ອົງການສາກົລ ຊ່ອຍເຫຼືອ ສປປ ລາວ ດ້ານຜະດຸງຄັນ

ພອນ ພູມມີທອນ
2022.10.18
ອົງການສາກົລ ຊ່ອຍເຫຼືອ ສປປ ລາວ ດ້ານຜະດຸງຄັນ ຮູບໂຕຢ່າງ: ແມ່ຍິງທີ່ຖືພາ ຝາກທ້ອງ ຢູ່ໂຮງໝໍ ພາຍໃຕ້ ການອຸປຖັມ ຂອງ ອົງການອາຫານໂລກ.
WFP

ເມື່ອບໍ່ດົນທີ່ຜ່ານມາ ຄະນະຊ່ຽວຊານ ໂຄງການຮັບຮອງ ການສຶກສາຜະດຸງຄັນ ຂອງ ສະຫະພັນຜະດຸງຄັນ ສາກົລ ຫຼື The international Confederation of Midwives (ICM) ໄດ້ມາຢ້ຽມຍາມປະເທດລາວ, ເຊິ່ງການຢ້ຽມຍາມຄັ້ງນີ້ ແມ່ນເພື່ອດຳເນີນການ ປະເມີນພິຈາຣະນາ ຮັບຮອງ 3 ວິທຍາລັຍໂຕແບບ ໃນການສ້າງແພດ ຜະດຸງຄັນ ຢູ່ແຂວງຊຽງຂວາງ, ແຂວງຈຳປາສັກ ແລະ ແຂວງຫລວງພຣະບາງ.  

ສະເພາະ ໂຮງຮຽນສາທາຣະນະສຸຂ ແຂວງຊຽງຂວາງ ຫາກຜ່ານການ ການປະເມີນ ພິຈາຣະນາຮັບຮອງ  ໃຫ້ເປັນວິທຍາລັຍ ໂຕແບບໃນການສ້າງ ແພດຜະດຸງຄັນ ຈະຊ່ວຍຫລຸດຜ່ອນ ອັດຕຣາການຕາຍ ຂອງແມ່ ແລະ ເດັກ, ຂະນະດຽວກັນ ໂຮງຮຽນກໍຕຽມເລັ່ງ ໃສ່ສ້າງຄວາມເຂັ້ມແຂງ ໃຫ້ກັບນາຍຄູ ແລະ ນັກສຶກສາຕື່ມ ເພື່ອໃຫ້ສາມາດ ສົ່ງນັກສຶກສາ ທີ່ຮຽນຈົບຫລັກສູດ ອອກໄປເປັນນາງຜະດຸງຄັນ ຢູ່ທົ່ວປະເທດລາວ ໄດ້ຢ່າງມີຄຸນນະພາບ ແລະ ສາມາດກວດທ້ອງແມ່ມານ ແລະ ຊ່ວຍເກີດລູກ ໄດ້ຕາມມາຕຖານສາກົລ.

ຕາມຄວາມເວົ້າ ຂອງອາຈານໂຮງຮຽນ ສາທາຣະນະສຸຂ ແຂວງຊຽງຂວາງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 18 ຕຸລາ ນີ້ວ່າ:

“ສ້າງຄວາມເຂັ້ມແຂງ ໃຫ້ນາຍຄູນີ້ ກໍຄືສເນີທາງກະຊວງ ເພື່ອເຮົາຂໍໂກຕ້າພນັກງານ ກ່ຽວກັບເຣຶ່ອງວິຊາຜະດຸງຄັນນີ້ ມາຕື່ມອີກ ອັນທັງສອງມາ ເຮົາຕ້ອງຍົກລະດັບຄວາມຮູ້ ຄວາມສາມາດ ຂອງຄູໃຫ້ໄດ້ລະດັບປຣີຍາໂທ ສຳລັບນັກສຶກສານີ້ ເຮົາຕ້ອງສ້າງຄວາມເຂັ້ມແຂງ ໃຫ້ເຂົາ ເວລາເຂົາເຈົ້າໄປຝຶກປະຕິບັດ ລະເຮົາກໍມີການຕິດຕາມ ຊຸກຍູ້ປະເມີນຜົລວ່າ ເຂົາເຈົາຍັງຂາດດ້ານໃດ ລະພວກເຮົາກໍມີການຝຶກອົບຮົມ ນັກສຶກສາຜູ້ນຶ່ງ ຕ້ອງຊ່ວຍເກີດ ໃຫ້ໄດ້ 120 ຄົນຂຶ້ນໄປເດ້ ຈຶ່ງຜ່າໄດ້ ໃນເວລາລົງໂຮງໝໍ.”

ຍານາງກ່າວຕື່ມວ່າ ທີ່ຜ່ານມາຮອດປັຈຸບັນ ໂຮງຮຽນສາທາຣະນະສຸຂ ແຂວງຊຽງຂວາງ ເປີດຫລັກສູຕ 2 ສາຂາວິຊາ ຄື ສາຂາວິຊາ ພຍາບານສາຕ ແລະ ສາຂາວິຊາຜະດຸງສາຕ, ແຕ່ສະເພາະ ສາຂາວິຊາຜະດຸງສາຕ ສາມາດສ້າງນັກສຶກສາ ຫລັກສູຕຜະດຸງຄັນ ທັງສາຍຕຣົງ ເຊັ່ນ ນັກຮຽນຈົບຊັ້ນ ມ.7 ມາຮຽນຫລັກສູຕ ຜະດຸງຄັນ 3 ປີ ແລ້ວ ໄປຊອກວຽກເອງ ແລະ ສາຍຕໍ່ເນື່ອງ ເຊັ່ນ ເຈົ້າໜ້າທີ່ຣັຖ ຫລື ອາສາສມັກ ຈາກໂຮງໝໍ ຫລື ສຸຂສາລາ ມາຮຽນຫລັກສູຕ ຜະດຸງຄັນ 1 ປີເຄິ່ງ ແລ້ວໄປເຮັດວຽກ ບ່ອນເດີມ ໄດ້ປີລະ 50-60 ຄົນ.

ແຕ່ ປີ 2019 ມາຮອດປັຈຸບັນ ທາງກອງທຶນ ປະຊາກອນ ແຫ່ງສະຫະປະຊາຊາຕ (UNFPA LAOS)  ກໍໄດ້ຮ່ວມກັບ ຄູ່ຮ່ວມກັບ ມູລນິທິເກົາຫລີ (ໃຕ້) ເພື່ອສຸຂພາບສາກົລ ຫຼື Korea Foundation for International Healthcare (KOFIH Laos) ແລະ ອົງການອານາມັຍໂລກ ສນອງງົບປະມານ ການສ້າງຄວາມເຂັ້ມແຂງ ໃຫ້ແມ່ ແລະເດັກ ໃຫ້ກັບໂຮງຮຽນ ສາທາຣະນະສຸຂ ແຂວງຊຽງຂວາງ ເພື່ອເອົາໄປຊື້ອຸປກອນການຮຽນ ບໍ່ວ່າຈະເປັນຫຸ່ນ ແລະ ເຄື່ອງມືການແພດ ໃຫ້ນັກສຶກສາຜະດຸງຄັນ ໄດ້ປະຕິບັດໂຕຈິງ ບໍ່ຮຽນແຕ່ທິດສະດີ ກ່ອນນັກສຶກສາຈະລົງ ໄປຝຶກງານ ຫລືເຮັດວຽກ ກັບຄົນເຈັບ ໂຕຈິງນຳດ້ວຍ ແລະ ປະມານວັນທີ 4 ພຶສຈິກາ 2022 ນີ້ ໂຮງຮຽນສາທາຣະນະສຸຂ ແຂວງຊຽງຂວາງ ຈະໄດ້ຮັບການຍົກລະດັບເປັນ “ວິທະຍາລັຍ” ຢ່າງເປັນທາງການ ເຊິ່ງເປັນເຣຶ່ອງທີ່ໜ້າຍິນດີ ທີ່ຫລາຍພາກສ່ວນ ໄດ້ສູ້ຊົນໃຫ້ວຽກງານ ແມ່ ແລະ ເດັກ ໄດ້ຮັບການພັທນາທີ່ດີຂຶ້ນ.

ດັ່ງ ເຈົ້າໜ້າທີ່ KOFIH Laos ທ່ານນຶ່ງກ່າວວ່າ:    

“ປັຈຸບັນ ແມ່ນກຳລັງຈັດຕັ້ງປະຕິບັດ ກິຈກັມທີ່ວ່າ ເຮົາຕົກລົງທີ່ຈະດຳເນີນຮ່ວມກັນນັ້ນຢູ່ ຊຽງຂວາງກໍກຳລັງປ່ຽນຈາກໂຮງຮຽນ ໄປເປັນວິທຍາລັຍ ໄວໄວນີ້ເດ້.”

ນັກສຶກສາທີ່ຮຽນຜະດຸງຄັນ ຢູ່ວິທະຍາລັຍສຸຂພາບ ແຂວງຈຳປາສັກ ສ່ວນໃຫຍ່ເປັນນັກສຶກສາ ຈາກແຂວງພາກໃຕ້ຂອງລາວ, ຫາກວິທຍາລັຍນີ້ ຜ່ານການປະເມີນພິຈາຣະນາ ຮັບຮອງໂຕແບບໃນການສ້າງແພດຜະດຸງຄັນ ຈາກສະຫະພັນຜະດຸງຄັນສາກົລ ຈະຊ່ວຍຮັບປະກັນໃຫ້ ແພດຜະດຸງຄັນ ທີ່ຈົບຈາກວິທຍາລັຍນີ້ ໄປບັນລຸເປົ້າໝາຍຕາມ ຄຳຂວັນ “ລູກເກີດ ແມ່ປອດພັຍ” ຍ້ອນແພດຜະດຸງຄັນ ທີ່ຈົບໄປແລ້ວນັ້ນ ຈະໄດ້ໃຫ້ຄວາມຮູ້, ຄວາມເຂົ້າໃຈ ຕໍ່ແມ່ຍິງຖືພາ ໃຫ້ດຸໝັ່ນມາຝາກທ້ອງ ຢູ່ສຸຂສາລາ ແລະ ໂຮງໝໍ ພາຍຫລັງຜົລສຳຣວດ ພົບວ່າ ແມ່ຍິງຖືພາ ໃນແຂວງຈຳປາສັກ ຍັງມີການຕັດສິນໃຈຊ້າ ບໍ່ຢາກມາໂຮງໝໍ ຍ້ອນ ຄວາມເຊື່ອທາງດ້ານປະເພນີ ຈຶ່ງເຮັດໃຫ້ ແຂວງຈຳປາສັກ ຍັງພົບອັດຕຕຣາແມ່ ແລະ ເດັກຕາຍຢູ່. ດັ່ງອາຈານ ວິທະຍາລັຍ ວິທຍາສາຕສຸຂພາບ ແຂວງຈຳປາສັກ ກ່າວໃນມື້ດຽວກັນນີ້ວ່າ:

“ຖ້າສົມມຸດວ່າ ພາຍຫລັງທີ່ເພີ່ນປະເມີນ ພິຈາຣະນາແລ້ວ ເຮົາກໍຊິສາມາດກ້າວໄປ ສູ່ການຜລິຕຜະດຸງຄັນເຮົາຫັ້ນນ່າ ກໍເຂົາກັບສະໂລແກນ ທີ່ເຮົາຕັ້ງໄວ້ຄື ລູກເກີດລອດ ແມ່ປອດພັຍ ເພາະວ່າ ຄວາມເຊື່ອບາງທ້ອງຖິ່ນ ເຂົາເຈົ້າກໍຍັງເຊື່ອ ໄດ້ຄວາມເວົ້ານີ້ຂຶ້ນມາເດ້ ລູກເຂົ້າທ້ອງ ຄອງຖ້າມື້ຕາຍ ກໍຍ້ອນວ່າ ບໍ່ຕາຍກໍຍັງຍັງ ປະມານນີ້ ໃນສ່ວນນີ້ ຖ້າເຮົາໄດ້ຜລິຕຜະດຸງພັນໄປຊ່ວຍ ກໍເຮັດໃຫ້ ເຮົາສາມາດແກ້ໄຂບັນຫາຄວາມເຊື່ອນີ້ໄດ້ສ່ວນນຶ່ງ ຜະດຸງພັນສ່ວນໃຫຍ່ ເຮົາເອົາມາຈາກທ້ອງຖິ່ນເດ້ ມາ.”

ຍານາງກ່າວຕື່ມວ່າ ວິທະຍາລັຍ ວິທຍາສາຕສຸຂພາບ ຂອງແຂວງຈຳປາສັກ ສາມາດສ້າງນັກສຶກສາ ໄປເປັນນາງຜະດຸງຄັນໄດ້ປີລະ 40 ຄົນ ທັງສາຍຕົງ ແລະ ສາຍຕໍ່ເນື່ອງ ເຊິ່ງກ່ອນນັກສຶກສາຈະຈົບຫລັກສູຕ ໄດ້ຜ່ານການສອບ ເສັງແທກວັດ ຄວາມຮູ້ລະດັບຊາຕ ເພື່ອຢັ້ງຍືນວ່າ ເປັນແພດຜະດຸງຄັນ ທີ່ຊຳນານການ ເປັນຕົ້ນ ສາມາດມີຄວາມຮູ້ເກີດລູກ ໃຫ້ແມ່ຍິງຖືພາ ແລະ ສາມາດເບິ່ງອອກວ່າ ຈະເກີດແບບທັມມະຊາຕ ຫລື ເກີດແບບຜ່າຕັດໄດ້ນຳດ້ວຍ.

ຖ້າສະຫະພັນຜະດຸງຄັນ ສາກົລ ຮັບຮອງໃຫ້ ວິທະຍາລັຍ ວິທຍາສາຕສຸຂພາບ ແຂວງຫລວງພຣະບາງ ເປັນໂຕແບບ ໃນການສ້າງແພດຜະດຸງຄັນ ຈະຊ່ວຍໃຫ້ ວິທະຍາລັຍນີ້ສ້າງຄູ ແລະ ນັກສຶກສາ ໃຫ້ມີຄວາມພ້ອມ ເພີ່ມຂຶ້ນ ທັງດ້ານການຊ່ວຍຫລຸດຜ່ອນ ອັດຕຕຣາແມ່ ແລະ ເດັກຕາຍ, ການວາງແຜນຄອບຄົວ ໃນວັຍຈະເຣີນພັນ, ແລະ ຊ່ວຍຫລຸດຜ່ອນອັດຕຕຣາ ການຂາດສານອາຫານ ຂອງເດັກກຸ່ມ 5 ປີນຳດ້ວຍ.

ດັ່ງອາຈານ ວິທະຍາລັຍ ວິທຍາສາຕສຸຂພາບ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:  

“ຍົກຕົວຢ່າງວ່າ ຫລວງພຣະບາງເນາະ ຮັບຮອງໄດ້ ຮັບແລ້ວເນາະ ເພີ່ນກໍຊິມີການຊ່ອຍເຣຶ່ອງການຮຽນ-ການສອນຂອງພວກເຮົາ ຄື ຄູເຮົາໄປອັພເກຣດເພີ່ມຕື່ມ ຖ້າຄູເຮົາມີການ ພເກຣດ ນັກສຶກສາມັນກໍດີຂຶ້ນ, ບໍ່ແມ່ນແຕ່ແມ່ຖືພາເທົ່ານັ້ນ ຊ່ວຍທາງເດັນນ້ອຍອີກຕື່ມ ເວົ້າເຮຶ່ອງເດັກນ້ອຍຕໍ່າກວ່າເກນມາຕຖານອີກ ແມ່ນວັຍຈະເຣີນພັນ ໄປຮອດພຸ້ນແຫລະ ວາງແຜນຄອບຄົວ ອັນນັ້ນ ພຸ້ນແຫລະ ຄົບຊຸດເລີຍ.”

ຍານາງກ່າວຕື່ມວ່າ ທີ່ຜ່ານມາ ປະເທດລາວ ຍັງພົບອັຕຕຣາ ແມ່ແລະລູກນ້ອຍຕາຍສູງ ຈຶ່ງຈຳເປັນສ້າງແພດຜະດຸງຄັນ ແລ້ວກໍສາມາດສ້າງແພດ ຜະດຸງຄັນ ໄດ້ໄລຍະນຶ່ງ ແລ້ວກໍຢຸບໄປ ເຮັດໃຫ້ອັດຕຕຣາ ແມ່ແລະລູກນ້ອຍຕາຍສູງຂຶ້ນ ຫລັງຈາກນັ້ນ ທາງກະຊວງ ສາທາຣະນະສຸຂ ຈຶ່ງເຫັນຄວາມສຳຄັນ ທີ່ຈະສ້າງແພດຜະດຸງຄັນ ທົ່ວປະເທດ ຂະນະທີ່ການສ້າງ ແພດຜະດຸງຄັນທົ່ວປະເທດ ອາຈເຮັດໃຫ້ແພດ ຜະດຸງຄັນ ມີຈຳນວນຫລາຍ ເກີນຄວາມຈຳເປັນ ແລະ ບໍ່ໄດ້ຄຸນນະພາບ ຈຶ່ງໄດ້ກຳນົດໃຫ້ມີ ວິທະຍາລັຍ ຜະດຸງຄັນໂຕແບບ ເພື່ອສ້າງປະດຸງຄັນ ໄດ້ທຸກປີ ແລະ ມີຄຸນນະພາບ ເນື່ອງຈາກບໍ່ສາມາດ ຢຸດສ້າງແພດຜະດຸງຄັນໄດ້ ເພາະຈະເຮັດໃຫ້ອັດຕຕຣາແມ່ ແລະ ລູກນ້ອຍຕາຍສູງຂຶ້ນອີກ, ສ່ວນວ່າ ຜົລການປະເມີນ ພິຈາຣະນາຮັບຮອງ 3 ວິທຍາລັຍໂຕແບບ ໃນການສ້າງຜະດຸງຄັນ ຢູ່ ແຂວງຈຳປາສັກ ແຂວງຫລວງພຣະບາງ, ແລະ ແຂວງຊຽງຂວາງ ນັ້ນ ແມ່ນຍັງບໍ່ທັນໄດ້ຂໍ້ສລຸບເທຶ່ອ.

ກ່ອນໜ້າປີ 2010 ປະເທດລາວ ບໍ່ມີຜະດຸງຄັນສະເພາະທາງ ເຮັດໃຫ້ສູນກາງ ເອົາບຸກຄະລາກອນ ທີ່ຈົບພະຍາບານ ມາເຮັດວຽກຜະດຸງຄັນ ສ່ວນແຂວງອື່ນ ໃນປະເທດລາວ ເອົາບຸກຄະລາກອນ ທີ່ຈົບພະຍາບານ ແລະ ແພດ ມາອົບຮົມ ທັກສະໃນການຊ່ວຍເກີດລູກ ແບບຊຳນານການ, ແລ້ວປີ 2010 ເປັນຕົ້ນມາ ອົງການສາກົລ ກໍໄດ້ເຂົ້າມາ ສນັບສນຸນດ້ານງົປມານ ແລະ ການຝຶກອົບຮົມ ໃນວຽກງານຜະດຸງຄັນ ຂອງປະເທດລາວ ມາເລື້ອຍໆ ຈົນຮອດປີ 2022 ສະຫະພັນປະດຸງຄັນສາກົລ ຕຽມປະເມີນພິຈາຣະນາຮັບຮອງ 3 ວິທຍາລັຍ ໂຕແບບໃນການສ້າງ ແພດຜະດຸງຄັນ ເພື່ອຫລຸດຜ່ອນອັດຕຕຣາການເສັຽຊີວິຕ ຂອງແມ່ໃນປະເທດລາວ, ອີງຕາມຂໍ້ມູນ ຂອງອາຈານ ຈາກໂຮງຮຽນ ສາທາຣະນະສຸຂ ແຂວງຊຽງຂວາງ ຜູ້ດຽວກັບທີ່ກ່າວໄວ້ຂ້າງເທິງນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.