ທະຫານພະມ້າ ເກືອບ 400 ຄົນ ຍອມຈໍານົນ ຕໍ່ຝ່າຍຕໍ່ຕ້ານ
2023.12.17

ທະຫານພະມ້າຫຼາຍ 100 ຄົນ ໄດ້ພາກັນມອບໂຕ ຕໍ່ທະຫານຝ່າຍຕໍ່ຕ້ານ ທີ່ເປັນກອງກໍາລັງຊົນຊາຕຊົນເຜົ່າ ນັບແຕ່ຝ່າຍຕໍ່ຕ້ານ ໄດ້ມີການເປີດໂຈມຕີຄັ້ງໃຫຍ່ ອີງຕາມການຢັ້ງຢືນຈາກຣັຖບານເງົາ ຂອງພະມ້າ ທີ່ເປັນຝ່າຍກົງກັນຂ້າມ ກັບຝ່າຍທະຫານພະມ້າ.
ທ່ານ ມອງ ມອງ ສະເວ ຮອງຣັຖມົນຕຣີ ກະຊວງປ້ອງກັນປະເທດ ຂອງຣັຖບານເງົາ ຂອງພະມ້າ ໄດ້ກ່າວວ່າ:
“ມີທະຫານພະມ້າເກືອບ 400 ຄົນ ພາກັນກັນ ຍອມຈໍານົນຕໍ່ທະຫານ ຝ່າຍຕໍ່ຕ້ານ ໃນເດືອນພຶສຈິກາ ທີ່ຜ່ານມາ ໃນຂະນະທີ່ ທະຫານພະມ້າອີກຫຼາຍ 100 ຄົນ ກໍຖືກຈັບ.”
ທະຫານພະມ້າຫຼາຍຄົນ ຖືກກັກໂຕ ຢູ່ຄ້າຍຄຸມຂັງ ນັບແຕ່ ວັນທີ 1 ພຶສຈິກາ ທີ່ຜ່ານມາ ຫຼັງຈາກ ທີ່ທະຫານຝ່າຍຕໍ່ຕ້ານ ໄດ້ເປີດການບຸກໂຈມຕີທະຫານພະມ້າ ໃນວັນທີ 27 ຕຸລາ ທີ່ຜ່ານມາ ໂດຍ ສະເພາະ ກຸ່ມທະຫານອາຣາກັນ ແລະ ກອງກໍາລັງ ປົດປ່ອຍແຫ່ງຊາຕ ຕະອາງ.
ກອງກໍາລັງຝ່າຍຕໍ່ຕ້ານ ໄດ້ກ່າວວ່າ ພວກເຂົາໄດ້ມີຄວາມຄືບໜ້າ ໃນການຍຶດຫຼາຍເມືອງ ຢູ່ເຂດປົກຄອງຂອງທະຫານພະມ້າ ຢູ່ເຂດຣັຖສານ ແລະ ໄດ້ກ່າວອ້າງວ່າ ກອງກໍາລັງກຸ່ມຕໍ່ຕ້ານ ສາມາດຍຶດປ້ອມຍາມທະຫານພະມ້າໄດ້ 170 ປ້ອມ ນັບແຕ່ມີການເປີດສາກໂຈມຕື.
ການໂຈມຕີຄັ້ງໃໝ່, ທະຫານກຸ່ມຕໍ່ຕ້ານ ໄດ້ຍຶດຫຼາຍເມືອງ ຢູ່ເຂດສະກາງ ແລະ ແມັກເວ ບ່ອນທີ່ ມີພະນັກງານຝ່າຍພົລເຮືອນ ລວມທັງທະຫານ ແລະ ຕໍາຣວດ ໄດ້ເຂົ້າຮ່ວມການປະທ້ວງແບບອະຣິຍະຂັດຂືນ ຫຼື CDM ທີ່ຕ້ານກັບທະຫານພະມ້າ.
ທ່ານ ມອງ ມອງ ສະເວ ໄດ້ກ່າວວ່າ ກອງກໍາລັງຝ່າຍຕໍ່ຕ້ານມາຄວາມເຊື່ອໝັ້ນ ຕໍ່ຣັຖບານເງົາ ແລະ ມີເປົ້າໝາຍທີ່ຈະກໍາຈັດ ອຳນາດຂອງທະຫານພະມ້າ ທີ່ຍຶດ ອໍານາດ ແລະ ຣັຖບານເງົາ ຂອງພະມ້າ ກໍາລັງແກ້ໄຂບັນຫານັກໂທດສົງຄາມ ເພື່ອໃຫ້ເປັນໄປຕາມກົດໝາຍ ວ່າດ້ວນມະນຸສທັມສາກົລ ແລະ ສົນທິສັນຍາເຈນິວາ.
ທ່ານ ມອງ ມອງ ສະເວ ຮອງຣັຖມົນຕຣີ ກະຊວງປ້ອງກັນປະເທດ ໄດ້ກ່າວວ່າ:
“ພວກເຮົາໄດ້ຮັບຮອງລະບຽບການ ແລະ ພວກເຮົາຈະສົ່ງຕໍ່ລະບຽບການ ກັບ ກອງກໍາລັງທະຫານບົກ ຢູ່ເຂດແນວໜ້າ ແລະ ທະຫານທຸກຄົນ ຈະຕ້ອງປະຕິບັດຕາມກົດ ແລະ ສົນທະສັນຍາສາກົລ.”
ທ່ານ ມອງ ມອງ ສະເວ ຍອມຮັບວ່າ ກອງກໍາລັງຝ່າຍຕໍ່ຕ້ານ ຕໍ່ສູ້ເພື່ອອຸດົມການ ໃນເວລາທີ່ປະຕິບັດຕໍ່ນັກໂທດ ແຕ່ ກອງກໍາລັງຝ່າຍຕໍ່ຕ້ານປະຕິບັດ ຕາມມາຕການສາກົລ.
ໄດ້ມີການເຜີຍແຜ່ພາບວິດີໂອ ທີ່ທ່ານ ມອງ ມອງ ສະເວ ໄດ້ໄປຢ້ຽມຢາມ ທະຫານພະມ້າ ທີ່ຖືກຈັບ ແລະ ໄດ້ກ່າວຕໍ່ກຸ່ມທະຫານພະມ້າ ທີ່ຖືກຈັບ ວ່າ ທະຫານຝ່າຍຕໍ່ຕ້ານ ຈະປະຕິບັດກັບພວກເຂົາຢ່າງມີມະນຸສທັມ.
ທ່ານ Jeremy Laurence ໂຄສົກຂອງຄະກໍາມາທິການ ເພື່ອສິດທິມະນຸສ ຂອງສະຫະປະຊາຊາຕ ໄດ້ຮຽກຮ້ອງໃຫ້ ກອງກໍາລັງຝ່າຍຕໍ່ຕ້ານ ປະຕິບັດຕໍ່ ຜູ້ທີ່ຖືກຈັບກຸ້ມ ຢ່າງມີມະນຸສທັມ ແລະ ຫຼີກລ້ຽງການແກ້ແຄ້ນ.
ແຕ່ ວິທຍຸ ເອເຊັຽເສຣີ ໄດ້ຣາຍງານຂ່າວ ຈົນນັບບໍ່ໄດ້ ວ່າ ທະຫານພະມ້າ ໄດ້ກະທໍາການທີ່ບໍ່ຖືກຕ້ອງຕໍ່ ຜູ້ທີ່ຕໍ່ຕ້ານຕົນເອງ ບໍ່ວ່າຈະເປັນການສັງຫານ, ການທໍລະມານ ແລະ ການຂົ່ມຂືນ ນັບແຕ່ທະຫານພະມ້າເຂົ້າມາຍຶດອໍານາດ ໃນວັນທີ 1 ກຸມພາ 2021.
ກອງກໍາລັງ ຝ່າຍຕໍ່ຕ້ານທະຫານພະມ້າ ສາມາດຍຶດໄດ້ສອງເຂດ ເມືອງ ຢຸູ່ເຂດຣັຖສິນ ພາກຕາເວັນຕົກຂອງພະມ້າ.
ນຶ່ງໃນສະມາຊິກ ກອງກໍາລັງທະຫານກຸ່ມຕໍ່ຕ້ານ ຣັຖບານທະຫານພະມ້າ ໄດ້ກ່າວວ່າ ກອງກໍາລັງຝ່າຍຕໍ່ຕ້ານ ໄດ້ຍຶດເຂດ ລາເລັງປີ ແລະ ເຣຊໍ ທີ່ຂຶ້ນກັບເມືອງ ມາຕູປີ ຫຼັງຈາກທີ່ມີການຕໍ່ສູ້ກັນ ຢ່າງດຸເດືອດ ໃນເດືອນພຶສຈິກາ ທີ່ຜ່ານມາ.
ເຈົ້າໜ້າທີ່ກອງກໍາລັງ ປ້ອງກັນໂຕເອງຂອງຣັຖສິນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າວ່າ: “ທະຫານກຸ່ມຕໍ່ຕ້ານ ໄດ້ບຸກໂຈມຕີ ແລະ ຢຸດປ້ອມທະຫານ ທີ່ມີທະຫານ 50 ຄົນ ຢູ່ເຂດ ເຣຊໍ ຫຼັງຈາກທີ່ໄດ້ມີການຍິງ ປະທະກັນເປັນເວລາ 4 ມື້.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ກອງກໍາລັງປະສົມຂອງພວກເຮົາ ນໍາໂດຍ ກອງກໍາລັງປ້ອງຕົນເອງຂອງຣັຖສິນ ໄດ້ຍຶດຖານທີ່ໝັ້ນຂອງຣັຖບານທະຫານພະມ້າ ໃນຕອນເຊົ້າຂອງວັນທີ 29 ພຶສຈິກາ ທີ່ຜ່ານມາ ແລະ ປັດຈຸບັນພວກເຮົາໄດ້ຄວບຄຸມໂຕເມືອງໄດ້ ແລະ ຝ່າຍພວກເຮົາກໍໄດ້ຮັບບາດເຈັບ ແລະ ເສັຽຊີວິດ ເຊັ່ນກັນ.
ທ່ານກ່າວຕື່ມວ່າ ທະຫານພະມ້າ ຍອມຈໍານົນ ແລະ ທະຫານຝ່າຍຕໍ່ຕ້ານ ທີ່ເປັນຊົນຊາຕຊົນເຜົ່າ 4 ຄົນເສັຽຊີວິດ.
ກອງກໍາລັງແຫ່ງຊາຕ ຂອງຣັຖສິນ ໄດ້ຮ່ວມກັບກອງປົກປ້ອງ ຕົນເອງຂອງຣັຖສິນ ໄດ້ປະຕິບັດການໂຈມຕີ ຝ່າຍທະຫານພະມ້າ.
ປະຊາຊົນ ທ້ອງຖິ່ນໄດ້ກ່າວວ່າ:
“ໃນການຕໍ່ສູ້ກັນ, ທະຫານພະມ້າ ໄດ້ໂຈມຕີທາງອາກາດເປັນເວລາ 20 ຄັ້ງ ເພື່ອປ້ອງກັນຖານທີ່ໝັ້ນຂອງຕົນເອງ ແລະ ນັບແຕ່ມີການຕໍ່ສູ້ກັນເປັນຕົ້ນມາ ກໍເຮັດໃຫ້ປະຊາຊົນ ໃນເຂດດັ່ງກ່າວເກືອບ 3,000 ຄົນ ຕ້ອງພາກັນໜີຈາກບ້ານເຮືອນຂອງຕົນ ໄປຢູ່ບ່ອນປອດໄພ.”
ທ່ານ ຊາໄລ ເທັດ ໂຄສົກ ຂອງກອງກໍາລັງ ແນວຮ່ວມແຫ່ງຊາຕ ຣັຖສິນ ໄດ້ກ່າວວ່າ:
“ກອງກໍາລັງຝ່າຍຕໍ່ຕ້ານ ໄດ້ຍຶດປ້ອມທະຫານ ຢູ່ເຂດ ລາເລັງປີ ທີ່ເປັນຂອງຝ່າຍທະຫານພະມ້າ.”
ທ່ານ ກ່າວວ່າຕື່ມວ່າ:
“ພວກເຮົາກອງກໍາລັງແນວຮ່ວມ ຂອງກອງທັບແຫ່ງຊາຕຣັຖສິນ ແລະ ກອງກໍາລັງປົກປ້ອງຣັຖສິນ ໄດ້ຍຶດປ້ອມທະຫານພະມ້າ ໃນຕອນເຊົ້າຂອງວັນທີ 24 ພຶສຈິກາ ສ່ວນວ່າ ທະຫານພະມ້າ ພາກັນຫຼົບໜີ ຈາກປ້ອມທະຫານດັ່ງກ່າວ ແລະ ປັດຈຸບັນ ພວກເຮົາເຂົ້າຄວບຄຸມ ທົ່ວເມືອງດັ່ງກ່າວ.”
ຊາວບ້ານເສັຽຊີວິດ ຍ້ອນຖືກລູກປືນ ທີ່ມີການຍິງປະທະກັນ ແລະ ເຮືອນປະຊາຊົນ 10 ຫຼັງ ໄດ້ຮັບຄວາມເສັຽຫາຍ ລວມທັງ ໂບດຂອງຊາວຄຣຶສຕຽນ ອີງຕາມຂໍ້ມູນຈາກຊາວບ້ານ.
ມີທະຫານພະມ້າ 30 ຄົນ ຕ້ອງໜີອອກຈາກຄ້າຍທະຫານດັ່ງກ່າວ ໃນຊ້ວງທີ່ມີການຍິງປະທະກັນກັບ ກອງກໍາລັງ ຝ່າຍຕໍ່ຕ້ານ ເຊິ່ງກຸ່ມທະຫານພະມ້າ ດັ່ງກ່າວ ໄດ້ພາກັນຫຼົບໜີເຂົ້າທາງຊາຍແດນ ຕິດກັບປະເທດອິນເດັຽ.
ທະຫານພະມ້າ ໄດ້ນໍາເອົາຊາວບ້ານຄົນນຶ່ງ ຈາກເຂດຊາຍແດນລະຫວ່າງອິນເດັຽ-ພະມ້າ ເພື່ອເປັນຜູ້ນໍາທາງ.
ທະຫານພະມ້າ ຜູ້ທີ່ຍອມຈໍານົນ ປັດຈຸບັນ ກໍາຊອກຫາລີ້ໄພ ຢູ່ຄ້າຍທະຫານ ຢູ່ເຂດບ້ານ ລາກີ ໃນ ຣັຖມິຊຸຣໍາ ຂອງອິນເດັຽ.
ຊາວບ້ານຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວ່າ:
“ພວກທະຫານພະມ້າ ໄດ້ເຂົ້າມາໃນໝູ່ບ້ານ ໃນຕອນເຊົ້າຂອງວັນທີ 28 ພຶສຈິກາ ແລະ ໄດ້ປ່ອຍໂຕຊາວບ້ານ ທີ່ເຂົາເຈົ້ານໍາໂຕໄປນັ້ນ ຫຼັງຈາກທີ່ເຂົາເຈົ້າໄປຮອດຊາຍແດນ ປະເທດອິນເດັຽ ແລະ ທະຫານອິນເດັຽ ກໍມາພົບພວກທະຫານພະມ້າ.”
ຊາວບ້ານຄົນນີ້ ກ່າວວ່າ:
“3 ຄົນ ຂອງຈໍານວນທະຫານພະມ້າ ໄດ້ເສັຽຊີວິດ ຢູ່ລະຫວ່າງທາງ ເຊິ່ງມີທະຫານທັງໝົດທີ່ໜີໄປນັ້ນປະມານ 30 ຄົນ.”
ວິທຍຸ ເອເຊັຽເສຣີ ຜແນນພາສາພະມ້າ ພະຍາຍາມ ຕິດຕໍ່ຫາ ໂຄສົກຝ່າຍທະຫານພະມ້າ ຢູ່ຣັຖສິນ, ແຕ່ ທ່ານ ບໍ່ຮັບໂທຣະສັບ.
ມີປະຊາຊົນ ເສັຽຊີວິດ 29 ຄົນ ໃນນັ້ນລວມທີເດັກນອ້ອຍ 11 ຄົນ ໃນເວລາທີ່ ທະຫານພະມ້າ ຖິ້ມລະເບີດລົງໃສ່ເຂດພາກເໜືອ ຂອງຣັຖກະສິນ ເຊິ່ງເປັນເຂດຄ້າຍຜູ້ອົບພະຍົບ ອີງຕາມເຈົ້າໜ້າທີ່ຖແລງຂ່າວ ອິສຣະ ຂອງຣັຖກະສິນ.
ພັກເອກ ນໍບຸນ ໄດ້ກ່າວວ່າ ຜູ້ເຄາະຮ້າຍທັງໝົດ ເປັນປະຊາຊົນ ທີ່ອົບພະຍົບ ທີ່ດໍາລົງຊີວິດ ຢູ່ໃກ້ກັບເຂດລາຍຊາ ໃນເຂດຊາຍແດນ ເຂດພູດອຍ ລະຫວ່າງ ຣັຖກະສິນ ແລະ ປະເທດຈີນ.
ເຂດໄລຊາ ເປັນສູນບັນຊາການໃຫຍ່ຂອງ ກອງກໍາລັງກະສິນ ໄດ້ຕໍ່ສູ້ກັບທະຫານພະມ້າ ມາຫຼາຍທົສວັດ ແລະ ຄວບຄຸມຢູ່ເຂດພາກເໜືອຂອງພະມ້າ.
ທ່ານ ນໍບຸນ ໄດ້ກ່າວອ້າງວ່າ ທະຫານພະມ້າ ໄດ້ເລັງເປົ້າໝາຍໂຈມຕີ ສູນບັນຊາການໃຫຍ່ຂອງກອງກໍາລັງກະສິນ ເຊິ່ງການໂຈມຕີ ໄດ້ມີຂຶ້ນໃນຕອນທ່ຽງຄືນ ຕາມເວລາທ້ອງຖິ່ນຂອງພະມ້າ.
ໃນບັນດາຜູ້ເສັຽຊີວິດ 29 ຄົນ ມີເດັກນ້ອຍ 11 ຄົນ ລວມຢູ່ນໍາ ເຊິ່ງໄດ້ນໍາມາທໍາພິທີເຜົາ ໃນວັນຕໍ່ມາ. ນອກຈາກນີ້ ມີປະຊາຊົນ 57 ຄົນ ໄດ້ຮັບບາດເຈັບ ແລະ ຖືກນໍາສົ່ງໄປປິ່ນປົວຢູ່ໂຮງໝໍ ໃກ້ຄຽງ.
ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິດທິມະນຸສ ປະຈໍາເຂດເອເຊັຽ ໄດ້ກ່າວ ຕໍ່ນັກຂ່າວວ່າ:
“ມັນເປັນທີ່ແຈ້ງຂາວແລ້ວວ່າ ທະຫານພະມ້າທໍາລາຍຄວາມເປັນປະຊາທິປະໄຕ ແລະ ເຮັດໃຫ້ປະຊາຊົນພະມ້າ ຕ້ອງອົບພະຍົບ ເຊິ່ງມັນເປັນສິ່ງທີ່ຮັບບໍ່ໄດ້ ແລະ ປະຊາຊົນຄົມໂລກຕ້ອງອອກມາດໍາເນີນການເຣື່ອງນີ້.”
ນອກຈາກນີ້ ທ່ານ ນໍບຸນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ນີ້ບໍ່ມີຮູບແບບການໂຈມຕີຂອງທະຫານພະມ້າ ແບບປົກກະຕິ. ເຖິງວ່າ ທະຫານພະມ້າ ຈະຍິງໂຈມຕີ ເຂດໄລຊາ ດ້ວຍປືນໃຫຍ່ກໍຕາມ, ແຕ່ ວ່າ ການໂຈມຕີຄັ້ງນີ້ ອາດຈະມາຈາກການໃຊ້ໂດຣນ.
ທ່ານ ກ່າວຕື່ມວ່າ:
“ມັນບໍ່ແມ່ນປືນໃຫຍ່ ແຕ່ ມັນເປັນຫຍັງຄ້າຍຄືກັບຍົນ ຫຼື ໂດຣນ. ຖ້າວ່າ ມັນເປັນຍົນສູ້ຣົບ ສຽງມັນຕ້ອງດັງ ແລະ ບໍ່ແນ່ໃຈວ່າ ມັນເປັນລະເບີດຊະນິດໃດ.”
ທ່ານ ກ່າວຕື່ມວ່າ ທະຫານພະມ້າ ໄດ້ນາບຂູ່ພວກເຮົາ ທີ່ພວກເຮົາໄດ້ເຂົ້າຮ່ວມການເຈລະຈາ ສັນຕິພາບ ໃນກອງກໍາລັງຊົນເຜົ່າຕ່າງໆ.
ປະຊາຊົນຢູ່ເຂດ ໄລຊາ ຜູ້ທີ່ ໃຫ້ການຊ່ວຍເຫຼືອ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ຜູ້ທີ່ໄດ້ຮັບບາດເຈັບ ຖືກນໍາສົ່ງໄປໂຮງໝໍ ໃນຕອນສວຍຂອງວັນອັງຄານ.
ຊາວບ້ານ ທ່ານນີ້ ໄດ້ກ່າວວ່າ:
“ລາວໄດ້ເຫັນເດັກນ້ອຍ ທີ່ໄດ້ຮັບບາດເຈັບ ແລະ ເອົານົມໃຫ້້ເດັກນ້ອຍ ຜູ້ທີ່ແມ່ຂອງພວກເຂົາເສັຽຊີວິດ. ພວກເຮົາຕ້ອງໃຫ້ການຊ່ວຍເຫຼືອ ເດັກນ້ອຍເຫຼົ່ານັ້ນ.”
ປະຊາຊົນ ທ່ານ ນີ້ ໄດ້ກ່າວຕືື່ມວ່າ:
“ນອກຈາກປະຊາຊົນ 57 ຄົນ ທີ່ໄດ້ຮັບບາດເຈັບແລ້ວ ຍັງມີຫຼາຍກວ່ານັ້ນ ໂດຍສະເພາະ ຜູ້ທີ່ບໍ່ໄດ້ໄປໂຮງໝໍ ຍ້ອນວ່າ ຄ້າຍຜູ້ອົບພະຍົບ ຖືກທໍາລາຍ ຈາກການໂຈມຕີ.”
ຊາວບ້ານຄົນອື່ນໆ ຜູ້ທີ່ເຫັນການໂຈມຕີ ໄດ້ກ່າວວ່າ:
“ມີເຮືອນປະຊາຊົນຫຼາຍຫຼັງຖືກທໍາລາຍ ຍ້ອນການໂຈມຕີ ຈາກລະເບີດທໍາລາຍລ້າງສູງ ຂອງທະຫານພະມ້າ.”