ພາຍຫຼັງທີ່ປະເທດລາວ ໄດ້ເປີດບໍຣິການສະຖານທີ່ທ່ອງທ່ຽວສີຂຽວ ມາຕັ້ງແຕ່ ເດືອນມົກກະຣາ ຫາວັນທີ່ 9 ກຸມພາ 2022 ນີ້ ກໍມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວລາວ ພຽງແຕ່ 84 ຄົນເທົ່ານັ້ນ ຖືວ່າເປັນໂຕເລຂທີ່ໜ້ອຍຫຼາຍ ອັນທີ່ຈິງຄວນຈະມີມາເຖິງປະມານ 10 ພັນຄົນ.
ຊຶ່ງກ່ຽວກັບເຣື່ອງດັ່ງກ່າວນີ້ ທາງການລາວ ຕ້ອງໄດ້ແກ້ໄຂຫຼາຍຢ່າງ ໃນມາຕການການຜ່ອນຜັນ ເພື່ອໃຫ້ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວລາວຫຼາຍຂຶ້ນ ການທີ່ມີນັກທ່ອງທ່ຽວມາທ່ຽວລາວໜ້ອຍນີ້ ຍ້ອນວ່າ ທາງການລາວຍັງມີມາຕການປ້ອງກັນເຊື້ອໂຄວິດ-19 ຢ່າງເຄັ່ງຄັດຫຼາຍຢູ່່ ແລະຍັງບໍ່ສາມາດປະຕິບັດໄດ້ ຕາມທີ່ກໍານົດໄດ້ເທົ່າທີ່ຄວນ ເຊັ່ນ: ທາງການລາວ ເຄີຍກໍານົດການກັກໂຕ 24 ຊົ່ວໂມງ ເພື່ອລໍຖ້າຜົລກວດຫາເຊື້ອໂຄວິດ-19 ແຕ່ໂຕຈິງພັດເຮັດບໍ່ໄດ້ ຈໍາເປັນຕ້ອງເພີ່ມເປັນ 48 ຊົ່ວໂມງ ເຮັດໃຫ້ນັກທ່ອງທ່ຽວເສັຍເວລາ ແລະມີການຈົ່ມວ່າ ນອກຈາກນີ້ແລ້ວ ກໍຍັງຕ້ອງໃສ່ເຄື່ອງຕິດຕາມໄວ້ໃນແຂນອີກນໍາດ້ວຍ.
ດັ່ງເຈົ້າໜ້າທີ່ ທ່ອງທ່ຽວ ໃນແຂວງຫຼວງພຣະບາງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວ ໃນວັນທີ່ 17 ກຸມພາ ນີ້ວ່າ:
"ໂອ້ ກະບໍ່ຫຼາຍປານໃດ ໜ້ອຍທີ່ສຸດເລີຍ ເດືອນຈັ່ງຊີ້ ຂີ້ຮ້າຍມັນກະເປັນໝື່ນພຸ້ນລະແມ້ ກະຍ້ອນກົດລະບຽບການເຄັ່ງຢູ່ ບາດນີ້ທາງນັກທ່ອງທ່ຽວສາກົລເຂົາ ກະບໍ່ຢາກເຂົ້າມາ ຫຼາຍອັນຫຼາຍແນວ ໂຕຢ່າງວ່າກັກຕົນກັກໂຕແນວນີ້ ຈັກມື້ຈັກມື້ເນາະ ເພິ່ນກະຜ່ອນຜັນລົງໜ້ອຍນຶ່ງແລ້ວ ກະບໍ່ປານໃດ ມັນຍັງປອກມືໃສ່ແຂນ ຈັບ GPS ແມ່ນຫຍັງກັນຢູ່ ໄທເຮົາກະເວົ້າກັນຢູ່ ບໍ່ໄດ້ ບໍ່ຄວນໃສ່ ບໍ່ຜ່ອນຄາຍບໍ່ໄດ້ ບໍ່ມີຄົນເຂົ້າມາ ກໍຍັງປະຊຸມກັນຢູ່ ດຽວນີ້ສ່ວນຫຼາຍ ມີແຕ່ນັກທ່ອງທ່ຽວພາຍໃນ."
ທ່ານກ່າວຕື່ມວ່າ ທາງການລາວ ກໍໄດ້ຮັບຮູ້ເຖິງບັນຫາດັ່ງກ່າວນັ້ນແລ້ວ ຊຶ່ງເພິ່ນກໍມີການຊຸມກັນຢູ່ ເພື່ອຫາທາງຜ່ອນຜັນມາຕການຕ່າງໆນີ້ຕື່ມ ເພື່ອໃຫ້ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວລາວຫຼາຍຂຶ້ນ ແລະສໍາລັບແຂວງຫຼວງພຣະບາງນີ້ ປີນີ້ຕັ້ງເປົ້າໝາຍໄວ້ວ່າ ຈະໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວ ເຖິງ 3 ແສນຄົນ ແຕ່ກໍບໍ່ຮູ້ວ່າ ຈະໄດ້ຕາມນີ້ຫຼືບໍ່.
ໃນຂະນະທີ່ ເຈົ້າໜ້າທີ່ທ່ອງທ່ຽວ ໃນແຂວງວຽງຈັນ ທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກ່າວວ່າ ສໍາລັບການທ່ອງທ່ຽວພາຍໃນເມືອງວັງວຽງ ໃນປັດຈຸບັນ ກໍຖືວ່າ ຍັງບໍ່ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວ ມີພຽງນັກທ່ອງທ່ຽວຈາກພາຍໃນເທົ່ານັ້ນ ສ່ວນນຶ່ງ ກໍຍ້ອນທາງການລາວ ຍັງມີມາຕການເຂັ້ມງວດຢູ່ ໃນການໃຫ້ຄົນເຂົ້າມາທ່ຽວ:
“ຖືວ່າບໍ່ມີຫັ້ນແຫຼະ ມີແຕ່ນັກທ່ອງທ່ຽວ ແບບວ່າຄົນຕ່າງປະເທດທີ່ຕົກຄ້າງຢູ່ພາຍໃນຊື່ໆ ສະຖານທີ່ທ່ອງທ່ຽວກະເປີດ ບ້ານພັກໂຮງແຮມ ກະເປີດປົກກະຕິ ແຕ່ວ່ານັກທ່ອງທ່ຽວຕ່າງປະເທດຫັ້ນ ຖືວ່າທາງຣັຖບານເພິ່ນກໍຍັງມີ ການຄວບຄຸມ ການນໍາເຂົ້າ ມີເງື່ອນໄຂແນວໃດ ໄດ້ຜ່ານອັນໃດແດ່ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ເບື້ອງຕົ້ນ ທາງການລາວ ກໍມີການປະຊຸມກັນຢູ່ ວ່າຈະມີມາຕການແກ້ໄຂຂໍ້ຫຍຸ້ງຍາກ ແລະຜ່ອນຜັນມາຕການຕ່າງໆນີ້ຕື່ມແນວໃດ ເພື່ອໃຫ້ນັກທ່ອງທ່ຽວຕ່າງປະເທດ ເຂົ້າມາລາວຫຼາຍຂຶ້ນ.
ພ້ອມດຽວກັນນີ້ ທ່ານອຸ່ນທອງ ຂາວພັນ ຮອງຣັຖມົນຕຣີກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ໄດ້ໃຫ້ສັມພາດຕໍ່ສື່ມວນຊົນຂອງລາວ ໃນກອງປະຊຸມວຽກງານ ຖແລງຂ່າວ ວັທນະທັມແລະທ່ອງທ່ຽວ ທົ່ວປະເທດ ປະຈໍາປີ 2021 ໃນມື້ວັນທີ່ 10 ຫາວັນທີ່ 11 ກຸມພາ 2022 ທີ່ຜ່ານມານີ້ວ່າ ການເປີດຮັບນັກທ່ອງທ່ຽວຕ່າງປະເທດ ມາຮອດປັດຈຸບັນ ກໍມີຂໍ້ຫຍຸ້ງຍາກ ແລະສິ່ງທ້າທ້າຍຫຼາຍຢ່າງທີ່ຕ້ອງແກ້ໄຂ.
ດັ່ງທ່ານກ່າວໃນຕອນນຶ່ງວ່າ:
“ກະມີທັງຄວາມຫຍຸ້ງຍາກ ແລະສິ່ງທ້າທ້າຍ ຕົ້ນຕໍກະຄືການສັກວັກຊິນ ໃນສະຖານທີ່ທີ່ເປີດ ຍັງບໍ່ທັນໄດ້ຄົບຕາມເປົ້າໝາຍ ການເຊື່ອມໂຍງຄວາມເຂົ້າໃຈ ຂອງພື້ນທີ່ສີຂຽວ ກໍຍັງບໍ່ທັນໄດ້ເຂົ້າໃຈຢ່າງເລິກຊຶ່ງ ເຮົາບໍ່ທັນກໍານົດໄດ້ວ່າ ບ່ອນໃດຮອງຮັບ ແກ່ການຮັກສາ ຕິດໂຄວິດແລ້ວນັ້ນ ຈະຮັກສາຢູ່ບ່ອນໃດ ຍັງບໍ່ທັນໄດ້ມີຄວາມພ້ອມຢ່າງສູງ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ໂຮງແຮມແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກໍກ່າວວ່າ ຖ້າໃຫ້ເວົ້າຕາມຄວາມຈິງ ໃນປັດຈຸບັນ ກໍຖືວ່າຍັງບໍ່ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາເລີຍ ສາເຫດສ່ວນໃຫຍ່ ເປັນນໍາມາຕການຕ່າງໆ ຂອງຣັຖບານ ກໍຍັງບໍ່ມີຄວາມຈະແຈ້ງເທົ່າທີ່ຄວນ ເນື່ອງຈາກຂໍ້ມູນຂອງແຕ່ລະໜ່ວຍງານ ກໍເວົ້າບໍ່ຄືກັນ:
“ເປີດເຣື່ອງທ່ອງທ່ຽວສີຂາວ ໃນປັດຈຸບັນ ນັກທ່ອງທ່ຽວເຂົ້າມາຫຼາຍບໍ່ ຄັນຊິເວົ້າວ່າບໍ່ມີເລີຍ ກະວ່າແມ່ນ ມາຕການເພິ່ນ ມັນບໍ່ຊັດເຈນນ່າ ກະໄດ້ປະຊຸມກັບບັນດາໂຮງແຮມ ຫຼືວ່າ ບໍຣິສັດທ່ອງທ່ຽວ ອິຫຍັງຕ່າງໆ ເພິ່ນກະເວົ້າເປັນສຽງດຽວກັນຢູ່ວ່າ ມັນເສັຍກັບມາຕການ ທີ່ເພິ່ນກໍານົດຫັ້ນນ່າ ມັນບໍ່ຊັດເຈນ ແຕ່ລະໜ່ວຍງານນີ້ ມັນເວົ້າບໍ່ຄືກັນ.”
ໃນຂະນະທີ່ ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ ກໍກ່າວວ່າ ແຕ່ກ່ອນຮ້ານຂອງລາວ ມີລູກຄ້າຕ່າງປະເທດເຂົ້າມາໃຊ້ບໍຣິການຫຼາຍ ແຕ່ຫຼັງຈາກເກີດການຣະບາດຂອງໂຄວິດ-19 ນັກທ່ອງທ່ຽວຕ່າງປະເທດ ກໍບໍ່ມີມາເລີຍ ມີແຕ່ນັກທ່ອງທ່ຽວພາຍໃນເທົ່ານັ້ນ ທີ່ມາໃຊ້ບໍຣິການ:
“ຕ່າງປະເທດຈະບໍ່ມີ ຫາຍໄປຫຼາຍ ມີແຕ່ຄົນລາວນໍາເຮົານີ້ແຫຼະ ແຕ່ກີ້ເນາະ ທາງຮ້ານກະໄດ້ຂາຍດີຫັ້ນນ່າ ໂຕະທີ່ຈອງໄວ້ປະມານ 10 ປາຍໂຕະ ແບບມັນເຕັມໝົດຫັ້ນນ່າ ແບບບໍ່ມີບ່ອນຈອງນ່າ ຫຼັງຈາກໂຄວິດມາ ກະບໍ່ມີເລີຍ.”
ນອກຈາກນີ້ ເຈົ້າຂອງຮ້ານຫານແຫ່ງນຶ່ງ ໃນແຂວງຫຼວງພຣະ ກໍກ່າວວ່າ ປັດຈຸບັນນີ້ ນັກທ່ອງທ່ຽວຕ່າງປະເທດ ບໍ່ມີເຂົ້າມາເລີຍ ມີແຕ່ນັກທ່ອງທ່ຽວຄົນລາວເທົ່ານັ້ນ ເຮັດໃຫ້ລາຽໄດ້ຂອງທາງຮ້ານຫຼຸດລົງຢ່າງຕໍ່ເນື່ອງ ແລະບໍ່ສາມາດຂຶ້ນເງິນເດືອນໃຫ້ແກ່ພະນັກງານໄດ້:
"ສ່ວນຫຼາຍກະມີແຕ່ຄົນລາວ ມາຈາກຕ່າງແຂວງ ກະບໍ່ Happy ປານໃດ ເພາະວ່າແຂກມັນບໍ່ມີ ກະບໍ່ສາມາດໃຫ້ເງິນເດືອນພະນັກງານສູງ ຈ້າງໃຫ້ເງິນເດືອນຫຼາຍ ຊິິບໍ່ມີລາຽໄດ້."
ຢ່າງໃດກໍຕາມ ຣັຖບານລາວ ຕັ້ງເປົ້າໝາຍ ໃນປີ 2022 ນີ້ ເພື່ອຈະດືງດູດໃຫ້ນັກທ່ອງທັງພາຍໃນ ແລະຕ່າງປະເທດມາທ່ຽວລາວ ໃຫ້ໄດ້ຫຼາຍກວ່າ 1,077,002 ຄົນ ແລະຈະສ້າງລາຽຮັບໃຫ້ໄດ້ 271,725,235 ໂດລາສະຫະຣັຖ.