ຍິງສາວ ຕົກເປັນເຫຍື່ອ ການຄ້າມະນຸດ ໃນເຂດເສຖກິຈ ສາມຫຼ່ຽມຄຳ

ໄມ​ຊູ​ລີ ແລະ ໄຊ​ຍາ
2022.02.19
ຍິງສາວ ຕົກເປັນເຫຍື່ອ ການຄ້າມະນຸດ ໃນເຂດເສຖກິຈ ສາມຫຼ່ຽມຄຳ ຕລາດຈີນ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ, ວັນທີ 27 ກໍຣະກະດາ 2016
Photo: RFA

ຍິງ​ສາວລາວ ທີ່ສມັກເຂົ້າໄປ ເຮັດວຽກ ຕອບແຊັດ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ຖືກ​ຂາຍ​ຕໍ່, ຕົກ​ເປັນ​ໜີ້, ຖືກ​ກັກ​ຂັງ​ໜ່ວງ​ໜ່ຽວ ແລະ ຖືກ​ຂູດ​ເອົາ​ເງິນ ຖ້າ​ຫາກວ່າ ຕ້ອງ​ການ​ ອອກ​ຈາກ​ສະ​ຖານ​ທີ່ ດັ່ງ​ກ່າວ.

ນີ້ຄືຄວາມຈິງ ຂອງຄົນງານລາວ ທີ່ສມັກເຂົ້າໄປ ເຮັດວຽກ ຕອບແຊັດ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ. ຕອນປະກາດ ບອກວ່າ ເງິນເດືອນສູງ, ມີແຕ່ຕອບແຊັດ ກິ, ຢູ່, ພັກເຊົາ ເຈົ້າຂອງຮັບ ທັງໝົດ. ແຕ່ພໍກ້າວຂາເຂົ້າໄປ ໃນເຂດ ກໍຖືກກັກກັນ, ຖືກຂາຍຕໍ່ ແລະ ເປັນໜີ້ເຈົ້າ ຂອງບໍຣິສັດອີກ. ເຣື່ອງນີ້ ພວກເຮົາ ໄດ້ສັມພາດ ພິເສດ ມາໃຫ້ຟັງ.

ໄມຊູລີ: ສະບາຍດີ ທ່ານຜູ້ທ່ານ ຜູ້ຟັງທີ່ເຄົາຣົບ ຂໍຕ້ອນຮັບ ທ່ານເຂົ້າ​ສູ່ ຣາຍການ ມາຟັງນຳກັນ. ສັປດານີ້ ພວກເຮົາ ຈະພາ ທ່ານຜູ້ຟັງ ມາຕິດຕາມ ຮັບຟັງ ສັມພາດ ເຣື່ອງຂອງການເຮັດວຽກ ຕອບແຊັດ ໃນເຂດເສຖກິຈ ພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ໂດຍຜູ້ເຄາະຮ້າຍ ທີ່ສມັກ ເຂົ້າໄປເຮັດວຽກ ຕາມໂຄສະນາ ທາງສື່ອອນລາຍນ໌ ບາງຄົນ ກໍມີນາຍໜ້າ ຕິດຕໍ່ເຂົ້າໄປ. ໂດຍໂນ້ມນ້າວວ່າ ວຽກງ່າຍ, ເງິນເດືອນສູງ, ກິ, ຢູ່, ພັກເຊົາ ເຈົ້າຂອງບໍຣິສັດຮັບໝົດ ແຕ່ພໍເຂົ້າໄປ ເຮັດໂຕຈິງ ກັບຖືກຫລອກ. ທັງບໍ່ໄດ້ເງິນ, ທັງຖືກຂາຍຕໍ່ ທັງເປັນໜີ້, ຖ້າຕ້ອງການອອກຈາກ ເຂດດັ່ງ​ກ່າວ ຕ້ອງ​ໄດ້​ຈ່າຍ​ເງິນ. ມື້ນີ້ ໄຊຍາ ຈະເອົາ ສັມພາດ ມາໃຫ້ຟັງກັນ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ ນີ້ກໍເປັນ ການຮ່ວມມື ຂອງຜູ້ເຄາະຮ້າຍ ແລະ ເຈົ້າໜ້າທີ່ ທີ່ປະຕິບັດງານຊ່ອຍເຫຼືອ ຜູ້ເຄາະຮ້າຍ ໄດ້ຮ່ວມກັນ ນຳເອົາ ເຫດການ ເຄາະຮ້າຍ ຂອງຄົນງານລາວ ມາເຜີຍແຜ່ອອກໄປ ເພື່ອບໍ່ໃຫ້ ຕົກເປັນເຫຍື່ອ ຂອງກຸ່ມບໍ່ດີ ທີ່ມາຫຼອກລວງ ໂດຍສະເພາະ ແມ່ນຍິງ ທີ່ເຂົ້າໄປເຮັດວຽກ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ. ໃນນີ້ ຜູ້ເຄາະຮ້າຍ ກໍໄດ້ເປີດໃຈ ໃຫ້ສັມພາດ ແລະ ເຈົ້າໜ້າທີ່ ກໍໃຫ້ຂໍ້ມູນ ເຣື່ອງການດຳເນີນການ ໃນການຊ່ອຍເຫລືອ ຜູ້ເຄາະຮ້າຍ. ຊຶ່ງພວກເຮົາ ຂໍສເນີສັມພາດພິເສດເພື່ອໃຫ້ ທ່ານຜູ້ຟັງ ໄດ້ຮັບຟັງ ແລ້ວພິຈາຣະນາ ພ້ອມກັນ ອອກຄຳເຫັນນຳກັນ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 21, 2022 03:41 PM

ທຸກຄົນທົ່ວໂລກຄົງຮູ້ດີວ່າຈີນເປັນແນວໃດແລະກໍຍັງມີຄົນທົ່ວໂລກຍັງຫຼົງໄຫຼກັບຈີນຢູ່ວ່າເປັນມີດທີາດີແລະເປັນຄູ່ຄ້າທີ່ດີຢູ່,ອັນນີ້ຂ້ອຍຄິດວ່າໄຫ້ເບີ່ງທາງສອງຂ້າງແລ້ວໄຫ້ມາພິຈາລະນາໄຫ້ຊັດເຈັນຕື່ມຈະເປັນການຈະແຈ້ງແລະຄວາມຈິງ,ຕົວຢ່າງທີ່ຊັດເຈັນທີ່ສຸດກໍຄືຫຼັງຈາກລົດໄຟລາວຈີນເລີ້ນແລ່ນກໍມີບັນຫາອັນໜັກໜ່ວງໄຫ້ແກ່ກະເສດຕະກອນໄທໂດຍບໍ່ຮູ້ສຶກຕົວແລະກໍບໍ່ທັນຕັ້ງຕົວເລີຍ,ອັນນີ້ເປັນເພືອງຕົວຢາງທີາເລີ້ມຕົ້ນເທົ້າຕໍ່ໄປຈະມີຫຼາຍບັນຫາຈະເກີດຂື້ນອີກຖ້າຕິດຕາມຕໍ່ໄປວ່າຈີນຈະມີຫັຍງມາໄຫ້ອີກ,ຂໍກ່າວເຖີງບາງຄົນທົ່ວໄປທີ່ຍັງຈີນເປັນມິດທີ່ດີວ່າຢ່າໄດ້ແຕ່ສ່ອງກະຈົກເບີ່ງແຕ່ໂຕເອັງງາມ,ໄຫ້ສ່ອງກະຈົກເບີ່ງຄົນອື່ນແດ່ບ່ງເທື່ອອາດຈະງາາມກ່ອນໂຕເອັງກໍມີ.

Xai
Feb 22, 2022 01:38 PM

ຂ້ອຍກໍຕົກຢູ່ໃນສະຖານະການນີ້ຄືກັນຂໍຄວາມຊ່ວຍເຫລື່ອແດ່