ປີ 2021 ສົ່ງເຂົ້າລາວ ອອກໄປຕ່າງປະເທດ ຫຼຸດເກືອບເຄິ່ງ
2022.02.16

ມູລຄ່າການສົ່ງເຂົ້າລາວ ອອກໄປຕ່າງປະເທດ ໃນປີ 2021 ທີ່ຜ່ານມາ ສາມາດສົ່ງອອກໄດ້ ພຽງປະມານ 50 ພັນຕັ່ນ, ມູລຄ່າ 35 ລ້ານປາຍ ໂດ່ລ້າຣສະຫະຣັຖ ເທົ່ານັ້ນ, ເຊິ່ງຫຼຸດລົງເກືອບເຄິ່ງນຶ່ງ ເມື່ອທຽບໃສ່ປີ 2020 ທີ່ຜ່ານມາ ຍ້ອນໄດ້ຮັບຜົລກະທົບ ຈາກມາຕການ ປ້ອງກັນການແຜ່ຣະບາດ ຂອງໂຄວິດ-19 ທີ່ຕ້ອງໃຊ້ມາຕການປິດປະເທດ ແລະ ດ່ານສາກົລ. ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະ ການຄ້າ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ກຸມພາ ນີ້ວ່າ:
“ຍັງແມ່ນບັນຫາ ຂອງໂຄວິດ-19 ນີ້ແຫຼະ ເພາະວ່າເຮັດໃຫ້ການສົ່ງອອກນີ້ ມັນມີບັນຫາ. ໄລຍະນຶ່ງ ກະມີບັນຫາສົມຄວນ ຢູ່ທັງດ່ານວຽດນາມ, ດ່ານຈີນ ນີ້ ກັບເບື້ອງໄທຍ ພ້ອມຫັ້ນແຫຼະ.”
ທ່ານກ່າວຕື່ມວ່າ ສະພາບການຣະບາດ ຂອງໂຄວິດ-19 ໃນປີ 2021 ທີ່ຜ່ານມາ ແມ່ນຖືວ່າຮຸນແຮງ ແລະ ໜັກໜ່ວງທີ່ສຸດ, ໂດຍຣັຖບານລາວ ມີການປິດພື້ນທີ່ ທັງການຂົນສົ່ງທາງອາກາດ ແລະ ທາງບົກ, ເຊິ່ງສົ່ງຜົລກະທົບ ຕໍ່ການຄ້າ, ການລົງທຶນ ແລະ ການສົ່ງອອກ ເປັນຈຳນວນມະຫາສານ ແລະ ບໍ່ມີທາງຫຼີກລ້ຽງໄດ້.
ທາງດ້ານເຈົ້າໜ້າທີ່ ກະຊວງການເງິນ ທ່ານນຶ່ງ ກ່າວວ່າ ເຖິງແມ່ນວ່າ ການຂົນສົ່ງທາງອາກາດ ແລະ ດ່ານສາກົລ ຈະກັບມາເປີດບໍຣິການແລ້ວ, ແຕ່ສະພາບການໃຫ້ບໍຣິການ ກໍຍັງຢູ່ໃນການເຝົ້າລະວັງ ແລະ ຕ້ອງໄດ້ປະຕິບັດ ຕາມລະບຽບການຕ່າງໆ ຢ່າງເຂັ້ມງວດ ເປັນຕົ້ນ ການສົ່ງສິນຄ້າໄປຈີນ ກໍຍັງຖືກຈຳກັດ ເພາະທາງການຈີນ ກຳນົດໃຫ້ຣົຖບັນທຸກສິນຄ້າ ຜ່ານດ່ານສາກົລໄດ້ ປະມານ 100-150 ຄັນຕໍ່ມື້ເທົ່ານັ້ນ ເຮັດໃຫ້ສິນຄ້າຕ່າງໆ ທີ່ຈະສົ່ງໄປຈີນ ຕ້ອງລໍຖ້າຫຼາຍສັປດາ ຫຼືຫຼາຍເດືອນ.
“ເອີ, ເປີດປົກກະຕິ, ແຕ່ຂະເຈົ້າມີມາຕການຈຳກັດ ການນຳເຂົ້າຣົຖແຕ່ລະມື້ ຊິປ່ອຍໃຫ້ເຂົ້າໄປ 100 ເຖິງ 150 ຄັນເທົ່ານັ້ນ. ສ່ວນຫຼາຍ (ຜົລກະທົບ) ແມ່ນສິນຄ້າກະສິກັມ.”
ຂະນະທີ່ ເຈົ້າຂອງໂຮງສິເຂົ້າ ໃນນະຄອນຫຼວງວຽງຈັນ ກ່າວວ່າ ປະຣິມານເຂົ້າເປືອກ ຢູ່ຕາມໂຮງສີຕ່າງໆ ກໍຄ້າງສາງ ຫຼາຍສົມຄວນ, ແຕ່ໃນໄລຍະນີ້ ການສົ່ງເຂົ້າ ອອກໄປຕ່າງປະເທດ ແມ່ນຫຼຸດລົງຫຼາຍແທ້ ຍ້ອນສະພາບການຣະບາດ ຂອງໂຄວິດ-19 ທີ່ຍັງຮຸນແຮງຢູ່.
ຢ່າງໃດກໍຕາມ, ການສົ່ງເຂົ້າ ອອກໄປຈີນ ກໍຍັງມີຂໍ້ສັງເກດວ່າ ປະເທດຈີນ ໄດ້ກຳນົດມາຕຖານ ຂອງເຂົ້າ 12 ຂໍ້ ເປັນຕົ້ນ ເບິ່ງຄວາມຊຸ່ມ, ເຂົ້າເຕັມເມັດ, ເຂົ້າເມັດແຕກ, ເມັດເຂົ້າທີ່ມີສີແດງເຈືອປົນ, ຄວາມຍາວ, ຄວາມຂາວບໍຣິສຸດ ແລະ ອື່ນໆ, ເຊິ່ງເຂັ້ມງວດຈົນເກີນໄປ ເຮັດໃຫ້ເຂົ້າລາວ ບໍ່ສາມາດສົ່ງອອກໄປຈີນໄດ້ ຕາມເປົ້າໝາຍ. ດັ່ງເຈົ້າຂອງໂຮງສີເຂົ້າ ໃນນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ກຸມພາ ນີ້ວ່າ:
“ໄລຍະນີ້ ມັນໄດ້ຢຸດໜ້ອຍນຶ່ງນ່າ, ສູ່ປີ ກະຫຼາຍແຫຼະ, ໄລຍະໂຄວິດແດ່ແຫຼະ. ແຕ່ກີ້ສີສົ່ງໂຄງການເຂົາເດ ສະຕ໋ອກເຮົາກະມີຫຼາຍຢູ່ ພວກສົ່ງໄປຈີນ ບາງຄົນກະໄດ້ສົ່ງ. ສ່ວນຫຼາຍກະໄດ້ສົ່ງໜ້ອຍນ່າ ຊື້ຢາກຖືກ ແລ້ວກະຢາກໄດ້ເຂົ້າງາມ ຊີ້ນ່າ ຈີນນ່າ.”
ສ່ວນເຈົ້າຂອງໂຮງສີເຂົ້າ ອີກແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ນັບແຕ່ເກີດການຣະບາດ ຂອງໂຄວິດ-19 ຂຶ້ນ ກໍຍັງເຮັດໃຫ້ການສີເຂົ້າ ເພື່ອສົ່ງອອກໄປປະເທດວຽດນາມ ເຣີ່ມຫຼຸດລົງ ຫຼາຍສົມຄວນ ເພາະຖືກຜົລກະທົບ ຈາກມາຕການປິດປະເທດ ແລະ ດ່ານສາກົລລາວ-ວຽດນາມ.
ປີທີ່ຜ່ານມາ, ບໍຣິສັດວຽດນາມ ກໍຕ້ອງການເຂົ້າສານ ເປັນຈຳນວນຫຼາຍ, ແຕ່ຕິດບັນຫາ ທີ່ໂຮງສີເຂົ້າຫຼາຍແຫ່ງ ບໍ່ສາມາດສີເຂົ້າໄດ້ ຍ້ອນໄດ້ຮັບຜົລກະທົບ ຈາກມາຕການລ໊ອກດາວ. ສ່ວນໂຮງສີເຂົ້າ ທີ່ເປີດສີໄດ້ ຕາມປົກກະຕິ ກໍສີເຂົ້າໄດ້ໜ້ອຍ ອັນເປັນອີກຫານຶ່ງ ທີ່ເຮັດໃຫ້ການສົ່ງເຂົ້າລາວ ອອກໄປວຽກນາມ ຫຼຸດລົງເຊັ່ນກັນ. ດັ່ງເຈົ້າຂອງໂຮງສີເຂົ້າ ອີກແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ກຸມພາ ນີ້ວ່າ:
“ເຂົາສັ່ງບັກຫຼາຍໆ, ແຕ່ວ່າປີນີ້ ມັນບໍ່ພໍດຽວ ເພາະວ່າ ມັນຍາດດຽວ ຄວາມໝາຍວ່າ ເຂົ້າມີໜ້ອຍ. ມັນສີບໍ່ທັນນ່າ ເພາະວ່າ ໂຮງສີເຮົາ ສີໄດ້ແຕ່ 200 ເປົ໋າຕໍ່ມື້.”
ເມື່ອປີ 2020 ທີ່ຜ່ານມາ ປະເທດລາວ ສາມາດສົ່ງເຂົ້າ ອອກໄປຕ່າງປະເທດ ໄດ້ສູງເຖິງ 117,000 ຕັ່ນ ມູລຄ່າ 52.7 ລ້ານໂດ່ລ້າຣສະຫະຣັຖ. ໃນນີ້, ປະເທດຈີນ ນຳເຂົ້າ ເຂົ້າລາວ ຫຼາຍທີ່ສຸດ ຫຼືປະມານ 74 ພັນຕັ່ນ ຮອງລົງມາ ເປັນວຽດນາມ 24 ພັນຕັ່ນ, ເບ່ລຢ້ຽມ 8 ພັນຕັ່ນ, ໄທຍ 6 ພັນຕັ່ນ ແລະ ປະເທດອື່ນໆ ເກືອບ 4 ພັນຕັ່ນ.
ແລະ ໃນປີ 2021 ປະເທດລາວ ສາມາດສົ່ງເຂົ້າ ອອກໄປຕ່າງປະເທດໄດ້ ພຽງປະມານ 50 ພັນຕັ່ນ ມູລຄ່າ 32 ລ້ານປາຍໂດ່ລ້າສະຫະຣັຖ. ປະເທດທີ່ນຳເຂົ້າ ເຂົ້າລາວ ຫຼາຍທີ່ສຸດ ຄືປະເທດວຽດນາມ ຮອງລົງມາ ແມ່ນປະເທດຈີນ, ເບ່ລຢ້ຽມ ແລະ ໄທຍ.
ເຖິງຢ່າງໃດກໍຕາມ, ໃນປີ 2021 ທີ່ຜ່ານມາ ປະເທດລາວ ພັດໄດ້ດຸນການຄ້າ ກັບປະເທດຄູ່ຄ້າຕ່າງໆ ເນື່ອງຈາກມູລຄ່າການນຳເຂົ້າ ແລະ ສົ່ງອອກ ປະມານ 13,000 ລ້ານໂດ່ລ້າຣສະຫະຣັຖນັ້ນ, ປະເທດລາວ ສາມາດສ້າງມູລຄ່າການສົ່ງອອກໄດ້ ປະມານ 7,000 ລ້ານໂດ່ລ້າຣສະຫະຣັຖ, ຂະນະທີ່ມູລຄ່າການນຳເຂົ້າ ສາມາດບັນລຸໄດ້ ປະມານ 6,000 ລ້ານໂດ່ລ້າຣສະຫະຣັຖ, ເຊິ່ງເກີນດຸນການຄ້າ ປະມານ 1,000 ລ້ານໂດ່ລ້າຣສະຫະຣັຖ.