ເຣື້ອງທີ່ເກັບບັນທຶກໄວ້
2022-02-21
ເມື່ອວຽຕນາມເໜືອ ບຸກຣຸກ ເຂຕນໍ້າແດນດິນ ຂອງລາວ ແລະ ບໍ່ຍອມເຈຣະຈາ, ຣັຖບານລາວ ຈຶ່ງແຕ່ງຕັ້ງ ທູຕພິເສດ ໄປຂໍໃຫ້ອົງການ ສະຫະປະຊາຊາຕ ມາກວດກາເບິ່ງ ສຖານະການ ໃນຣາຊອານາຈັກລາວ.
2022-02-20
ປະຊາຊົນພະມ້າ ປະທ້ວງ ທະຫານພະມ້າ ທີ່ຍິງປືນໃຫຍ່ ໃສ່ບ້ານເຮືອນ ຂອງເຂົາເຈົ້າ ເສັຽຫາຍຫຼາຍກວ່າ 1,000 ຫຼັງ ຍ້ອນມີການ ຕໍ່ສູ້ລະຫວ່າງ ກຸ່ມຊົນເຜົ່າຕ່າງໆ ໃນພະມ້າ ທີ່ຕໍ່ຕ້ານທະຫານ ພະມ້າ.
2022-02-20
ແມ່ຍິງລາວ ຖືກບັງຄັບ ຂາຍບໍຣິການ ທາງເພດ ຢູ່ສາມຫຼ່ຽມຄຳ, ຕໍາຣວດໄທຍ ໄດ້ຍຶດຢາເສບຕິດ ມາຈາກຝັ່ງລາວ, ເມືອງຈັນທະບູຣີ ມີຄົນຈີນ-ວຽດນາມ ຢູ່ແບບ ຜິດກົດໝາຍຫຼາຍ, ມີການຊື້ປີ້ ຣົຖໄຟ ເພື່ອຂາຍຕໍ່ ເອົາກຳໄລ.
2022-02-19
ອົງການ ເພື່ອສິດທິມະນຸດ ປະທ້ວງຈີນ ທີ່ຄວບຄຸມໂຕ ແລະບັງຄັບ ສົ່ງຊາວເກົາຫລີເໜືອ ຜູ້ຂໍລີ້ພັຍກັບຄືນປະເທດ ເຖິງແມ່ນວ່າ ພວກເຂົາເຈົ້າ ຈະຕ້ອງປະເຊີນ ກັບການລົງໂທດ ຮຸນແຮງ ຫຼືເຖິງຂັ້ນຕາຍ ໃນໄລຍະ ການແຂ່ງຂັນ ກິລາໂອແລມປິກ ຣະດູໜາວ ຢູ່ກຸງ ປັກກິ່ງ 2022 ນີ້ ກໍຕາມ.
2022-02-19
ຍິງສາວລາວ ທີ່ສມັກເຂົ້າໄປ ເຮັດວຽກ ຕອບແຊັດ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ຖືກຂາຍຕໍ່, ຕົກເປັນໜີ້, ຖືກກັກຂັງໜ່ວງໜ່ຽວ ແລະ ຖືກຂູດເອົາເງິນ ຖ້າຫາກວ່າ ຕ້ອງການ ອອກຈາກສະຖານທີ່ ດັ່ງກ່າວ.
2022-02-18
ເຖິງແມ່ນວ່າ ປະຊາຊົນ ຈຳນວນຫລາຍ ຈະສະແດງຄວາມກັງວົນ ກ່ຽວກັບການປັບຂຶ້ນ ລາຄານ້ຳມັນ ຢ່າງຕໍ່ເນື່ອງ ຂອງທາງການລາວ ແລະຕ້ອງການ ໃຫ້ໜ່ວຍງານ ທີ່ກ່ຽວຂ້ອງ ເລັ່ງແກ້ໄຂ ບັນຫາລາຄາ ນໍ້າມັນ ແບບຮີບດ່ວນ.
2022-02-18
ລາວເຊັນສັນຍາ ໃຫ້ນັກລົງທຶນຈີນ ສໍາຣວດບໍ່ແຮ່ ຢູ່ເມືອງປາກແບງ ແຂວງອຸດົມໄຊ ຊຶ່ງຖືກດິນ ຂອງຊາວບ້ານ ແລະ ຊາວບ້ານ ສແດງຄວາມກັງວົນ ເຣື່ອງຄ່າຊົດເຊີຍ ແລະ ສິ່ງແວດລ້ອມ.
2022-02-18
ເຮືອນຖາວອນ ຂອງຜູ້ປະສົບໄພ ເຂື່ອນແຕກ ຍັງເປັນບັນຫາ ເພາະການກໍ່ສ້າງ ບໍ່ໄດ້ຕາມກຳໜົດ ຄືຍັງສ້າງບໍ່ສໍາເຣັດ ຕາມກໍານົດໄລຍະເວລາ ແລະ ມາເຖິງປັດຈຸບັນນີ້ ກໍຖືກເລື່ອນອອກໄປ ໃນປີ 2023-2025.
2022-02-18
ເກີດເຫດການ ເຮືອນຊາວ ຄຣິສຕຽນລາວ ຖືກກຸ່ມເຈົ້າໜ້າທີ່ ຂັ້ນບ້ານບຸກຈູດເຜົາຖິ້ມ ເຫດຜົລອາດເພາະວ່າ ບໍ່ພໍໃຈ ທີ່ຄອບຄົວ ດັ່ງກ່າວ ເຊື່ອຖືສາສນາ ຄຣິສຕຽນ ເຮັດໃຫ້ປັດຈຸບັນ ຄອບຄົວ ຜູ້ເຄາະຮ້າຍ ຕ້ອງສູນເສັຽເຮືອນ ແລະ ຮູ້ສຶກບໍ່ປອດພັຍ.
2022-02-17
ເປັນເວລາ 9 ປີເຕັມ ທີ່ປະເທດລາວ ໄດ້ເຂົ້າເປັນສະມາຊິກ ອົງການການຄ້າໂລກ ຫຼື WTO, ເຊິ່ງນັກວິຊາການ ດ້ານເສຖກິຈ ແລະ ການຄ້າ ລະຫວ່າງປະເທດ ເຫັນວ່າ ສິນຄ້າລາວ ຍັງມີໜ້ອຍ ໃນຕລາດສາກົລ ແລະ ການໝູນໃຊ້ ສະຖານະພາບ ຈາກການເຂົ້າເປັນສະມາຊິກ ອົງການການຄ້າໂລກ ກໍຍັງເປັນໄປແບບຊ້າໆ ອັນເນື່ອງຈາກຫຼາຍປັດຈັຍ.
2022-02-17
ເຈົ້າໜ້າທີ່ ປກສ ແຂວງ ຫຼວງພຣະບາງ ໄດ້ເຂົ້າທຳລາຍ ສວນຝິ່ນ ໃນເນື້ອທີ່ ປະມານ 150 ເຮັກຕ້າຣ໌ ຊຶ່ງຊາວບ້ານ ໄດ້ປູກ ຕາມຄຳສັ່ງຊື້ ຂອງນາຍທຶນ ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ.
2022-02-17
ຕັ້ງແຕ່ ເດືອນມົກກະຣາ ຫາວັນທີ່ 9 ກຸມພາ 2022 ນີ້ ມີນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາທ່ຽວລາວ ພຽງແຕ່ 84 ຄົນເທົ່ານັ້ນ ຖືວ່າເປັນໂຕເລຂ ທີ່ໜ້ອຍ ຊຶ່ງສາເຫດທີ່ ມີນັກທ່ອງທ່ຽວ ຕ່າງປະເທດ ມາທ່ຽວໜ້ອຍນີ້ ຍ້ອນວ່າ ທາງການລາວ ຍັງມີມາຕການ ປ້ອງກັນເຊື້ອ ໂຄວິດ-19 ຢ່າງເຄັ່ງຄັດຢູ່່.
2022-02-17
ໂຄງການພັທນາ ເສຖກິຈໃໝ່ ສີທັນດອນ ຢູ່ເມືອງໂຂງ ແຂວງຈຳປາສັກ ຂອງບໍຣິສັດ ລາວມະຫານະທີ ສີທັນດອນ ຈຳກັດ ຊຶ່ງເປັນຂອງນັກລົງທຶນຈີນ ກຳລັງຢູ່ໃນໄລຍະເຣີ່ມຕົ້ນ ການກໍ່ສ້າງ ພ້ອມທັງມີແຜນ ພັທນາ ສິ່ງອຳນວຍຄວາມສະດວກ ເປັນຕົ້ນ ຄາຊິໂນ, ໂຮງແຮມ ແລະ ອື່ນໆ.
2022-02-17
ຜູ້ອໍານວຍການໃຫຍ່ ຣັຖວິສາຫະກິຈໄຟຟ້າລາວ ໄດ້ຣາຍງານວ່າ ຣັຖວິສາຫະກິຈໄຟຟ້າລາວ ຈະເອົາໃຈໃສ່ແກ້ໄຂບັນຫາການ ຂາດທຶນແກ່ຍາວ ມາຫຼາຍປີ ແລະບັນຫາໜີ້ສິນ ສາທາຣະນະ ທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ຢູ່ໃນກອງປະຊຸມສລຸບວຽກງານ ປະຈໍາປີ 2021.
2022-02-16
ມູລຄ່າການສົ່ງເຂົ້າລາວ ອອກໄປຕ່າງປະເທດ ຫຼຸດລົງກາຍເຄິ່ງ, ຊຶ່ງສາມາດ ສົ່ງອອກໄປໄດ້ ພຽງປະມານ 50 ພັນຕັ່ນ, ມູລຄ່າ 32 ລ້ານໂດ່ລ້າຣ໌ສະຫະຣັຖ ຂະນະທີ່ເມື່ອປີ 2020 ສາມາດສົ່ງເຂົ້າລາວ ອອກໄປຕ່າງປະເທດ ສູງເຖິງ 74 ພັນຕັ່ນ, ມູລຄ່າ 52.7 ລ້ານໂດ່ລ້າຣ໌ສະຫະຣັຖ.