໂດລ້າຣ໌ສະຫະຣັຖ ຫຼື ເທົ່າກັບ 88% ຂອງ GDP ໃນນີ້ເປັນ ໜີ້ຂອງຣັຖວິສາຫະກິຈໄຟຟ້າລາວກວມເອົາ 30% ຫຼືເທົ່າກັບ 4,350 ລ້ານໂດລ້າຣ໌ສະຫະຣັຖ.

ຕໍ່ກັບບັນຫາ ຣັຖວິສາຫະກິຈໄຟຟ້າລາວ ຂາດທຶນສະສົມທີ່ແກ່ຍາວ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຣັຖວິສາຫະກິຈໄຟຟ້າລາວ ໄດ້ຕອບຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາຕ ໃນກອງປະຊຸມ ສະພາສມັຍສາມັນເທື່ອທີ 3 ຂອງສະພາຊຸດ 9 ເມື່ອຕົ້ນເດືອນກໍຣະກະດາ ຜ່ານມາມີບາງຕອນໄດ້ຊີ້ແຈງວ່າ:

ລາຍຮັບ ຂອງໄຟຟ້າລາວເປັນເງິນກີບ ແຕ່ລາຍຈ່າຍເປັນເງິນຕຣາ ຕ່າງປະເທດ ທັງໝົດສະນັ້ນອັນນີ້ ເອົາແຕ່ອັດຕຣາແລກປ່ຽນສື່ໆ ກໍຂາດທຶນແລ້ວ ອັນທີສອງເປັນຫຍັງ ຈຶ່ງມາປະຕິຮູບກາຍ້ອນຫຼຸບທຶນ ກໍຕ້ອງຖາມໄປຕໍ່ວ່າ ມັນຫຼຸບທຶນຍ້ອນຫຍັງ ຄັນສິຫຼຸບທຶນຍ້ອນການບໍຣິຫານບໍ່ດີ ກໍຕ້ອງໃຫ້ເຫັນຮູບພາບວ່າ ການບໍຣິຫານຈຸດໃດບໍ່ດີ.”

ທ່ານ ໄດ້ກ່າວຕື່ມວ່າ ບໍ່ດີອັນທີ 2 ຍ້ອນກົນໄກ ອັນໃດເຮັດໃຫ້້ຫຼຸບທຶນ ຕ້ອງໄດ້ວິເຄາະອອກມາ. ລາຍຮັບຂອງໄຟຟ້າລາວ ເກືອບ 99% ແມ່ນມາຈາກ ການຂາຍໄຟຟ້າ. ໄຟຟ້າລາວ, ສັງຄົມນີ້ເຂົ້າໃຈວ່າ ປະເທດລາວ ມີ 100 ເຂື່ອນ ເປັນໝໍ້ໄຟອາຊ້ຽນ ແມ່ນຫຍັງຕ່າງໆ ເປັນຫຍັງຄ່າໄຟຈຶ່ງວ່າແພງ ຄວາມຈິງໄຟຟ້າລາວ ບໍ່ມີເຂື່ອນເປັນຂອງຕົນເອງ ປັດຈຸບັນພວກເຮົາໄດ້ຊື້ ໄຟຈາກເຂື່ອນຕ່າງໆ ໂຄງການຕ່າງໆ ມາຂາຍຕໍ່ ແລະຕົ້ນທຶນໃນການຊື້ ແລະລາຍຮັບ ຫຼືລາຍໄດ້ຈາກຂາຍໄຟ ມັນບໍ່ສົມຄູ່.

ໃນຂະນະທີ່ ວິຊາການທາງດ້ານເຂື່ອນໄຟຟ້າ ໄດ້ໃຫ້ຄວາມເຫັນຕໍ່ RFA ກ່ຽວກັບເຣື່ອງການປະຕິຮູບ ຣັຖວິສາຫະກິຈໄຟຟ້າລາວ ເມື່ອມາດົນມານີ້ວ່າ ປະເທດລາວມີແຫຼ່ງຜລິດໄຟຟ້າ ທັງໝົດ 90 ແຫ່ງ ມີກຳລັງຕິດຕັ້ທັງໝົດ 10,956 ເມກາວັຕ. ໂດຍເຂື່ອນທັງໝົດ ແມ່ນການລົງທຶນ ຂອງພາກເອກຊົນ ມີເຂື່ອນທີ່ເປັນຂອງບໍຣິສັດຜລິດໄຟຟ້າລາວ ມະຫາຊົນໃນຕລາດຫຼັກຊັພ ທີ່ໄຟຟ້າລາວຖືຫຸ້ນ 51% ຈຳນວນນຶ່ງ. ສຳລັບໄຟຟ້າລາວ ແມ່ນມີເຂື່ອນຂນາດນ້ອຍປະມານ 3 ເມກາວັຕ ທຽບໃສ່ກຳລັງໄຟຟ້າ ທີ່ໄຟຟ້າລາວມີສັນຍາ ຮັບຊື້ປະມານ 4,500 ເມກາວັຕ ໝາຍຄວາມວ່າ ໄຟຟ້າລາວ ຕ້ອງຊື້ໄຟເຂົ້າມາໃນລະບົບ ຈຳ  ໜ່າຍຕໍ່ໃຫ້ຜູ້ຊົມໃຊ້ໄຟຟ້າ ໃນຂອບເຂດທົ່ວປະເທດ. ສັນຍາຊື້ໄຟ ໃນແຫຼ່ງຜລິດ ແມ່ນເປັນສັນຍາໃນໄລຍະ 25 ປີ ທີ່ເຊັນໄວ້ຕັ້ງແຕ່ກ່ອນ ການກໍ່ສ້າງໂຄງການ ໂດຍລາຄາຊື້ໄຟຟ້າ ແມ່ນຖືກຮັບຮອງໂດຍຣັຖບານ ແລະຣັຖ ກໍເປັນຜູ້ກຳນົດລາຄາພາຍໃນ ແຕ່ລະໄລຍະ ແນ່ໃສ່ບໍ່ໃຫ້ສົ່ງຜົລກະທົບຫຼາຍ ຕໍ່ຄ່າຄອງຊີພ.

ທ່ານໄດ້ລະບຸຕື່ມວ່າ ໃນຄວາມຈິງໄຟຟ້າທີ່ສົ່ງອອກ ໄປຂາຍຕ່າງປະເທດ ສ່ວນໃຫຍ່ແມ່ນເປັນຂອງເອກຊົນ ທີ່ຣັຖຕາງໜ້າ ໂດຍບໍຣິສັດຜລິດໄຟຟ້າລາວ ມະຫາຊົນ, ບໍຣິສັດຖືຫຸ້ນ, ລາວມີຫຸ້ນຈຳນວນນຶ່ງ ໃນແຕ່ລະໂຄງການ. ສຳລັບໄຟຟ້າລາວ ແມ່ນບໍ່ໄດ້ຖືຫຸ້ນໃນໂຄງການເລົ່ານັ້ນ. ນອກຈາກນັ້ນໃນໄລຍະ 10-12 ປີຕົ້ນ ຂອງການດຳເນີນງານ ແຕ່ລະໂຄງການ ແມ່ນຕ້ອງໄດ້ໄປໃຊ້ໜີ້ ທນາຄານ. ສະນັ້ນບໍຣິສັດຂາຍຫຸ້ນກໍຈະໄດ້ເງິນ ປັນຜົລພຽງເລັກໜ້ອຍ ຫຼືບາງໂຄງການ ບໍ່ໄດ້ເລີຍໃນໄລຍະທີ່ໃຊ້ໜີ້.

ສ່ວນເງິນທີ່ເຂົ້າມາປະເທດລາວ ຫຼືເປັນລາຍຮັບຂອງຣັຖ ແລະຂາຫຸ້ນ ຈຶ່ງບໍ່ຫຼາຍໃນໄລຍະ 10 ປີຕົ້ນ. ເຖິງວ່າ ການໃຫ້ເອກຊົນ ສັມປະທານ ພາຍຫຼັງໝົດອາຍຸສັມປະທານ ເຂື່ອນທຸກແຫ່ງ ກໍຈະຖືກໂອນມາເປັນຂອງຣັຖ ໂດຍບໍ່ເສັຽຄ່າ ໝາຍຄວາມວ່າ ປະເທດລາວຈະມີຊັພສິນ ທີ່ຕີເປັນມູນຄ່າຫຼາຍສິບຕື້ໂດລ້າຣ໌ສະຫະຣັຖ ແລະມີແຫຼ່ງພລັງງານໝູນວຽນ ຮັບໃຊ້ສັງຄົມໄດ້ ໂດຍບໍ່ຕ້ອງລົງທຶນ ແລະສາມາດສືບຕໍ່ ນໍາໄປໃຊ້ໄດ້ເປັນ 100 ປີ.

ໃນເມື່ອນັກລົງທຶນ ເອົາທຶນມາກໍ່ສ້າງ ເຂົາກໍຕ້ອງໄດ້ຂາຍໄຟ ໃຫ້ເຮົາ ຫຼືຂາຍໄປຕ່າງປະເທດ ເພື່ອມີເງິນໄປໃຊ້ແທນ ເງິນກູ້ທນາຄານ ແລະມີສ່ວນເຫຼືອເປັນກຳໄລ ຂອງເຂົາ ຊຶ່ງການກຳນົດລາຄາໄຟຟ້າ ທີ່ຂາຍກໍອີງໃສ່ຫຼັກການ ປະຕິບັດຂອງສາກົນ ແຕ່ການຂາຍໄຟ ໄປຕ່າງປະເທດ ແມ່ນຈະແພງກ່ວາ ການຂາຍໃຫ້ພາຍໃນ ປະເທດລາວ ທີ່ຊື້ໄຟຈາກປະເທດລາວ ແມ່ນມີລາຄາຂາຍ ຢູ່ພາຍໃນປະເທດ ເຂົາສູງກ່ວາລາຄາທີ່ຣັຖ ຫຼືຣັຖວິສາຫະກິຈ ໄຟຟ້າລາວ ຂາຍໃຫ້ກັບສັງຄົມລາວ.

ທ່ານໄດ້ລະບຸໃນຕອນທ້າຍວ່າ ການໃຫ້ສັມປະທານ ພັທນາໂຄງການ ເຂື່ອນໄຟຟ້າ ແມ່ນເຫັນວ່າເປັນແນວທາງ ທີ່ຖືກຕ້ອງຂອງຣັຖບານ ເນື່ອງຈາກປະເທດລາວ ບໍ່ມີທຶນຮອນ ທີ່ຈະສາມາດພັທນາ ໂດຍລຳພັງໄດ້ ແລະຖ້າບໍ່ພັທນາ ນໍ້າໃນແມ່ນໍ້າ ກະໄຫຼຖີ້ມໄປຄືກັນກັບ ມັນໄດ້ໄຫຼໄປຕລອດຫຼາຍພັນປີ ຜ່ານມາ.

ຕໍ່ການປະຕິຮູບ ນອກຈາກຣັຖວິສາຫະກິຈ ໄຟຟ້າລາວ ຍານາງ ສູນທອນ ໄຊຍະຈັກ ຮອງປະທານ ສະພາແຫ່ງຊາຕ ໄດ້ແຖງຜົລສຳເຣັດ ຂອງກອງປະຊຸມ ສະພາສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ມີບາງຕອນໄດ້ ລະບຸເຖິງການປະຕິຮູບ ຣັຖວິສາຫະກິຈວ່າ ຣັຖບານຄວນເອົາໃຈໃສ່ ຂແນງການທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ການປະຕິຮູບ ຣັຖວິສາຫະກິຈ ຮວມທັງທນາຄານ ທຸຣະກິຈຣັຖ, ແກ້ໄຂໜີ້ສິນ ໃຫ້ຫຼຸດລົງ ແລະປັບປຸງ ຖານະການເງິນ ໃຫ້ສາມາດແຂ່ງຂັນ ດ້ານທຸຣະກິຈໄດ້ ເພື່ອເຮັດໃຫ້ວິສາຫະກິຈ ມີປະສິດທິຜົລ, ກ້າວໄປສູ່ການມີກຳໄລ ແລະເປັນໂຕແບບ ໃນການປະຕິບັດ ພັນທະເຂົ້າງົບປະມານແຫ່ງຣັຖ ເປັນຕົ້ນ ຣັຖວິສາຫະກິຈໄຟຟ້າລາວ, ບໍຣິສັດຜລິດ-ໄຟຟ້າລາວ ມະຫາຊົນ, ການບິນລາວ, ນໍ້າມັນເຊື້ອໄຟລາວ ແລະ ຊິມັງລາວ.

ປັດຈຸບັນ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ກໍໄດ້ປະກາດແຕ່ງຕັ້ງ ຄະນະປະຕິຮູບ ຣັຖວິສາຫະກິຈໄຟຟ້າລາວ ຈຳນວນ 9 ທ່ານ ຕາມຂໍ້ຕົກລົງສະບັບເລຂທີ 22/ນຍ ຂອງນາຍົກຣັຖມົນຕຣີ ເມື່ອວັນທີ 04 ເມສາ 2022 ຜ່ານມາ. ໃນນີ້ມີ ທ່ານ ທະນູເພັດ ໄຊສົມບັດ ຮອງຣັຖມົນຕຣີ ກະຊວງການເງິນ ເປັນຫົວໜ້າຄະນະ, ທ່ານ ທອງພັດ ອິນທະວົງ ຮອງຣັຖມົນຕຣີ ກະຊວງພລັງງານ ແລະບໍ່ແຮ່ ເປັນຮອງຫົວໜ້າຄະນະ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການ ຣັຖວິສາຫະກິຈໄຟຟ້າລາວ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຫົວໜ້າກົມຄຸ້ມຄອງ ໜີ້ສາທາຣະນະ ກະຊວງການເງິນ, ທ່ານ ສອນເພັດ ອິນທະວົງ ຫົວໜ້າກົມ ປະຕິຮູບຣັຖວິສາຫະກິຈ ແລະ ການປະກັນພັຍ ກະຊວງການເງິນ, ທ່ານ ສົມພິດ ແກ້ວວິຈິດ ຫົວໜ້າກົມພລັງງານ ກະຊວງພລັງງານແລະບໍ່ແຮ່, ທ່ານ ພູເພັດ ແກ້ວພິລາວົງ ອະທິການບໍດີ ຄະນະເສຖສາຕ ມຫາວິທຍາລັຍແຫ່ງຊາຕ, ທ່ານ ເຄືອວັນ ຈັນທະພູວົງ ຮອງກົມພັທນາ ການບໍຣິຫານຣັຖ ກະຊວງພາຍໃນ ແລະ ທ່ານ ບຸນເອື້ອ ສີວັນແພງ ຫົວໜ້າຝ່າຍບໍຣິຫານ ປະທານສະຫະພັນ ກັມມະບານ ຣັຖວິສາຫະກິຈໄຟຟ້າລາວ.

ອີງຕາມການຣາຍງານ ຂອງເຈົ້າໜ້າທີ່ລະດັບສູງ ໃນກະຊວງແຜນການ ແລະການລົງທຶນທີ່ຂໍອະນຸຍາດ ສງວນຊື່ ແລະສຽງ ໄດ້ໃຫ້ຂໍ້ມູນການສົ່ງອອກໄຟຟ້າວ່າ. ປະເທດລາວ ໄດ້ສົ່ງອອກໄຟຟ້າ ໄປປະເທດໃກ້ຄຽງ ມີຈຳນວນກຳລັງການຕິດຕັ້ງ ທັງໝົດ 6,437 ເມກາວັຕ ແລະ ນັບແຕ່ ເດືອນສິງຫາ 2021 ເປັນຕົ້ນມາ ການສົ່ງອອກໄຟຟ້າ ເພີ່ມຂຶ້ນ 150 ເມກາວັຕ. ໃນນີ້ໄດ້ສົ່ງອອກໄປໄທຍ 5,415 ເມກາວັຕ, ວຽດນາມ 572 ເມກາວັຕ, ກັມພູຊາ 445 ເມກາວັຕ ແລະ ພະມ້າ 5 ເມກາວັຕ.

ໃນກາງປີ 2022 ການສົ່ງອອກໄຟຟ້າ ໄປໄທຍ ຈະເພີ່ມຂຶ້ນອີກ 1 ໂຄງການ ມີກຳລັງການຕິດຕັ້ງ 514 ເມກາວັຕ, ຈະສົ່ງໄປສິງກະໂປ 100 ເມກາວັຕ ໂດຍຜ່ານສາຍສົ່ງໄທຍແລະ ມາເລເຊັຽ. ຈະສົ່ງໄຟຟ້າໄປພະມ້າຕື່ມອີກ 30-35 ເມກວັຕ ແລະ ຈະສົ່ງໄປຈີນ ໃນຮູບແບບການແລກປ່ຽນ ພລັງງານຜ່ານ ລະບົບສາຍສົ່ງ 115 ກິໂລໂວນ. ນອກຈາກນີ້ ຍັງສາມາດເຈຣະຈາ ສນອງໄຟຟ້າໄປໄທຍຈາກ 9,000 ເປັນ 10,500 ເມກາວັຕ ເພື່ອຮອງຮັບການສົ່ງອອກ ພລັງງານໄຟຟ້າ ຂອງໂຄງການຂນາດໃຫຍ່.

ໃນປະເທດລາວ ມີຣັຖວິສາຫະກິຈທັງໝົດ 178 ຫົວໜ່ວຍ ເທົ່າກັບ 0.12% ຂອງຈຳນວນ ວິສາຫະກິຈທີ່ມີທັງໝົດ 148,824 ຫົວໜ່ວຍ ທີ່ຂຶ້ນທະບຽບໃນຂອບເຂດ ທົ່ວປະເທດ. ໃນ 178 ຫົວໜ່ວຍ ໃນນີ້ມີ 96 ຫົວໜ່ວຍ ຢູ່ສູນກາງ ແລະ 82 ຫົວໜ່ວຍຢູ່ທ້ອງຖິ່ນ. ມີທຶນຈົດທະບຽນ ທັງໝົດ 28,008 ຕື້ກີບ ຫຼື ເທົ່າກັບ 6% ຂອງທຶນຈົດທະບຽນ ຂອງວິສາຫະກິຈ ທັງໝົດໃນທົ່ວປະເທດລາວ ທີ່ມີ 470,906 ຕື້ກີບ ມູນຄ່າຊັພສິນ ທັງໝົດ 183,765 ຕື້ກີບ, ທຽບເທົ່າ 96.16% ຂອງ GDP. ມູນຄ່າໜີ້ສິນທັງໝົດ 147,451 ຕື້ກີບ, ທຽບເທົ່າ 76.74% ຂອງ GDP ລາຍຮັບ ຈາກການກຳເນີນທຸຣະກິຈ ສະເລັ່ຽ 31,530 ຕື້ກີບຕໍ່ປີ ແລະ ສາມາດສ້າງກຳໄລ ສຸດທິສະເລັ່ຽ 414 ຕື້ກີບຕໍ່ປີ. ສາມາດນຳເຂົ້າ ງົບປະມານແຫ່ງຣັຖ ສະເລັ່ຽ 504 ຕື້ກີບຕໍ່ປີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.