ປະຊາຊົນ ຢາກໃຫ້ກອງປະຊຸມ ສະພາແຫ່ງຊາຕ ມີວາຣະແກ້ໄຂ ຄ່າຄອງຊີບສູງ

ໄຊຍາ
2023.06.21
ປະຊາຊົນ ຢາກໃຫ້ກອງປະຊຸມ ສະພາແຫ່ງຊາຕ ມີວາຣະແກ້ໄຂ ຄ່າຄອງຊີບສູງ ຕໍ່ໜ້າ ສະພາແຫ່ງຊາຕ, ນະຄອນຫຼວງວຽງຈັນ, ວັນທີ 5 ພຶສຈິກາ 2022.
RFA

ສະພາແຫ່ງຊາຕ ຈະເປີດກອງປະຊຸມ ສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ຢ່າງເປັນທາງການ ລະຫວ່າງວັນທີ 26 ມິຖຸນາ ຫາ ວັນທີ 18 ກໍຣະກະດາ 2023 ນີ້ ເພື່ອພິຈາຣະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບລວມເຖິງແນວທາງ ການແກ້ໄຂບັນຫາ ສຳຄັນຕ່າງໆ ອີກຫຼາຍຢ່າງ. ກ່ຽວກັບເຣື່ອງນີ້ ຊາວລາວຈໍານວນໜຶ່ງ ຕ້ອງການສເນີຫຼາຍບັນຫາ ເພື່ອໃຫ້ກອງປະຊຸມ ສະພາແຫ່ງຊາຕ ໄດ້ນຳໄປພິຈາຣະນາ ແລະ ຫາແນວທາງແກ້ໄຂ ໂດຍສະເພາະເຣື່ອງເງິນກີບອ່ອນຄ່າລົງ, ບັນຫາເງິນເຟີ້ ຮຸນແຮງ ທີ່ສົ່ງຜົລເຮັດໃຫ້ຄ່າຄອງຊີບສູງຂຶ້ນ ກະທົບຕໍ່ການດຳເນີນຊີວິດ ຂອງປະຊາຊົນລາວ ຢ່າງໜັກໜ່ວງໃນປັດຈຸບັນ.

ດັ່ງ ພະນັກງານໂຮງແຮມ (ແຂວງຫຼວງພຣະບາງ) ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 20 ມິຖຸນາ ນີ້ວ່າ:

ກາເອົາໃຈໃສ່ຫັ້ນແຫຼະເນາະ ເວົ້າແລ້ວກາດີ ເພາະເງິນເດືອນເຮົາກາບໍ່ຄ່ອຍຊິປົກກະຕິ ໄດ້ກາຍາກເນາະ ພົບຄວາມຫຍຸ້ງຍາກ ຫັ້ນແຫຼະ.

ຊາວລາວທ່ານນີ້ ໄດ້ກ່າວຕື່ມວ່າ ຫາກເຈົ້າໜ້າທີ່ພັກ-ຣັຖ ຍັງປະລະໃນການແກ້ໄຂບັນຫາ ເສຖກິຈ-ການເງິນ ແບບນີ້ໄປເລື້ອຍໆ ກໍຈະຍິ່ງເຮັດໃຫ້ປະຊາຊົນ ໝົດທາງໃນການທຳມາຫາກິນ ແລະທຸກຍາກຂຶ້ນຕື່ມ.

ຊາວລາວຢູ່ເມືອງແບງ ແຂວງອຸດົມໄຊ ກ່າວວ່າ ບັນຫາສໍາຄັນ ທີ່ຢາກໃຫ້ກອງປະຊຸມ ສະພາແຫ່ງຊາຕ ພິຈາຣະນາຢ່າງຮີບດ່ວນ ກໍແມ່ນເຣື່ອງປາກທ້ອງ ຂອງປະຊາຊົນ ນັບມື້ຈະຫາຢູ່-ຫາກິນ ຍາກຂຶ້ນ, ລາຄາສິນຄ້າຕາມຕລາດ ແພງຂຶ້ນແຕ່ລາຍໄດ້ ພັດຍັງຊໍ່າເກົ່າ.

ດັ່ງຊາວລາວ ທ່ານນີ້ກ່າວວ່າ:

ໂຕເສຖກິຈແບບຊື້-ຂາຍ ກໍໜ້າຈະດີເພາະວ່າ ດຽວນີ້ຍຸກເສຖກິຈຕົກຕໍ່າ ແລ້ວກໍມີເງິນເຟີ້ຫຼາຍ ແລ້ວກໍເຄື່ອງຂອງກໍແພງແດ່.

ຊາວລາວ ໃນແຂວງຈໍາປາສັກ ກ່າວວ່າການພິຈາຣະນາ, ການຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍໃດໆ ກໍຕາມຄວນຈະໃຫ້ປະຊາຊົນລາວ ໄດ້ມີສ່ວນກ່ຽວຂ້ອງ ໃນການອອກຄວາມຄິດຄວາມເຫັນ ເພື່ອປະກອບເຂົ້າ ໃນກົດໝາຍ ບໍ່ແມ່ນຈະໃຫ້ສະພາແຫ່ງຊາຕ ພິຈາຣະນາ, ຮັບຮອງ ແລະ ປະກາດໃຊ້ໂດຍທີ່ປະຊາຊົນລາວ ບໍ່ໄດ້ຮັບຮູ້ຫຍັງເລີຍ.

ດັ່ງຊາວລາວທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:

ກົດໝາຍທີ່ວາງໄວ້ຫັ້ນ ຕ້ອງເອົາຫາງສຽງປະຊາຊົນແຫຼະ ອັນເປັນໃຫຍ່ຄັນວ່າ ຊິເຮັດລະບຽບກົດໝາຍ ແກ້ໄຂຫັ້ນນ່າ ອັນນີ້ວາງໆ ມີແຕ່ພັກເປັນຜູ້ວາງ ຣັຖວາງ ບາດນີ້ປະຊາຊົນ ເຂົາບໍ່ຮັບຮູ້.

ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງບໍຣິຄຳໄຊ ຢາກສເນີໃຫ້ກອງປະຊຸມ ສະພາແຫ່ງຊາຕ ຮັບຮອງເອົາໂຄຕ້າ ຈຳນວນແພດ-ໝໍ ຫຼາຍຂຶ້ນ ເນື່ອງຈາກໂຮງໝໍຫຼາຍແຫ່ງ ບໍ່ມີແພດ-ໝໍ ພຽງພໍ ເຮັດໃຫ້ການປິ່ນປົວຜູ້ປ່ວຍ ຕ້ອງໄດ້ລໍຖ້າດົນ ກ່ວາຈະໄດ້ຮັບການປິ່ນປົວ.

ນອກຈາກນີ້ ກໍຢາກໃຫ້ກອງປະຊຸມ ສະພາແຫ່ງຊາຕ ຊ່ອຍພັກດັນນະໂຍບາຍ ໃຫ້ຊາວໜຸ່ມໃນລາວ ຮຽນແພດ-ໝໍ ຫຼາຍຂຶ້ນ ຫຼື ໃຫ້ແພດ-ໝໍໃໝ່ ສົນໃຈສະມັກວຽກ ເປັນແພດ-ໝໍ ສັງກັດຣັຖບານ ເພາະປັດຈຸບັນ ແພດ-ໝໍ ຈົບໃໝ່ ຫັນໄປສະມັກວຽກ ນຳບໍຣິສັດເອກະຊົນຫຼາຍຂຶ້ນ.

ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ກະວ່າຂາດກາແມ່ນຂາດແດ່ ມັນໜ້ອຍອິຫຼີໂຕຢ່າງ ປະຣິນຍາຕຣີ ການແພດຄົນຮຽນຈົບຫັ້ນ ມັນຫຼາຍແຕ່ວ່າ ເຂົາບໍ່ມາສະມັກງານ ມັນກາເວົ້າເຣື່ອງໂຄຕ້າ ນີ້ ກາຈຳກັດແດ່, ສາທາຣະນະສຸຂ ເຮົາມັນກາເປັນວຽກລະອຽດ ວຽກເຮັດກັບຄົນເດ້ເນາະ ຕ້ອງການຜູ້ທີ່ມີຄວາມຮູ້ ຄວາມສາມາດ ທາງດ້ານການແພດນີ້.

ຊາວລາວອີກຈຳນວນໜຶ່ງ ຍັງພາກັນສເນີບັນຫາ ຜ່ານສື່ສັງຄົມອອນລາຍນ໌ ໂດຍຢາກໃຫ້ກອງປະຊຸມສະພາແຫ່ງຊາຕ ເລັ່ງແກ້ໄຂທຸກໆບັນຫາ ຢ່າງຈິງຈັງ ແລະ ເປັນຮູບປະທັມ ໂດຍສະເພາະເຣື່ອງການສົ່ງເສີມ ອາຊີບໃຫ້ມີວຽກເຮັດງານທຳ, ບັນຫາທີ່ດິນ, ບັນຫາຢາເສບຕິດ ໃນສັງຄົມ ແລະ ການຟື້ນຟູສະພາບເສຖກິຈ ພາຍໃນປະເທດ ໃຫ້ມີຄວາມເຂັ້ມແຂງ.

ຍານາງ ປິງຄໍາ ລາຊະສີມມາ, ກັມມາທິການສູນກາງພັກ ແລະ ເລຂາທິການ ສະພາແຫ່ງຊາຕ ໃນນາມຕາງໜ້າໃຫ້ຄະນະ ປະຈຳສະພາແຫ່ງຊາຕ ໄດ້ຖແລງຂ່າວຕໍ່ສື່ມວນຊົນລາວ ໃນວັນທີ 16 ມິຖຸນາ 2023 ກ່ຽວກັບການດຳເນີນກອງປະຊຸມ ສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ຈະໄດ້ພິຈາຣະນາ ແລະ ຮັບຮອງເອົາບັນຫາສຳຄັນ ພື້ນຖານຂອງຊາຕ ດັ່ງນີ້:

ວຽກງານຣັຖບານ ຈະມີການຣາຍງານແຜນພັທນາ ເສຖກິຈ-ສັງຄົມ, ຣາຍງານແຜນການງົບປະມານ, ຣາຍງານແຜນເງິນຕຣາ ໄລຍະ 6 ເດືອນຕົ້ນປີ 2023 ແລະ ແຜນການ 6 ເດືອນທ້າຍປີ 2023, ຣາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສຖກິຈ-ການເງິນ, ການແກ້ໄຂຢາເສບຕິດ ແລະ ອີກຫຼາຍບັນ ຫາ.

ນອກຈາກນີ້ກອງປະຊຸມ ສະພາແຫ່ງຊາຕ ຍັງຈະພິຈາຣະນາ ຮັບຮອງເອົາການອອກ ແລະ ປັບປຸງກົດໝາຍອີກ 10 ສະບັບ ປະກອບມີ. ວ່າດ້ວຍກົດໝາຍປັບປຸງ 6 ສະບັບ ຄືຮ່າງກົດໝາຍວ່າດ້ວຍວຽກງານສາທາຣະນະສຸຂ, ຮ່າງກົດໝາຍວ່າດ້ວຍການຈັດງານ, ຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ຮ່າງກົດໝາຍວ່າດ້ວຍ ເຍົາວະຊົນລາວ.

ຮ່າງກົດໝາຍສະບັບປັບປຸງ 6 ສະບັບຄືກົດໝາຍວ່າດ້ວຍທະນາຄານທຸຣະກິຈ, ກົດໝາຍວ່າດ້ວຍສັດນໍ້າແລະ ການປະມົງ, ກົດໝາຍວ່າດ້ວຍສັດປ່າ, ກົດໝາຍວ່າດ້ວຍການພິມຈຳໜ່າຍ, ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົລປໂຍດຂອງເດັກ ແລະ ກົດໝາຍວ່າດ້ວຍສານທະຫານ.

ໃນໄລຍະທີ່ກອງປະຊຸມ ສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ດຳເນີນໄປຢູ່ນັ້ນ ສະພາແຫ່ງຊາຕ ຈະຈັດຕັ້ງໜ່ວຍງານ ຮັບຜິດຊອບໂທຣະສັບ ສາຍດ່ວນ ໝາຍເລຂ 156 ເພື່ອຮັບເອົາຄຳຄິດ, ຄຳເຫັນ ແລະຄຳສເນີ ໂດຍຕຣົງຈາກປະຊາຊົນ ທົ່ວປະເທດເພື່ອສົ່ງໄປຍັງ ກອງປະຊຸມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.