ເຣື້ອງທີ່ເກັບບັນທຶກໄວ້
2022-10-20
ແຂວງສວັນນະເຂດ ຈັດຕລາດນັດ ຈ້າງງານ ເພື່ອຫລຸດຜ່ອນ ຈໍານວນຄົນຫວ່າງງານ ພາຍໃນແຂວງ ແຕ່ຊາວໜຸ່ມລາວ ບໍ່ສົນໃຈພໍເທົ່າໃດ ຍ້ອນໄດ້ເງິນເດືອນໜ້ອຍ ບໍ່ກຸ້ມກິນ, ພວກເຂົາເຈົ້າ ຢາກໄປເຮັດວຽກ ຢູ່ຕ່າງປະເທດ ເປັນຕົ້ນປະເທດໄທຍ.
2022-10-20
ສປປ ລາວ ແລະໄທຍ ຕຣຽມວາງສີລາຣືກ ໂຄງການກໍ່ສ້າງ ຂົວມີຕພາບ ລາວ-ໄທຍ ແຫ່ງທີ 5 ບໍຣິຄຳໄຊ-ບຶງການ ຢ່າງເປັນທາງການ ໃນວັນທີ 28 ຕຸລາປີ 2022 ນີ້, ໃນຂນະທີ່ ຄົນລາວຈຳນວນ 100 ຄອບຄົວທີ່ເສັຽດິນ ໃຫ້ກັບໂຄງການດັ່ງກ່າວ ຍັງລໍຖ້າຄ່າຊົດເຊີຍຢູ່.
2022-10-19
ຜູ້ໂດຍສານ ທີ່ໃຊ້ບໍຣິການ ສະຖານີຣົຖໄຟ ລາວ-ຈີນ ຢູ່ແຂວງຫຼວງພຣະບາງ ພົບບັນຫາ ເຣື່ອງຫ້ອງນໍ້າ ທີ່ຢູ່ດ້ານນອກ ສະຖານີຣົຖໄຟ ເປິ້ະເປື້ອນແຮງ ເຮັດໃຫ້ເສັຍພາບພົດ ຕໍ່ການທ່ອງທ່ຽວ ພາຍໃນແຂວງ ຂະນະທີ່ ທາງພາກສ່ວນ ທີ່ກ່ຽວຂ້ອງ ຍັງບໍ່ຮູ້ເຣື່ອງດັ່ງກ່າວ ແຕ່ຈະກວດກາ ແລະແກ້ໄຂຕໍ່ໄປ.
2022-10-19
ຕຳຣວດໄທຍ ຈັບກຸມຜູ້ຖືກກ່າວຫາ ຄົນໄທຍ 2 ຄົນ ໃນຂໍ້ຫາ ຮ່ວມກັນນຳພາ ໃຫ້ທີ່ພັກ ເຊື່ອງຊ້ອນ ຫລືຊ່ອຍເຫຼືອ ສາວຊາວລາວ ອາຍຸກາຍ 18 ປີ ແລະ ອາຍຸຕໍ່າກ່ວາ 18 ປີ ທີ່ເຂົ້າປະເທດໄທຍ ແບບຜິດກົດໝາຽ ເພື່ອໃຫ້ສາວຊາວລາວ ແລະເດັກຍິງລາວ ພົ້ນຈາກການຖືກຈັບ.
2022-10-19
ຍັງມີຊາວຕ່າງ ປະເທດຈໍານວນນຶ່ງ ເຂົ້າມາປະກອບກິຈການ ເຮືອນພັກ ໄລຍະສັ້ນ ໃນ ສປປ ລາວ ເຮັດໃຫ້ຄົນລາວ ເສັຍໂອກາດ ແລະຖືກຍາດແຍ່ງອາຊີພ ທີ່ສງວນໄວ້ ໃຫ້ສະເພາະຄົນລາວ ແລະມາຮອດປັດຈຸບັນ ທາງການລາວ ຍັງບໍ່ສາມາດ ຄວບຄຸມໄດ້ເທື່ອ ໂດຍສະເພາະ ກຸ່ມຄົນຈີນ, ຄົນວຽດນາມ ແລະຄົນໄທຍ.
2022-10-19
ບໍຣິສັດ ຊີຈີເອັນ ເອັນເນີ້ຣ໌ຈີ ເທັກໂນໂລຈີ ລາວ (CGN Energy Technology Laos) ຈຳກັດ ຈະສຶກສາ, ສຳຣວດ ຄວາມເປັນໄປໄດ້ ໂຄງການພັທນາ ພລັງງານສະອາດ ແບບຄົບວົງຈອນ ປະກອບມີພລັງງານລົມ, ພລັງງານແສງຕາເວັນ ແລະ ເຂື່ອນໄຟຟ້າ ຢູ່ 3 ແຂວງພາກເໜືອ.
2022-10-18
ສປປ ລາວ ຍັງມີຄວາມສ່ຽງ ຈາກການປະເມີນ ຂອງ ກຸ່ມ ເອເຊັຽ ແປຊິຟິກ ເພື່ອຕ້ານ ການຟອກເງິນ ຫລື Asia Pacific on Anti-Money Laundering (APG) ຕໍ່ກັບວຽກງານ ສະກັດກັ້ນ ການຟອກເງິນ ແລະ ການສນອງທຶນ ໃຫ້ແກ່ການກໍ່ການຮ້າຍ.
2022-10-18
ກ່ອນທີ່ຈະມີການ ຈັດກອງປະຊຸມ ສໄມສາມັນ ເທື່ອທີ 4 ຂອງສະພາ ແຫ່ງຊາຕ ຊຸດທີ 4 ໃນທ້າຍປີ 2022, ປະຊາຊົນ ຢາກໃຫ້ມີການ ອະພິປາຍ ການແກ້ໄຂບັນຫາ ປາກທ້ອງ ຂອງປະຊາຊົນ ແລະ ເຣື່ອງຖນົນ ຫົນທາງທີ່ເປ່ເພ.
2022-10-18
ສະຫະພັນ ຜະດຸງຄັນສາກົລ ຕຣຽມປະເມີນ ພິຈາຣະນາຮັບຮອງ 3 ວິທຍາລັຍໂຕແບບ ໃນການສ້າງແພດຜະດຸງຄັນ ເພື່ອຫລຸດຜ່ອນ ອັດຕຣາການເສັຍຊີວິຕ ຂອງແມ່ ແລະ ເດັກ ໃນປະເທດລາວ.
2022-10-18
ການເຮັດທຸຣະກິຈ ລ້ຽງງົວຢູ່ລາວ ເພື່ອສົ່ງຂາຍໃຫ້ຈີນ ບໍ່ໄດ້ຕາມມາຕຖານ ທີ່ທາງການກໍານົດ ຍ້ອນບໍ່ມີທຶນ, ເຮັດໃຫ້ ສປປ ລາວ ບໍ່ສາມາດສົ່ງອອກງົວ ໄປຈີນໄດ້ຕາມເປົ້າໝາຍ ທີ່ກໍານົດ ຄື 500,000 ໂຕຕໍ່ປີ ຂະນະທີ່ຜູ້ລ້ຽງງົວ ຊາວລາວ ກັງວົນວ່າ ນາຍທຶນຈີນ ທີ່ມີທຶນຫຼາຍ ອາຈເຂົ້າມາ ດຳເນີນທຸຣກິຈນີ້ ແທນຄົນລາວ.
2022-10-18
ຊາວບ້ານຢູ່ເມືອງໄຊ ແຂວງອຸດົມໄຊ ຮຽກຮ້ອງໃຫ້ ພາກສ່ວນກ່ຽວຂ້ອງ ແປງທາງໃຕ້ອຸມົງ ລອດທາງຣົຖໄຟ ລາວ-ຈີນ ບ່ອນຈຸດເຊື່ອມຕໍ່ ລະຫວ່າງບ້ານນາແລ ແລະບ້ານຖິ່ນ ເພື່ອປ້ອງກັນ ບໍ່ໃຫ້ເກີດອຸບັດຕິເຫດ ທີ່ເຮັດໃຫ້ຄົນບາດເຈັບ ແລະເສັຽຊີວິຕ.
2022-10-17
ຣັຖບານ ສະຫະຣັຖ ອາເມຣິກາ ຫາລືທະວິພາຄີ ກັບຣັຖບານລາວ ຄັ້ງທີ່ 10 ເພື່ອສືບຕໍ່ ຊ່ອຍເຫຼືອ ດ້ານໂຄວິດ-19 ແລະ ຮ່ວມມືໃນຫຼາຍດ້ານ.
2022-10-17
ລາຄາພືດຜັກ ແພງຂຶ້ນຢ່າງຕໍ່ເນື່ອງ ເພາະວ່າ ຕົ້ນທຶນການຜລິຕ ທີ່ເພີ່ມຂຶ້ນສູງ ທີ່ມີສາຍເຫດ ມາຈາກ ສະພາບເງິນກີບອ່ອນຄ່າລົງ ຍິ່ງໄປກວ່ານັ້ນ ການທີ່ປະເທດລາວ ເພິ່ງພາການນຳເຂົ້າ ເກືອບທຸກຢ່າງ ກໍເປັນປັດຈັຍນຶ່ງ ທີ່ເຮັດໃຫ້ສິນຄ້າແພງຂຶ້ນ.
2022-10-17
ສະຫະຣັຖ ອາເມຣິກາ ຊ່ອຍວັກຊິນໄຟເຊີ້ຣ໌ ປ້ອງກັນໂຄວິດ-19 ຕື່ມອີກ 201,600 ໂດສ ແກ່ ສປປ ລາວ ເພື່ອສັກ ໃຫ້ເດັກນ້ອຍ ອາຍຸ 5 ປີ ຫາ 11 ປີ ຊຶ່ງມາເຖິງປັດຈຸບັນນີ້ ຊ່ອຍໃຫ້ ສປປ ລາວ ຫລາຍກວ່າ 2.9 ລ້ານໂດສແລ້ວ.
2022-10-17
ພນັກງານຣັຖກອນ ແລະ ເອກຊົນ ຜູ້ຫາເຊົ້າກິນຄໍ່າ ແລະ ເພິ່ງເງິນເດືອນ ເປັນຫລັກ ແມ່ນໄດ້ຮັບຜົລກະທົບ ຢ່າງໜັກໜ່ວງ ຈາກອັດຕຣາເງິນເຟີ້ສູງ ແລະ ສະພາບເງິນກີບ ອ່ອນຄ່າລົງ ໃນໄລຍະນີ້ ຈຶ່ງເຮັດໃຫ້ຫຼາຍໆຄອບຄົວຕ້ອງໄດ້ປັບໂຕ ເພື່ອປະຄັບປະຄອງຊີວິຕ ໃຫ້ຜ່ານພົ້ນວິກິຕນີ້.