ໄຊຍະບູຣີ ຕຣຽມຈັດງານບຸນຊ້າງ ໃນເດືອນກຸມພາ ທີ່ຈະເຖິງນີ້
2023.12.19
ທາງການແຂວງໄຊຍະບູຣີ ກະກຽມຈັດງານບຸນຊ້າງ ປະຈໍາປີ 2024 ເປັນເວ ລາ 7 ມື້ ຄືແຕ່ວັນທີ 12 ຫາວັນທີ 18 ກຸມພາ 2024 ທີ່ຈະມາເຖິງນີ້ ເຊິ່ງເປັນຄັ້ງທີ 17. ພາຍໃນງານ ຈະມີຫລາຍກິຈກັມ ສໍາລັບປະຊາຊົນ ແລະນັກທ່ອງທ່ຽວ ແລະງານບຸນຊ້າງຄັ້ງນີ້ ທາງການແຂວງ ຈະຈັດພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄປພ້ອມກັນ, ອີງຕາມຄໍາຖແລງ ຂອງທ່ານ ເພັດພິໄຊ ສູນວິໄຊ ຮອງເຈົ້າແຂວງແຂວງໄຊຍະບູຣີ ຕໍ່ສື່ມວນຊົນ ເມື່ອວັນທີ 13 ທັນວານີ້.
ຈໍານວນຊ້າງ ທີ່ຈະເຂົ້າຮ່ວມໃນງານຄັ້ງນີ້ ເຈົ້າໜ້າທີ່ທ່ອງທ່ຽວ ຢູ່ແຂວງໄຊຍະບູຣີ ຜູ້ນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທະຍຸເອເຊັຽເສຣີ ໃນມື້ວັນທີ 15 ທັນວານີ້ວ່າ ທາງການແຂວງ ຍັງບໍ່ແນ່ໃຈວ່າ ຈະເອົາຈັກໂຕ, ແຕ່ເບື້ອງຕົ້ນ ຈະເອົາສະເພາະຊ້າງທີ່ສາມາດເຮັດກິຈກັມໄດ້, ເປັນຊ້າງຄໍາຮູ້ ທີ່ສາມາດສະແດງໃຫ້ນັກທ່ອງທ່ຽວເບິ່ງໄດ້.
“ເຮົາກໍາລັງເວົ້າເຣື່ອງກະກຽມຄວາມພ້ອມ ຂະບວນການແຫລະ ເພາະວ່າງານຈະເລີ່ມວັນ 12 ຫາ 18 ນ່າ. ຈໍານວນຊ້າງເພິ່ນກໍຍັງບໍ່ແນ່ ແຕ່ວ່າເພິ່ນຈະຂັດ ເພິ່ນຈະຊ້ອມເອົາທີ່ວ່າ ບັນດາຈໍານວນຊ້າງ ທີ່ສາມາດເຮັດກິຈກັມ ໃຫ້ນັກທ່ອງທ່ຽວເບິ່ງ ສາມາດສະແດງໄດ້. ຊ້າງຄໍາຮູ້ແດ່.”
ກິຈກັມງານບຸນຊ້າງປີ 2024 ຈະມີການເປີດງານຕລາດນັດ ວາງສະແດງສິນຄ້າທັງສິນຄ້າພາຍໃນ ແລະຕ່າງປະເທດ, ສະແດງສິລປະ, ວັນນະຄະດີ, ຂະບວນແຮ່ຟ້ອນ ແລະການສະແດງຕ່າງໆ, ແຂ່ງຂັນປະກວດນັກຮ້ອງສຽງດີ ແລະດົນ ຕຣີພື້ນເມືອງ, ປະກວດນາງສາວງາມທິດາຊ້າງ, ພິທີຕັກບາດ ອຸທິດສ່ວນບຸນກຸສົນໃຫ້ຊ້າງ, ຈັດການແຂ່ງຂັນຕີກອງຫາງ, ແຂ່ງຂັນຮູບແຕ້ມ, ເປີດງານມະຫະກັມຊ້າງ ແລະປີທ່ອງທ່ຽວລາວ ຂອງແຂວງໄຊຍະບູຣີ, ການສະແດງໂດດຈ້ອງ, ການບໍຣິການຂີ່ຊ້າງ, ການສະແດງຂອງຊ້າງ ແລະອື່ນໆອີກຫລາຍຢ່າງ.
ນອກຈາກນັ້ນ ຍັງຈະມີກິຈກັມດ້ານການທ່ອງທ່ຽວ ຊຶ່ງຈະມີຮວມທັງການກາບໄຫວ້ ບູຊາວັດສີບຸນເຮືອງ, ຫລັກເມືອງ ແລະວັດພູທອກ, ທ່ຽວຊົມສູນອະນຸຮັກຊ້າງ ແລະຂຍາຍພັນຊ້າງອາຊຽນ ຢູ່ພູແຄມ, ມູນນິທິອະນຸຮັກສັດ ແລະສິ່ງ ແວດລ້ອມລາວ ແລະຫໍສະມຸດຊ້າງ, ຂີ່ເຮືອຊົມວິວນໍ້າຂອງ ແລະກິຈກັມອື່ນໆ.
ທ່ານກ່າວຕື່ມວ່າ ຈໍານວນນັກທ່ອງທ່ຽວ ທີ່ຈະມາທ່ຽວງານບຸນຊ້າງນີ້ ຄາດວ່າຈະມີຫລາຍ ຊຶ່ງເປົ້າໝາຍແມ່ນປະມານ 100,000 ຄົນ ເພາະເສັ້ນທາງ ສະດວກສະບາຍຫລາຍຂຶ້ນ ແລະກໍເປັນປີ ເປີດການທ່ອງທ່ຽວລາວນໍາດ້ວຍ.
“ກໍຈະບໍ່ໃຫ້ຫລຸດແສນກວ່າຄົນນີ້ແຫລະ ກໍຈະບໍ່ຫລຸດແຫລະ ເພາະວ່າປີນີ້ເຮົາໄດ້ໂຄສະນາຫລາຍເດ້. ມັນເປັນປີທ່ອງທ່ຽວແດ່ເນາະ. ເວົ້າເຣື່ອງການເຂົ້າເຖິງກໍຈະສະດວກ ທາງຣົຖໄຟແດ່. ບາງກຣຸບກໍຈະມາຫລວງພຣະບາງ ກໍຮວບມາເລີຍເນາະ.”
ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງໄຊຍະບູຣີ ທ່ານນຶ່ງກໍຄາດວ່າ ຫລັງປີໃໝ່ສາກົນ 2024 ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຈະເຣີ່ມຝຶກຊ້ອມຊ້າງ ເພື່ອກຽມຄວາມພ້ອມ ສໍາລັບການສະແດງ ແລະຮ້ານອາຫານ ບ້ານພັກ ກໍຈະກຽມ ເພື່ອຮອງຮັບນັກທ່ອງທ່ຽວ.
“ກ່ຽວກັບບ້ານພັກ ຮ້ານອາຫານນີ້ກໍຈະກຽມຫັ້ນແຫລະ ເພາະວ່າເທສການປີນຶ່ງ ມັນມີແຕ່ເທສການບຸນຊ້າງນີ້ ຄົນທີ່ຈະເຂົ້າໄປໄຊຍະບູຣີນັ້ນ ແຕ່ວ່ານອກຈາກນັ້ນ ທີ່ວ່າບໍ່ແມ່ນງານ ຄົນຈະບໍ່ຫລາຍຫັ້ນນ່າ ຫລັງປີໃໝ່ ເພິ່ນຈະຕຣຽມເປັນເດືອນຸ້ນແຫລະເນາະ. ເພິ່ນຈະເຣີ່ມຝຶກຊ້ອມຊ້າງ.”
ຜູ້ປະກອບການ ຢູ່ແຂວງໄຊຍະບູຣີ ທ່ານນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ເຖິງຖນົນຫົນທາງວ່າ ປັດຈຸບັນ ແມ່ນສະດວກສະບາຍຂຶ້ນຫລາຍ ແລະທ່ານເຊື່ອວ່າ ງານບຸນຊ້າງປີ 2024 ຈະມີຄົນມາເບິ່ງຫລາຍ ຄຶກຄື້ນແນ່ນອນ ເພາະປີ 2023 ທີ່ຜ່ານມາ ທ່ານກໍໄດ້ໄປທ່ຽວ ຖືວ່າຄົນຫລາຍພໍສົມຄວນ ແລະເຮືອນພັກ ກໍໜ້າຈະເຕັມໝົດ ຊຶ່ງສ່ວນໃຫຍ່ ຂະເຈົ້າຈະຈ່ອງກັນໄວ້ລ່ວງໜ້າ.
“ທາງດີແລ້ວ ຕ່າງແຂວງເຂົາກໍມາຫລາຍແທ້ ທົ່ວປະເທດ ເວົ້າເຣື່ອງບຸນຊ້າງນີ້ກະເຂົາກໍຈະມີເຄື່ອງມາລົງ. ບ້ານພັກເຕັມຕລອດແຫລະ ສ່ວນຫລາຍເຂົາກໍຈ່ອງໄວ້.”
ແລະຊາວແຂວງໄຊຍະບູຣີ ຜູ້ນຶ່ງກໍເວົ້າວ່າ ຕົນເອງກໍໄປທ່ຽວງານນັ້ນທຸກປີ ຄົນຫລາຍທຸກປີ ແລະປີ 2024 ນີ້ ເຂົາເຈົ້າຈັດເປັນງານໃຫຍ່ ຄົນກໍຈະຫລາຍ ບໍ່ວ່າຈະເປັນຄົນພາຍໃນ ແລະຄົນໄທຍ.
“ເຂົາເຈົ້າຈັດງານໃຫຍ່ຫັ້ນແຫລະ ໄດ້ໄປທຸກປີໄປເບິ່ງຢູ່ ແຕ່ລະປີຄົນກໍຫລາຍ ຄົນພາຍໃນແລ້ວກະຄົນເພື່ອນບ້ານ ຄືປະເທດໄທຍເຂົ້າມາຫລາຍເດ້ ບ້ານພັກຄັນເຮົາຈອງຊ້າ ກໍອາດເຕັມຫັ້ນແຫລະ.”
ງານບຸນຊ້າງປີ 2024 ຖືວ່າເປັນປີ ທີ່ທາງການແຂວງໄຊຍະບູຣີ ຈະຈັດໃຫຍ່ກວ່າປີ 2023 ຄືຈະຈັດເຖິງ 7 ມື້. ແຕ່ປີ 2023 ໄດ້ຈັດພຽງ 3 ມື້ ຄືແຕ່ວັນທີ 18 ຫາວັນທີ 20 ກຸມພາ.