ໜີ້ສາທາຣະນະ ຂອງລາວ ສູງເຖິງ 112% ຂອງ GDP

ໄຊຍາ
2023.12.20
ໜີ້ສາທາຣະນະ ຂອງລາວ ສູງເຖິງ 112% ຂອງ GDP ການຊື້-ຂາຍ ທີ່ຕລາດສົດແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ສິນຄ້າຫຼາຍຢ່າງ ຂຶ້ນລາຄາຢ່າງເນື່ອງນິດ (TS) ວັນທີ 18 ເດືອນສິງຫາ ປີ 2023.
RFA

ທະນາຄານໂລກ ໄດ້ອອກບົດຣາຍງານ ກ່ຽວກັບໜີ້ສິນ ລະຫວ່າງປະເທດ ຫຼື International Debt Report (IDR) ເມື່ອວັນທີ 13 ທັນວາ 2023 ຜ່ານມາລະບຸວ່າ ປະເທດທຸກຍາກທີ່ສຸດ ໃນໂລກຈຳນວນ 24 ປະເທດລວມເຖິງ ສປປ ລາວ ມີຕົ້ນທຶນໃນການຊຳລະໜີ້ສິນ ອາດເພີ່ມຂຶ້ນ 39% ໃນປີ 2023-2024 ນີ້ເນື່ອງຈາກ ອັດຕຣາດອກເບັ້ຍສູງຂຶ້ນ ທົ່ວໂລກ.

ຂະນະທີ່ ສປປ ລາວ ມີໜີ້ສິນສາທາຣະນະ ສູງເຖິງ 18.7 ຕື້ໂດລ້າຣ໌ສະຫະຣັຖ ຫຼື ຄິດເປັນ 112% ຂອງ ຈີດີພີ ໃນໄລຍະທ້າຍປີ 2022 ທີ່ຜ່ານມາ ເນື່ອງຈາກປະເຊີນກັບອັດຕຣາເງິນເຟີ້ສູງ, ເງິນກີບອ່ອນຄ່າລົງ, ການລົງທຶນໃນໂຄງການ ຂນາດໃຫຍ່ຍັງສະລໍໂຕ, ທຸຣະກິຈທ່ອງທ່ຽວ-ບໍຣິການ ຍັງບໍ່ທັນຟື້ນໂຕໄດ້ດີ ແລະການຜລິດສິນຄ້າ ພາຍໃນເພື່ອສົ່ງອອກຫຼຸດລົງ ແຕ່ການນຳເຂົ້າສິນຄ້າເພີ່ມຂຶ້ນ.

ດັ່ງເຈົ້າໜ້າທີ່ທະນາຄານໂລກ ປະຈຳລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ທັນວານີ້ວ່າ:

“ຂ້ອນຂ້າງຫຍຸ້ງຍາກຫຼາຍ ຍ້ອນທົວການທ່ອງທ່ຽວ ບໍ່ໄດ້ແລ້ວ, ພວກທຸຣະກິຈຂນາດນ້ອຍ ຕາຍຕອນນີ້ນ່າເພາະວ່າຄ່າເງິນນີ້ໂຫດຫຼາຍເນາະ. ພວກນຳເຂົ້າ-ສົ່ງອອກ ນີ້ກາໜັກແທບບໍ່ມີຫຍັງເລີຍ. ບໍ່ມີການສົ່ງເສີມຫຍັງ ນຳເຂົ້າຄືເກົ່າ. ເຂົ້າຈາກວຽດ, ຈາກໄທຍ, ຈາກຈີນ ຄືເກົ່າແຫຼະ.”

ທະນາຄານໂລກ ຍັງໄດ້ຣາຍງານອີກວ່າ ຈໍານວນໜີ້ສິນສາທາຣະນະ ຂອງ ສປປ ລາວ ທີ່ມີສູງເຖິງ 18.7 ຕື້ໂດລ້າຣ໌ ນັ້ນ ໃນນີ້ເປັນໜີ້ສິນຈາກຈີນ ສູງເຖິງ 51% ແລະ ສ່ວນທີ່ເຫຼືອແມ່ນເປັນໜີ້ທະນາຄານ ພັທນາເອເຊັຽ ຫຼື ADB ປະມານ 8%, ເປັນໜີ້ທະນາຄານໂລກ ປະມານ 7%, ເປັນໜີ້ປະເທດໄທຍປະມານ 6% ແລະ ສະຖານບັນການເງິນອື່ນໆ ອີກຈໍານວນນຶ່ງ.

ເຈົ້າໜ້າທີ່ທະນາຄານ ພັທນາເອເຊັຽ ປະຈໍາລາວ ກ່າວວ່າໜີ້ສິນມະຫາສານ ໄດ້ກາຍເປັນບັນຫາຫຍຸ້ງຍາກ ໃຫ້ຣັຖບານລາວ ເພາະບໍ່ສາມາດຫາເງິນ ມາຊຳລະຄືນໄດ້ຕາມກຳນົດ ຈົນເຮັດໃຫ້ຣັຖບານລາວ ຕ້ອງໄປເຈລະຈາ ດັດແກ້ໂຄງສ້າງໜີ້ສິນ ແລະເລື່ອນໄລຍະເວລາ ການຊຳລະໜີ້ ອອກໄປຕື່ມ ໂດຍສະເພາະການໄປເຈລະຈາ ກັບຈີນ.

ດັ່ງເຈົ້າໜ້າທີ່ທະນາຄານ ພັທນາເອເຊັຽ ກ່າວໃນມື້ດຽວກັນວ່າ:

“ຄືລາວນີ້ໜີ້ມັນເພີ່ມຂຶ້ນແຮງຫັ້ນ ຜ່ານມາເລື່ອນການຊຳລະໄປ 1.2 ຕື້ໂດລ້າຣ໌ ມັນກາຫຼາຍເດ້. 3-4 ປີຜ່ານມາ, ເຈົ້າໃຊ້ (ໜີ້) ບໍ່ໄດ້ເທື່ອນີ້ ມັນກາແບບຮັບຕົ້ນທຶນ ແລ້ວກາດອກເບັ້ຍຊ່ວງນີ້ ເງິນເຟີ້ສູງ ການອ່ອນຄ່າຂອງເງິນ ມັນກາຜົລກະທົບ ອຳນາດໃນການດຳເນີນ ນະໂຍບາຍ ເງິນຕຣາບໍ່ມີປະສິດທິພາບ ກາຄືວ່າມັນຕ້ອງໄດ້ຍອມຮັບ ຄວາມເຈັບປວດ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາຣັຖບານລາວ ພະຍາຍາມແກ້ໄຂບັນຫາ ໜີ້ສິນສາທາຣະນະ ໂດຍໄດ້ຈັດເກັບລາຍຮັບຢ່າງເຂັ້ມງວດ ບໍ່ໃຫ້ເກີດການຮົ່ວໄຫຼ, ປາບປາມການສໍ້ຣາສບັງຫຼວງ, ການຂາຍຊັບສິນ ຂອງຣັຖ ແລະ ການປະຕິບັດນະໂຍບາຍ ປະຢັດ, ມີການຂາຍຮຸ້ນ ແລະຍຸບຣັຖວິສາຫະກິຈ ຕາມແຜນປະຕິຮູບຂອງຣັຖບານລາວ ສືບເນື່ອງຈາກສະພາບ ຂອງຣັຖວິສາຫະກິຈ ບາງຫົວໜ່ວຍ ບໍ່ມີຄວາມເຂັ້ມແຂງ, ຂາດທຶນຕໍ່ເນື່ອງ ແລະ ສ້າງໜີ້ສິນ ໂດຍບໍ່ຄຳນຶງເຖິງ ຄວາມສາມາດໃນການຊຳລະ ແລະກາຍເປັນພາລະແບກຫາບ ໃຫ້ແກ່ຣັຖບານ.

ການເລັ່ງແກ້ໄຂ ບັນຫາເງິນເຟີ້, ສົ່ງເສີມການຜລິດພາຍໃນ ໃຫ້ຂະຫຍາຍໂຕ, ຄຸ້ມຄອງອັດຕຣາແລກປ່ຽນ ເຮັດໃຫ້ເງິນກີບແຂງຄ່າຂຶ້ນ ດ້ວຍການປະຕິບັດກົດໝາຍ ວ່າດ້ວຍການຄຸ້ມຄອງ ເງິນຕຣາຕ່າງປະເທດ ໃຫ້ເຂັ້ມງວດ ແລະເປັນຮູບປະທັມ ແຕ່ຫຼາຍມາຕການນັ້ນ ປະຕິບັດບໍ່ໄດ້ຕາມເປົ້າໝາຍ.

ກ່ຽວກັບບັນຫາໜີ້ສິນ ສາທາຣະນະຂອງ ສປປ ລາວ ທີ່ນັບມື້ນັບສູງຂຶ້ນນີ້ ກໍເຮັດໃຫ້ປະຊາຊົນລາວ ຈຳນວນນຶ່ງ ວິພາກວິຈານ ແລະສະແດງຄວາມຄິດຄວາມເຫັນ ໃນຫຼາຍປະເດັນ ໂດຍຢາກໃຫ້ຣັຖບານເຂັ້ມງວດ ໃນການປະຕິບັດນະໂຍບາຍ ແລະມາຕການຕ່າງໆຢ່າງໂປ່ງໃສ່ ແລະເປັນຮູບປະທັມ ເພື່ອແກ້ໄຂບັນຫາໜີ້ ສາທາຣະນະ ແລະ ເສຖກິຈ ຂອງປະເທດໃຫ້ກັບມາຟື້ນໂຕ ໃຫ້ດີຂຶ້ນກ່ວາເກົ່າ.

ຊາວນະຄອນຫຼວງວຽງຈັນ ກ່າວວ່າ ປະເທດມີໜີ້ສາທາຣະນະຫຼາຍ ແລະບໍ່ສາມາດຊຳລະໄດ້ ຕາມກຳນົດນັ້ນ ໄດ້ສົ່ງຜົລກະທົບ ຕໍ່ສະພາບເສຖກິຈຂອງປະເທດ ຢ່າງໜັກ ເຮັດໃຫ້ປະຊາຊົນລາວ ຂາດອາຊີບ, ລາຍໄດ້ເ ພາະຣັຖບານລາວ ບໍ່ມີເງິນຊຸກຍູ້, ສົ່ງເສີມຊາວບ້ານ. ຄົນລາວຈຳນວນຫຼາຍ ເດີນທາງໄປເຮັດວຽກ ຢູ່ຕ່າງປະເທດ ແຕ່ພາຍໃນປະເທດຂາດເຂີນແຮງງານ ຍ້ອນລາຍໄດ້ຕໍ່າ ແຕ່ຄ່າຄອງຊີບແພງ.

ດັ່ງຊາວນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ເຈົ້າບໍ່ມີແຮງງານເສຖກິຈ ແຮງຕົກຕໍ່າລົງໄປເຕັກ ມັນບ້ານເມືອງ ມັນບໍ່ປົກກະຕິ ມັນຫາເງິນບໍ່ໄດ້ ຄັນຣັຖບານບໍ່ໂງ່ ມັນກາບໍ່ເປັນຈັ່ງຊີ້ແລ້ວ ມັນຊິເຮັດຈັ່ງໃດລະ ມີແຕ່ໜີ້ກັບໜີ້ ດຽວນີ້ມັນ 120% ແລ້ວ.”

ຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງກ່າວວ່າ ຣັຖບານລາວບໍ່ມີຄວາມເຂັ້ມງວດ ໃນການປະຕິບັດນະໂຍບາຍ ແລະມາຕການຄຸ້ມຄອງ ລາຍຮັບ ເຂົ້າງົບປະມານແຫ່ງຣັຖ, ຫຼາຍໂຄງການລົງທຶນ ໄດ້ຮັບການພັທນາ ບໍ່ໄດ້ມາຕຖານ ເຮັດໃຫ້ສິ້ນເປືອງງົບປະມານ, ເຮັດໃຫ້ງົບປະມານ ຂອງຣັຖສູນເສັຍໄປລ້າໆ ຍ້ອນຣັຖບານລາວ ບໍ່ຕິດຕາມ, ກວດກາ ຄວາມໂປ່ງໃສ ຂອງໂຄງການລົງທຶນເລົ່ານັ້ນ.

ດັ່ງຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງກ່າວວ່າ:

“ຖ້າວ່າເຈົ້າບໍ່ເຂັ້ມງວດ ເຣື່ອງການຄຸ້ມຄອງ ທຸກຽກງານນີ້ຄືນ ໃຫ້ມັນເຂັ້ມງວດໃຫ້ມັນໂປ່ງໃສ ເປີດເຜີຍເຣື່ອງລາຍຮັບ ທີ່ໄດ້ແຕ່ລະປີຫັ້ນໃຫ້ປະຊາຊົນ ຮັບຮູ້ນຳຫັ້ນນ່າອັນນີ້ ກາເປັນດ້ານນຶ່ງ ທີ່ວ່າສາມາດແກ້ໄຂໄດ້.”

ກອງປະຊຸມ ສຣຸບວຽກງານການເງິນ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ໃນວັນທີ 19 ທັນວາ 2023 ຜ່ານມາ . ທ່ານ ດຣ. ທອງລຸນ ສີສຸລິດ, ປະທານປະເທດ ໄດ້ກ່າວເໜັ້ນຢໍ້າວ່າ ໃຫ້ກະຊວງການເງິນ ສືບຕໍ່ເອົາໃຈໃສ່ ຫຼາຍວຽກງານສຳຄັນ ເປັນຕົ້ນສືບຕໍ່ປັບປຸງ ກົລໄກການຫັນປ່ຽນ ເປັນທັນສໄມ ແລະການບັງຄັບໃຊ້ ກົດໝາຍ ເພື່ອສະກັດກັ້ນ ການຮົ່ວໄຫຼ ຂອງງົບປະມານ. ເພີ່ມລາຍຮັບໃຫ້ສູງ ຄຽງຄູ່ກັບການເຕີບໂຕ ຂອງເສຖກິຈ, ຄຸ້ມຄອງ ແລະ ປະຕິບັດລາຍຈ່າຍ ຢ່າງເຂັ້ມງວດ ແລະເໝາະສົມ, ປະຢັດມັດທະຍັດ ເພື່ອແກ້ໄຂສະພາບ ຄວາມຫຍຸ້ງຍາກ ທາງດ້ານເສຖກິຈ-ການເງິນ.

ທ່ານ ສັນຕິພາບ ພົມວິຫານ ຣັຖມົນຕຣີ ກະຊວງການເງິນ ກ່າວວ່າ ຣັຖບານລາວ ຈະສືບຕໍ່ປະຕິຮູບ ແລະເລັ່ງລັດການເພີ່ມ ລາຍຮັບງົບປະມານ ແຫ່ງຣັຖ ໃຫ້ໄດ້ຫຼາຍຂຶ້ນ, ປະຕິບັດນະໂຍບາຍ ປະຢັດແລະຕ້ານການຟຸມເຟືອຍ, ຄຸ້ມຄອງ ແລະ ເຂັ້ມງວດ ການບໍຣິຫານໜີ້ສິນສາທາຣະນະ, ຮັບປະກັບການຊຳລະໜີ້ສິນ ທັນຕາມຂໍ້ຜູກພັນ ສັນຍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.