ສະມາຊິກ WTO 9 ປີ, ການຄ້າລາວ ເທິງເວທີສາກົລ ຍັງໜ້ອຍ

ພູວົງສ໌
2022.02.17
ສະມາຊິກ WTO 9 ປີ, ການຄ້າລາວ ເທິງເວທີສາກົລ ຍັງໜ້ອຍ ສິນຄ້າທີ່ຂາຍຕາມທ້ອງຕລາດ ໃນປະເທດລາວ, ວັນທີ 22 ສິງຫາ 2021.
RFA

ເມື່ອວັນທີ 2 ກຸມພາ ປີ 2013 ທ່ານ ດຣ. ນາມ ວິຍະເກດ, ຣັຖມົນຕຣີກະຊວງອຸດສາຫະກັມ ແລະ ການຄ້າ ລາວ ໃນເວລານັ້ນ, ໄດ້ຕາງໜ້າໃຫ້ຣັຖບານລາວ ເດີນທາງໄປ ນະຄອນເຈ່ນິວ່າ ປະເທດສວິດເຊີແລນດ໌ ເພື່ອເຂົ້າເປັນສະມາຊິກ ອົງການການຄ້າໂລກ ຫຼື World Trade Organization ທີ່ຮຽກຊື່ຫຍໍ້ວ່າ WTO ຢ່າງເປັນທາງການ.

ມາຮອດປີນີ້, ກໍຖືວ່າເປັນເວລາ 9 ປີເຕັມ ທີ່ປະເທດລາວ ໄດ້ເຂົ້າເປັນສະມາຊິກ ອົງການການຄ້າໂລກ, ແຕ່ນັກວິຊາການ ດ້ານເສຖກິຈ ແລະ ການຄ້າ ລະຫວ່າງປະເທດ ເຫັນວ່າ ການໝູນໃຊ້ ສະຖານະພາບ ຈາກການເປັນສະມາຊິກ ອົງການການຄ້າໂລກ ຍັງຖືວ່າມີໜ້ອຍຢູ່ ແລະ ເປັນໄປຢ່າງຊ້າ ເມື່ອທຽບໃສ່ປະເທດເພື່ອນບ້ານ  ຢ່າງກັມພູຊາ, ໄທຍ ແລະ ວຽດນາມ ທີ່ໄດ້ໝູນໃຊ້ ສະຖານະພາບດັ່ງກ່າວ ໃຫ້ເປັນໂອກາດທາງການຄ້າ ຈົນສາມາດພິກປີ້ນເສຖກິຈ ຂອງປະເທດ ໃຫ້ຂຶ້ນມາເປັນປະເທດຊັ້ນນຳ ທາງການຄ້າ ແລະ ການສົ່ງອອກ ໃນພາກພື້ນໄດ້.

ນັກວິຊາການ ດ້ານເສຖກິຈ ແລະ ການຄ້າ ລະຫວ່າງປະເທດ ຜູ້ຂໍສງວນຊື່ ແລະ ສຽງ ທ່ານນຶ່ງ ໄດ້ໃຫ້ຄວາມເຫັນ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 15 ກຸມພາ ທີ່ຜ່ານມາ ກ່ຽວກັບວະຣະຄົບ 9 ປີ ທີ່ປະເທດລາວ ເຂົ້າເປັນສະມາຊິກ ອົງການການຄ້າໂລກ ວ່າ ການໝູນໃຊ້ ສະຖານະພາບ ການເປັນສະມາຊິກອົງການການຄ້າໂລກ ຂອງພາກຣັຖ ແລະ ຜູ້ປະກອບການລາວ ຍັງຖືວ່າເຮັດໄດ້ໜ້ອຍຫຼາຍ ສະແດງອອກໄດ້ ຈາກມູລຄ່າການຄ້າ ລະຫວ່າງປະເທດ ກັບສະຫະພາບຢຸໂຣປ ຫຼື ອີຢູ, ສະຫະຣັຖອາເມຣິກາ, ແລະ ປະເທດອື່ນໆ ນອກພາກພື້ນ ອ່າຊ້ຽນ ແມ່ນຍັງມີມູລຄ່າການຄ້າ ທີ່ຕ່ຳຫຼາຍ.

ທ່ານວ່າ: “ມັນໄດ້ຊ່ອຍຫຍັງໃຫ້ກັບເຮົາ ທີ່ເຮົາເຂົ້າເປັນ WTO ໄດ້ 9 ປີແລ້ວ, ມັນຍັງບໍ່ທັນມີ ເອີ້ນວ່າ ເຮົາຍັງບໍ່ທັນເຫັນວ່າ ສິນຄ້າລາວ ໄດ້ສົ່ງອອກໄປຫຼາຍພໍເທົ່າໃດ, ໂດຍຜ່ານອາສັຍເງື່ອນໄຂ ຫຼືນະໂຍບາຍ ຂອງ WTO ນີ້ຢ່າງຈະແຈ້ງເທື່ອ ຫຼືວ່າໃຊ້ເງື່ອນໄຂ ຂອງ WTO ນີ້ ໃນການສົ່ງອອກນີ້ ເຮົາຍັງບໍ່ທັນເຫັນຫຼາຍ ເທົ່າທີ່ຄວນ.”

ທ່ານກ່າວຕື່ມວ່າ ນອກຈາກປັດຈັຍໃນໂຕແລ້ວ, ກໍຍັງມີປັດຈັຍນອກໂຕ ທີ່ເປັນອຸປະສັກ ໃນການໝູນໃຊ້ ການເປັນສະມາຊິກ ອົງການການຄ້າໂລກ ໃຫ້ເກີດປໂຍດສູງສຸດ ເນື່ອງຈາກວ່າ ສິນຄ້າທີ່ຈະສົ່ງໄປຍັງຕລາດສາກົລນັ້ນ ຕ້ອງເປັນສິນຄ້າ ທີ່ໄດ້ມາຕຖານສາກົລ ແລະ ຖ້າຜລິຕໃນປະເທດລາວ ມັນຕ້ອງໄດ້ໃຊ້ຕົ້ນທຶນສູງ ແລະ ການຂົນສົ່ງ ກໍມີຕົ້ນທຶນ ທີ່ສູງກວ່າປະເທດເພື່ອນບ້ານ ທີ່ມີຊາຍແດນ ຕິດກັບທະເລ, ເຊິ່ງປະເທດລາວ ຖືວ່າເສັຽປຽບໃນເຣື່ອງນີ້ ແລະ ຜູ້ປະກອບການລາວ ເມື່ອເຫັນອຸປະສັກນີ້ ກໍຖອຍຫ່າງອອກໄປ.

ທ່ານວ່າ: “ມັນກະໂຕຂັ້ນຕອນນີ້ແຫຼະ. ແນ່ນອນແຫຼະ ຖ້າຂັ້ນຕອນນີ້ ມັນຜ່ານໄປແລ້ວ ກະຊິໄປຄາຢ່າງອື່ນ ເຊັ່ນວ່າ ມາຕຖານ ກ່ອນຊິເຂົ້າໄດ້, ກ່ອນຊິອອກໄດ້, ຫຼືວ່າຈຳນວນ, ຄ່າຂົນສົ່ງ, ເຣື່ອງການລົງທຶນ, ເຣື່ອງການກວດສອບໂຮງງານ. ແນ່ນອນແຫຼະວ່າ ມາຕຖານສາກົລ ເຂົາເຈົ້າຕ້ອງອີງໃສ່ຫຼາຍໆຢ່າງເນາະ. ສະນັ້ນແຫຼະ, ຄິດວ່າ ອຸປະສັກ ຂອງເຮົານີ້ ກະຄື 1 ພາຍໃນ ຂອງເຮົາກະຍັງບໍ່ທັນເຂັ້ມແຂງ, 2 ມາ ຂອດປະສານງານ ຫຼືວ່າການສຶກສາຕລາດ ກຸ່ມລູກຄ້າ ຂອງເຮົາ ທີ່ເຮົາຈະສົ່ງອອກນີ້ ມັນກຍັງບໍ່ທັນເອີ້ນວ່າ ເຂັ້ມແຂງພໍ.”

ຂະນະດຽວກັນ, ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ກໍໄດ້ສັມພາດ ຜູ້ປະກອບການສົ່ງສິນຄ້າລາວ ອອກໄປຕ່າງປະເທດ ໃນວັນທີ 15 ກຸມພາ ເນື່ອງໃນວະຣະຄົບ 9 ປີ ທີ່ປະເທດລາວ ເຂົ້າເປັນສະມາຊິກ ອົງການການຄ້າໂລກ, ເຊິ່ງຜູ້ປະກອບການລາວຜູ້ນີ້ ເຫັນວ່າ ຜູ້ປະກອບການລາວສ່ວນໃຫຍ່ ກໍຮັບຮູ້ວ່າ ປະເທດລາວ ເຂົ້າເປັນສະມາຊິກອົງການການຄ້າໂລກ ແລ້ວ, ແຕ່ການໝູນໃຊ້ ສະຖານະພາບດັ່ງກ່າວ ກໍຍັງບໍ່ເປັນທີ່ແຜ່ຫຼາຍ ເນື່ອງຈາກຂໍ້ຈຳກັດຕ່າງໆ ຂອງຜູ້ປະກອບການ ໃນປະເທດລາວເອງ ທີ່ຈະຕ້ອງໄດ້ປັບປຸງຫຼາຍຢ່າງ, ແຕ່ກໍເຣີ່ມປັບປຸງ ແລະ ສະແຫວງຫາໂອກາດ ທີ່ຈະຂາຍສິນຄ້າ ທີ່ໂຕເອງຜລິຕ ອອກໄປສູ່ຕລາດໂລກຢູ່.

“ໃນໄລຍະຜ່ານນີ້ ຜູ້ປະກອບການເຮົາເນາະ ຫຼາກຫຼາຍອາຊີບ ເຂົາເຈົ້າຍັງບໍ່ມີການຕື່ນໂຕ ໃນການພັທນາສິນຄ້າ ຂອງໂຕເອງຫັ້ນນ່າ. ໃນປັດຈຸບັນນີ້ຫັ້ນແມ່ນວ່າ ຫຼາຍຄົນກະມີການຕື່ນໂຕ ກຳລັງປັບປຸງພັທນາ ອັນຫຼັກໆກະແມ່ນວ່າ ຄຸນນະພາບ. ຄືຍົກໂຕຢ່າງ ເຂົ້ານີ້ເນາະ, ແຕ່ຜ່ານມານີ້ ກະເຮັດແບບຄອບຄົວ ອີ່ຫຍັງທັມມະດາ ໄລຍະນີ້ຣັຖບານເຮົາ ເພິ່ນກະສົ່ງເສີມ ມັນມີໂຄງການ ດຶງໂຄງການຕ່າງໆ ມາສົ່ງເສີມຜູ້ປະກອບການ. ຄືຂອງພວກເຮົານີ້ເນາະ ເພິ່ນໃຫ້ທຶນຊ່ອຍເຫຼືອ ສົມທົບ 50% ແບບວ່າເພິ່ນຊ່ອຍລ້າ ບໍ່ເກັບຄືນຫຍັງ ກຳລັງເຣີ່ມປະຕິບັດກັນຢູ່ ຕອນນີ້ນ່າ. ຍ້ອນວ່າບ້ານເຮົານີ້ ມັນຍັງຂາດ  ຂ້ອນຂ້າງວ່າ ກຳລັງປັບປຸງເນາະ ເຄື່ອງມືການຜລິຕ ວ່າຈັ່ງຊີ້ສາ ໃຫ້ມັນທັນສມັຍ ໄດ້ມາຕຖານ ຂອງສາກົລຫັ້ນແຫຼະ.”

ຍານາງກ່າວຕື່ມວ່າ ເນື່ອງຈາກມີໂຄວິດ-19 ຣະບາດ ຜູ້ປະກອບການລາວຫຼາຍຄົນ ກໍຖືເອົາໂອກາດນີ້ ທີ່ການຄ້າຂາຍຫຍຸ້ງຍາກ ຫັນມາປັບປຸງສິນຄ້າ ຂອງພວກເຂົາເຈົ້າ ແລະ ຖ້າຫາກສະພາບໂຄວິດ-19 ຣະບາດ ເຊົາລົງ ກໍຄາດວ່າ ສິນຄ້າລາວຫຼາຍຢ່າງ ຄົງສົ່ງອອກໄປຈຳໜ່າຍ ໃນຕລາດໂລກ ເພີ່ມຂຶ້ນ ຫຼາຍກວ່າທີ່ເຄີຍເປັນຜ່ານມາແນ່ນອນ.

“ຫຼັງຈາກຫວິດໂຄວິດ-19 ນີ້, ຕາມທີ່ເອື້ອຍຢູ່ລາວນີ້ ແມ່ນວ່າຫຼັງຈາກສະພາບປົກກະຕິແລ້ວ ຄືຊິຫຼາຍ ຫຼາກຫຼາຍສິນຄ້າຢູ່ ທີ່ລາວຊິສົ່ງອອກ ໄປເປັນໃບໜ້າໃບຕາ ຂອງລາວນີ້. ເພາະວ່າທຸກຄົນ ກະແມ່ນປັບປຸງ ທຸກຢ່າງນ່າ ເຣື່ອງການກະເສດ ທຸກເຣື່ອງເລີຍ ເຂົາເຈົ້າກຳລັງຟື້ນຟູ ພັທນາກັນຢູ່ຕອນນີ້. ມີຜູ້ປະກອບການເນາະ ດຽວນີ້ເຂົາເຈົ້າກຳລັງ ເຮັດພວກອີ່ຫຍັງເກາະ ເປັນກະເປົ໋າຜູ້ຍິງ ແມ່ນຫຍັງນີ້ນ່າ ເຂົາເຈົ້າຜລິຕຢູ່ບ້ານເຮົາກະງາມ ເຂົາເຈົ້າກະກຳລັງ ເຣີ່ມຊິອອກຕລາດ ພວກນີ້.”

ອະດີດຜູ້ປະກອບການລາວ ທ່ານນຶ່ງ ທີ່ເຄີຍມີປະສົບການ ໃນການເຮັດທຸຣະກິຈ ໃນປະເທດລາວ ກໍໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 17 ກຸມພາ ກ່ຽວກັບວະຣະຄົບ 9 ປີ ທີ່ປະເທດລາວ ເຂົ້າເປັນສະມາຊິກ ອົງການການຄ້າໂລກ ວ່າ ຖ້າຫາກຈະໃຫ້ສິນຄ້າລາວ ສາມາດສົ່ງອອກໄປແຂ່ງຂັນ ກັບສິນຄ້າໃນເວທີສາກົລໄດ້ ຜ່ານການໝູນໃຊ້ສະຖານະພາບ ການເປັນສະມາຊິກ ອົງການການຄ້າໂລກ ໃຫ້ຫຼາຍຂຶ້ນ ກໍຈຳເປັນຕ້ອງໄດ້ຮັບການຮ່ວມມື ກັບທຸກພາກສ່ວນ ບໍ່ວ່າຈະເປັນຜູ້ປະກອບການ, ພາກຣັຖ, ແລະ ປະເທດຄູ່ຄ້າ ທີ່ຕ້ອງມີການເຈຣະຈາ ແລະ ຫາກົລໄກ ໃຫ້ເກີດສິ່ງນີ້.

“ໂຕນີ້ຕ້ອງມີການຮ່ວມມື ຫຼືວ່າຕ້ອງມີການເຊັນສັນຍາ ຫຼືວ່າຕ້ອງມີການສນັບສນູນ ຂອງຫຼາຍພາກສ່ວນ. ຫຼາຍພາກສ່ວນ ກະທາງຕ່າງປະເທດ ກະມີຄວາມຈິງໃຈ ທີ່ຈະຊ່ອຍເຮົາແດ່ ຈິງໃຈຊ່ອຍໃນເຣື່ອງເງື່ອນໄຂຕ່າງໆ ຊ່ອຍໃນເຣື່ອງອຳນວຍຄວາມສະດວກ ໃນເຣື່ອງພາທເນີ້ (ຜູ້ປະກອບການຮ່ວມ) ໃນເຣື່ອງຕລາດ ຂອງເຮົາ. ທາງເບື້ອງເຮົາກະອຳນວຍຄວາມສະດວກ ອັນໃດທີ່ມັນກ່ຽວຂ້ອງ ກັບບ້ານເມືອງເຮົານີ້. ບໍ່ວ່າຈະເປັນການລົງທຶນ ບໍ່ວ່າຈະເປັນວັດຖຸດິບ ອີ່ສັງຕ່າງໆນີ້ແຫຼະ ມັນຈັ່ງຄ່ອຍຊິເກີດໄດ໋ ການສົ່ງອອກນີ້.”

ທ່ານກ່າວຕື່ມວ່າ ໃນຄວາມເປັນຈິງແລ້ວ, ຜູ້ປະກອບການ ທີ່ຜລິຕສິນຄ້າໃນລາວ ແມ່ນມີຫຼາຍຢູ່ແລ້ວ, ແຕ່ເມື່ອອີງໃສ່ມາຕຖານ ຂອງອົງການການຄ້າໂລກ ເພື່ອຈະສາມາດ ສົ່ງສິນຄ້າໄປຂາຍ ໃນປະເທດຕ່າງໆນັ້ນ ມັນຈຳເປັນຕ້ອງໄດ້ຜ່ານມາຕຖານທີ່ສູງ ແລະ ມີຄ່າໃຊ້ຈ່າຍສູງ ໃນການສ້າງຕັ້ງໂຮງງານ ເພື່ອໃຫ້ໄດ້ທີ່ຂະບວນການຜລິຕ ທີ່ໄດ້ມາຕຖານ, ເຊິ່ງຜູ້ປະກອບການລາວສ່ວນໃຫຍ່ ກໍຍັງບໍ່ກ້າທີ່ຈະລົງທຶນສູງຂນາດນັ້ນ.

“ມັນອີງໃສ່ຫຼາຍຢ່າງໄດ໋, ອີງໃສ່ແຕ່ມາຕຖານ ຂອງມັນຊື່ໆ ເຮົາກະຍັງຢາກຖອຍລະ. ຄວາມໝາຍວ່າ ຕ້ອງມີອັນນັ້ນ ມີອັນນີ້ ແຕ່ລະຢ່າງ ມັນຕ້ອງມີຄ່າໃຊ້ຈ່າຍ ເຮົາກະຕົກໃຈ.”

ໃນປີ 2020 ທີ່ຜ່ານມາ, ມູລຄ່າການສົ່ງສິນຄ້າລາວ ໄປຍັງສະຫະພາບຢູໂຣປ ແລະ ສະຫະຣັຖອາເມຣິກາ ສາມາດບັນລຸໄດ້ ບໍ່ເຖິງ 1 ຕື້ໂດ່ລ້າຣສະຫະຣັຖຊ້ຳ, ຂະນະທີ່ເມື່ອທຽບໃສ່ປະເທດເພື່ອນບ້ານ ຢ່າງກັມພູຊາ ແລະ ໄທຍ ແມ່ນຕ່າງກັນຢ່າງມະຫາສານ.

ໂດຍອີງຕາມການຣາຍງານ ຈາກເວັບໄຊ້ ຂອງຜູ້ແທນການຄ້າ ສະຫະພາບຢຸໂຣປ ແລະ ສະຫະຣັຖອາເມຣິກາ ໃນປີ 2020 ໄດ້ລະບຸວ່າ ມູລຄ່າການຄ້າ ລະຫວ່າງລາວ ກັບ ອີຢູ ແມ່ນຕົກຢູ່ 436 ລ້ານຢູໂຣ ແລະ ມູລຄ່າການຄ້າ ລະຫວ່າງລາວ ແລະ ສະຫະຣັຖອາເມຣິກາ ແມ່ນຕົກຢູ່ 129 ລ້ານໂດ່ລ້າຣສະຫະຣັຖເທົ່ານັ້ນ.

ສ່ວນກັມພູຊາ ມີມູລຄ່າການຄ້າກັບ ອີຢູ ຕົກຢູ່ 4 ພັນ 300 ລ້ານຢູໂຣ ແລະ ສະຫະຣັຖອາເມຣິກາ ແມ່ນຕົກຢູ່ 6 ພັນ 900 ລ້ານໂດ່ລ້າຣສະຫະຣັຖ.

ແລະ ໄທຍ ມີມູລຄ່າການຄ້າກັບ ອີຢູ ຕົກຢູ່ 29 ພັນລ້ານຢູໂຣ ແລະ ສະຫະຣັຖອາເມຣິກາ ແມ່ນຕົກຢູ່ 52 ພັນ 300 ລ້ານໂດ່ລ້າຣສະຫະຣັຖ.

ກ່ອນໜ້ານີ້, ທ່ານ ດຣ. ຄຳເຜີຍ ປານມະໄລທອງ, ອະດີດກັມມະການສູນກາງພັກ ແລະ ອະດີດສະມາຊິກສະພາແຫ່ງຊາດລາວ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ກໍເຄີຍໃຫ້ສັມພາດ ແກ່ສຳນັກຂ່າວ ໜັງສືພິມວຽງຈັນໃໝ່ ໃນປີ 2014 ວ່າ: “ການເຂົ້າເປັນສະມາຊິກ ອົງການການຄ້າໂລກ ກໍປຽບດັ່ງວ່າໄດ້ທ່ອນຄຳ. ຖ້າຈະເອົາມາຕັ້ງໄວ້ຢູ່ຫ້ອງການ ປະດັບຫ້ອງການໃຫ້ຄົນຮູ້ ກໍຄົງບໍ່ເກີດປໂຍດຫຍັງ, ແຕ່ຖ້າຫາກພາກຣັຖ ມີກົລໄກສົ່ງເສີມ ການໝູນໃຊ້ ສະຖານະພາບດັ່ງກ່າວ ໃຫ້ເກີດໝາກຜົລ ກໍຄົງເກີດປໂຍດໃຫ້ແກ່ສັງຄົມ ຫຼາຍທີ່ສຸດ.” ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Kham Rassavong
Feb 19, 2022 08:19 AM

ຈະໃຫ້ໂລກເຂົາເບີ່ງເຮົາດີໄດ້ຈັ່ງໃດເພາະລາວເຮົາຍັງຂາດການຝຶກອົບຮົມໃນທຸກດ້ານ. ເບີ່ງໃນຮູບນີ້ດຸ ເພີ່ນຖ່າຍຮູບກັນເຂົ້າສານ ອາຫານແທ້ໆກະຍັງປາກຄາບຢາສູບຢູ່ແລ້ວຈະໃຫ້ໂລກຮັບວ່າເປັນເຂົ້າທີ່ມີຄຸນນະພາບດີໄດ້ຈັ່ງໃດ ອັນນີ້ເປັນສ່ວນນ້ອຍໆເທົ່ານັ້ນອັນອື່ນເດຈະບໍ່ຮ້າຍແຮງກວ່ານີ້ບໍ່. ເວົ້າເລື່ອງອາຫານການກິນຕ້ອງອະນາໄມໄວ້ເປັນຫລັກພາກັນເອົາໃຈໃສ່ແດ່ເດີ

Anonymous
Feb 23, 2022 11:01 AM

ການສູນເສັຽຜົນປະໂຫຍດຫຼືການທີ່ປະເທດລາວຄວນຈະໄດ້ຈາກເຂົ້າເປັນສະມາຊິກຂອງWTOນັ້ນມັນບໍ້ໄດ້ມີອຸປະສັກກັບເຫດຜົນທີ່ວ່າລາວບໍ່ໄດ້ຕິດກັບທະເລ,ການຜລິດສີນຄ້າບໍ່ມີຄຸນນະພາບບໍ່ໄດ້ມາດຕະຖານເທືອບເທົ່າສາກົນຫຼືປະເທດເພື່ອນບ້ານແຕ່ຢ່າງ,ແລະຍັງມີຫຼາຍສິ່ທີ່ເອົາອອກມາອ້າງອິງ,ຢາກບອກຕອນນີ້ເລີຍວ່າຢ່າໄປຖີ້ມໂທດໄສ່ສິ່ງເຫຼົ່ານີ້,ໄຫ້ຍົກເອົາຕົວຢ່າງງ່າຍໆແລະຊັດເຈນທີ່ສຸດມາໄຫ້ທຸກຄົນໄດ້ເຂົ້າໃຈກໍຄືເປື່ອນແປງທຸກໆລະບົບນັ້ນເອງ.