ອົງການສິດທິມະນຸດ ປະທ້ວງຈີນ ທີ່ບັງຄັບສົ່ງກັບ ຊາວເກົາຫຼີເໜືອ

ຈຳປາທອງ
2022.02.19
ອົງການສິດທິມະນຸດ ປະທ້ວງຈີນ ທີ່ບັງຄັບສົ່ງກັບ ຊາວເກົາຫຼີເໜືອ ປື້ມຮູບອະນຸສອນ ຂອງ ຄິມ ຈອງ ອຸນ-ຈີນ, ວັນທີ 29 ກໍຣະກະດາ 2018.
RFA

ສະມາຄົມ ນິເທສການສິດທິມະນຸດ ເກົາຫລີເໜືອ ວາງແຜນປະທ້ວງ ທຸກມື້ທີ່ນະຄອນນິວຢ໊ອກ ສະຫະຣັຖອາເມຣິກາ ຈົນເຖິງມື້ວັນທີ 22 ກຸມພາ 2022 ຄື 2 ມື້ຫລັງຈາກປິດການແຂ່ງ ຂັນ ກິລາໂອແລມປິກລະດູໜາວຢູ່ກຸງປັກກິ່ງ ປະເທດຈີນ 2022 ເພື່ອເນັ້ນຢໍ້າ ເຖິງຄວາມທຸກທໍຣະມານ ຂອງຜູ້ທີ່ຫລົບພັຍໄປປະເທດຈີນ ເພື່ອສແວງຫາຊີວິດໃໝ່ ທີ່ດີຂຶ້ນຢູ່ປະເທດທີ 3 ຊຶ່ງເທົ່າທີ່ຜ່ານມາ ຈໍານວນບໍ່ໜ້ອຍໄປຂໍລີ້ພັຍຢູ່ເກົາຫລີໃຕ້.

ທ່ານ Koo Hoin ປະທານສະມາຄົມກ່າວຕໍ່ ວິທຍຸເອເຊັຽເສຣີ ຜແນກພາສາເກົາຫລີວ່າ ໃນຂະນະທີ່ທ່ານສນັບ ສນູນຣັຖບານສະຫະຣັຖອາເມຣິກາ ຢ່າງແຂງຂັນ ໃນການລົງໂທດທາງການທູດ ຕໍ່ການແຂ່ງຂັນກິລາໂອແລມປິກລະດູໜາວ ຢູ່ກຸງປັກກິ່ງແລ້ວ ກໍຍັງຄວນສ້າງແຮງກົດດັນຈີນ ເພິ່ມຕື່ມ ເພື່ອໃຫ້ຈີນປ່ຽນນະໂຍບາຍ ບໍ່ສົ່ງຜູ້ຂໍລີ້ພັຍເກົາຫລືເໜືອ ກັບໄປຍັງບ້ານເກີດ.

ທ່ານ Koo Hoin ຜູ້ຖືກບັງຄັບສົ່ງກັບຈາກຈີນໃນປີ 1999 ກ່າວວ່າ ສະຫະຣັຖອາເມຣິກາ, ເກົາຫລີໃຕ້ ແລະສະຫະປະຊາຊາດ ຄວນສນັບສນູນໃຫ້ມີ ການປົກປ້ອງຊາວເກົາຫລືເໜືອ ທີ່ຢູ່ນອກຊາຍແດນເກົາຫລືເໜືອນັ້ນ. ທ່ານເວົ້າວ່າ “ນອກຈາກນັ້ນ ພວກເຮົາຕ້ອງບອກຈີນວ່າ ພວກເຮົາຮູ້ວ່າ ຜູ້ລີ້ພັຍຖືກຄຸມຂັງຢູ່ໃສ, ແລະເຮັດໃຫ້ຈີນປ່ອຍຕົວພວກເຂົາເຈົ້າ. ພ້ອມກັນນັ້ນພວກເຮົາ ຕ້ອງບອກໃຫ້ຈີນສົ່ງຜູ້ລີ້ພັຍເຫລົ່ານັ້ນໄປຍັງເກົາຫລີໃຕ້ ຫລືສະຫະຣັຖອາເມຣິກາ ແລະບອກຈີນວ່າ ພວກເຮົາຍິນດີຕ້ອນຮັບພວກເຂົາເຈົ້າຢູ່ທີ່ນັ້ນ ແລະວ່າ ມັນຕ້ອງມີທາງອອກໃນທາງປະຕິບັດເຊັ່ນນີ້”

ທ່ານ Victor Park ຄຸນພໍ່ຊາວເກົາຫລີເໜືອ-ອາເມຣິກັນ ຜູ້ທໍາການປະທ້ວງເມື່ອມື້ວັນ ທິດຜ່ານມາ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ຜູ້ໄດ້ເອົາຕົວຫລົບໜີ ທີ່ຖືກສົ່ງກັບຄືນປະເທດນັ້ນຕ້ອງ ປະເຊີນກັບຊາຕາກໍາທີ່ໜ້າຢ້ານກົວ ແລະຈີນກໍຮູ້ເຣື່ອງນີ້ດີ.

ທ່ານເວົ້າວ່າ “ໃນຖານະເປັນພົລເມືອງ ຂອງສະຫະຣັຖອາເມຣິກາ ພວກເຮົາສາມາດຖ່າຍທອດສຽງຂອງເຮົາຢູ່ປະເທດເສຣີໄດ້. ການແຂ່ງຂັນກິລາໂອແລມປິກ ລະດູໜາວ ບໍ່ໄດ້ມີໄວ້ສໍາລັບຈີນເທົ່ານັ້ນ. ມັນມີໄວ້ສໍາລັບຜູ້ມີອິສລະພາບໃນທົ່ວໂລກ”

ແລະວ່າ “ການໃຫ້ອິສລະພາບແກ່ຜູ້ລີ້ພັຍ ຊາວເກົາຫລີເໜືອ ແລະການສ້າງສັນຕິພາບດ້ວຍການບໍ່ຂົ່ມເຫັງຜູ້ອື່ນ ເປັນການແຂ່ງຂັນ ກິລາໂອແລມປິກທີ່ແທ້ຈິງ ຊຶ່ງຈີນຄວນທໍາ”  

ສະມາຄົມນິເທສການສິດທິມະນຸດ ເກົາຫລີເໜືອເວົ້າວ່າ ໃນແຕ່ລະມື້ ການປະທ້ວງຈະຈັດຂຶ້ນຢູ່ຕໍ່ໜ້າສະຖານກົງສຸນຈີນໃນມື້ທໍາມະດາ ແລະຢູ່ໄທມ໌ສະແກວຣ໌ໃນມື້ພັກການ, ການປະທ້ວງຈະດໍາເນີນໄປເປັນເວລາ 2 ຊົ່ວໂມງ ໂດຍຈະເລິ້ມແຕ່ເວລາບ່າຍນຶ່ງໂມງ ຕາມເວລາໃນເກົາຫລີ.

ທ່ານ Michael Slaveski ຈາກເມືອງມົງເຕຣອານ ປະເທດການາດາ ທີ່ໄດ້ໄປຢ້ຽມຢາມນະ ຄອນນິວຢ໊ອກໃນມື້ວັນທິດທີ່່ຜ່ານມາ ບອກໃຫ້ວິທຍຸເອເຊັຽເສຣີ ຮູ້ວ່າ ຕົນບໍ່ຮູ້ເຣື່ອງຊາວເກົາຫລີເໜືອ ທີ່ຂໍລີ້ພັຍຢູ່ຈີນ ຖືກບັງຄັບໃຫ້ກັບຄືນປະເທດ. ແຕ່ທ່ານ Slaveski ຜູ້ທີ່ເກີດຢູ່ສະຫະພາບໂຊວຽດ ກໍເວົ້າວ່າ ບໍ່ໜ້າແປກໃຈເລີຍ ເພາະຈີນເປັນປະເທດຄອມມິວນິສ.

ສະມາຄົມນິເທສການ ສິດທິມະນຸດເກົາຫລີເໜືອ ຖືກສ້າງຕັ້ງຂຶ້ນເມື່ອປີ 2004, ໄດ້ຈັດນິເທສການຮູບຖ່າຍ, ນິເທສການປຶ້ມອ່ານ ແລະການສາຍຊີເນມາ ຢູ່ນະຄອນນິວຢ໊ອກ ແລະຢູ່ນະ ຄອນລອສແອງເຈລິສ (Los Angelas) ເພື່ອປຸກຈິດສໍານຶກຂອງຜູ້ຄົນ ກ່ຽວກັບການລະເມີດ ສິດທິມະນຸດຢູ່ເກົາຫລີເໜືອ.

ເຖິງແມ່ນວ່າ ຣັຖບານຈີນໄດ້ໃຫ້ຄໍາໝັ້ນ ທີ່ຈະປະຕິບັດຕາມຂໍ້ຕົກລົງ ຂອງສະຫະປະຊາຊາດ ຊຶ່ງອະນຸສັນຍາຫ້າມປະເທດຕ່າງໆ ສົ່ງຜູ້ລີ້ພັຍກັບໄປຍັງປະເທດບ້ານເກີດ ຫາກພວກເຂົາ

ເຈົ້າຈະປະເຊີນກັບພັຍຄຸກຄາມ ຮ້າຍແຮງເຖິງຊີວິດ ຫລືເສຣີພາບຂອງພວກເຂົາເຈົ້າ.

ທາງການຈີນອ້າງວ່າ ຕ້ອງສົ່ງຊາວເກົາຫລີເໜືອກັບຄືນປະເທດ ທີ່ພົບວ່າຜິດກົດໝາຍຢູ່ໃນດິນແດນຈີນ ພາຍໃຕ້ຂໍ້ຕົກລົງ 2 ຝ່າຍສອງສະບັບ ຄືຂໍ້ຕົກລົງກ່ຽວກັບຊາຍແດນສອງປະເທດ ແລະຂໍ້ຕົກລົງກ່ຽວກັບຄົນເຂົ້າເມືອງ.

ອົງການສະຫະປະຊາຊາດ ໄດ້ເຜີຍແພ່ຈົດໝາຍ ທີ່ສົ່ງເຖິງຣັຖບານຈີນເມື່ອເດືອນສິງຫາ 2021 ໂດຍສະແດງຄວາມກັງວົນກ່ຽວກັບຊາຕາກໍາຂອງຊາວເກົາຫລີເໜືອ 1,170 ຄົນ ທີ່ເຊື່ອວ່າ ຖືກຈີນຄວບຄຸມຕົວ ເພື່ອກຽມສົ່ງກັບຄືນປະເທດ.

ວິທຍຸເອເຊັຽເສຣີ ຣາຍງານເມື່ອເດືອນກໍຣະກະດາ ຂອງປີກາຍວ່າ ຊາວເກົາຫລືເໜືອ 50 ຄົນຖືກນໍາຂຶ້ນຣົຖບັສຢູ່ເມືອງ Dandong ຊຶ່ງເປັນເມືອງຊາຍແດນຂອງຈີນ ແລະພາພວກເຂົາເຈົ້າຂ້າມແມ່ນໍ້າ Yalu ເຂົ້າໄປໃນເກົາຫລີເໜືອ ຊຶ່ງຫລາຍແຫລ່ງຂ່າວເວົ້າວ່າ ຜູ້ເຫັນເຫດການຊາວຈີນຫລາຍຄົນ ບໍ່ພໍໃຈນໍາຕໍາຣວດຈີນ ແລະເວົ້າວ່າ ພວກເຂົາສົ່ງຜູ້ລີ້ພັຍນັ້ນ

ໄປສູ່ຄວາມຕາຍ.

ຍ້ອນຄວາມອຶດຫິວເມື່ອກາງຊຸມປີ 1990 ພົລເມືອງເກົາຫລີເໜືອຫລາຍແສນຄົນ ພາ ກັນຫລົບໜີອອກຈາກປະເທດເຂົ້າໄປຈີນ ຊຶ່ງໃນນັ້ນ ປະມານ 30,000 ຄົນ ເດີນທາງຜ່ານທັງລາວ ໄທຍ ເພື່ອພະຍາຍາມໄປໃຫ້ເຖິງເກົາຫລີໃຕ້ ໃນຂະນະທີ່ຊາວເກົາຫລີເໜືອ 60,000 ຄົນ ຍັງຢູ່ໃນປະເທດຈີນ ເຖິງແມ່ນວ່າພວກເຂົາເຈົ້າຈະບໍ່ມີຖານະທາງກົດໝາຍ ແລະຈໍານວນນຶ່ງກໍແຕ່ງດອງກັບຄົນຈີນ.

ວິທຍຸເອເຊັຽເສຣີຣາຍງານເມື່ອເດືອນສິງຫາປີກາຍວ່າ ຕໍາຣວດຈີນໄດ້ເລິ້ມຈັບກຸມຫລາຍຄູ່ຜົວເມັຍຄົນເກົາຫລີເໜືອ ທີ່ເປັນຄົນສັນຊາດຈີນ ພາຍຫລັງທີ່ພວກເຂົາເຈົ້າໄດ້ຮັບການປະ ຕິບັດຕໍ່ແບບຜ່ອນຜັນມາເປັນເວລາດົນນານ.

ຊາວເກົາຫລີເໜືອ ພາກັນລັກຫລົບໜີອອກຈາກປະເທດ ໄປຂໍລີ້ພັຍຢູ່ຕ່າງປະເທດ ເພື່ອ ສແວງຫາຊີວິດໃໝ່ ຍ້ອນວ່າຢູ່ປະເທດເກົາຫລີເໜືອ ພວກເຂົາເຈົ້າມີຊີວິດລໍາບາກ, ຖືກທາງການກົດດັນທັງທາງດ້ານສິດ ເສຣີພາບ, ມີການປາບປາມປະຊາຊົນ ທີ່ຮຽກຮ້ອງປະຊາທິປະໄຕຢ່າງຮຸນແຮງ ແລະທາງດ້ານການຢູ່ ການກິນ ກໍຫຍຸ້ງຍາກ ອຶດຫິວ ໃນຂະນະທີ່ພວກກໍາອໍານາດ ໃຊ້ຈ່າຍງົບປະມານໄປທາງດ້ານການທະຫານຫລາຍ ຮວມທັງສ້າງຈະຣວດ ທີ່ໄດ້ມີການທົດລອງຢ່າງຕໍ່ເນື່ອງ ອັນເປັນການຂົ່ມຂູ່ ແລະເປັນພັຍຕໍ່ປະ ເທດອື່ນໆ ເປັນຕົ້ນກໍແມ່ນເກົາຫລີໃຕ້ ແລະຍີ່ປຸ່ນ.

ໃນການປາບປາມປະຊາຊົນ ເມື່ອບໍ່ນານມານີ້ ທາງການເກົາຫລີເໜືອກໍໄດ້ຈັບກຸມນາງຄຣູ ສອນເຕັ້ນລໍາ ແລະທິມນັກຮຽນຂອງນາງຫລາຍຄົນ ພາຍຫລັງທີ່ນາງໃຊ້ສື່ມວນຊົນຕ່າງ ປະເທດສອນທ່າເຕັ້ນລໍາ ຊຶ່ງທາງການຖືວ່າ ເຕັ້ນແບບ ”ທຶນນິຍົມ” ໃຫ້ແກ່ພວກເຂົາເຈົ້າ, ອີງຕາມແຫລ່ງຂ່າວຈາກເກົາຫລີເໜືອ ທີ່ເວົ້າຕໍ່ວິທຍຸເອເຊັຽເສຣີ.

ແລະເມື່ອທ້າຍປີ 2020 ເກົາຫລີເໜືອກໍຜ່ານກົດໝາຍ ກໍາຈັດແນວຄວາມຄິດ ແລະວັທນະທໍາ ທີ່ທາງການຖືວ່າປະຕິການ ເພື່ອໃຊ້ລົງໂທດພົລເມືອງ ທີ່ທາງການກ່າວຫາວ່າ ມີຄວາມຜິດຕ່າງໆນາໆ ຊຶ່ງສ່ວນໃຫຍ່ກໍແມ່ນກ່ຽວຂ້ອງກັບການເບິ່ງ, ການເກັບຮັກສາ ຫລືການ ແຈກຢາຍຂ່າວຈາກສື່ມວນຊົນປະເທດທຶນນິຍົມ ໂດຍສະເພາະຈາກເກົາຫລີໃຕ້ ແລະສະຫະຣັຖອາເມຣິກາ. ກົດໝາຍທີ່ວ່ານີ້ ສາມາດລົງໂທດປະຫານຊີວິດຜູ້ທີ່ທາງການກ່າວຫາວ່າມີຄວາມຜິດຮ້າຍແຮງ ແລະໄດ້ໃຊ້ລົງໂທດພວກຂັບຣົຖ ທີ່ທາສີແວ່ນຣົຖຂອງພວກເຂົາເອງ, ລົງ ໂທດພວກນັກສຶກສາ ທີ່ໃຊ້ສໍານວນຄໍາເວົ້າຂອງເກົາຫລີໃຕ້ ແລະປັດຈຸບັນກໍໃຊ້ກັບພວກຄຣູສອນຟ້ອນ ທີ່ສອນພວກຊາວໜຸ່ມຮຽນແບບທ່າເຕັ້ນຂອງ ດາຣາປ໊ອບສະຕາຣ໌ຕ່າງປະເທດ.

ຊາວເກົາຫລີເໜືອ ທີ່ຢູ່ທາງພາກຕາເວັນຕົກສ່ຽງເໜືອ ຂອງເມືອງພຽງຊອງ(Pyongsong) ຂອງເກົາຫລີເໜືອ ຜູ້ຂໍບໍ່ເປີດເຜີຍຊື່ ດ້ວຍເຫດຜົລເພື່ອຄວາມປອດພັຍ ກ່າວຕໍ່ວິທຍຸເອເຊັຽເສຣີ ຜແນກພາສາເກົາຫລີໃນມື້ວັນທີ 31 ມົກກະຣາທີ່ຫາກໍຜ່ານມານີ້ວ່າ “ອົງການກວດສອບຜູ້ຕໍ່ຕ້ານລະບອບສັງຄົມນິຍົມ ຈັບນາງຄຣູ ອາຍຸ 30 ປາຍປີ ທີ່ກໍາລັງສອນເຕັ້ນດິສໂກແບບຕ່າງປະເທດໃຫ້ພວກນັກສຶກສາວັຍລຸ້ນ ຢູ່ເຂດ Yangji-dong ເມືອງພຽງຊອງ”.

ທ່ານກ່າວຕື່ມວ່າ “ອົງການກວດສອບຜູ້ຕໍ່ຕ້ານລະບອບສັງຄົມນິຍົມ ທີ່ປະຕິບັດງານຮ່ວມກັບກະຊວງປ້ອງກັນຄວາມສງົບແຫ່ງຣັຖ ແລະຕໍຣວດ ໄດ້ປາບປາມປະຊາຊົນທີ່ເບິ່ງຊີເນມາເກົາຫລີໃຕ້ ແລະທີ່ເຜີຍແພ່ຂ່າວຂອງສື່ມວນຊົນຕ່າງປະເທດນັ້ນ ຢ່າງບໍ່ປານີ.

ແຫລ່ງຂ່າວນີ້ເວົ້າວ່າ ອໍານາດການປົກຄອງເກົາຫລີເໜືອ ມີແນວໂນ້ມທີ່ຈະຜ່ອນຜັນເລັກນ້ອຍໃນການບັງຄັບໃຊ້ກົດກ່ຽວກັບ ການສລອງບຸນປີໃໝ່ລູນາ (Lunar New Year)  ຫລື ຊອລລັລ (Seollal) ທີ່ໄດ້ມີການສລອງເມື່ອຕົ້ນເດືອນນີ້ ຊຶ່ງແຫລ່ງຂ່າວເວົ້າວ່າ ຊາວເກົາຫລີເໜືອຮູ້ສຶກມີອິສຣະຂຶ້ນ ແດ່ໜ້ອຍນຶ່ງ ໃນການເພີດເພີນກັບຊີເນມາເກົາຫລີໃຕ້ ຫລືຟັງເພັງຕ່າງປະເທດ.

ແຕ່ເຖິງຢ່າງໃດກໍຕາມ ແຫລ່ງຂ່າວກໍເວົ້າວ່າ ໃນປີນີ້ ອົງການກວດສອບຜູ້ຕໍ່ຕ້ານ ລະບອບສັງຄົມນິຍົມ ໄດ້ລະມັດລະວັງ ໃນການບັງຄັບໃຊ້ກົດໝາຍ ກໍາຈັດຄວາມຄິດ ແລະວັທນະທໍາ ທີ່ວ່ານັ້ນ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.