ຊາວບ້ານດອນກາງຂອງ ຂໍຄ່າຊົດເຊີຍ ທີ່ເໝາະສົມ ຫາກຖືກຍ້າຍອອກ

ດອນກາງຂອງ ເມືອງສັງທອງ ນະຄອນຫຼວງວຽງຈັນ, ວັນທີ 17 ມິຖຸນາ 2023.
ດອນກາງຂອງ ເມືອງສັງທອງ ນະຄອນຫຼວງວຽງຈັນ, ວັນທີ 17 ມິຖຸນາ 2023. (RFA)

0:00 / 0:00

ຊາວບ້ານເກືອບ 200 ຄອບຄົວ ຢູ່ບ້ານດອນກາງຂອງ ເມືອງສັງທອງ ນະຄອນຫຼວງວຽງຈັນ ບໍ່ຂັດຂ້ອງກັບແຜນການທີ່ຈະຖືກໂຍກຍ້າຍ ຈາກໂຄງການກໍ່ສ້າງ ສນາມກັອບແລະຣີສອດ ຂອງນັກລົງທຶນຈາກປະເທດເກົາຫຼີໃຕ້, ແຕ່ເຂົາເຈົ້າຕ້ອງໄດ້ເງິນຄ່າຊົດເຊີຍ ແບບສົມເຫດສົມຜົລ ພ້ອມທັງໄດ້ເຮືອນຈັດສັນໃໝ່ ທີ່ຢູ່ພາຍໃນຂອບເຂດ ບ້ານດອນກາງຂອງ ຕາມທີ່ພາກສ່ວນທີ່ກ່ຽວຂ້ອງ ເຄີຍໄດ້ຊີ້ແຈງກ່ອນໜ້ານີ້.

ດັ່ງຊາວບ້ານ ບ້ານດອນກາງຂອງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 20 ມິຖຸນາ ນີ້ວ່າ:

“ເພິ່ນຍັງບໍ່ລົງມາເທື່ອ ເພາະວ່າກະແສກຳລັງເຣີ່ມມາຢູ່ ອາດຈະແມ່ນຢູ່ເພາະວ່າ ເຂົາຊິໂຍກຍ້າຍ ບ້ານອອກ ຕ້ອງເອົາໄວ້ຈຸດໃດ ຈຸດໜຶ່ງນີ້ນ່າ ບໍ່ໄດ້ອອກດອກ ມີແຕ່ພາຍໃນນຳກັນນີ້ນ່າ ການຜລິດເຂົາກະຊິຊື້ຫວະ ໄດ້ຍິນເຂົາເວົ້າແບບນັ້ນເດ້ ພື້ນທີ່ ທີ່ວ່າເຮົາເຮັດໄຮ່, ເຮັດສວນ, ເຮັດນາ ເພິິ່ນກາວ່າຊິອົານີ້ນ່າ ມີການທົດແທນນ່າ.”

ທ່ານກ່າວຕື່ມວ່າ ມາຮອດປັດຈຸບັນ ຊາວບ້ານຫຼາຍຄົນ ກໍຍັງບໍ່ທັນຮູ້ເທື່ອວ່າ ຈະມີເຮືອນຖືກໂຍກຍ້າຍ ຈັກຫຼັງຄາ ແລະ ຕ້ອງເສັຍທີ່ດິນທຳການຜລິດ ໃຫ້ແກ່ໂຄງການດັ່ງກ່າວ ຫຼາຍຊໍ່າໃດ ເນື່ອງຈາກຍັງຕ້ອງລໍຖ້າ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການລົງພື້ນທີ່ມາຊີ້ແຈງອີກເທື່ອໜຶ່ງ, ແຕ່ວ່າຊາວບ້ານຫຼາຍຄົນ ຮັບຮູ້ພຽງວ່າ ເຂົາເຈົ້າຈະຖືກໂຍກຍ້າຍ ໄປຢູ່ໃນພື້ນທີ່ຈັດສັນ ທີ່ຢູ່ໃນເຂດບ້ານດອນກາງຂອງ ແຕ່ຍັງບໍ່ທັນຮູ້ວ່າ ຈະໄດ້ຮັບການຊົດເຊີຍ ໃນເມື່ອໃດ.

ຊາວບ້ານອີກນາງໜຶ່ງ ກໍຢືນຢັນວ່າ ກ່ອນໜ້ານີ້ທາງຄະນະເຈົ້າໜ້າທີ່ ຂັ້ນເມືອງສັງທອງ ໄດ້ມາໂອ້ລົມກັບຊາວບ້ານ ກ່ຽວກັບໂຄງການດັ່ງກ່າວ ແລະກໍໄດ້ສເນີໃຫ້ແກ່ຊາວບ້ານ ວ່າຈະໄດ້ເງິນຄ່າຊົດເຊີຍ ພ້ອມກັບສ້າງເຮືອນຈັດສັນ ໃຫ້ນຳດ້ວຍ ເຊິ່ງຖ້າມີການຊົດເຊີຍແນວນັ້ນແທ້ ກໍຈະເຮັດໃຫ້ຊາວບ້ານ ຫຼາຍຄົນຮູ້ສຶກພໍໃຈ.

ດັ່ງຍານາງກ່າວວ່າ:

“ໂອ. ເຂົາເຈົ້າວ່າມີເງິນຊົດເຊີຍໃຫ້ ແລ້ວກາປຸກບ້ານໃຫ້ ກະຊິພໍໃຈຢູ່ເນາະ ບ້ານດອນກາຊິຍ້າຍ ແຕ່ເພິ່ນກາຈັດສັນໄວ້ບ້ານດອນຫັ້ນແຫຼະ ເພິ່ນບໍ່ໄດ້ອອກໄປໃສເດ້ ກາບໍ່ຮູ້ຊິໄດ້ຍ້າຍຈັກຄອບຄົວ ຫັ້ນນ່າ.”

ສ່ວນຊາວບ້ານ ຢູ່ບ້ານໂຄກເພີງນາງໜຶ່ງ ທີ່ຢູ່ກົງກັບບ້ານດອນກາງຂອງ ກ່າວວ່າ ສໍາລັບຊາວບ້ານ ທີ່ຢູ່ບ້ານດອນກາງຂອງ ຫຼື ບ້ານທີ່ຢູ່ບໍຣິເວນ ກາງແມ່ນໍ້າຂອງນັ້ນ ສ່ວນຫຼາຍຈະເຮັດອາຊີບ ທຳການຜລິດ ແລະປູກຝັງເປັນຫຼັກ ແຕ່ກໍບໍ່ຮູ້ວ່າ ຕໍ່ໄປຊີວິດການເປັນຢູ່ ຂອງເຂົາເຈົ້າ ຈະເປັນແນວໃດ ຄັນມີໂຄງການກໍ່ສ້າງ ສນາມກັອບ ແລະ ຣີສອດມາຕັ້ງຢູ່ດອນດັ່ງກ່່າວ.

ດັ່ງຍານາງກ່າວວ່າ:

“ໂຕບ້ານດອນເບາະ ທຳໄຮ່ ທຳສວນ ທັມມະດານີ້ນ່າ. ສ່ວນຫຼາຍກາຊິປະມານນັ້ນ ບໍ່ ກາຢູ່ຫັ້ນເລີຍ ເພິ່ນກາແຈ້ງມາຢູ່ວ່າ ເພິ່ນຊິມີໂຄງການ ນາຍບ້ານພວກນີ້ ເພິ່ນກາຍັງບໍ່ໄດ້ລົງປານນັ້ນເນາະ ວ່າເພິ່ນຊິເຮັດເຣີ່ມ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ເມືອງສັງທອງ ທີ່ຂໍສງວນຊື່ ແລະຕໍາແໜ່ງກ່າວວ່າ ສໍາລັບແຜນການໂຍກຍ້າຍຊາວບ້ານ ແລະການຊົດເຊີຍດັ່ງກ່າວ ປັດຈຸບັນກຳລັງຢູ່ໃນລະຫວ່າງ ການຄົ້ນຄ້ວາ ແລະຫາລື ຂອງຄະນະກັມມະການ ຂັ້ນເມືອງສັງທອງ ແລະຍັງບໍ່ສາມາດເປີດເຜີຍ ໃຫ້ຮູ້ໄດ້ຈົນກ່ວາ ການຫາລື ດັ່ງກ່າວນັ້ນ ຈະລຸລ່ວງ ແລະສຳເຣັດ.

ດັ່ງຍານາງກ່າວວ່າ:

“ໂອ. ໂຕນີ້ຫວະ ເຮົາກາບໍ່ຮູ້ເດີ້ ເຮົາກາບໍ່ຮູ້ແຜນຂອງເພິ່ນຄືກັນ. ແຜນຂອງເມືອງໂຕນີ້ນ່າ ເພິ່ນຍັງບໍ່ທັນໄດ້ຂຶ້ນກັບເຮົາ.”

ວິທຍຸ ເອເຊັຽ ເສຣີ ໄດ້ພະຍາຍາມຕິດ ຕໍ່ຫາອໍານາດ ການປົກຄອງບ້ານດອນກາງຂອງ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ, ແຕ່ບໍ່ສາມາດຕິດຕໍ່ໄດ້.

4.png
ບ້ານດອນກາງຂອງ ເມືອງສັງທອງ ນະຄອນຫຼວງວຽງຈັນ, ວັນທີ 17 ມິຖຸນາ 2023

ເມື່ອສັປດາທີ່ຜ່ານມາ ວິທຍຸ ເອເຊັຽ ເສຣີ ກໍໄດ້ສົ່ງອີເມລ ໄປຫາບໍຣິສັດ Seojin Engineering and Construction Co, Ltd. ຈາກປະເທດເກົາຫຼີໃຕ້ ເຊິ່ງເປັນຜູ້ທີ່ຈະລົງທຶນ ກໍ່ສ້າງໂຄງການ ສນາມກັອບ ແລະ ຣີສອດ ຢູ່ບ້ານດອນກາງຂອງ, ແຕ່ມາຮອດປັດຈຸບັນ ບໍຣິສັດດັ່ງກ່າວ ຍັງບໍ່ທັນໄດ້ຊີ້ແຈງ ເຖິງຣາຍລະອຽດ ຂອງແຜນການກໍ່ສ້າງ ແລະ ແຜນການໂຍກຍ້າຍ ຊາວບ້ານໃຫ້ໄດ້ຮັບຮູ້ເທື່ອ.

ນັກວິຊການ ດ້ານກະເສດ ຢູ່ເມືອງສັງທອງ ກ່າວວ່າ ສໍາລັບຊາວບ້ານ ທີ່ຢູ່ໃນເຂດບ້ານດອນກາງຂອງ ນັ້ນ ທັງໝົດບໍ່ມີໃບຕາດິນ ເຊິ່ງມີພຽງແຕ່ ຖືໃບນຳໃຊ້ທີ່ດິນເທົ່ານັ້ນ ດັ່ງນັ້ນ ກໍຈຳເປັນຕ້ອງໄດ້ຍົກທີ່ດິນໃຫ້ແກ່ໂຄງການ ພັທນາ.

ດັ່ງທ່ານໄດ້ກ່າວວ່າ:

“ກາຄິດວ່າ ຊິຍ້າຍເພາະວ່າ ມັນຈຳເປັນເດ້ຣັຖບານ ຈະເອົາມັນເປັນໃບນຳໃຊ້ ຖ້າວ່າເຖິງຄາວທີ່ຣັຖ ເຂົາຕ້ອງການ ປະຊາຊົນແຖວນັ້ນຫັ້ນ ກໍຂັດບໍ່ໄດ້ ຊິແມ່ນມີການຊົດເຊີຍເລັກໆນ້ອຍໆ, ອິຫຍັງປະມານນີ້.”

ໂຄງການກໍ່ສ້າງ ສນາມກັອບ ແລະຣີສອດ ຢູ່ບ້ານດອນກາງຂອງ ເຊິ່ງເປັນຂອງບໍຣິສັດ Seojin Engineering and Construction Co., Ltd. ນັ້ນ ມີອີກຊື່ໜຶ່ງ ຄືໂຄງການ ແດນໃນຝັນ ຫຼື Dream Land Laos ໂດຍຈະໃຊ້ມູນຄ່າ ກໍ່ສ້າງປະມານ 200 ລ້ານໂດລ້າຣ໌ ສະຫະຣັຖ ແລະ ບໍຣິສັດໄດ້ຮັບການສັມປະທານ ໂຄງການ ເປັນໄລຍະເວລາ 90 ປີ ເຊິ່ງໂຄງການນີ້ ຈະແບ່ງການລົງທຶນ ອອກເປັນ 5 ເຂດປະກອບດ້ວຍ ສນາມກັອບ, ຣີສອດ, ຫ້າງຊັບພະສິນຄ້າ, ເຂດຊຸມຊົນ ແລະ ເຂດກະສິກັມ.