ຈ.ມ ຈາກຜູ້ຟັງ 02/19/22
2022.02.20

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ແມ່ຍິງລາວ ຖືກບັງຄັບ ຂາຍບໍຣິການ ທາງເພດ ຢູ່ສາມຫຼ່ຽມຄຳ, ຕໍາຣວດໄທຍ ໄດ້ຍຶດຢາເສບຕິດ ມາຈາກຝັ່ງລາວ, ມ. ຈັນທະບູຣີ ມີຄົນຈີນ-ວຽດນາມ ຢູ່ແບບຜິດກົດໝາຍຫຼາຍ ແລະ “ມີພະນັກງານ ທີ່ເຮັດວຽກ ຢູ່ສະຖານີ ຣົຖໄຟລາວ-ຈີນ ແລະ ບຸກຄົນຈໍານວນນຶ່ງ ຊື້ປີ້ຣົຖໄຟ ເພື່ອຂາຍຕໍ່ ເອົາກຳໄລ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ:
ກ່ຽວກັບຂ່າວ “ແມ່ຍິງລາວ ຖືກບັງຄັບ ຂາຍບໍຣິການ ທາງເພດ ຢູ່ສາມຫຼ່ຽມຄຳ.”
“ປະຈຸບັນ ມີແມ່ຍິງລາວ ປະມານ 50 ຄົນ ທີ່ຂໍຄວາມຊ່ວຍເຫລືອ ແຕ່ພັກລັດ ບໍ່ມີສິດທີ່ ຈະເຂົ້າໄປບໍລິເວນ ກາຊີໂນ ໄປກວດກາ ກູ້ເອົາ ຈຳພວກແມ່ຍິງ ອອກຈາກການບັງຄັບໄປ ເປັນໂສເພນີໄດ້. ຕາມການເຂົ້າໄປ ຂອງປະຊາຊົນລາວ ໄດ້ພົບເຫັນ ກູ່ມຍິງສາວລາວ ຢູ່ໃນກາຊີໂນ ເພີ່ນກໍ່ກົ້ມຫົວນົບ ຂໍໃຫ້ອອກນອກ ຊ່ວຍແຈ້ງການ ໃຫ້ເຈົ້າໜ້າທີ່ ປກສ ໄປຊ່ວຍ, ແຕ່ ປກສ ເພີ່ນບໍ່ສົນໃຈ. ປະເທດລາວ ຄືບໍ່ມີເຈົ້າ ມີນາຍຄອບຄອງ ປອ່ຍໃຫ້ຄົນຕ່າງດ້າວ ມາຢູ່ເໜືອປະຊາຊົນ ບໍ່ວ່າ ໃນກາຊີໂນ ການໄປຮັບໃຊ້ ແຮງງານ ທຸລກິດອື່ນໆ ປະຊາຊົນລາວ ກໍ່ຖືກເປັນຂ້າທາດ, ອານາຄົດນີ້ ປະຊາຊົນລາວ ຄົງຈະຖືກ ເປັນກູລີຮັບ ໃຊ້ຄົນຕ່າງດ້າວ ຍິ່ງໄປກ່ວານີ້…”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ຕິດຕາມມາດ້ວຍ ເພງ “ຮັກນ້ອງ ພຽງຄົນດຽວ” ຮ້ອງໂດຍ ຕູ່ ດິ່ງຟ້າ ດາຣາເພັດ ແລະ ແຕ່ງໂດຍທ່ານ ໜູບາງ ດວງຈຳປາ, ສິລປິນ ຈາກຣັຖ ອີລີນອຍ, ສະຫະຣັຖ ອາເມຣິກາ.