ສປປ ລາວ ກຳລັງຂາດແຄນແຮງງານ ພາຍໃນປະເທດ

ອຸ່ນແກ້ວ
2023.12.19
ສປປ ລາວ ກຳລັງຂາດແຄນແຮງງານ ພາຍໃນປະເທດ ຄົນງານລາວ ທີ່ກຳລັງເດີນທາງ ໄປເຮັດວຽກ ຢູ່ປະເທດໄທຍ. ວັນທີ 28 ກໍຣະກະດາ 2023.
RFA

ຫຼັງຈາກ ໂຄວິດ-19 ຣະບາດ ແລະ ຕໍ່ມາກໍເກີດໄພເງິນເຟີ້ຂຶ້ນ, ຄົນງານລາວພາກັນເດີນທາງ ໄປເຮັດວຽກຢູ່ປະເທດໄທຍ ນັ້ນເປັນຜົລຕໍ່ການຂາດແຄນຄົນງານ ໃນພາກການຜລິດ ຢູ່ໃນພາຍໃນປະເທດ.

ເຈົ້າໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມ ຜູ້ທີ່ເຮັດວຽກທາງດ້ານແຮງງານ ເຄື່ອນຍ້າຍ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ມັນກະຜົລກະທົບຫຼັກໆ ກະໃສ່ການຜລິດນີ້ລະເນາະ ພາກກະສິກັມ, ອຸດສາຫະກັມ, ທ່ອງທ່ຽວ, ບໍຣິການ ນີ້ກໍ ກະທົບ. ກະທົບໄປໝົດລະ ມັນເຣີ່ມກະທົບແຕ່ຕອນ ຕອນຂະເຈົ້າເຣີ່ມກັບໄປ [ໄທຍ] ກັບໄປບາດນີ້ ມັນມາມີປັດໄຈກະທົບ ເຣື່ອງເງິນເຟີ້ນີ້ ອີກກະເຮັດໃຫ້ຄົນຫຼັ່ງໄຫຼ ໄປຫຼາຍຕື່ມ. 

ເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ທ່ານນີ້ ກ່າວຕື່ມອີກວ່າ:

ປັດໄຈດຶງດູດ ກໍຄືປະເທດປາຍທາງ ຕ້ອນການແຮງງານຫຼາຍ ປັດໄຈຜັກດັນນີ້ກໍຄື ຄົນເຮົາຮຽນຈົບມາແລ້ວ ວຽກງານ ມັນກະບໍ່ຄ່ອຍຕອບສນອງ. ຜົລກະທົບນີ້ກະຄືເຮົາເຫັນ ກະສິກັມ, ການຜລິດ ໃນຂແນງການອື່ນໆ ກະຖືວ່າ ຂາດແຮງງານ. 

ສາເຫດທີີີ່ແຮງງານລາວ ພາກັນຫຼັ່ງໄຫຼໄປເຮັດວຽກ ຢູ່ຕ່າງປະເທດ ຍ້ອນວ່າ ເງິນເຟີ້ຈາກແຕ່ກ່ອນ ປະມານ 1,000,000​ ກິີບ ຕໍ່ 100 ໂດລ້າຣ໌ ແຕ່ ປັດຈຸບັນ 2,000,000​ ປາຍກີບຕໍ່ 100 ໂດລ້າຣ໌ ແລະ ຄ່າສິນຄ້າແພງຂຶ້ນ.​

ປະຊາຊົນ ຢູ່ແຂວງພາກໃຕ້ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ຫ້ວຍຄົນໄປຫາກິນເນາະ ກະແບບ ກຸ້ມປາກໃຜປາກມັນ. ເຈົ້າບໍ່ໄປຫາ ເຮັດຈັ່ງໃດ ເຈົ້າຊິມີຂອງກິນ ຊິມີອິສັງ. ເຮື່ອນຊານ ເຂົ້າກິນ ເຈົ້າຊິມີຊັ້ນເບາະ. ເຈົ້າບໍ່ໄປ ເຈົ້າຊິເຮັດຈັ່ງໃດ.​

ບາງຄອບຄົວ ກໍພາກກັນໄປໄທຍເກືອບໝົດ ເຫຼືອແຕ່ ຜູ້ເຖົ້າກັບເດັກນ້ອຍ ຢູ່ເຮືອນ. ພໍ່ເຖົ້າຄົນນຶ່ງ ຢູ່ແຂວງພາກໃຕ້ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ໂອ້ຍ ຄອບຄົວນີ້ໄປ 5 ຄົນ. ມີລູກສາວ, ມີລູກເຂີຍ. ຂ້ອຍເອງ ກະຢູ່ກັບ 2 ເຖົ້າ ກະເບິ່ງຫຼານ.”

ໃນວັນທີ 3 ພຶສຈິກາ 2023 ທີ່ຜ່ານມາ, ທ່ານ ປະເດີມພອນ ສົນທະນີ ຮອງຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດິການສັງຄົມ ໄດ້ຊີ້ແຈງຕໍ່ກອງປະຊຸມ ສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ກ່ຽວກັບສາເຫດທີ່ຄົນງານລາວ ຫຼັ່ງໄຫຼໄປເຮັດວຽກ ຢູ່ຕ່າງປະເທດ ມີ 4 ປັດໄຈ ທີ່ເຮັດໃຫ້ຄົນລາວຫຼັ່ງໄຫຼ ໄປເຮັດວຽກຢູ່ຕ່າງປະເທດ:

  1. ຍ້ອນໄດ້ຮັບຜົລກະທົບ ຈາກການແຜ່ຣະບາດ ຂອງໂຄວິດ-19 ແລະ ການຜັນແປ ຂອງເສຖກິຈໂລກ ໃນປັດຈຸບັນ ເຊິ່ງເຮັດໃຫ້ເກີດສະພາບເງິນເຟີ້, ຕົ້ນທຶນການຜລິດ ແລະ ລາຄາສິນຄ້າສູງຂຶ້ນ ແລະ ສົ່ງຜົລກະທົບແກ່ຊີວິດ ຄວາມເປັນຢູ່ຂອງຄົນງານລາວ,
  2. ປະເທດເພື່ອນບ້ານ ສ້າງນະໂຍບາຍເພື່ອດຶງດູດ ຄົນງານລາວ ເຂົ້າໄປເຮັດວຽກ,
  3. ໂຮງງານ ພາຍໃນປະເທດ ບໍ່ສາມາດຕອບສນອງເງິນເດືອນ ແລະ ສວັດດິການທີ່ສອດຄ່ອງກັບຄ່າຄອງຊີບ ຂອງຄົນງານລາວ ອີກທັງຄົນງານລາວ ຈຳນວນຫຼາຍ ບໍ່ສາມາດເຮັດວຽກ ທີ່ຕ້ອງການທັກສະສູງໄດ້,
  4. ຄົນງານລາວ ຈຳນວນຫຼາຍມີຄ່ານິຍົມ ຢາກໄປເຮັດວຽກ ຢູ່ຕ່າງປະເທດ ຢູ່ແລ້ວ.

ຂໍ້ມູນຈາກກົມແຮງງານ, ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ລະບຸວ່າ ໃນປີ ນີ້ ມີຄົນງານລາວເດີນທາງໄປເຮັດວຽກ ຢູ່ປະເທດໄທຍ ແບບມີເອກະສານ ປະມານ 50,000 ຄົນ ເຊິ່ງຍັງບໍ່ລວມກັບຈໍານວນ ທີ່ໄປໃນປີທີ່ຜ່ານມາ ແລະ ຈໍານວນທີ່ໄປເຮັດວຽກ ແບບບໍ່ມີເອກະສານ.

ສະເພາະຂແນງການຕັດຫຍິບ ຕ້ອງການແຮງງານ ປະມານ 15,000-20,000​ ຄົນ, ແຕ່ ຈໍານວນແຮງງານ ທີ່ສາມາດຕອບສນອງໄດ້ ພຽງແຕ່ 6,000-7,000 ຄົນ, ອີງຕາມຂໍ້ມູນ ຈາກສະມາຄົມ ໂຮງງານຕັດຫຍິບລາວ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.