ທະຫານພະມ້າ ເຜົາເຮືອນປະຊາຊົນ 1,000 ຫຼັງ
2022.02.20
ປະຊາຊົນພະມ້າພາ ກັນປະທ້ວງທະຫານພະມ້າ ທີ່ຍິງປືນໃຫຍ່ເຂົ້າມາໃສ່ບ້ານເຮືອນ ຂອງເຂົາເຈົ້າ ຈົນໄດ້ຮັບຄວາມເສັຽຫາຍ ຖືກໄຟໄໝ້ຫຼາຍກວ່າ 1,000 ຫຼັງ. ປະຊາຊົນທີ່ຢູ່ພາກຕາເວັນອອກ ສ່ຽງເໜືອ ພາກັນຖືສັງກະສີມຸງຫຼັງຄາ ແລະ ຊາກປລັກຫັກພັງຂອງ ບ້ານເຮືອນຂອງເຂົາເຈົ້າທີ່ຖືກທຳລາຍ ຍ້ອນທະຫານພະມ້າຍິງປືນໃຫຍ່ມາໃສ່ ເພື່ອສະແດງໃຫ້ເຫັນ. ຜູ້ປະທ້ວງມາຈາກ 4 ບ້ານ ທີ່ຢູ່ໃນເມືອງ Pale ເຂດ Sagaing ເຊິ່ງເປັນຈຸດທີ່ບ້ານເຮືອນ ຂອງປະຊາຊົນຫຼາຍກວ່າ 1,000 ຫຼັງ ຖືກເຜົາໝົດກ້ຽງ ພາຍໃນເວລາ 2 ອາທິດ ທີ່ຜ່ານມາ ຍ້ອນພວກທະຫານພະມ້າຍິງປືນໃຫຍ່ເຂົ້າມາໃສ່.
ຊາວບ້ານທີ່ປະທ້ວງ ໄດ້ພາກັນຮ້ອງອອກມາວ່າ:
“ໝູ່ບ້ານຖືກເຜົາໝົດ. ພວກເຮົາຈະບໍ່ເປັນທາດຂອງທະຫານ ແລະ ພວກເຮົາຈະລຸກຂຶ້ນຕໍ່ສູ້.”
ຜູ້ປະທ້ວງພາກັນກ່າວວ່າ:
“ເຖິງວ່າທະຫານຈະເຜົາບ້ານຂອງພວກເຮົາ, ແຕ່ ບໍ່ສາມາດເຜົາຈິດວິນຍານຂອງພວກເຮົາໄດ້. ບ້ານເຮືອນພວກເຮົາຟັງເສັຽຫາຍຍ້ອນທະຫານ.”
ປະຊາຊົນພາກັນປະທ້ວງໃນວັນທີ 11 ກຸມພາ 2022 ຢູ່ເມືອງ Pale ຫຼັງຈາກເຮືອນຂອງເຂົາເຈົ້າ ໄດ້ຮັບຄວາມເສັຽຫາຍຈາກລູກປືນໃຫຍ່ ຂອງພວກທະຫານພະມ້າ. ຜູ້ປະທ້ວງພາກັນຍົກມື 3 ນິ້ວ ທີ່ເປັນສັນລັກຕ້ານພວກທະຫານພະມ້າ ແລະ ເຂົາເຈົ້າຖືທຸງທີ່ມີຮູບນົກຍຸງສີແດງ ແລະ ສີຄຳ ອັນເປັນສັນຍາລັກຂອງ ພັກສັນນະບາດແຫ່ງຊາດ ເພື່ອປະຊາທິປະໄຕ ເປັນພັກຂອງ ຍານາງ ອອງ ຊານ ຊູ ຈີ. ທະຫານພະມ້າທີ່ຢຶດອຳນາດ ໄດ້ປິດທີ່ທຳການ ຂອງພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕຂອງພະມ້າ ມາໄດ້ 1 ປີແລ້ວ ກ່ອນທີ່ສຖານະການ ຈະເຂົ້າສູ້ຄວາມຂັດແຍ່ງ ເກີດການຕໍ່ສູ້ກັນດ້ວຍກຳລັງ ທະຫານໂດຍສະເພາະ ທະຫານກຸ່ມຊົນຊາດຊົນເຜົ່າຫຼາຍກຸ່ມ ແລະ ກຸ່ມກອງກຳລັງປົກປ້ອງປະຊາຊົນ ທີ່ໄດ້ຕໍ່ສູ້ກັບປະທານພະມ້າ.
ຊາວບ້ານເມືອງ Pale ໄດ້ກ່າວຕໍ່ ວິທະຍຸເອເຊັຽເສຣີ ຜແນກພາສາພະມ້າ ວ່າ:
“ຊາວບ້ານ ຢາກໃຫ້ສະແດງໃຫ້ເຫັນ ຈິດໃຈຂອງເຂົາເຈົ້າທີ່ບໍ່ຍອມຈຳນົນຕໍ່ລູກປືນໃຫຍ່ຂອງທະຫານພະມ້າ. ມີປະຊາຊົນຫຼາຍ 100 ຄົນ ມາຮ່ວມປະທ້ວງ ທີ່ຢູ່ໃກ້ກັບບ້ານທີ່ຖືກໄຟໄໝ້, ແຕ່ວ່າ ເຂົາເຈົ້າປະຕິເສດທີ່ຈະບອກສຖານທີ່ຢ່າງຄັກແນ່ ຢ້ານເກີດມີກໍລະນີ ມາທຳຮ້າຍຊາວບ້ານ.”
ຊາວບ້ານກ່າວວ່າ:
“ຢາກໃຫ້ສາທາລະນະ ແລະ ປະຊາຄົມໂລກ ໄດ້ຮູ້ວ່າ ຊາວບ້ານທີ່ຕົກເປັນຜູ້ເຄາະຮ້າຍ ຍັງບໍ່ຍອມຈຳນວນຕໍ່ທະຫານ ເຖິງວ່າ ເຂົາເຈົ້າຈະຖືກສັງຫານ, ຖືກຈັບ, ຖືກຍ້າຍຖິ່ນຖານຈາກບ້ານແລະ ເຖິງວ່າ ບ້ານເຮືອນເຂົາເຈົ້າຈະຖືກເຜົາແລະ ຖືກທຳລາຍ ກໍຕາມ.”
ການຍິງປືນໃຫຍ່ ມາໃສ່ເຮືອນຊານຂອງປະຊາຊົນ ເຮັດໃຫ້ປະຊາຊົນຫຼາຍ 1,000 ຄົນ ຕ້ອງພາກັນໜີອອກຈາກບ້ານ, ແລະ ພວກທະຫານພະມ້າ ພາກັນຍິງປືນເຂົາໄປໃສ່ທາງພາກເໜືອ ໃນເຂດ Sagaing. ເຮືອນຂອງປະຊາຊົນຈຳນວນ 270 ຫຼັງ ຖືກຈູດເຜົາ ໂດຍທະຫານພະມ້າ ແລະ ກຸ່ມກອງກຳລັງທີ່ສະໜັບສະໜູນພະມ້າ ແລະ ມີປະຊາຊົນ 4 ຄົນ ເສັຽຊີວິດຢູ່ເຂດບ້ານທີ່ຢູ່ໃກ້ຄຽງ.
ມີເຮືອນຂອງປະຊາຊົນອີກ 130 ຫຼັງ ຢູ່ໃນເມືອງ Mingin ໄດ້ຮັບຄວາມເສັຽຫາຍ ໃນວັນທີ 2 ກຸມພາ ລວມທັງໝົດ ມີເຮືອນຂອງປະຊາຊົນຢ່າງໜ້ອຍ 1,500 ຫຼັງ ໄດ້ຮັບຄວາມເສັຽຫາຍ ຢູ່ເມືອງ Pale ແລະ ເມືອງ Mingin ເຊິ່ງຖືກທຳລາຍນັບແຕ່ວັນທີ 31 ມົກກະຣາ ເປັນຕົ້ນມາ. ນອກຈາກນີ້ ໃນວັນທີ 2 ກຸມພາ ມີເຮືອນຂອງປະຊາຊົນປະມານ 100 ຫຼັງ ກໍຖືກທຳລາຍ ໃນວັນທີ 2 ເກຸມພາ.
ມີການບຸກໂຈມຕີໃນວັນພະພັດທີ່ຜ່ານມາ, ຊາວບ້ານໄດ້ກ່າວວ່າ:
“ມີເຮືອນຂອງປະຊາຊົນຫຼາຍກວ່າ 100 ຫຼັງ ຖືກທຳລາຍ ຢູບ້ານເມິກເທັດ ແລະ ມີເຮືອນປະຊາຊົນ 170 ຫຼັງ ຢູ່ບ້ານ ມອກທາ ກໍໄດ້ຮັບຄວາມເສັຽຫາຍ ເຊິ່ງຫ່າງຈາກບ້ານເມິກເທັດໄປທາງທິດເໜືອ ເກືອບ 1 ກິໂລແມັດ.”
ປະຊາຊົນທ້ອງຖິ່ນກ່າວວ່າ ປະມານ 5 ໂມງເຊົ້າ ໃນວັນພະຫັດ, ມີທະຫານ 80 ຄົນ ແລະ ກຸ່ມກອງກຳລັງທີ່ສນັບສນູນທະຫານ ໄດ້ພາກັນຕັ້ງຖານທີ່ໝັ້ນ ຢູ່ ບ້ານ Pan Set, ບ້ານ Taung Phyu ແລະ ບ້ານ Salal kin ຢູ່ເມືອງ Mingin ໄດ້ພາກັນຍິງປືນໃສ່ບ້ານເຮືອນຂອງປະຊາຊົນ ໂດຍບໍ່ມີການແຈ້ງເຕືອນ.
ຊາວບ້ານກ່າວວ່າ ເຫຼືອພຽງແຕ່ເຮືອນທີ່ເຮັດດ້ວຍດິນຈີ່ ເທົ່ານັ້ນ ທີ່ບໍ່ຖືກທຳລາຍ ແຕ່ເຮືອນສ່ວນຫຼາຍ ໄດ້ຖືກທຳລາຍ. ໃນເວລາດຽວກັນ ພວກກອງກຳລັງທີ່ສນັບສນູນ ທະຫານພະມ້າ ກໍໄດ້ພາກັນບຸກເຂົ້າມາ ບ້ານ Mortha ໃນຂະນະທີ່ ຊາວບ້ານບໍ່ມີເວລາ ໄດ້ຂົນເຄື່ອງຂອງຫຍັງອອກຈາກເຮືອນ ຍ້ອນວ່າ ເຂົາເຈົ້າຕ້ອງຟ້າວພາກັນໜີ. ຊາວບ້ານກ່າວຕື່ມວ່າ ພວກທະຫານໄດ້ເຂົ້າມາທຳຮ້າຍຊາວບ້ານ ແລະ ຊາວບ້ານທັງໝົດ ກໍພາກັນໜີເຂົ້າປ່າ. ບໍ່ມີໃຜກັບຄືນມາບ້ານ ພວກເຮົາບໍ່ໄດ້ເອົາຫຍັງຕິດໂຕມາ ນອກຈາກເສື້ອຜ້າ. ບໍ່ມີຫຍັງເຫຼືອເລີຍ ຍ້ອນວ່າ ເຮືອຖືກເຜົາໝົດ.
ກຸ່ມອົງການຊ່ວຍເຫຼືອອ້ານມະນຸດສທັມ ທີ່ໃຫ້ການຊ່ວຍເຫຼືອຊາວບ້ານ ໄດ້ກ່າວວ່າ
“ກຸ່ມກອງກຳລັງທີ່ໃຫ້ການສນັບສນູນທະຫານພະມ້າ ຍັງຄົງວາງກຳລັງຢູ່ໃນທ້ອງຖິ່ນ ແລະ ການສົ່ງຄວາມຊ່ວຍເຫຼືອໃຫ້ຊາວບ້ານ ກໍປະສົບກັບຄວາມຫຍຸ້ງຍາກ.”
ອາສາສມັກ ອົງການບັນເທົາທຸກໃນພະມ້າ ໄດ້ກ່າວວ່າ:
“ພວກເຮົາພະຍາຍາມ ຊ່ວຍເຫຼືອຊາວບ້ານໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ພວກເຮົາໃຊ້ຄົນກາງ ໃຫ້ໄປຊ່ວຍຊາວບ້ານ ຈາກບ້ານ Mortha ແລະ ບ້ານ Meuktet. ພວກເຮົາບໍ່ສາມາດເຂົ້າໄປໝູ່ບ້ານດ້ວຍຕົນເອງ ຍ້ອນວ່າ ບໍ່ມີຄວາມປອດໄພ ມີກອງກຳລັງທີ່ໃຫ້ການສນັບສນູນທະຫານພະມ້າ ຢູ່ໃນພື້ນທີ່.”
ມີຣາຍງານວ່າ ມີປະຊາຊົນຫຼາຍກວ່າ 10,000 ຄົນ ຈາກບ້ານ Mortha ບ້ານ Mauktet, ບ້ານ Nga Nan Dar ແລະ ບ້ານ Kyun Taw ຢູ່ເມືອງ Mingin ຕ້ອງພາກັນໜີອອກຈາກບ້ານ. ມີປະຊາຊົນ 4 ຄົນ ຢູ່ພາຍໃນບ້ານຖືກສັງຫານ ໃນເວລາທີທະຫານພະມ້າ ບຸກເຂົ້າມາໃນບ້ານ.
ເອເຊັຽເສຣີ ຜແນກພາສາພະມ້າ ໄດ້ຣາຍງານ ໃນວັນພຸດທີ່ຜ່ານມາວ່າ: ມີປະຊາຊົນຢ່າງໜ້ອຍ 38 ຄົນ ລວມທັງແມ່ຍິງ ແລະ ເດັກນ້ອຍ ຖືກສັງຫານ ໂດຍກຸ່ມທະຫານພະມ້າ ຢູ່ໃນ 4 ເມືອງ ເຂດ Sagaing ນັບແຕ່ເດືອນມົກກະຣາ ເປັນຕົ້ນມາ ອີງຕາມຂໍ້ມູນຈາກຊາວບ້ານ ແລະ ສະມາຊິກກອງກຳລັງປົກປ້ອງປະຊາຊົນ.
ຂໍ້ມູນກຸ່ມວິໃຈ ສຳລັບປະເທດພະມ້າ ທີ່ໄດ້ບັນທຶກຜົລກະທົບຈາກຂໍ້ຂັດແຍ່ງທາງດ້ານການທະຫານ ໄດ້ລະບຸວ່າ: ທະຫານພະມ້າ ໄດ້ເຜົາບ້ານເຮືອນຂອງປະຊາຊົນໄປແລ້ວ 3,000 ປາຍຫຼັງ ຢູ່ໃນ 126 ໝູ່ບ້ານ ຢູ່ໃນປະເທດພະມ້າ ນັບແຕ່ທະຫານພະມ້າຢຶດອຳນາດໃນວັນທີ 1 ກຸມພາ 2021 ເປັນຕົ້ນມາ.
ແຕ່ ໂຄສົກທະຫານພະມ້າ ບໍ່ຮັບໂທລະສັບ ຈາກນັກຂ່າວເອເຊັຽເສຣີ ຜແນກພາສາພະມ້າ ເພື່ອຖາມລາຍລະອຽດເພີ່ມເຕີມ ກ່ຽວກັບກໍລະບ້ານເຮືອນຂອງປະຊາຊົນຖືກທະຫານພະມ້າຍິງປືນໃສ່ໄດ້ຮັບຄວາມເສັຽຫາຍ ຢູ່ເຂດ Sagaing. ກ່ຽວກັບບັນຫາພະມ້າ ກຳພູຊາໃນຖານະເປັນປະທານອາຊຽນໃນປີນີ້ ກໍອອກມາຊີ້ແຈງວ່າ ບໍ່ມີຄວາມຄືບໜ້າທີ່ພະມ້າຈະຕ້ອງສນອງຕາມຂໍ້ຮຽກຮ້ອງ 5 ຂໍ້ຂອງອາຊຽນ.
ເຈົ້າໜ້າທີ່ຂັ້ນສູງຂອງກຳພູຊາ ໄດ້ຊີ້ແຈງວ່າ ຈະບໍ່ມີການເຊີນເອົາຣັຖມົນຕຣີ ຕ່າງປະເທດທີ່ເປັນຕົວແທນຂອງທະຫານພະມ້າ ມາຮ່ວມກອງຣັຖມົນຕຣີຕ່າງປະເທດອາຊຽນ.
ທ່ານ Chum Sounry ໂຄສົກກະຊວງການຕ່າງປະເທດກຳພູຊາ ໄດ້ກ່າວຕໍ່ເອເຊັຽເສຣີ ຜແນກພາສາກຳພູຊາ ວ່າ:
“ພະມ້າບໍ່ປະຕິບັດຕາມຂໍ້ຮຽກຮ້ອງ 5 ຂໍ້ຂອງອາຊຽນ ແລະ ປະເທດສມາຊິກອາຊຽນ ບໍ່ສາມາດຕົກລົງກັນວ່າຈະເຊີນເອົາຣັຖບານຕຣີຕ່າງປະເທດຂອງທະຫານພະມ້າ ເຂົ້າມາຮ່ວມປະຊຸມຣັຖມົນ ຕຣີອາຊຽນທີ່ຈະມີຂຶ້ນຢູ່ກຳພູຊາ.”
ທ່ານ Chum Sounry ໂຄສົກກະຊວງການຕ່າງປະເທດກຳພູຊາ ຍັງກ່າວຕື່ມວ່າ:
“ພວກເຮົາໄດ້ບອກໃຫ້ພະມ້າ ສົ່ງໂຕແທນທີ່ບໍ່ຢູ່ໃນກຸ່ມການເມືອງເຂົ້າຮ່ວມແທນທີ່ ຈະປ່ອຍບ່ອນນັ່ງໃນທີ່ປະຊຸມເປົ່າວ່າງ ແຕ່ມັນກໍຂຶ້ນກັບຝ່າຍທະຫານພະມ້າ ຕັດສິນໃຈ.”
ການຕັດສິນໃຈບໍ່ເຊີນເອົໂຕແທນຝ່າຍທະຫານພະມ້າ ມາປະຊຸມຣັຖມົນຕຣີອາຊຽນ ໄດ້ມີຂຶ້ນຫຼັງຈາກ ທ່ານ ຮຸນເຊນ ນາຍົກຣັຖມົນຕຣີ ກຳພູຊາ ທີ່ເປັນປະທານວຽນອາຊຽນ ໃນປີ 2022 ໄດ້ຮຽກຮ້ອງໃຫ້ຜູ້ນຳທະຫານພະມ້າ ພົນເອກ ມິນອອງລາຍ ປະຕິບັດຕາມມະຕິ 5 ຂໍ້ຂອງອາຊຽນ ໃນເວລາທີ່ປະຊຸມຜ່ານລະບົບວີດີທາງໄກ.
ມະຕິຕົກລົງ 5 ຂໍ້ ຂອງອາຊຽນ ປະກອບມີ:
ຂໍ້ທີ 1: ທຸກຝ່າຍຕ້ອງ ໃນພະມ້າ ຄວນຢຸດການໃຊ້ຄວາມຮຸນແຮງ ແລະ ໃຊ້ຄວາມອົດທົນ.
ຂໍ້ທີ 2: ການເຈລະຈາຕ້ອງສ້າງສັນ ລະຫວ່າງທຸກຝ່າຍ ເພື່ອເລີ່ມຊອກຫາທາງອອກແບບສັນຕິວິທີ ເພື່ອຜົລປະໂຫຍດຂອງປະຊາຊົນ.
ຂໍ້ທີ 3: ທູດພິເສດຂອງອາຊຽນ ຈະເຂົ້າມາໄກ່ເກັ່ຽ ການເຈລະຈາ ໂດຍມີ ເລຂາທິການອາຊຽນໃຫ້ຄວາມສະດວກ.
ຂໍ້ທີ 4: ອາຊຽນ ຈະໃຫ້ການຊ່ວຍເຫຼືອດ້ານມະນຸດສະທັມ.
ຂໍ້ທີ 5: ທູດພິເສດອາຊຽນ ແລະ ຄະນະຜູ້ແທນ ຈະເດີນທາງໄປພະມ້າ ເພື່ອພົບກັບທຸກຝ່າຍທີ່ກ່ຽວຂ້ອງ.