ປກສ ເນັ້ນໜັກວຽກ ຕ້ານການຄ້າມະນຸສ, ໂຈຣະກັມ, ອາຊຍາກັມ ຢູ່ສາມຫຼ່ຽມຄຳ
2023.06.21

ເມື່ອວັນທີ 15 ມິຖຸນາ 2023 ທີ່ຜ່ານມາ ຢູ່ກອງປະຊຸມກອງບັນຊາການ ປກສ ແຂວງບໍ່ແກ້ວ ທ່່ານ ພົລເອກ ວິໄລ, ຫຼ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ໄດ້ຊີ້ນໍາ ຄະນະຄຸ້ມຄອງເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ເນັ້ນໃຫ້ຮີບຮ້ອນ ຮັບປະກັນຄວາມປອດພັຍຕ້ານການຄ້າມະນຸສ ແລະການໂຈຣະກັມ-ອາຊຍາກັມທາງອິນເຕີເນັດ ຫຼື Scammer ຢູ່ພາຍໃນ ເຂດເສຖກິຈພິເສດສາມຫຼ່ຽມຄໍາ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງບໍ່ແກ້ວ ກ່າວວ່າ ຕັ້ງແຕ່ເດືອນສິງຫາ ປີ 2022 ເປັນຕົ້ນມາ ມາຮອດປັດຈຸບັນ ຄະນະຄຸ້ມຄອງ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ຮ່ວມກັບກະຊວງປ້ອງກັນຄວາມສງົບແຫ່ງຊາຕ ໄດ້ສືບຕໍ່ວຽກ ການຂຶ້ນທະບຽນແຮງງານ ຄຸ້ມຄອງຄົນລາວ ແລະຄົນຕ່າງປະເທດໃຫ້ເປັນລະບົບຊັດເຈນ ແລະຈະສືບຕໍ່ວຽກດັ່ງກ່າວ ຕາມຂໍ້ຕົກລົງ ຂອງທ່ານ ນາຍົກຣັຖມົນຕຣີ ສະບັບເລຂທີ 60/ນຍ ລົງວັນທີ 28 ເມສາ 2023 ເພື່ອໃຫ້ບັນຫາ ການຄ້າມະນຸສ ຢູ່ເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ຫຼຸດຜ່ອນລົງໄປ ເທື່ອລະກ້າວ. ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງບໍ່ແກ້ວ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 20 ມິຖຸນາ ນີ້ວ່າ:
“ໂຕນີ້ນີ້ ເຣື່ອງການຄ້າມະນຸສນີ້ ມາຮອດປັດຈຸບັນ ພວກເຮົາກໍປັບປຸງ ຈຸດແກ້ໄຂເຣື່ອງການຄ້າມະນຸສ ກໍເວົ້າເຣື່ອງການນໍາເຂົ້າແຮງງານ ແຕ່ເຮົາໄປແກ້ໄຂຢູ່ຕົ້ນທາງ ການນໍາເຂົ້າແຮງງານຕ້ອງຮັດກຸມ ຖ້າບໍ່ມີການຮັດກຸມນີ້ ມັນກໍແກ້ໄຂບໍ່ຕົກ ເວົ້າເຣື່ອງການອັນນ່າ ການນໍາເຂົ້າຊະຊາຍຢູ່ ການນໍາເຂົ້າແຮງງານອັນນີ້ ຕ້ອງຮູ້ທີ່ໄປ ທີ່ມາຂອງແຮງງານ.”
ສ່ວນໃນເຣື່ອງການໂຈຣະກັມ-ອາຊຍາກັມທາງອິນເຕີເນັດນັ້ນ ພາກສ່ວນທີ່ກ່ຽວຂ້ອງ ຈະສືບຕໍ່ຫາວິທີການ ຫ້າມ ບໍ່ໃຫ້ບັດດາຜູ້ປະກອບການ ຢູ່ພາຍໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ນໍາເຂົ້າແຮງງານມາເຮັດວຽກຕອບແຊັດ ພ້ອມທັງ ພາກສ່ວນທີ່ກ່ຽວຂ້ອງ ຈະຮ່ວມມືກັບ ກະຊວງປ້ອງກັນຄວາມສງົບ ແຫ່ງຊາຕ ແລະກະຊວງເຕັກໂນໂລຊີ ແລະການສື່ສານ ຈະສືບຕໍ່ ຫາວິທີການຄຸ້ມຄອງ ບັນດາສັນຍານອິນເຕີເນັດ ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄໍານັ້ນນໍາ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງບໍ່ແກ້ວ ຜູ້ດຽວກັນກັບຂ້າງເທິງ ກ່າວວ່າ:
“ອັນເຣື່ອງໂຈຣະກັມ ທາງດ້ານອິນເຕີເນັດ ອັນນັ້ນ ແມ່ນກຸ່ມຜູ້ປະກອບການພຸ້ນ ອັນເຂົາມີຜູ້ປະກອບການເຮັດອັນນີ້ ຕ້ອງປັບປຸງ ມີວິທີການປັບປຸງ ສົມທົບກັບຄູ່ຮ່ວມພັທນາ ມີວິທີແກ້ໄຂ ເພາະວ່າ ບັນຫາເຣື່ອງການຕອບແຊັດ, ຣັຖບານເຂົາບໍ່ອະນຸຍາດ ທາງຄະນະຄຸ້ມຄອງ ພວກເຮົາກໍບໍ່ອະນຸບາດ. ໂຕນີ້ຈະໄດ້ຄົ້ນຄວ້າຮ່ວມກັນ ກັບທາງເຈົ້າໜ້າທີ່ ປກສ ແລະຮ່ວມກັບກະຊວງເຕັກໂນໂລຍີ້ ແລະການສື່ສານ ແມ່ນ ຕ້ອງເວົ້າເຣື່ອງໂຕອັນນ່າ ຄຸ້ມຄອງບັນດາສັນຍານອິນເຕີເນັດນີ້ ມັນກະຈາຍໄປໃສແດ່ ແລ້ວເຂົາໃຊ້ແນວໃດ.”
ທ່ານກ່າວຕື່ມວ່າ ການແກ້ໄຂບັນຫາໂຈລະກໍາ-ອາຊຍາກັມທາງອິນເຕີເນັດ ຍັງບໍ່ທັນມີຜົນງານເປັນຮູບປະທໍາເທື່ອ ມີແຕ່ ການແກ້ໄຂບັນຫາການຄ້າມະນຸສ ແມ່ນມີຜົນງານເປັນຮູບປະທໍາແລ້ວ ໂດຍມີການແກ້ໄຂບັນຫາຢູ່ຕົ້ນທາງ ດັ່ງທີ່ກ່າວໄປຂ້າງຕົ້ນ.
ຂະນະທີ່ ສະພາບໂຕຈິງ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ໂດຍສະເພາະ ບັນຫາການຄ້າມະນຸສ ຕົວະເອົາຄົນມາເຮັດວຽກ ຕອບແຊັດເຣີ່ມສງົບແລ້ວ ຍ້ອນເຈົ້າໜ້າທີ່ ຈາກກະຊວງປ້ອງກັນຄວາມສງົບ ແຫ່ງຊາຕ ເຂົາມາແກ້ໄຂ ຂະນະທີ່ຜ່ານມາ ໄລຍະທີ່ມີການແຜ່ຣະບາດ ຂອງໂຄວິດ-19 ການຄ້າມະນຸສດັ່ງກ່າວ ເປັນປະກົດການຫຍໍ້ທໍ້ ທີ່ແກ້ບໍ່ຕົກ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄໍາ ກ່າວໃນມື້ດຽວກັນນີ້ວ່າ:
“ເພິ່ນກະມີກົລໄກ ໃນການແກ້ແລ້ວ ເພິ່ນກໍມີແລ້ວ ມີການແກ້ແລ້ວ ດຽວນີ້ມັນກໍສງົບໄປຫຼາຍແລ້ວ ການເຂົ້າ-ອອກ ກໍສະດວກສະບາຍໝົດແລ້ວ ມັນຄືໄລຍະໂຄວິດຫັ້ນ ພາກຣັຖເຮົາ ກໍເຂົ້າໄປແກ້ໄຂເດ້.”
ດ້ານພໍ່ແມ່ຜູ້ປົກຄອງ ທີ່ມີລູກ-ຫຼານ ຖືກຕົວະໄປເຮັດວຽກ ຢູ່ກາສິໂນ ຄິງໂຣມັນ ກ່ອນຈະຖືກຕົວະໄປເຮັດວຽກຕອບແຊັດ ຢູ່ບ່ອນກາສິໂນ ໂກຊາຍ ເມືອງເມັຍວະດີ ປະເທດພະມ້າ ກ່າວຕໍ່ເຣື່ອງນີ້ວ່າ ຮູ້ສຶກດີໃຈ ທີ່ຣັຖບານໄດ້ແກ້ໄຂບັນຫາການຄ້າມະນຸສ ແລະການໂຈຣະກັມ-ອາຊຍາກັມ ທາງອິນເຕີເນັດ ເນື່ອງຈາກວ່າ ບໍ່ຢາກໃຫ້ມີບັນຫານີ້ເກີດຂຶ້ນກັບ ລູກ-ຫຼານລາວ ຍ້ອນ ຫາກຕົກເປັນເຫຍື່ອຄ້າມະນຸສແລ້ວ ຈະບໍ່ແມ່ນເຣື່ອງງ່າຍ ທີ່ຈະກັບຄືນມາບ້ານໂຕເອງ ມາໃຊ້ຊີວິດຕາມປົກກະຕິ ດັ່ງກໍຣະນີໂຕຢ່າງ ຂອງລູກໂຕເອງ ທີ່ປັດຈຸບັນ ຍັງຕ້ອງເຮັດວຽກຕອບແຊັດ ຢູ່ເມືອງເມັຍວະດີ ບໍ່ໄດ້ກັບບ້ານເທື່ອ ແລະຖ້າຣັຖບານບໍ່ໄປນໍາເອົາລູກກັບລາວ ລູກກໍຄົງບໍ່ໄດ້ກັບລາວແລ້ວ.
ດັ່ງພໍ່ແມ່ຜູ້ປົກຄອງ ຜູ້ທີ 1 ກ່າວໃນມື້ດຽວກັນນີ້ວ່າ:
“ດີໃຈນໍາຫັ້ນແຫຼະ ທີ່ພາກຣັຖ ຊີ້ນໍາໂຕນີ້ ຕໍ່ໄປກໍບໍ່ຢາກໃຫ້ມີແລ້ວແບບນີ້ ຄ້າຂາຍມະນຸສນີ້ນ່າ ຄັນວ່າ ເຈົ້າໜ້າທີ່ບໍ່ໄປນໍາເອົາ (ລູກ) ນີ້ ຢ້ານວ່າ ບໍ່ມີໃຜໄດ້ມາ ຄັນໃຊ້ແຮງງານບໍ່ແມ່ນງ່າຍ ຕັ້ງແຕ່ 7 ໂມງເຄິ່ງ ກາງຄໍ່າມາໄດ້ເຮັດຮອດ 1 ໂມງກາງຄືນພຸ້ນ ບໍ່ມີເວລາພັກຜ່ອນເດ້ ເງິນເດືອນພັດບໍ່ໄດ້ຊໍ້ານ່າ.”
ຂະນະທີ່ ດ້ານພໍ່ແມ່ຜູ້ປົກຄອງ ທີ່ມີລູກ-ຫຼານ ຖືກຕົວະໄປເຮັດວຽກ ຢູ່ກາສິໂນ ຄິງໂຣມັນ ກ່ອນຈະຖືກຕົວະໄປເຮັດວຽກຕອບແຊັດ ຢູ່ບ່ອນກາສິໂນ ໂກຊາຍ ເມືອງເມັຍວະດີ ປະເທດພະມ້າ ອີກຜູ້ນຶ່ງ ກໍກ່າວຄືກັນ ແຕ່ຕ່າງກັບພໍ່ແມ່ຜູ້ຄອງຜູ້ທໍາອິດ ວ່າ ຢາກໃຫ້ພັກ-ຣັຖ ມີວີທີການແກ້ໄຂບັນຫາການຄ້າມະນຸສ ທີ່ຫຼາກຫຼາຍກວ່ານີ້.
ເພື່ອໃຫ້ລູກ-ຫຼານ ທີ່ຕົກເປັນເຫຍື່ອຄ້າມະນຸສ ຢູ່ປະເທດພະມ້າ ໄດ້ກັບບ້ານເກີດ ຍ້ອນປັດຈຸບັນ ລູກ-ຫຼານ ເຮັດວຽກຕອບແຊັດບໍ່ໄດ້ແລ້ວ ຍ້ອນຄົນໄທຍ ບໍ່ຫຼົງໂອນເງິນໃຫ້ແລ້ວ ຂະນະທີ່ ລູກ-ຫຼານ ເວົ້າໄດ້ແຕ່ພາສາລາວ ແລະພາສາໄທຍເທົ່ານັ້ນ. ດັ່ງພໍ່ແມ່ຜູ້ປົກຄອງ ຢູ່ແຂວງຫຼວງນໍ້າທາ ຜູ້ທີ 2 ກ່າວໃນມື້ດຽວກັນນີ້ວ່າ:
“ບໍ່ມີວິທີໃດ ຊິມີການຊ່ອຍເຫຼືອອີກບໍ ຫຼືວ່າເປັນຈັ່ງໃດ ຄືການປະຊຸມ ແບບນີ້ ແບບນັ້ນແລ້ວ ຢ້ານເຂົາເຈົ້າແລ້ວຮູ້ ຮູ້ແລ້ວຊິມີການຮຽກຄ່າໄຖ່ແບບນີ້ບໍ່ ຫຼືວ່າ ແມ່ນແບບໃດ ຄັນວ່າ ເຮັດບໍ່ໄດ້ ກໍໜ້າຈະສົ່ງເຂົາເຈົ້າກັບມາສາ ຫັ້ນນ່າ ເປັນແນວໃດ ເດັກນ້ອຍເຂົາເຈົ້າ ໄດ້ແຕ່ພາສາໄທຍ, ພາສາອັງກິຈ, ພາສາຈີນ ເຂົາເຈົ້າບໍ່ໄດ້ຮຽນເດ້.”
ທີ່ຜ່ານມາ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ມີບັນຫາການຄ້າມະນຸສ ທັງຄົນລາວ ແລະ ຄົນຕ່າງປະເທດ ຈໍານວນຫຼາຍ ໃນນັ້ນ ສ່ວນໃຫຍ່ ຖືກຕົວະໄປເຮັດວຽກຕອບແຊັດ ຫຼື ວຽກຕົວະຍົວະສໍ້ໂກງເງິນຜູ້ອື່ນ ຫາກເຮັດວຽກບໍ່ໄດ້ ກໍຈະຖືກກົດຂີ່ແຮງງານ, ຖືກຄ້າປະເວນີ ຫຼື ຂາຍຕໍ່ໄປເປັນສາວຂາຍບໍຣິການ, ຕໍ່ມາ ເມື່ອປີ 2022 ທີ່ຜ່ານມາ ທາງການລາວ ສາມາດໃຫ້ການຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍຈາກການຄ້າມະນຸສ ໄດ້ທັງໝົດ 477 ຄົນໃນນັ້ນ ມີທັງຄົນລາວ ແລະຄົນຕ່າງປະເທດ.