ລາວ-ຈີນ ຮ່ວມມືຕ້ານຢາເສບຕິດ, ອາຊຍາກັມຂ້າມຊາຕ

ອຸ່ນແກ້ວ
2023.06.23
ລາວ-ຈີນ ຮ່ວມມືຕ້ານຢາເສບຕິດ, ອາຊຍາກັມຂ້າມຊາຕ ກະຊວງປ້ອງກັນຄວາມສງົບ (ປກສ), ນະຄອນຫຼວງວຽງຈັນ ເດືອນມີນາ 2023.
ນັກຂ່າວ ພົລເມືອງ

ກະຊວງປ້ອງກັນຄວາມສງົບ ຂອງລາວ ແລະ ຈີນ ໄດ້ເພີ່ມການຮ່ວມມື ເພື່ອຕ້ານຢາເສບຕິດ, ອາຊຍາກັມຂ້າມຊາຕ ແລະ ການຄ້າມະນຸສ. ໜັງສືພິມປ້ອງກັນຄວາມສງົບ ຂອງລາວ ໄດ້ຣາຍງານວ່າ ໃນເດືອນພຶສພາ ທີ່ຜ່ານມາວ່າ ພົນເອກ ວິໄລ ຫລ້າຄໍາຟອງ, ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ໄດ້ເດີນທາງໄປປະເທດຈິີນ ເພື່ອພົບປະກັບ ທ່ານ ຫວາງ ຊ່ຽວຫົງ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບຂອງຈີນ ກ່ຽວກັບວຽກງານ ຕ້ານຢາເສບຕິດ, ອາຊຍາກັມຂ້າມຊາຕ ແລະ ການຄ້າມະນຸສ.​ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ຫາກອງບັນຊາການ ປກສ ແຂວງຫລວງນໍ້າທາ, ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ເພື່ອຖາມຖາມກ່ຽວກັບຂ່າວ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຂອງແຕ່ລະແຂວງ ກ່າວວ່າ ຍັງບໍ່ທັນມີແຈ້ງການ ຈາກກະຊວງປ້ອງກັນຄວາມສງົບ ມາເຖິງເທື່ອ ຈຶ່ງຍັງບໍ່ຮູ້ຣາຍລະອຽດ ແລະ ກໍບໍ່ສາມາດອອກຄໍາເຫັນໄດ້ເທື່ອ.​

ເຈົ້າໜ້າທີ່ ແຂວງຫລວງນໍ້າທາ ບໍ່ໄດ້ຕິດຕາມຂ່າວ ການຮ່ວມມືດັ່ງກ່າວ, ແຕ່ຕາມປົກກະຕິແລ້ວ ເຈົ້າໜ້າທີ່ແຂວງຫລວງນໍ້າທາ ແລະ ຈີນ ກໍາລັງເນັ້ນໜັກໃສ່ການແກ້ໄຂບັນຫາ ຢາເສບຕິດ ລະຫວ່າງ ຊາຍແດນລາວ-ຈີນ.

ເຈົ້າໜ້າທີ່ ແຂວງຫລວງນໍ້າທາ ທ່ານນຶ່ງ ໄດ້ກ່າວວ່າ:

“ອັນນີ້ກໍບໍ່ໄດ້ຕິດຕາມຂ່າວແດ່. ໂອ ຊ້ວງນີ້ ເຂົາເນັ້ນໜັກ ກ່ຽວກັບບັນຫາຢາເສບຕິດນີ້ ຢູ່ຫລວງນໍ້າທານີ້ແຫຼະ.”

ໃນຂະນະທີ່ ຊາວບ້ານທີ່ຢູ່ໃກ້ກັບຊາຍແດນ ລາວ-ຈີນ ກໍເຫັນວ່າ ໃນໄລຍະນີ້ ເຈົ້າໜ້າທີ່ຕໍາຣວດຊາຍແດນ ລາວ-ຈີນ ໄດ້ມີການກວດກາຢ່າງເຂັ້ມງວດ ເພື່ອສະກັດກັ້ນບັນຫາຕ່າງໆ, ບັນຫາການລັກລອບຂົນສົ່ງຢາເສບຕິດ ແລະ ການລັກເຂົ້າ-ອອກ ເມືອງ.​

ຊາວບ້ານ ຢູ່ແຂວງຜົ້ງສາລີ ທ່ານນຶ່ງ ໄດ້ກ່າວວ່າ:

ໂອ! ມີການກວດກາ ກະມີຢູ່ໆ ກະກວດກາຄົນເຂົ້າ-ອອກ ຄົນຈີນມາທ່ຽວນີ້ຫວະ ກະມີຫຼາຍຢູ່.​

ເຈົ້າໜ້າທີ່ຊາຍແດນ ຢູ່ແຂວງຜົ້ງສາລີ ໄດ້ມີການກວດການ ແລະ ລາດຕະເວນຕາມຊາຍແດນ ເພື່ອແກ້ໄຂບັນຫາ ຢາເສບຕິດ ການລັກລອບເຂົ້າອອກເມືອງ.

ຊາວບ້ານເມືອງຍອດອູ ແຂວງຜົ້ງສາລີ ໄດ້ກ່າວວ່າ:   

ຈີນກັບລາວເນາະ ກວດກາໂອ ເຂົາເຈົ້າກະກວດກາຢູ່ ເຂົາກະມາເຮັດຕາມໜ້າທີ່ຂອງເຂົາຫັ້ນ ໃຫ້ມີຄວາມສງົບແນວນັ້ນຕິ ເຂົາກະກວດໝົດ ຈຸດທ່ອງທ່ຽວຫັ້ນເຂົາກະມາເຂົ້າຫຼາຍ ໂຕນີ້ຄົນຈີນເຂົ້າລາວ.”

ທີ່ຜ່ານມາ ເຈົ້າໜ້າທີ່ລາວ ແລະ ຈີນ ໄດ້ມີການຮ່ວມມືກັນ ກ່ຽວກັບວຽກງານຊາຍແດນ ເປັນປົກກະຕິ ເປັນຕົ້ນການຄ້າຢາເສບຕິດ ແລະ ການຄ້າມະນຸສ. ອະດີດເຈົ້າໜ້າທີ່ ທາງການລາວ ທ່ານນຶ່ງ ໄດ້ກ່າວວ່າ:  

“ມັນມີບົດບັນທຶກສັນຍາ ຮັກສາຊາຍແດນ ກວດກາຢ້ານຄົນຂ້າມແດນ ການຂົນຢາເສບຕິດຂ້າມຊາຍແດນ ເລືອງການຄ້າມະນຸສ ແດ່ ປົກກະຕິມັນ 3 ເດືອນເບາະ ຫຼືວ່າ ແມ່ນ 6 ເດືອນ ບໍ່ ປະຊຸມກັນເທື່ອນຶ່ງ ບໍ່ເດັດຂາດກະບໍ່ໄດ້ແຫຼະ ປົກກະຕິລາວ ກັບ ໄທຍນີ້ແຫຼະ.”

ນອກຈາກນີ້ ໃນການພົບປະ ຂອງທັງສອງຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ລາວ ແລະ ຈີນ ໃນຄັ້ງດັ່ງກ່າວ ຍັງໄດ້ມີພິທີເຊັນບົດບັນທຶກອີກ 3 ສະບັບ ປະກອບດ້ວຍ ບົດບັນທຶກຮ່ວມມືປະຈໍາປີ 2023 ຂອງທັງສອງ ກະຊວງ, ຂໍ້ຕົກລົງວ່າດ້ວຍການເພີ່ມການຮັກສາ ຄວາມປອດໄພ ຕາມເສັ້ນທາງຣົຖໄຟລາວ-ຈີນ ແລະ ສານແລກປ່ຽນ ວ່າດ້ວຍການຊ່ວຍເຫຼືອ ປີ 2023.

ສ່ວນວ່າ ວຽກງານອາຊຍາກັມຂ້າມຊາຕ ລາວ-ຈີນ ໃນເດືອນກຸມພາ 2023, ເຈົ້າໜ້າທີ່ ປກສ ເມືອງຍອດອູ ໄດ້ສົ່ງມອບຜູ້ຖືກກ່າວຫາ ຊາວຈີນ 25 ຄົນ ທີ່ລັກເຂົ້າປະເທດລາວ ແບບຜິດກົດໝາຍ ໃຫ້ແກ່ເຈົ້າໜ້າທີ່ຕໍາຣວດຈີນ ຢູ່ດ່ານສາກົລລານຕຸຍ ເມືອງຍອດອູ ແຂວງຜົ້ງສາລີ.

ໃນປີ 2018, ເຈົ້າໜ້າທີ່ຕໍາຣວດລາວ ໄດ້ສົ່ງມອບຜູ້ຖືກກ່າວຫາ ຄະດີສໍ້ໂກງເງິນທາງອອນລາຍນ໌ ຫຼື ສະແກມເມີ້ຣ໌ ທີ່ຊື່ວ່າ ທ້າວ ໄຊຊະນະ ຫຍົດສະຫວັນ ຫຼື ລີ ເຂົ້າຜິງ ທີ່ເປັນນັກທຸຣະກິຈລາວ ເຊື້ອສາຍຈີນ ໃຫ້ແກ່ທາງການຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.