ປະຊາຊົນ ໃນເຂດຫ່າງໄກ ຢູ່ຄໍາມ່ວນ ຈໍານວນນຶ່ງ ຍັງບໍ່ມີໄຟຟ້າໃຊ້

ຈຳປາທອງ
2023.12.20
ປະຊາຊົນ ໃນເຂດຫ່າງໄກ ຢູ່ຄໍາມ່ວນ ຈໍານວນນຶ່ງ ຍັງບໍ່ມີໄຟຟ້າໃຊ້ ຮູບໂຕຢ່າງປະກອບ: ເຈົ້າໜ້າທີ່ ກຳລັງກວດກາ, ຕິດຕັ້ງ, ສ້ອມແປງ ອຸປະກອນ ໄຟຟ້າ ຕາມເຮືອນປະຊາຊົນ.
ນັກຂ່າວ ພົລເມືອງ

ອີງຕາມຣາຍງານ ຂອງຣັຖວິສາຫະກິຈ ໄຟຟ້າລາວ ແຂວງຄໍາມ່ວນ, ມີປະຊາ ຊົນ 82,300 ປາຍຄອບຄົວ ຫລື 93.12% ໃນ 10 ເມືອງ, 554 ບ້ານ ຊຶ່ງກວມເອົາ 97.19% ຂອງປະຊາກອນທັງໝົດໃນແຂວງຄໍາມ່ວນ ມີໄຟຟ້າໃຊ້ແລ້ວ ເພີ່ມຂຶ້ນມາແຕ່ປີ 2020.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ທັນວານີ້ວ່າ:

ໂອ້ ເຂົ້າເຖິງຫລາຍແລ້ວ ມັນເພີ່ມຂຶ້ນມາໃນຊ່ວງປີ 2020 ມານີ້ ເຂື່ອນເຊ 7 ຢູ່ທາງໃຕ້ນີ້ກໍມີເຂື່ອນເຊ 7 ຕາມຫ້ວຍ ລໍາທານ ຈະຢູ່ທາງຈໍາປາສັກ ສາລະວັນ, ອັດຕະປື, ເຊກອງ ແຕ່ຄໍາມ່ວນມາ ຄໍາມ່ວນ ສວັນ ຈໍາປາສັກ ສາລະວັນ ອັດຕະປື ເຊກອງໂຕນີ້ ເປັນພາກໃຕ້ ແຂວງເຫລົ່ານີ້ ມີໄຟຟ້າເຂົ້າເຖິງປະມານ ຄໍາມ່ວນນີ້ ຊິມາແຕ່ນໍ້າເທີນ ສ່ວນບ່ອນທີ່ຍັງບໍ່ທັນມີໄຟຟ້າເຂົ້າເຖິງ ເປັນພູດອຍພຸ້ນແຫລະ ແຖວພູດອຍອິຫຍັງພຸ້ນແຫລະ.

ຂະນະທີ່ຊາວບ້ານ ຢູ່ເມືອງມະຫາໄຊ ແຂວງຄໍາມ່ວນທ່ານນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ປັດຈຸບັນ ເຖິງແມ່ນວ່າ ປະຊາຊົນ ທີ່ອາໄສຢູ່ໃນຕົວເມືອງ ໃນຫລາຍບ້ານ ແລະຫລາຍເມືອງທົ່ວແຂວງຄໍາມ່ວນ ຈະສາມາດເຂົ້າເຖິງໄຟຟ້າແລ້ວ ແຕ່ຜູ້ທີ່ອາໄສຢູ່ພື້ນທີ່ເຂດນອກ ຫ່າງໄກສອກຫລີກ ແລະເຂດພູຜາອີກຈໍານວນນຶ່ງ ຍັງບໍ່ມີໄຟຟ້າໃຊ້ພໍເທົ່າໃດ.

ອໍ໋! ສ່ວນຫລາຍມີໄຟຟ້າເຂົ້າເຖິງໝົດແລ້ວ ສ່ວນຄົນທີ່ຍັງບໍ່ເຂົ້າເຖິງໄຟຟ້າ ມັນຢູ່ພູຢູ່ດອຍຢູ່ຜາຫັ້ນແຫລະ ບໍ່ຫລາຍປານໃດ ສ່ວນຫລາຍເຂົາຢາກຢູ່ທົ່ງພຽງ ແລ້ວດຽວນີ້ ແຖວລາວດຽວນີ້ເຂົາຢູ່ທົ່ງພຽງໝົດ.

ອີງຕາມຄໍາເວົ້າ ຂອງຜູ້ທີ່ຮູ້ກ່ຽວກັບເຣື່ອງນີ້ ຢູ່ແຂວງຄໍາມ່ວນທ່ານນຶ່ງແລ້ວແມ່ນວ່າ ທີ່ຜ່ານມາ ຫລາຍບ້ານ ແລະຫລາຍເມືອງ ໃນແຂວງນີ້ ໃຊ້ໄຟຟ້າ ຈາກເຂື່ອນນໍ້າເທີນ 2. ແຕ່ກໍຍັງມີປະຊາຊົນຈໍານວນນຶ່ງ ທີ່ອາໄສຢູ່ບໍຣິເວນ ອ່າງນໍ້າເທີນ 2 ແລະພື້ນທີ່ ຕາມຊາຍແດນ ເມືອງບົວລະພາ ແລະເມືອງນາກາຍ ທີ່ຕິດກັບປະເທດວຽດນາມ ຍັງບໍ່ທັນມີໄຟຟ້າໃຊ້.

ມັນກໍຍາກເປັນຕົ້ນ ກໍແມ່ນເມືອງນາກາຍ ເພາະວ່າເມືອງນາກາຍ ກໍໄຟຟ້າກໍຊິຍາກ ເພາະວ່າເຂື່ອນນໍ້າເທີນກໍຈະຢູ່ເກາະຢູ່ດອນ ນໍ້າ-ໄຟຟ້າໄປບໍ່ໄດ້ ແມ່ນກໍ້ ນໍ້າເທີນກໍລົງມາ ກໍໂຕຫັ້ນແຫລະ ນໍ້າເທີນ 2 ຈາກເມືອງນາກາຍ ພໍແຖວນັ້ນມາ ກໍຍັງຫລາຍເນື່ອງຈາກວ່າມັນໄປພົວພັນ ຕ້ອງໄດ້ຂີ່ເຮືອໄປຫາແຕ່ລະບ້ານ ໄປຫາແຕ່ລະບ້ານ ຕ້ອງໄດ້ຂີ່ເຮືອໄປ ສ່ວນອີກບ່ອນ ມັນກໍສິຢູ່ເຂດຊົນບົດ ສອກຫລີກແຖວລຽບຊາຍແດນຫັ້ນນ່າຂອງວຽດນາມ.

ທ່ານເວົ້າຕໍ່ໄປ ເຖິງໂຮງຜະລິດໄຟຟ້າ ຂອງເຂື່ອນນໍ້າເທີນ 2 ວ່າ ຕັ້ງຢູ່ທາງລຸ່ມ ແຕ່ຜູ້ທີ່ບໍ່ທັນມີໄຟຟ້າ ໃຊ້ ແມ່ນພວກເຂົາເຈົ້າ ຢູ່ທາງເທິງ ຄືຢູ່ເຂດພູດອຍ ແລະອີກຈໍານວນນຶ່ງ ທີ່ບໍ່ທັນມີໄຟຟ້າໃຊ້ ແມ່ນຜູ້ທີ່ຢູ່ເມືອງນາກາຍ ຕາມຊາຍແດນທີ່ຕິດກັບ ປະເທດວຽດນາມ ແລະລະຫວ່າງເມືອງນາກາຍ ແລະເມືອງບົວລະພາ.

ພ້ອມດຽວກັນນັ້ນ ຊາວບ້ານຢູ່ເມືອງນາກາຍ ນາງນຶ່ງ ກໍເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 20 ທັນວານີ້ ເຖິງປະຊາຊົນ ໃນແຂວງຄໍາມ່ວນ ທີ່ບໍ່ທັນມີໄຟຟ້າ ຈາກເຂື່ອນໃຊ້ວ່າ ເຂົາເຈົ້າຈະໃຊ້ໄຟຟ້າ ຈາກໂຊລາເຊລ ທີ່ສ່ວນນຶ່ງໄດ້ມາຈາກ ທາງການ ແຈກຢາຍໃຫ້ ແລະອີກສ່ວນນຶ່ງ ແມ່ນບໍຣິສັດຫົວເສືອ ບໍຣິຈາກໃຫ້, ແຕ່ໄຟຟ້າ ທີ່ໄດ້ຈາກໂຊລາເຊລນັ້ນ ຍັງບໍ່ທັນພຽງພໍ ສໍາລັບໃຊ້ໃນຊີວິດ ປະຈໍາວັນເທື່ອ.

ເຂດທາງອັນ ເຂດທາງພຸ້ນຫັ້ນ ທາງໄກໆພຸ້ນນ່າ ເຂດທາງບ້ານກອກບ້ານກາ ຟາກນໍ້າໄປເບິ່ງ ຄືກໍຍັງບໍ່ໄດ້ມີ ອັນຢູ່ທາງອັນ ແມ່ນ ມັນເປັນຍອດ. ມັນເປັນຍອດນໍ້າເທີນ ທາງຍອດນໍ້າເທີນ ມີພູມີຜາຫລາຍ. ໂອ້ ກໍຢູ່ປະມານອັນ ແຕ່ວ່າສ່ວນໃຫຍ່ກໍຖືວ່າ ໃຊ້ໄຟເບິດແລ້ວໄດ໋. ສ່ວນຫລາຍກໍໃຊ້ໂຊລາເຊລ ຢູ່ເດ້ຊັ້ນ. ໂອ້ ໄດ້ຂີ່ເຮືອ ຂີ່ຫຍັງໄປຫັ້ນແຫລະ ຢູ່ພູຢູ່ຜາ.

ເຖິງແມ່ນວ່າ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຈະອອກບົດຣາຍງານວ່າ ປະຊາຊົນ ຢູ່ຫລາຍເມືອງ ແລະຫລາຍແຂວງທົ່ວປະເທດ ຈະມີໄຟຟ້າໃຊ້ແລ້ວ ປະມານ 90%​, ແຕ່ເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບການແຈກຈ່າຍໄຟຟ້າ ຈໍານວນນຶ່ງ ຍັງບໍ່ທັນຮູ້ວ່າ ໃນພື້ນທີ່ ທີ່ພວກເຂົາເຈົ້າຮັບຜິດຊອບ ມີເຂດໃດແດ່ ໄຟຟ້າເຂົ້າເຖິງແລ້ວ ແລະບ່ອນໃດແດ່ຍັງບໍ່ເຂົ້າເຖິງ.

ດັ່ງຊາວບ້ານ ຢູ່ເມືອງມະຫາໄຊຜູ້ນຶ່ງ ເວົ້າວ່າ:

ມັນກໍມີມັນກໍຖືວ່າ ຜແນກແຜນການສໍາຣວດ ຂອງກະຊວງ ຂະເຈົ້າເກັບກໍາ. ຖາມພະນັກງານແທ້ ເຂົາກໍບໍ່ຮູ້ແທ້ດອກ. ຖາມພະນັກງານ ໂດຍກົງຂະເຈົ້າກະບໍ່ຮູ້ດອກ. ມີແຕ່ວ່າພວກແຜນການ.

ອີງຕາມຄໍາເວົ້າ ຂອງທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຣັຖວິສາຫະກິຈໄຟຟ້າລາວ ແລ້ວແມ່ນວ່າ ກ່ອນທີ່ຈະນໍາໄຟຟ້າ ເຊື່ອມຕໍ່ໄປຍັງບ້ານເຮືອນຂອງປະຊາຊົນ ໃນພື້ນທີ່ຫ່າງໄກ ສອກຫລີກໄດ້ ຈໍາເປັນຕ້ອງໄດ້ມີການ ພັທນາສາຍສົ່ງແຮງສູງ ທັງແບບ 115 ກິໂລໂວລ, 230 ກິໂລໂວລ ແລະ 500 ກິໂລໂວລ ໃຫ້ສໍາເຣັດພາຍໃນປີ 2024 ຮວມເຖິງການຂຍາຍ ສະຖານີໄຟຟ້າຕ່າງໆເພີ່ມຕື່ມ ເພື່ອແຈກຈ່າຍໄຟ ຊຶ່ງປັດຈຸບັນ ມີປະມານ 76 ແຫ່ງ ໃນທົ່ວປະເທດ ທີ່ຊ່ອຍໃຫ້ປະຊາຊົນ ມີໄຟຟ້າໃຊ້ ຊຶ່ງໃນປີ 2023 ນີ້ ໄດ້ໃຊ້ແລ້ວປະມານ 95%.

ທ່ານກ່າວຕື່ມວ່າ ກ່ອນໜ້ານີ້ ໃນປີ 2005-2006 ໄດ້ມີການເຊັນສັນຍາ ສັມປະທານໂຄງການໄຟຟ້າ ນໍ້າເທີນ 2 ຊຶ່ງເປັນໂຄງການຂນາດໃຫຍ່ ຢູ່ແຂວງຄໍາມ່ວນ. ໂຄງການນີ້ ໄດ້ສໍາເຣັດ ແລະຂາຍໄຟຟ້າໃນປີ 2009 ຊຶ່ງເປັນການດຶງດູດ ການລົງທຶນໃນໂຄງການ ຜລິດໄຟຟ້າ ເພື່ອໃຊ້ພາຍໃນ ແລະຂາຍໄປຕ່າງປະເທດ. ຫລັງຈາກໂຄງການນໍ້າເທີນ 2 ປະສົບຄວາມສໍາເຣັດ ກໍມີໂຄງການອື່ນໆເກີດຂຶ້ນ ຕາມມາ ຊຶ່ງປັດຈຸບັນ ປະມານ 100 ໂຄງການ ທີ່ເປັນແຫລ່ງຜລິດໄຟຟ້າ ໃນທົ່ວປະເທດ. ໃນນັ້ນ ປະມານ 60% ໄດ້ຂາຍໄຟຟ້າ ໄປຕ່າງປະເທດ, ສ່ວນທີ່ເຫລືອ ແມ່ນນໍາໃຊ້ພາຍໃນປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.