ເຣື້ອງທີ່ເກັບບັນທຶກໄວ້
2023-12-20
ໃນ 3 ປີມານີ້ ຕໍາຣວດແຂວງຈໍາປາສັກ ຍຶດຢາບ້າ ໄດ້ເກືອບ 2 ລ້ານເມັດ ແລະ ສາມາດຈັບຜູ້ຕ້ອງສົງໄສໄດ້ 5,764 ຄົນ ໃນຈໍານວນ 8,303 ຄົນ, ໃນນັ້ນ ເປັນຜູ້ຄ້າ-ຂາຍ ຣາຍໃຫຍ່ 117 ຄົນ, ຣາຍຍ່ອຍ 1,016 ຄົນ ແລະ ຜູ້ເສບອີກ 4,631 ຄົນ.
2023-12-20
ປະຊາຊົນ ແຂວງຄໍາມ່ວນ ຈຳນວນ 82,300 ປາຍຄອບຄົວ ຫລື 93.12% ມີໄຟຟ້າໃຊ້, ສ່ວນທີ່ເຫລືອ ຕາມຊົນນະບົດ ບໍ່ໄດ້ໃຊ້ໄຟຟ້າ ເຖິງຈະຢູ່ໃກ້ເຂື່ອນນໍ້າເທີນ 2 ກໍຕາມ ສ່ວນຫຼາຍຜູ້ທີ່ມີໄຟຟ້າໃຊ້ ດັ່ງກ່າວແມ່ນຢູ່ໃນຕົວເມືອງ.
2023-12-20
ທະນາຄານໂລກ ໄດ້ອອກບົດຣາຍງານ ກ່ຽວກັບໜີ້ສິນ ລະຫວ່າງປະເທດ ຫຼື International Debt Report (IDR) ເມື່ອວັນທີ 13 ທັນວາ 2023 ຜ່ານມາ ລະບຸວ່າ ປະເທດທຸກຍາກທີ່ສຸດ ໃນໂລກຈຳນວນ 24 ປະເທດລວມເຖິງ ສປປ ລາວ ມີຕົ້ນທຶນ ໃນການຊຳລະໜີ້ສິນ ອາດເພີ່ມຂຶ້ນ 39%.
2023-12-19
ແຂວງໄຊຍະບູຣີ ຕຣຽມຈັດງານບຸນຊ້າງຄັ້ງທີ 17 ເຣີ່ມຕັ້ງແຕ່ວັນທີ 12-18 ກຸມພາ 2024, ເຊິ່ງປີນີ້ຄາດວ່າຈະຈັດໃຫຍ່ກວ່າປີທີ່ຜ່ານມາ ແລະຈະມີຫຼາກຫຼາຍກິຈກັມ ໄວ້ຕອນຮັບນັກທ່ອງທ່ຽວ ປະມານ 100,000 ຄົນ ຕາມເປົ້າໝາຍທີ່ຕັ້ງໄວ້.
2023-12-19
ຜົລກະທົບ ຈາກການຂາດແຄນແຮງງານ ພາຍໃນ ຍ້ອນວ່າ ຄົນງານລາວ ພາຍໃນປະເທດ ສ່ວນຫຼາຍເດີນທາງໄປເຮັດວຽກ ຢູ່ປະເທດໄທຍ.
2023-12-19
ໃນເດືອນກຸມພາ ປີ 2024 ຜແນກແຮງງານ ແລະສວັດດີການສັງຄົມ ໃນແຂວງຊຽງຂວາງ ຈະຕຣຽມຈັດສົ່ງຄົນງານລາວ ຈາກເມືອງຄໍາ ແຂວງຊຽງຂວາງ ໄປເຮັດວຽກຢູ່ ປະເທດເກົາຫຼີໃຕ້ ຈໍານວນ 80 ຄົນໂດຍຄົນງານລາວ ທີ່ຈະຈັດສົ່ງໄປໃນຄັ້ງນີ້ ແມ່ນສົ່ງໄປຕາມຂໍ້ຕົກລົງ ລະຫວ່າງເກົາຫຼີໃຕ້ ແລະລາວ.
2023-12-19
ໂຮງງານບົດຫິນ ແລະການຂຸດຄົ້ນບໍ່ແຮ່ ຢູ່ເຂດບ້ານຫ້ວຍຄໍາ ເມືອງສັງທອງ ນະຄອນ ຫລວງວຽງຈັນ ເຮັດໃຫ້ມີຂີ້ຝຸ່ນຫລາຍ ແລະກະຈາຍປົກຄຸມທົ່ວບ້ານ ເຊິ່ງຊາວບ້ານຫລາຍຄົນ ຢ້ານກໍ່ໃຫ້ເກີດບັນຫາສຸຂພາບຕາມມາພາຍຫຼັງ ຈຶ່ງຮຽກຮ້ອງໃຫ້ທາງການທີ່ກ່ຽວຂ້ອງ ແກ້ໄຂດ່ວນ.
2023-12-19
ຊາວບ້ານ ທີ່ອາໄສຢູ່ແຄມນໍ້າຊອງ ແຂວງວຽງຈັນ ກັງວົນເຣື່ອງຄຸນນະພາບນໍ້າ ທີ່ອາດປົນເປື້ອນ ສານເຄມີ ຈາກການຂຸດຄົ້ນແຮ່ທາດ ແລະ ສວນກ້ວຍ ຂອງຈີນ ເນື່ອງຈາກສະພາບນໍ້າ ຕາມແລວແມ່ນ້ໍາຊອງ ຂຸ່ນ, ບາງຈຸດ ສະພາບນໍ້າ ມີສີແດງຂຸ່ນ ຄ້າຍກັບຂີ້ຕົມ.
2023-12-18
ຄົນງານຈາກກັມພູຊາ, ລາວ, ພະມ້າ ແລະ ວຽດນາມ ທີ່ເຮັດວຽກຢູ່ປະເທດໄທຍ ມີຈຳນວນ 2,342,478 ຄົນ ໃນນັ້ນເປັນລາວ 230,817 ຄົນ, ສ່ວນປະເທດໄທຍ ມີຄວາມກັງວົນເຖິງ ປະຊາກອນທີ່ຫຼຸດລົງຫຼາຍ ຍ້ອນ ເຂົ້າສູ່ສັງຄົມຜູ້ສູງອາຍຸ ຈຶ່ງເຮັດໃຫ້ມີຄວາມ ຕ້ອງການຄົນງານ ຕ່າງປະເທດ ຫລາຍຂຶ້ນ.
2023-12-18
ສະຖານນະການ ຜູ້ຕິດເຊື້ອ HIV/AIDS ຢູ່ປະເທດລາວ ຍັງມີທ່າອ່ຽງເພີ່ມຂຶ້ນສູງ ຢ່າງຕໍ່ເນື່ອງ ເຊິ່ງໃນບົດຣາຍງານຫຼ້າສຸດ ພົບວ່າເພດຊາຍ ຕິດເຊື້ອຫຼາຍກວ່າເພດຍິງ.
2023-12-18
ບໍຣິສັດ ພູເບັ້ຍ ມາຍນີ້ງ ຈໍາກັດ ເຈົ້າຂອງ ໂຄງການຂຸດຄົ້ນບໍ່ຄໍາ ຢູ່ແຂວງໄຊສົມບູນ ໄດ້ມອບຄືນ ເນື້ອທີ່ຂຸດຄົ້ນຄໍາ ຈໍານວນ 37 ເຮັກຕ້າຣ໌ ຢູ່ເຂດບ້ານນໍ້າຍອນ ເມືອງອະນຸວົງ ໃຫ້ແກ່ທາງການແຂວງໄຊສົມບູນ ເພື່ອນໍາໄປໃຊ້ປໂຍດອື່ນໆຕໍ່ໄປ, ພາຍຫຼັງການຂຸດຄົ້ນແຮ່ຄໍາ ໃນເນື້ອທີ່ຈໍານວນດັ່ງກ່າວ ໝົດແລ້ວ.
2023-12-18
ແຕ່ປີ 2021 ຫາ 2023 ທາງການລາວ ປະຕິບັດວາລະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດບໍ່ໄດ້, ຢາບ້າຍັງຣະບາດຫລາຍ ຈົນເຮັດໃຫ້ຕ້ອງໄດ້ຍືດເວລາ ອອກໄປຕື່ມອີກເຖິງປີ 2025 ເຊິ່ງການຣະບາດ ຂອງຢາເສບຕິດເພີ່ມຫຼາຍຂຶ້ນ ເຮັດໃຫ້ມີຜູ້ຕິດຢາເສບຕິດ ເພີ່ມຂຶ້ນເຊັ່ນກັນ.
2023-12-18
ຊາວບ້ານຜູ້ເສັຍດິນ ໃຫ້ບໍຣິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ຂອງຈີນ ຢູ່ເມືອງໜອງບົກ ແລະເມືອງທ່າແຂກ ແຂວງຄໍາມ່ວນ ຈໍານວນ 18 ບ້ານ ລວມ 2,352 ຄອບຄົວ ແລະ ເນື້ອທີ່ດິນເວນຄືນທັງໝົດ 1,973.95 ເຮັກຕ້າຣ໌ ຈຶ່ງຮຽກຮ້ອງໃຫ້ບໍຣິສັດຈີນ ແລະທາງການລາວ ຈ່າຍເງິນຄ່າຊົດເຊີຍໃຫ້ເໝາະສົມ.
2023-12-17
ທະຫານພະມ້າເກືອບ 400 ຄົນ ຍອມຈໍານົນ ຕໍ່ທະຫານຝ່າຍຕໍ່ຕ້ານ ຫຼັງຈາກທີ່ຝ່າຍຕໍ່ຕ້ານ ມີການບຸກໂຈມຕີຄັ້ງໃຫຍ່.
2023-12-16
ເພຈ “ພາສຸກ ພາສຸກ” ທີ່ສ້າງສັນ ສຽງຫົວ ແລະ ຮອຍຍິ້ມ ໃຫ້ກັບຊາວລາວ ຫຼາຍລ້ານຄົນ ດ້ວຍການເຮັດຄລິບກາຕູນ ຕະຫຼົກເຮຮາ ທີ່ມີເນື້ອຫາສາລະ ຂໍ້ຄິດ ແລະ ຄະຕິເຕືອນໃຈ.