ສະຫະຣັຖ ຫາລືທະວິພາຄີ ກັບ ສປປ ລາວ
2022.10.17

ໃນວັນທີ 14 ຕຸລາ 2022 ທີ່ຜ່ານມາ ຣັຖບານສະຫະຣັຖອາເມຣິກາ ແລະຣັຖບານລາວ ໄດ້ຈັດກອງປະຊຸມ ໃນການເຈຣະຈາ ທະວິພາຄີຮອບດ້ານ ທີ່ນະຄອນຫຼວງວຽງຈັນ ເພື່ອຮ່ວມມືກັບຣັຖບານລາວ ໃນຫຼາຍດ້ານ ເຊິ່ງທັງສອງຝ່າຍ ກໍໄດ້ຢືນຢັນຄວາມຕັ້ງໃຈ ທີ່ຈະຂຍາຍຄວາມຮ່ວມມື ລະຫວ່າງ ສະຫະຣັຖອາເມຣິກາ ແລະລາວ ຕາມຂໍ້ຕົກລົງຫຸ້ນສ່ວນ ທີ່ເຄີຍປະກາດໄວ້ ໃນຄັ້ງອະດີຕ ສໄມປະທານນາທິບໍດີ ໂອບ່າມ້າ ໃນປີ 2016 ໂດຍສະເພາະ ຣັຖບານອາເມຣິກາ ຢືນຢັນ ຈະຊ່ອຍເຫຼືອຣັຖບານລາວ ໃນດ້ານໂຄວິດ-19 ຕໍ່ເນື່ອງ.
ທີ່ຜ່ານມາ ຣັຖບານອາເມຣິກາ ກໍມີການຊ່ອຍເຫຼືອ ຣັຖບານລາວ ຢູ່ຢ່າງຕໍ່ເນື່ອງ ທັງເຣື່ອງອຸປະກອນ ການແພດ, ເງິນສນັບສນູນ ເພື່ອປ້ອງໂຄວິດ-19 ແລະວັກຊິນປ້ອງກັນ ໂຄວິດ-19 ຍີ່ຫໍ້ໄຟເຊີ້ຣ໌.
ປັດຈຸບັນນີ້ ວັກຊິນປ້ອງກັນເຊື້ອ ໂຄວິດ-19 ໃນລາວ ຍີ່ຫໍ້ໄຟເຊີ້ຣ໌ ກໍຍັງມີຈໍາກັດ ແລະບໍ່ສາມາດກະຈາຍໄດ້ທົ່ວເຖິງ ທີ່ຜ່ານມາ ຣັຖບານລາວ ໄດ້ຮັບວັກຊິນຍີ່ຫໍ້ດັ່ງກ່າວ ຈາກຣັຖບານອາເມຣິກາ ກໍມີພຽງແຕ່ ໃຫ້ຜູ້ສູງອາຍຸ ໄດ້ສັກເທົ່ານັ້ນ.
ດັ່ງເຈົ້າໜ້າທີ່ ສະທາຣະນະສຸຂ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນວັນທີ 17 ຕຸລາ ນີ້ວ່າ:
“ກະ ເປັນເຣື່ອງດີຫັ້ນແຫຼ້ວ ມາໃຫ້ໄຟເຊີ້ຣ໌ ແຕ່ກີ້ກະຍາດກັນ ຄົນຕ້ອງການຫຼາຍ ເຮົາບໍ່ພຽງພໍ ຈໍາກັດແຕ່ຜູ້ເຖົ້າເນາະ ໃຫ້ລະຂະສິທ ແຕ່ຜູ້ເຖົ້າ ຫຼາຍໆຄົນກະວ່າຊ່ອຍເຫຼືອ ຕໍ່ເນື່ອງກະດີ ກະບໍ່ມີແລ້ວນ່າດຽວນີ້ໝົດແລ້ວນ່າ.”
ຂະນະທີ່ ເຈົ້າໜ້າທີ່ ສາທາຣະນະສຸຂ ໃນແຂວງຈໍາປາສັກທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ວັກຊິນ ປ້ອງກັນເຊື້ອ ໂຄວິດ-19 ໃນລາວ ປັດຈຸບັນນີ້ ກໍຍັງມີຈໍາກັດ ຕ້ອງສັກຕາມລ໊ອດ ທີ່ທາງສູນກາງສົ່ງມາໃຫ້ ເຊັ່ນ ການສັກວັກຊິນ ໃຫ້ເດັກນ້ອຍ ອາຍຸ 5-11 ປີ ພາຍໃນແຂວງຈໍາປາສັກ ກໍຍັງທັນບໍ່ໄດ້ຮັບການສັກເທື່ອ ຍ້ອນວັກຊິນປ້ອງກັນ ໂຄວິດ-19 ບໍ່ມີ ແຕ່ເຫັນວ່າຫຼ້າສຸດ ຣັຖບານ ສະຫະຣັຖອາເມຣິກາ ໄດ້ຊ່ອຍເຫຼືອວັກຊິນ ປ້ອງກັນໂຄວິດ-19 ສໍາລັບເດັກນ້ອຍ ຍີ່ຫໍ້ໄຟເຊີ້ຣ໌ເພີ່ມ ຄາດວ່າ ເດືອນພືສຈິາກ ເດັກນ້ອຍອາຍຸ 5-11 ປີ ໃນແຕ່ລະໂຮງຮຽນ ຈະໄດ້ຮັບການສັກ:
“ແມ່ນໆເພິ່ນຊິສົ່ງມາແລ້ວ ໄຟເຊີ້ຣ໌ ສົ່ງຮອດວຽງຈັນ ແຕ່ບໍ່ທັນໄດ້ຮອດຈໍາປາສັກ ເອົາຕູ້ມາໃຫ້ກ່ອນນ່າ ປະມານເດືອນໜ້ານີ້ແລ້ວ ວ່າແຕ່ບ່ອນມີຢາ ເຮົາກະສັກໝົດ ມັນດີຄືກັນ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວລາວໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ກໍເປັນເຣື່ອງດີຫຼາຍ ທີ່ຣັຖບານອາເມຣິກາ ຊ່ອຍເຫຼືອວັກຊິນ ປ້ອງກັນເຊື້ອ ໂຄວິດ-19 ຕໍ່ປະຊາຊົນລາວ ເຮັດໃຫ້ປະຊາຊົນລາວ ໄດ້ຮັບວັກຊິນທີ່ດີ ແລະຄົນລາວຫຼາຍຄົນ ຍັງໄດ້ສັກວັກຊິນ ປ້ອງກັນເຊື້ອ ໂຄວິດ-19 ຟຣີ ເຊິ່ງກໍຢາກໃຫ້ຣັຖບານ ສະຫະຣັຖອາເມຣິກາ ຊ່ອຍຄົນລາວຕໍ່ໄປ:
“ໂອ້ຍ ດີໃຈແທ້ ເພາະວ່າເຮົາບໍ່ໄດ້ເສັຍເງິນເດ້ ບໍ່ໄດ້ຈ້າງສັກເດ້ ໃຫ້ຟຣີເດ້ ດີໃຈດີໃຈ ຢາກໃຫ້ຊ່ອຍຕໍ່ເນື່ອງ.”
ພ້ອມດຽວກັນນີ້ ຊາວລາວໃນແຂວງຈໍາປາສັກ ທ່ານນຶ່ງກໍກ່າວວ່າ ຮູ້ສຶກດີໃຈ ທີ່ຣັຖບານ ສະຫະຣັຖອາເມຣິກາ ໃຫ້ການຊ່ອຍເຫຼືອ ໃນດ້ານຕ່າງໆ ແກ່ຣັຖບານລາວ ໂດຍສະເພາະຊ່ອຍເຫຼືອ ວັກຊິນປ້ອງກັນເຊື້ອໂຄວິດ-19 ຍີ່ຫໍ້ໄຟເຊີ້ຣ໌ ໃຫ້ຄົນລາວໄດ້ສັກຟຣີ:
“ໄຟເຊີ້ ຄັນເພິ່ນເອົາມາຊ່ອຍອີກ ກະຖືວ່າເປັນເຣື່ອງດີ ຕໍ່ພໍ່ແມ່ປະຊາຊົນ ຟຣີຫັ້ນແຫຼະ ເວົ້າເຣື່ອງພຍາດ ທີ່ວ່າມັນເກີດຂຶ້ນນີ້ແຫຼະ.”
ສ່ວນຊາວລາວ ໃນແຂວງຫຼວງພຣະບາງ ທ່ານນຶ່ງ ກໍກ່າວວ່າ ເປັນເຣື່ອງທີ່ໜ້າຍິນດີຫຼາຍ ທີ່ຣັຖບານສະຫະຣັຖອາເມຣິກາ ຊ່ອຍເຫຼືອລາວມາຕລອດ ໃນເຣື່ອງວັກຊິນ ປ້ອງກັນເຊື້ອ ໂຄວິດ-19 ຖືວ່າເປັນວັກຊິນທີ່ດີ ເພາະຢູ່ລາວ ມີວັກຊິນປ້ອງກັນເຊື້ອ ໂຄວິດ-19 ທີ່ຈໍາກັດ ແລະໝົດໄວ:
“ຄືວ່າ ມີເຂົ້າມາແຕ່ມັນໝົດ ເພິ່ນມາຊ່ອຍກະຍິນດີ ຫັ້ນແຫຼະເນາະ ເພື່ອຄົນອື່ນແນ່ ຜູ້ໃດສັກແລ້ວກໍແລ້ວໄປ ຜູ້ໃດຍັງບໍ່ສັກເຂົາກໍຢາກສັກໂຕດີ.”
ນອກຈາກນີ້ ອີງຕາມສໍານັກງານ ໂຄສົກ ຂອງກະຊວງ ການຕ່າງປະເທດ ສະຫະຣັຖອາເມຣິກາ ໃນວັນທີ 14 ຕຸລາ ທີ່ຜ່ານມາ ທ່ານ ດານ໋ຽວ ເຈ. ກຣິຕັນບຣິງຄ໌ (Daniel J. Kritenbrink) ຜູ້ຊ່ອຍຣັຖມົນຕຣີ ກະຊວງ ການຕ່າງປະເທດ ຂອງສະຫະຣັຖ ອາເມຣິກາ ໄດ້ກ່າວໃນກອງປະຊຸມ ທະວິພາຄີ ລະຫວ່າງ ລາວ-ອາເມຣິກາ ວ່າ ທາງການສະຫະຣັຖອາເມຣິກາ ຮູ້ສຶກຍິນດີ ທີ່ເປັນປະເທດທໍາອິດ ໃນການໃຫ້ການຊ່ອຍເຫຼືອ ດ້ານການປ້ອງກັນ ການແຜ່ຣະບາດ ຂອງເຊື້ອໂຄວິດ-19 ໃຫ້ແກ່ປະເທດລາວ ພ້ອມກ່າວຢືນຢັນວ່າ ທາງການສະຫະຣັຖ ອາເມຣິກາ ຈະສືບຕໍ່ເຮັດວຽກ ຮ່ວມກັບປະຊາຊົນລາວ ແລະທາງການລາວ ເພື່ອສນັບສນູນເປົ້າໝາຍ ການພັທນາແບບຍືນຍົງ ບໍ່ວ່າຈະເປັນໂຄງການ ດ້ານສຸຂພາບ, ການສຶກສາ, ການເຕີບໂຕ ທາງດ້ານເສຖກິຈ, ການກະເສຕ ແລະຫຼັກທັມມາພິບານຕ່າງໆ ຕລອດຈົນການສໍາຣວດ ແລະກວດລ້າງລະເບີດ ບໍ່ທັນແຕກ ທີ່ຍັງຕົກຄ້າງຢູ່ພາຍໃນ ປະເທດລາວຕື່ມ.
ຫຼ້າສຸດ ວັນທີ 14 ຕຸລາ 2022 ຣັຖບານສະຫະຣັຖ ອາເມຣິກາ ກໍໄດ້ມອບເງິນຈໍານວນ 1.5 ລ້ານໂດລ້າຣ໌ສະຫະຣັຖ ພາຍໃຕ້ອົງການ USAID ໃຫ້ອົງການອະນາມັຍໂລກ ແລະອົງການຢູນິເຊັບ ເພື່ອສນັບສນູນ ວຽກງານປ້ອງກັນ ເຊື້ອໂຄວິດ-19 ໃຫ້ແກ່ຣັຖບານລາວ.
ຢ່າງໃດກໍຕາມ ຣັຖບານສະຫະຣັຖອາເມຣິກາ ໄດ້ຊ່ອຍເຫຼືອຣັຖບານລາວ ດ້ານປ້ອງກັນເຊື້ອໂຄວິດ-19 ຮວມມູນຄ່າຫຼາຍກວ່າ 16.7 ລ້ານໂດລ້າຣ໌ສະຫະຣັຖ ເພື່ອສນັບສນູນວຽກງານ ການສັກວັກຊິນປ້ອງກັນໂຄວິດ-19 ໃຫ້ມີຄວາມຕໍ່ເນື່ອງ.
ປັດຈຸບັນ 72% ຂອງປະຊາກອນລາວ ໄດ້ຮັບການສັກວັກຊິນ ປ້ອງກັນເຊື້ອ ໂຄວິດ-19 ໃກ້ຈະບັນຫຼຸເປົ້າໝາຍ 80% ໃນທ້າຍປີ 2022 ນີ້, ແຕ່ກຸ່ມຜູ້ສູງອາຍຸ ຍັງເປັນກຸ່ມສ່ຽງ ຕໍ່ການຕິດເຊື້ອ ໂຄວິດ-19 ປະມານ 25% ຍັງບໍ່ໄດ້ຮັບການ ສັກວັກຊິນຄົບໂດສ ຊຸດທໍາອິດເທື່ອ ແລະກຸ່ມຄົນພິການ ກໍຍັງເຂົ້າເຖິງຫຍຸ້ງຍາກ.
ເມື່ອບໍ່ດົນນີ້ ຣັຖບານສະຫະຣັຖ ອາເມຣິກາ ກໍໄດ້ຊ່ອຍເຫຼືອວັກຊິນ ຍີ່ຫໍ້ໄຟເຊີ້ຣ໌ ສຳລັບສັກໃຫ້ ເດັກນ້ອຍ ຈໍານວນ 201,600 ໂດສ ຜ່ານໂຄງການ COVAX ເພື່ອໃຫ້ວັກຊິນ ແກ່ເດັກນ້ອຍ ອາຍຸ 5-11 ປີ ບັນລຸເປົ້າໝາຍ 80% ໃນທ້າຍປີ 2022 ເຊິ່ງມາເຖິງປັດຈຸບັນ ສະຫະຣັຖ ອາເມຣິຫາ ໄດ້ຊ່ອຍເຫຼືອວັກຊິນປ້ອງກັນເຊື້ອ ໂຄວິດ-19 ໃຫ້ແກ່ຣັຖບານລາວ ຫຼາຍກວ່າ 2.9 ລ້ານໂດສແລ້ວ.