ເຣື້ອງທີ່ເກັບບັນທຶກໄວ້
2023-06-23
ກຸ່ມຄອລເຊັນເຕີ້ຣ໌ (Call Center) ຄົນຈີນ ພ້ອມເຄືອຂ່າຍຄົນໄທຍ 11 ຄົນ ມີທີ່ຕັ້ງຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ຖືກເຈົ້າໜ້າທີ່ໄທຍ ຈັບໄດ້ ຫຼັງຈາກຫຼອກເອົາເງິນ ຄົນໄທຍກວ່າ 2,000 ຄົນມູນຄ່າ ຄວາມເສັຍຫາຍ ຫຼາຍກວ່າ 3 ຕື້ບາທໄທຍ.
2023-06-23
ພົນເອກ ວິໄລ ຫລ້າຄໍາຟອງ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ເດີນທາງໄປປະເທດຈິີນ ເພື່ອພົບປະກັບ ທ່ານ ຫວາງ ຊ່ຽວຫົງ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ຂອງຈີນ ກ່ຽວກັບວຽກງານຕ້ານຢາເສບຕິດ, ອາຊຍາກັມຂ້າມຊາຕ ແລະ ການຄ້າມະນຸສ.
2023-06-22
ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ຊາວລາວ ທີ່ເຮັດວຽກຢູ່ປະເທດໄທຍ ໄດ້ຮັບສະຖານະ ຜູ້ລີ້ພັຍ ຈາກສຳນັກງານ ຂ້າຫຼວງໃຫຍ່ຜູ້ລີ້ພັຍ ແຫ່ງສະຫະປະຊາຊາຕ ຫຼື UNHCR ລີ້ພັຍໄປເມືອງໄປປະເທດ ອອສເຕຣເລັຍ ພາຍຫຼັງເຄື່ອນໄຫວ ວິພາກວິຈານ ການບໍຣິຫານປະເທດ ຂອງຣັຖບານລາວ ມາໂດຍຕລອດ.
2023-06-22
ຣັຖບານ ຈະສົ່ງຄົນງານລາວ ໄປເຮັດວຽກປູກຝັງ ແລະ ປະມົງ ຢູ່ປະເທດເກົາຫລີໃຕ້ ພ້ອມຄາດໝາຍວ່າ ຈະເພີ່ມການຈັດສົ່ງ ຄົນງານໄປເກົາຫລີໃຕ້ ໃຫ້ໄດ້ເຖິງ 1,500-2,000 ຄົນ/ປີ, ສ່ວນປະຊາຊົນ ທີ່ສົນໃຈໄປເຮັດ ໃນປະເທດນີ້ ຕ້ອງເສັຍຄ່າໃຊ້ຈ່າຍຫຼາຍ ຈຶ່ງເຮັດໃຫ້ເກີດ ບັນຫາໜີ້ສິນ ນອກລະບົບ ຕາມມາ.
2023-06-22
ຣັຖບານ ຈະຮັບປະກັນວ່າ ຈະເດັກນ້ອຍ ຍິງ-ຊາຍ ສຳເຣັດການສຶກສາ ຊັ້ນປະຖົມ ແລະມັທຍົມ ໂດຍບໍ່ເສັຍຄ່າຮຽນ, ມີຄວາມເທົ່າທຽມກັນ ແລະ ມີຄຸນນະພາບ ພາຍໃນປີ 2030, ແຕ່ປະຊາຊົນເຫັນວ່າ ເປັນເຣື່ອງຍາກ ເນື່ອງໃນປັດຈຸບັນ ມີນັກຮຽນປະລະການຮຽນ ເພີ່ມຂຶ້ນ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກ.
2023-06-22
ການພັທນາ ເຂດເສຖກິຈໃໝ່ ສີທັນດອນ ໄລຍະທີ່ 1 ຢູ່ເຂດບ້ານທ່າຄໍ້ ເມືອງໂຂງ ແຂວງຈໍາປາສັກ ມີຄວາມຄືບໜ້າໄປຫຼາຍດ້ານ ແລະ ປັດຈຸບັນ ກໍາລັງກໍ່ສ້າງຕຶກແຄນຄູ່, ສນາມກັອບ, ໂຮງແຮມ ແລະ ອາຄານຕ່າງໆ ເຊິ່ງມີມູນຄ່າຫຼາຍກວ່າ 34 ລ້ານປາຍ ໂດລ້າຣ໌ ສະຫະຣັຖ ສ່ວນຊາວບ້ານ ຫຼາຍຄົນ ຍັງບໍ່ໄດ້ຮັບຄ່າຊົດເຊີຍ.
2023-06-21
ເຈົ້າເມືອງ ເມືອງສັງທອງ ໄດ້ກ່າວຣາຍງານ ຕໍ່ສະພາປະຊາຊົນ ນະຄອນຫຼວງວຽງຈັນ ວ່າ ປະຊາຊົນໃນເມືອງສັງທອງ ຍັງປະສົບບັນຫາ ສະພາບນໍ້າສັງຂຸ່ນ ຈາກບໍຣິສັດຂຸດຄົ້ນບໍ່ແຮ່ ຂາດຄວາມຮັບຜິດຊອບ ແລະ ການປ່ອຍປະລະເລີຍ ຂອງພາກສ່ວນທີ່ກ່ຽວຂ້ອງ.
2023-06-21
ເງິນກີບຍັງເຟີ້ຢ່າງຕໍ່ເນື່ອງ, ອັດຕຣາແລກປ່ຽນ ເງີນບາທຂຶ້ນຮອດ 600,000 ກີບ ແລະ ເງິນໂດລ້າຣ໌ ຂຶ້ນຮອດ 2,000,000 ກີບ ຂະນະນີ້ ທະນາຄານ ບໍ່ມີເງິນຕຣາ ຕ່າງປະເທດ ສນອງໃຫ້ ກັບການແລກປ່ຽນໄດ້ ຈຶ່ງເກີດບັນຫາ ການແລກປ່ຽນ ຢູ່ນອກລະບົບຂຶ້ນ.
2023-06-21
ສະພາແຫ່ງຊາຕ ມີກຳນົດ ເປີດກອງປະຊຸມ ໃນລະຫວ່າງວັນທີ 26 ມິຖຸນາ ຫາ ວັນທີ 18 ກໍຣະກະດາ 2023 ນີ້ ເພື່ອພິຈາຣະນາອອກກົດໝາຍໃໝ່ ແລະ ປັບປຸງກົດໝາຍເກົ່າ ຫຼາຍສະບັບ ຂະນະທີ່ປະຊາຊົນຢາກໃຫ້ຣັຖບານແກ້ໄຂບັນຫາເງິນເຟີ້, ຄ່າຄອງຊີບສູງ ທີ່ກ່ຽວພັນກັບປາກທ້ອງ ຂອງປະຊາຊົນ ຢ່າງຈິງຈັງ.
2023-06-21
ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ໄດ້ຊີ້ນໍາ ຄະນະຄຸ້ມຄອງ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ເນັ້ນໃຫ້ຮີບຮ້ອນ ຮັບປະກັນຄວາມປອດພັຍ ຕ້ານການຄ້າມະນຸສ ແລະການໂຈຣະກັມ-ອາຊຍາກັມ ທາງອິນເຕີເນັດ ຫຼື Scammer ຢູ່ພາຍໃນ ເຂດເສຖກິຈ ພິເສດສາມຫຼ່ຽມຄໍາ.
2023-06-21
ຊາວບ້ານຈຳນວນ 40 ຄົນເຊິ່ງ ຈາກຫຼາຍເມຶອງ ໃນແຂວງຊຽງຂວາງ ຖືກເຈົ້າໜ້າທີ່ຕຳຣວດ ກັກ ຫຼັງຈາກ ທີ່ຊາວບ້ານກຸ່ມດັ່ງກ່າວ ພາກັນໄປລັກຂຸດແຮ່ທາດ ຢູ່ບໍຣິເວນພູແຮ້ ເຂດເມືອງແປກ ພ້ອມທັງຖືກເຈົ້າໜ້າທີ່ ຍຶດແຮ່ທາດທີ່ຂຸດຄົ້ນໄດ້ ຈຳນວນ 60 ເປົາ ແລະ ຣົຖຈັກອີກຫຼາຍຄັນ.
2023-06-20
ຊາວບ້ານເກືອບ 200 ຄອບຄົວ ຢູ່ບ້ານດອນກາງຂອງ ເມືອງສັງທອງ ນະຄອນຫຼວງວຽງຈັນ ຈະຖືກໂຍກຍ້າຍ ຈາກໂຄງການກໍ່ສ້າງ ສນາມກັອບ ແລະຣີສອດ ຂອງນັກລົງທຶນຈາກປະເທດເກົາຫຼີໃຕ້, ແຕ່ເຂົາເຈົ້າຕ້ອງໄດ້ເງິນຄ່າຊົດເຊີຍ ແບບສົມເຫດສົມຜົລ ພ້ອມທັງໄດ້ເຮືອນຈັດສັນໃໝ່.
2023-06-20
ເກີດແຜ່ນດິນໄຫວ ຂນາດນ້ອຍ ເຊິ່ງວັດແທກໄດ້ 3.8 ຣິກເຕີ ແລະມີຄວາມເລິກ ຈາກເທິງໜ້າດິນປະມານ 10 ກິໂລແມັດ ໂດຍມີຈຸດສູນກາງ ຢູ່ເມືອງສົບເບົາ ແຂວງຫົວພັນ ຫ່າງຈາກເທສບານເມືອງສົບເບົາ ໄປທາງທິດຕາເວັນອອກ ປະມານ 23 ກິໂລແມັດ ແຕ່ບໍ່ມີຣາຍງານຄວາມເສັຍຫາຍ.
2023-06-20
ອົງການກວດກາ ແຫ່ງຣັຖ ແລະ ອົງການ ສະຫະປະຊາຊາຕ ເພື່ຶອຕ້ານຢາເສບຕິດ ແລະອາຊຍາກັມ ເປີດການອົບຮົມ ໃຫ້ເຈົ້າໜ້າທີ່ ຕ້ານການສໍ້ຣາສບັງຫຼວງ ຍ້ອນວ່າ ສປປ ລາວ ມີບັນຫານີ້ຫຼາຍທີ່ສຸດ ແລະ ສະເພາະໃນປະເທດອາຊ້ຽນ ລາວ ຖືວ່າມີຄວາມໂປ່ງໃສໜ້ອຍທີ່ສຸດ.
2023-06-20
ປະເທດລາວ ອາດບໍ່ສາມາດຊຳຣະໜີ້ສິນໄດ້ຕາມເປົ້າໝາຍ ແລະ ອາດຈະຜິດນັດຊຳຣະໜີ້ສິນ ກັບຕ່າງປະເທດ ແລະ ບໍຣິສັດເອກກະຊົນ ເນື່ອງຈາກປະເທດລາວ ກຳລັງຕົກຢູ່ໃນສະພາບເສຖກິຈ ຕົກຕໍ່າ ບວກກັບພາວະເງິນເຟີ້ ແລະເງິນກີບອ່ອນຄ່າ.